ປະເທດລາວ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ | |
|---|---|
ຄຳຂວັນ: "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ" | |
ທີ່ຕັ້ງຂອງ ປະເທດລາວ (ຂຽວ) ໃນອາຊຽນ (ເທົາເຂັ້ມ) — [ຄຳອະທິບາຍສັນຍະລັກ] | |
| ເມືອງຫຼວງ | ນະຄອນຫຼວງວຽງຈັນ 17°58′N 102°36′E / 17.967°N 102.600°E |
| ເມືອງໃຫຍ່ທີ່ສຸດ | ວຽງຈັນ |
| ພາສາລັດຖະການ | ພາສາລາວ |
| ພາສາທີ່ເວົ້າ | |
| ກຸ່ມຊົນເຜົ່າ (2015[2]) | |
| ສາສະໜາ | |
| ເດມະນິມ | ຊາວລາວ |
| ການປົກຄອງ | ເປັນລັດດ່ຽວ ປົກຄອງໂດຍພັກດຽວ ລັດທິມາກ-ເລນິນ ສາທາລະນະລັດສັງຄົມນິຍົມ |
| ທອງລຸນ ສີສຸລິດ | |
| ສອນໄຊ ສີພັນດອນ | |
| ບຸນທອງ ຈິດມະນີ ປານີ ຍາທໍ່ຕູ້ | |
| ໄຊສົມພອນ ພົມວິຫານ | |
| ສະພານິຕິບັນຍັດ | ສະພາແຫ່ງຊາດ |
| ກໍ່ຕັ້ງ | |
| 1354–1707 | |
| 1707–1778 | |
• ອານາຈັກລ້ານຊ້າງຖືກປົກຄອງໂດຍສະຫຍາມ | 1778–1893 |
| 1893–1953 | |
• ຮວມລາຊະອານາຈັກ | 11 ພຶດສະພາ 1947 |
| 22 ຕຸລາ 1953 | |
| 2 ທັນວາ 1975 | |
| 14 ສິງຫາ 1991 | |
• ວັນຊາດ | 2 ທັນວາ |
| ພື້ນທີ່ | |
• ລວມ | 237,955 ຕາລາງກິໂລແມັດ (91,875 ຕາລາງໄມລ໌) (ອັນດັບທີ 82) |
| 2 | |
| ປະຊາກອນ | |
• 2019 ປະມານ | 7,123,205 (ອັນດັບທີ 105) |
• ສຳມະໂນປະຊາກອນ 2015 | 6,492,228[5] |
| 26.7 ຕໍ່ຕາລາງກິໂລແມັດ (69.2 ຕໍ່ຕາລາງໄມລ໌) (ອັນດັບທີ 151) | |
| GDP (ອຳນາດຊື້) | 2023 (ປະມານ) |
• ລວມ | |
• ຕໍ່ຫົວ | |
| GDP (ລາຄາຕະຫຼາດ) | 2023 (ປະມານ) |
• ລວມ | |
• ຕໍ່ຫົວ | |
| ຈີນີ (2012) | 36.4[8] ປານກາງ |
| HDI (2023) | ປານກາງ · ອັນດັບທີ 147 |
| ສະກຸນເງິນ | ກີບ (₭) (LAK) |
| ເຂດເວລາ | UTC+7 (ເວລາໃນປະເທດລາວ) |
| ຮູບແບບວັນທີ | ວວ/ດດ/ປປປປ |
| ຂັບລົດດ້ານ | ຂວາ |
| ລະຫັດໂທລະສັບ | +856 |
| ລະຫັດ ISO 3166 | LA |
| ລະຫັດອິນເຕີເນັດ | .la |
| |
ປະເທດລາວ ຫຼື ຊື່ຢ່າງເປັນທາງການຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຫຍໍ້ວ່າ: ສ.ປ.ປ.ລາວ)[10] ແມ່ນປະເທດດຽວທີ່ບໍ່ມີຊາຍແດນອອກສູ່ທະເລຢູ່ໃນອາຊີຕາເວັນອອກສຽງໃຕ້ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ ໂດຍທາງພາກເໜືອມີຊາຍແດນຕິດກັບປະເທດຈີນ ທິດໃຕ້ຕິດກັບປະເທດກຳປູເຈຍ ທິດຕາເວັນອອກຕິດກັບປະເທດຫວຽດນາມ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ[11]
ຫຼັງຈາກຊ່ວງເວລາແຫ່ງຄວາມຂັດແຍ້ງພາຍໃນອານາຈັກລ້ານຊ້າງ ດິນແດນລາວຈຶ່ງໄດ້ແຕກແຍກອອກແມ່ນສາມສ່ວນຄື ຫຼວງພະບາງ, ວຽງຈັນ ແລະຈຳປາສັກ[12] ກ່ອນຈະຕົກແມ່ນເມືອງໃນແອກປົກຄອງຂອງສະຫຍາມໃນປີ ຄ.ສ. 1778 ຍາວນານນັບສະຕະວັດຈົນເມື່ອວິກິດການຝຣັ່ງ-ສະຫຍາມໃນປີ ຄ.ສ. 1893 ເຮັດໃຫ້ດິນແດນລາວທັ້ງໝົດຢູ່ພາຍໃຕ້ອານານິຄົມຂອງຝຣັ່ງແລະຮວມຕົວກັນເປັນປະເທດໃນປີ ຄ.ສ. 1949[13] ຫຼັງຈາກການຍຶດຄອງຂອງຍີ່ປຸ່ນ ກໍຖືກຝຣັ່ງຍຶດຄອງອີກຫົນຈົນກະທັ່ງໄດ້ຮັບເອກະລາດໃນປີ ຄ.ສ. 1953.[14] ພາຍຫຼັງສົງຄາມຫວຽດນາມຈົບລົງໃນປີ ຄ.ສ. 1975 ຂະບວນການນັກສຶກສາ 21 ອົງກອນຈຶ່ງຫັນໄປຮ່ວມມືກັບ "ກຸ່ມປະເທດລາວ" ຂະບວນການປະຕິວັດກອມມູນິດທີ່ໄດ້ຄອງອຳນາດຢ່າງເດັດຂາດແລະສົງຄາມກາງເມືອງໄດ້ສິ້ນສຸດລົງ ປະກອບກັບກະແສຮຽກຮ້ອງຂອງປະຊາຊົນແລະນັກສຶກສາໄດ້ມີການລົງມະຕິລົ້ມລ້າງກະສັດຢ່າງສົມບູນ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາຖືກເຊີນເຂົ້າຄ່າຍກັກກັນໃນວຽງໄຊແລະເສຍຊີວິດຢ່າງລຶກລັບ ມີການປ່ຽນແປງການປົກຄອງມາເປັນລະບອບສັງຄົມນິຍົມກອມມູນິດແລະສ້າງຕັ້ງປະເທດເປັນ "ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ" ຊຶ່ງໃນຊ່ວງແຮກ ລາວຕ້ອງພຶ່ງພາຄວາມຊ່ວຍເຫຼືອທາງເສດຖະກິດຈາກສະຫະພາບໂຊວຽດຈົນກະທັ່ງລົ່ມສະຫຼາຍໃນປີ ຄ.ສ. 1991.[15]
ປະເທດລາວມີສ່ວນຮ່ວມໃນຂໍ້ຕົກລົງການຄ້າອາຊີປາຊີຟິກ, ການປະຊຸມສຸດຍອດອາຊຽນ, ການປະຊຸມອາຊີຕາເວັນອອກ ແລະ ໄດ້ເຂົ້າຮ່ວມແມ່ນສະມາຊິກອົງການການຄ້າໂລກຕັ້ງແຕ່ ຄ.ສ. 1997 ກ່ອນຈະໄດ້ຮັບການຕອບຮັບໃນປີ ຄ.ສ. 2013. ໂດຍລາວເປັນປະເທດທີ່ສາມາດຜະລິດໄຟຟ້າໄດ້ດ້ວຍຕົນເອງ[16] ຊຶ່ງການສ້າງເຂື່ອນເພື່ອຜະລິດພະລັງງານໄຟຟ້າຈາກພະລັງງານນ້ຳແລະສົ່ງຂາຍໄປຍັງປະເທດເພື່ອນບ້ານຢ່າງໄທ ຈີນ ແລະຫວຽດນາມ. ໃນດ້ານເທັກໂນໂລຢີ ລາວໄດ້ເປີດໃຫ້ບໍລິການ 4G ແມ່ນປະເທດທີສອງຂອງອາຊີຕາເວັນອອກສຽງໃຕ້ຕໍ່ຈາກສິງກະໂປ ມາຕັ້ງແຕ່ ຄ.ສ. 2012.[lower-alpha 1] ເສັ້ນທາງລົດໄຟວຽງຈັນ-ບໍ່ເຕັນ ໄດ້ເປີດໃຫ້ບໍລິການໃນປີ 2021.[19]
ທີ່ມາຂອງຄຳວ່າ "ລາວ"
[ດັດແກ້]ຄຳວ່າ "ລາວ" ທີ່ໝາຍເຖິງປະເທດລາວນັ້ນ ແມ່ນມີມູນເຫດດັ່ງນີ້:[20]
- ຄຳວ່າລາວ ກຳເນີດເກີດຂຶ້ນມາພ້ອມໆກັບການກຳເນີດຂຶ້ນຂອງສັງຄົມລາວ ຫຼື ກຳເນີດເກີດຂຶ້ນພ້ອມໆກັບການກຳເນີດຄົນລາວ.
- ຄຳວ່າລາວ ອາດມາຈາກພາສາປາລີ ລາວ ເຊິ່ງໝາຍເຖິງໝາກນ້ຳເຕົ້າ.
- ຄຳວ່າລາວ ອາດມາຈາກການເອີ້ນຊົນເຜົ່າລາວ ເຊິ່ງເປັນຊົນເຜົ່າດັ່ງເດີມ ດຳລົງຊີວິດຢູ່ກ່ອນມີປະເທດລາວ
- ຄົນລາວ ກຳເນີດຈາກຊົນເຜົ່າໝຶ່ງຢູ່ແຂວງຢູນນ່ານ ເຊິ່ງມີນາມເດີມວ່າ ເກົ້າຫຼວງ (ມາຈາກຄຳວ່າ ເກົ້າຫຼົງ ເປັນມັງກອນ ຫຼື ນາກ ເກົ້າອົງ ຫຼື ຊາຍທັງເກົ້າ). ຕໍ່ມາໄດ້ຍ້າຍມາເລື້ອຍລົງມາທາງພາກໃຕ້ເລື້ອຍໆ ແລະ ຖືກເອີ້ນສັ່ນໆວ່າ ຫຼວງ ແລະ ສຸດທ້າຍກໍກາຍມາເປັນ ລາວ
- ແຕ່ກ່ອນ ຄົນທ້ອງຖິ່ນຈະຢູ່ຕາມລຳນ້ຳ, ສ່ວນຄົນລາວຍ້າຍແຕ່ພາກເໜືອມາຢູ່ ຈະອາໄສຢູ່ຕາມບ່ອນສູງກ່ວາ, ຄົນທ້ອງຖິ່ນເອີ້ນຄົນລາວທີ່ມາຢູ່ນີ້ ແມ່ນຄົນດາວ, ເພາະເວລາເບິ່ງຈາກລຸ່ມຂຶ້ນເທິງ ຈະຕິດພັນກັບດວງດາວຢູ່ທ້ອງຟ້າ
- ຄົນຈີນບາງພວກບາງໝູ່ໃນເຂດຢູນນານຂອງຈີນມັກອອກສຽງຕົວ "ດ"ເປັນຕົວ"ລ"ແລະອອກສຽງຕົວ "ລ"ເປັນຕົວ "ດ"ດ້ວຍເຫດນີ້ຈຶ່ງເອີ້ນພວກທີ່ຢູ່ທີ່ສູງອັນມີທ້ອງຟ້າດາວວະດິງສາພ້ຽນຈາກດາວກາຍເປັນລາວອັນພາໃຫ້ມີຄຳວ່າລາວ
ສ່ວນໃນພາສາອັງກິດ ຄຳວ່າລາວ ທີ່ໝາຍເຖິງປະເທດລາວ ສະກົດວ່າ "Laos" ແລະ ລາວທີ່ໝາຍເຖິງຄົນລາວ ໃຊ້ "Lao" ແລະ ບາງເທື່ອຈະມີການໃຊ້ຄຳວ່າ "Laotian" ເພື່ອໃຊ້ກ່າວເຖິງຊາວລາວທ້ອງຖິ່ນທີ່ອາໄສຢູ່ໃນລາວ.[21][22][23][24][25]
ພູມສັນຖານ
[ດັດແກ້]

ປະເທດລາວເປັນປະເທດດຽວທີ່ບໍ່ມີທາງອອກສູ່ທະເລໃນອາຊີຕາເວັນອອກສຽງໃຕ້ ຕັ້ງຢູ່ລະຫວ່າງເສັ້ນຂະໜານທີ 14° ແລະ 23° ເໜືອ, ແລະເສັ້ນແວງທີ 100° ແລະ 108° ຕາເວັນອອກ. ເຂດທີ່ປະກອບດ້ວຍປ່າສ່ວນຫຼາຍແມ່ນຕັ້ງຢູ່ພູເຂົາສ່ວນໃຫຍ່, ຈຸດທີ່ສູງທີ່ສຸດແມ່ນພູເບ້ຍຢູ່ທີ່ 2,818 ແມັດທີ່ມີທົ່ງພຽງແລະພູພຽງບາງສ່ວນ. ແມ່ນໍ້າຂອງເປັນສ່ວນໜຶ່ງໃນການແຍກຊາຍແດນທາງທິດຕາເວັນຕົກທີ່ຕິດກັບປະເທດໄທ, ສາຍພູຫຼວງເປັນທີ່ກັ້ນຊາຍແດນທາງທິດຕາເວັນອອກຕິດກັບຫວຽດນາມ ແລະ ພູເຂົາຫຼວງພຣະບາງເປັນທີ່ກັ້ນຊາຍແດນທາງທິດຕາເວັນຕົກສ່ຽງເໜືອຕິດກັບເຂດເນີນສູງຂອງໄທ. ມີພູພຽງຢູ່ 2 ແຫ່ງຄື: ພູພຽງຊຽງຂວາງທາງທິດເໜືອ ແລະ ພູພຽງບໍລະເວນຢູ່ພາກໃຕ້ສຸດ.[26] ປະເທດລາວສາມາດຖືວ່າປະກອບດ້ວຍ 3 ພູມສັນຖານຄື: ພາກເໜືອ, ພາກກາງ, ແລະ ພາກໃຕ້. ປະເທດລາວມີດັດຊະນີຄວາມສົມບູນທາງດ້ານພູມສັນຖານປ່າໄມ້ປີ 2019 ຢູ່ທີ່ 5.59/10, ຢູ່ໃນອັນດັບທີ 98 ທົ່ວໂລກຈາກທັງໝົດ 172 ປະເທດ.[27]
ໃນປີ 1993, ລັດຖະບານລາວໄດ້ກຳນົດໃຫ້ 21% ຂອງເນື້ອທີ່ດິນແຫ່ງຊາດ ເພື່ອເປັນແຫຼ່ງອະນຸລັກຖິ່ນທີ່ຢູ່ອາໃສຂອງສັດ.[28]
ລັກສະນະພູມອາກາດ
[ດັດແກ້]ພູມອາກາດສ່ວນຫຼາຍແມ່ນມີຄວາມຮ້ອນຊຸ່ມ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ມີລະດູຝົນແຕ່ເດືອນພຶດສະພາຫາເດືອນຕຸລາ, ຕໍ່ໄປແມ່ນມີລະດູແລ້ງແຕ່ເດືອນພະຈິກຫາເດືອນເມສາ. ຄົນທ້ອງຖິ່ນແມ່ນວ່າມີ 3 ລະດູຄື: ລະດູຝົນ, ລະດູໜາວ ແລະ ລະດູຮ້ອນ. ນອກຈາກນັ້ນ, ໃນໄລຍະສອງເດືອນສຸດທ້າຍຂອງລະດູແລ້ງສະພາບອາກາດຈະຮ້ອນກວ່າ 4 ເດືອນກ່ອນໜ້ານີ້.[29]
ຊັບພະຍາກອນທຳມະຊາດ ແລະ ປ່າໄມ້
[ດັດແກ້]ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ[30][31], ເຊິ່ງມີປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ທີ່ເປັນບ່ອນປ່າຫງວນສັດຊະນິດທີ່ໃກ້ຈະສູນພັນເຊັ່ນທະນີແກ້ມຂາວທາງພາກເໜືອແລະຊາວລາ.[32] ປ່າເຫຼົ່ານີ້ເປັນບ່ອນພັກອາໄສຂອງສັດລ້ຽງລູກດ້ວຍນົມຫຼາຍກວ່າ 50 ຊະນິດ ແລະນົກເກືອບ 300 ຊະນິດ, ພ້ອມກັບສັດເລືອຄານ ແລະ ສັດນ້ຳຈືດ.
ປະເພດປ່າ
[ດັດແກ້]ປ່າໄມ້ທີ່ອຸດົມສົມບູນຂອງປະເທດລາວແບ່ງອອກເປັນ 5 ປະເພດດັ່ງນີ້:
ທໍ່ສົ່ງນໍ້າມັນ
[ດັດແກ້]ປະເທດລາວມີທໍ່ສົ່ງນໍ້າມັນເປຕະໂລນ ຍາວທັງໝົດ 136 ກິໂລແມັດ.[ຕ້ອງການອ້າງອີງ]
ປະຫວັດສາດ
[ດັດແກ້]ຍຸກປະຖົມບູຮານ
[ດັດແກ້]
ໄດ້ມີການຂຸດຄົ້ນພົບກະໂຫຼກຫົວມະນຸດບູຮານໃນປີ 2009 ທີ່ຖໍ້າຜາລິງໃນສາຍພູຫຼວງທາງພາກເໜືອຂອງລາວ ໂດຍກະໂຫຼກຫົວດັ່ງກ່າວມີອາຍຸປະມານ 46 ພັນປິ ຈຶ່ງກາຍເປັນຊາກດຶກດຳບັນມະນຸດສະໄໜໃໝ່ທີ່ເກົ່າແກ່ທີ່ສຸດໃນພູມິພາກອາຊີຕາເວັນອອກສຽງໃຕ້.[33] ຢູ່ພາກເໜືອມີການຄົ້ນພົບບູຮານວັດຖຸທີ່ເປັນຫີນເຊິ່ງສັນນິຖານວ່າຢູ່ໃນສະໄໜດຽວກັນກັບຊ່ວງປາຍສະໄໜໄພລສະໂຕຊີນ.[34] ຫຼັກຖານທາງບູຮານຄະດີໄດ້ຊີ້ໃຫ້ເຫັນເຖິງສະພາບສັງຄົມກະສິກຳທີ່ເລີ່ມພັດທະນາຂຶ້ນໃນຊ່ວງສະຫະສະວັດທີ IV ກ່ອນຄຣິສຕະການ.[35] ຫຼຸມສົບ ແລະ ສຸສານປ່າຊ້າຕ່າງໆບົ່ງບອກໄດ້ເຖິງສະພາບສັງຄົມທີ່ມີຄວາມຊັບຊ້ອຍຂຶ້ນ ມີການຄົ້ນພົບເຄື່ອງທອງແດງໃນຊ່ວງ 1500 ປີກ່ອນຄຣິສຕະການ ແລະ ເຄື່ອງມືເຫຼັກໃນຊ່ວງ 700 ປີກ່ອນຄຣິສຕະການ. ໃນສະໄໜປະຖົມບູຮານຂອງປະຫວັດສາດລາວໄດ້ມີການຕິດຕໍ່ກັບອາລິຍະທຳອື່ນໆນຳເຊັ່ນ: ອາລິຍະທຳຈີນ ແລະ ອິນເດຍເປັນຕົ້ນ. ອີງຕາມຫຼັກຖານທາງພາສາສາດ ແລະ ປະຫວັດສາດອື່ນໆ ໄດ້ບົ່ງຊີ້ໃຫ້ເຫັນວ່າ ກຸ່ມຊົນເຜົ່າທີ່ເວົ້າພາສາກຸ່ມພາສາໄຕໄດ້ເຄີຍມີການອົບພະຍົບຈາກກວາງຊີມາຍັງດິນແດນທາງຕາເວັນຕົກສຽງໃຕ້ ຫຼືກໍຄືດິນແດນໃນຍຸກສະໄໜໃໝ່ຂອງລາວ ແລະ ໄທໃນຊ່ວງລະຫວ່າງຄຣິສຕະສະຕະວັດທີ VIII ແລະ X ນັ້ນເອງ.[36]
ຍຸກອານາຈັກລ້ານຊ້າງ
[ດັດແກ້]ປະເທດລາວມີປະຫວັດສາດຄວາມເປັນມາທີ່ຍາວນານມາແຕ່ສະຕະວັດທີ XIV ຫຼື ສະໄໜຂອງອານາຈັກລ້ານຊ້າງ ເຊິ່ງສະຖາປະນາຂຶ້ນໂດຍເຈົ້າຟ້າງຸ່ມ,[37]<span title="Script error: No such module "DecodeEncode".">: ແມ່ແບບ:R/where ເຊິ່ງຜູ້ເປັນບິດາໄດ້ເນລະເທດເພິ່ນມາຢູ່ທີ່ອານາຈັກຂະແມພ້ອມດ້ວຍຄອບຄົວ. ໂດຍໄລຍະເວລາຕໍ່ມາ ເຈົ້າຟ້າງຸ່ມພ້ອມດ້ວຍທະຫານຂະແມໜຶ່ງໝື່ນນາຍ ໄດ້ເຂົ້າຍຶດທ້ອນໂຮມເອົາດິນແດນລາວຕາມແຄມແມ່ນ້ຳຂອງຈົນໃນທ້າຍທີ່ສຸດກໍສາມາດຍຶດຄອງເອົາເມືອງວຽງຈັນໄດ້ສຳເລັດ ນອກນີ້ພຣະເຈົ້າຟ້້າງຸ່ມແມ່ນໄດ້ສືບສາຍມາຈາກກະສັດລາວບູຮານທີ່ສືບເຊື້ອສາຍກັນມາແຕ່ດົນນານຈາກຂຸນບູຣົມ.[38] ພຣະອົງຍັງໄດ້ກະທຳການນຳເອົາພຸດທະສາສະໜາເຖຣະວາດເຂົ້າມາເຜີຍແຜ່ຈົນກາຍເປັນສາສະໜາປະຈຳອານາຈັກ. ແຕ່ໃນເວລາຕໍ່ມາໃນປີ 1373 ບັນດາເສນາອາມາດໃຫຍ່ກໍບໍ່ອາດສາມາດທົນຕໍ່ການປະພຶດຕົນທີ່ໂຫດຮ້າຍຂອງພຣະອົງໄດ້ ຈຶ່ງໄດ້ມີການຂັບໄລ່ພຣະອົງອອກຈາກວຽງຈັນ ແລະ ສະເດັດລີ້ໄພໄປຢູ່ທີ່ບໍລິເວນຈັງຫວັດນ່ານຂອງປະເທດໄທໃນປັດຈຸບັນ,[39] ເຊິ່ງເມື່ອພຣະອົງສະເດັດສະຫວັນນະຄົດ, ພຣະຣາຊບຸດຮອງອົງໃຫຍ່ຂອງພຣະອົງນາມວ່າ ທ້າວອຸ່ນເຮືອນ ໄດ້ສະເດັດຂຶ້ນຄອງຣາຊພາຍໃຕ້ນາມ"ພຣະເຈົ້າສາມແສນໄທ" ແລະ ໄດ້ຄອງຣາຊຍາວນານເຖິງ 43 ປີ. ນັບແຕ່ນັ້ນ, ອານາຈັກລ້ານຊ້າງໄດ້ກາຍເປັນສູນກາງທາງການຄ້າທີ່ສຳຄັນໃນຣັຊສມັຍຂອງພຣະເຈົ້າສາມແສນໄທ ແຕ່ພາຍຫຼັງການສະຫວັນນະຄົດຂອງພຣະອົງໃນປີ 1421, ເມືອງລ້ານຊ້າງກໍເລີ່ມເສື່ອມໂຊມລົງ ແລະ ເກີດຄວາມວຸ່ນວາຍທີ່ຈະຍືດຍາວໄປເປັນສະຕະວັດ.[40]
ໃນປີ 1520 ພຣະຍາໂພທິສະຣາຊ ຂຶ້ນຄອງຣາຊ ແລະ ຊົງຍ້າຍຣາຊທານີຈາກເມືອງຊຽງທອງມາທີ່ເມືອງວຽງຈັນເພື່ອຫຼີກລ່ຽງການຮຸກຮານຂອງພະມ້າ. ຕໍ່ມາແມ່ນ ສົມເດັຈພຣະໄຊຍະເສດຖາທິຣາຊ ຂຶ້ນຄອງຣາຊໃນປີ 1548 ພາຍຫຼັງການສະຫວັນນະຄົດຂອງພຣະຣາຊບິດາຂອງພຣະອົງ, ໂດຍພຣະອົງໂປຣດເກົ້າໃຫ້ສ້າງພຣະທາດຫຼວງ ເຊິ່ງຕໍ່ມາໄດ້ກາຍເປັນໜຶ່ງໃນສັນຍະລັກຂອງຊາດລາວ. ພຣະໄຊຍະເສດຖາທິຣາຊສະເດັດສະຫວັນນະຄົດລະຫວ່າງທີ່ພຣະອົງຊົງເດີນທັບໄປຜາບກະບົດທີ່ກຳປູເຈຍ ເຮັດໃຫ້ອານາຈັກລ້ານຊ້າງເກີດຄວາມບໍ່ໝັ້ນຄົງຍາວນານກວ່າເຈັດສິບປີ ເຊິ່ງຂ້ອງກ່ຽວກັບການຮຸກຮານຂອງພະມ້າ ແລະ ສົງຄາມກາງເມືອງ.[41]
ຕໍ່ມາໃນປີ 1637 ເມື່ອພຣະເຈົ້າສຸຣິຍະວົງສາທັມມິກະຣາຊຂຶ້ນຄອງຣາຊ, ອານາຈັກລ້ານຊ້າງໄດ້ຂະຫຍາຍອານາເຂດ ແລະ ອິດທິພົນຂອງຕົນຢ່າງກວ້າງຂວາງ ເຮັດໃຫ້ຣັຊສະໄໝຂອງພຣະອົງຈຶ່ງຖືກຖືວ່າ ເປັນຍຸກທີ່ຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດຂອງປະເທດລາວ. ແຕ່ເມື່ອພຣະອົງສະເດັດສະຫວັນນະຄົດໂດຍໄຮ້ເຊິ່ງຣັຊທາຍາດສືບຣາຊສົມບັດ ໄດ້ເຮັດໃຫ້ລ້ານຊ້າງແຕກອອກເປັນສາມອານາຈັກນັບແຕ່ປີ 1763 ຫາ 1769 ຈົນກອງທັບຂອງພະມ້າໄດ້ເຂົ້າຮຸກຮານທາງພາກເໜືອຂອງລາວ ແລະ ເຂົ້າຍຶດຫຼວງພຣະບາງໄດ້ສຳເລັດ ໃນຂະນະທີ່ອານາຈັກຈຳປາສັກຕົກເປັນປະເທສຣາຊພາຍໃຕ້ການປົກຄອງຂອງສຍາມ.[42]
ໄລຍະຕໍ່ມາ ເຈົ້າອານຸວົງສ໌ໄດ້ຮັບການໂປຣດເກົ້າໃຫ້ເປັນພຣະມະຫາກະສັດແຫ່ງວຽງຈັນໂດຍສຍາມ. ພຣະອົງຊົງສະໜັບສະໜູນການຟື້ນຟູສິລະປະກຳ ແລະ ວັນນະຄະດີລາວ ແລະ ໄດ້ຟື້ນຟູຄວາມສຳພັນອັນດີກັບຫຼວງພຣະບາງ. ແຕ່ຕໍ່ມາຍ້ອນແຮງກົດດັນຈາກຫວຽດນາມ ແລະ ຄວາມຄຽດແຄ້ນຂອງປະຊາຊົນລາວໃນຕອນນັ້ນ ຈຶ່ງເຮັດໃຫ້ພຣະອົງກະທຳການກະບົດຂຶ້ນຕໍ່ຕ້ານສຍາມໃນປີ 1826 ເພື່ອຍາດເອົາເອກະລາດ, ແຕ່ຢ່າງໃດກໍຕາມ ການກະບົດຄັ້ງນີ້ບໍ່ປະສົບຄວາມສຳເລັດ ແລະ ວຽງຈັນກໍຖືກທຳລາຍຢ່າງໝັກໝ່ວງ ສິ້ນສະພາບຄວາມເປັນເມືອງ ແລະ ຖືກປະຮ້າງນັບແຕ່ນັ້ນມາ.[43] ສ່ວນເຈົ້າອານຸວົງສ໌ກໍຖືກຈັບຕົວໄປທີ່ກຣຸງເທພໃນຖານະນັກໂທດ ແລະ ຈັບຄັງຈົນໃນທ້າຍທີ່ສຸດກໍສິ້ນພຣະຊົນນະທີ່ບ່ອນນັ້ນ.[44]
ຕໍ່ມາອີກໃນປີ 1876 ສຍາມໄດ້ມີການທັບທາງທະຫານໃນດິນແດນລາວ ເຊິ່ງຖືກອະທິບາຍໂດຍນັກສັງເກດການຊາວອັງກິດທີ່ອາໄສຢູ່ຫັ້ນວ່າ "ເປັນການກວາດຕ້ອນຂ້າທາດຂຂະໜານໃຫຍ່".[45]
ຍຸກຕົກເປັນຫົວເມືອງຂຶ້ນຝຣັ່ງເສດ (ຄ.ສ.1893–1953)
[ດັດແກ້]
ໃນສະຕະວັດທີ XIX ຫຼວງພຣະບາງຖືກບຸກປຸ້ນສະດົມໂດຍກອງທັບທຸງດຳຈີນ.[46] ເຊິ່ງຝຣັ່ງເສດໄດ້ຊ່ວຍເຫຼືອເຈົ້າອຸ້ນຄຳເອົາໄວ້ ແລະ ທຳການໂຮມເອົາອານາຈັກຫຼວງພຣະບາງເຂົ້າເປັນສ່ວນໜຶ່ງໃນອາລັກຂາຂອງອິນດູຈີນຝຣັ່ງ. ຕໍ່ມາກໍໄດ້ໂຮມເອົາອານາຈັກຈຳປາສັກ ແລະ ດິນແດນຂອງອານາຈັກວຽງຈັນເຂົ້ານຳ ໂດຍມີເຈົ້າສີສວ່າງວົງສ໌ແຫ່ງອານາຈັກຫຼວງພຣະບາງເປັນຜູ້ປົກຄອງລາວທັງໝົດ ແລະ ໄດ້ມີການຍ້າຍຣາຊທານີມາຍັງເມືອງວຽງຈັນ ຈຶ່ງເຮັດໃຫ້ວຽງຈັນໄດ້ກາຍເປັນເມືອງຫຼວງຂອງລາວອີກຄັ້ງ.[47]
ລາວສາມາດຜະລິດກົ່ວ, ຢາງພາລາ ແລະ ກາເຟໄດ້ ແຕ່ບໍ່ເຄີຍໄດ້ຮັບສ່ວນແບ່ງກາຍ1%ຈັກເທື່ອຈາກການສົ່ງອອກຂອງອິນດູຈີນຝຣັ່ງ. ໃນຊຸມປີ 1940 ມີຊາວຝຣັ່ງອາໄສຢູ່ໃນລາວປະມານຫົກຮ້ອຍຄົນ.[48] ພາຍໃຕ້ການນຳພາຂອງຝຣັ່ງ ພວກເຂົາໄດ້ພາຊາວຫວຽດນາມມາຢູ່ລາວຈຳນວນໜຶ່ງ ເພື່ອແກ້ໄຂບັນຫາກຂາດແຄນແຮງງານພາຍໃນອິນດູຈີນຝຣັ່ງ.[49] ໃນປີ 1943 ປະຊາກອນຫວຽດໃນລາວເພີ່ມຂຶ້ນຫຼາຍເຖິງສີ່ໝື່ນກວ່າຄົນ ຈິ່ງໄດ້ກາຍເປັນປະຊາກອນສ່ວນໃຫຍ່ໃນບາງຕົວເມືອງໃຫຍ່ຂອງລາວ ແລະ ຍັງໄດ້ຮັບສິດໃນການເລືອກຕັ້ງເອົາຜູ່ນຳຂອງຕົນເອງອີກດ້ວຍ.[50] ໂດຍມີສັດສ່ວນຂອງຊາວຫວຽດນາມທີ່ຢູ່ອາໄສໃນລາວ 53% ຂອງປະຊາກອນທັງໝົດຂອງວຽງຈັນ, 85% ຂອງປະຊາກອນທັງໝົດຂອງທ່າແຂກ ແລະ 62% ຂອງປະຊາກອນທັງໝົດຂອງປາກເຊ. ມີພຽງຕົວເມືອງຫຼວງພຣະບາງເທົ່ານັ້ນທີ່ຄົນລາວຍັງຄົງມີສັດສ່ວນປະຊາກອນຫຼາຍກວ່າໝູ່.[50] ຈົນກະທັ່ງປີ 1945 ຝຣັ່ງເສດໄດ້ວາງແຜນຍ້າຍຊາວຫວຽດນາມໄປຕັ້ງຖິ່ນຖານໃນສາມພື້ນທີ່ອັນໄດ້ແກ່: ທົ່ງພຽງວຽງຈັນ, ພູມພາກສະຫວັນນະເຂດ ແລະ ພູພຽງບໍລະເວນ ແຕ່ແຜນດັ່ງກ່າວກໍຕ້ອງຍົກເລີກໄປຍ້ອນການຮຸກຮານຂອງຟາຊິດຍີ່ປຸ່ນ.[50] ບໍ່ຊັ້ນຄົນລາວຄົງຈະສິ້ນເສຍອຳນາດໃນການປົກຄອງຕົວເອງໄປແລ້ວ ອີງຕາມທີ່ມາຣ໌ຕິນ ສະຈວຣ໌ຕ-ຟອກຊ໌ໄດ້ກ່າວໄວ້.[50]
ລາວໃນຊ່ວງສົງຄາມໂລກຄັ້ງທີສອງນັ້ນ, ວິຊີຝຣັ່ງ, ປະເທດໄທ, ຈັກກະພັດຍີ່ປຸ່ນ ແລະ ຝຣັ່ງເສດເສລີໄດ້ຍາດແຍ່ງກັນຍຶດເອົາດິນແດນລາວ.[51] ໃນວັນທີ 9 ມີນາປີ 1945 ປະຊາຊົນລາວຈຳນວນໜຶ່ງລຸກຮືຂຶ້ນປະກາດເອກະລາດເພື່ອໃຫ້ລາວໄດ້ມີເອກະລາດອີກຄັ້ງ ໂດຍຍຶດເອົາເມືອງຫຼວງພຣະບາງເປັນເມືອງຫຼວງ. ແຕ່ຕໍ່ມາກອງທັບຍີ່ປຸ່ນສອງກອງພັນໄດ້ເຂົ້າຍຶດເອົາໄດ້ໃນວັນທີ 7 ເມສາ.[52] ຍີ່ປຸ່ນພະຍາຍາມບັງຄັບໃຫ້ພຣະເຈົ້າສີສວ່າງວົງສ໌ປະກາດເອກະລາດໃຫ້ກັບລາວ ແຕ່ເມື່ອມາຮອດວັນທີ 8 ເມສາ ພຣະອົງພັດປະກາດຢຸຸດຕິການເປັນປະເທດອາລັກຂາຂອງຝຣັ່ງແທນ. ຈາກນັ້ນ ພຣະອົງໄດ້ລັກສົ່ງເຈົ້າຊາຍກິດາວົງສ໌ໃຫ້ໄປເປັນຜູ້ແທນລາວຕໍ່ຝ່າຍສຳພັນທະມິດ ແລະ ສົ່ງເຈົ້າຊາຍສີສວ່າງໄປເປັນຜູ້ແທນຕໍ່ຝ່າຍຍີ່ປຸ່ນ.[52] ບາດເມື່ອຍີ່ປຸ່ມພ່າຍແພ້ ປະຊາຊົນລາວພ້ອມທັງເຈົ້າຊາຍເພັຊຣາຊໄດ້ປະກາດເອກະລາດຂຶ້ນ, ແຕ່ໃນປີ 1946 ກອງທັບຝຣັ່ງໄດ້ບຸກເຂົ້າຍຶດລາວອີກຄັ້ງ ແລະ ໄດ້ມອບອຳນາດປົກຄອງຕົນເອງໃຫ້ກັບລາວຄືນ.[53]
ໃນຊ່ວງສົງຄາມອິນດູຈີນຄັ້ງທີໜຶ່ງ, ພັກກອມມູນິດອິນດູຈີນໄດ້ຈັດຕັ້ງຂຶ້ນພ້ອມທັງສ້າງຕັ້ງກຸ່ມລາວອິສຣະຂຶ້ນ ເຊິ່ງເອີ້ນກັນວ່າ "ກຸ່ມປະເທດລາວ". ກຸ່ມປະເທດລາວໄດ້ເລີ່ມຕໍ່ສູ້ຕ້ານກອງກຳລັງຝຣັ່ງ ໂດຍໄດ້ຮັບການຊ່ວຍເຫຼືອຈາກກຸ່ມຂອງຫວຽດນາມ ຫຼື ຫວຽດມິນ. ໃນປີ 1950 ຝຣັ່ງເສດຖືກບີບບັງຄັບໃຫ້ຍອມມອບສະຖານະເຄິ່ງປົກຄອງຕົນເອງໃຫ້ກັບລາວໃນຖານະປະເທດບໍລິວານພາຍໃຕ້ສະຫະພາບຝຣັ່ງ. ແຕ່ເຖິງວ່າຈະເປັນດັ່ງນັ້ນ ຝຣັ່ງກໍຍັງຄົງກຳອຳນາດສູງສຸດໂດຍພຶດຕິໄນຄືເກົ່າ ຈົນມາຮອດວັນທີ 22 ຕຸລາປີ 1953 ລາວຈຶ່ງໄດ້ຮັບເອກະລາດອັນສົມບູນຄົບຖ້ວນທົ່ວທັງປະເທດໃນຖານະປະເທດທີ່ມີລະບອບປົກຄອງແບບປະຊາທິປະໄຕອັນມີພຣະມະຫາກະສັດເປັນປະມຸກ ແລະ ຢູ່ພາຍໃຕ້ຣັຖທັມມະນູນ.[54][53]
ຍຸກຫຼັງປະກາດເອກະລາດ ແລະ ສົງຄາມກາງເມືອງ (ຄ.ສ.1953–1975)
[ດັດແກ້]
ສົງຄາມອິນດູຈີນຄັ້ງທີໜຶ່ງໄດ້ປະທຸຂຶ້ນທົ່ວທັງພາກພື້ນອິນດູຈີນ ໂດຍແມ່ນຝຣັ່ງເສດທີ່ໄດ້ປະຊາໄຊໄປໃນເສິກສົງຄາມ ອັນນຳໄປສູ່ການລົງນາມໃນຂໍ້ຕົກລົງສັນຕິພາບສຳລັບສາມຊາດແຫຼມອິນດູຈີນນະທີ່ກອງປະຊຸມເຈນີວາປີ 1954. ໃນປີ 1960 ພຣະຣາຊອານາຈັກລາວໄດ້ປະສົບກັບການກໍ່ກະບັດຂຶ້ນຢ່າງລຽນຕໍ່ຂອງກອງກຳລັງປະເທດລາວ ເຊິ່ງໄດ້ຮັບການສະໜັບສະໜຸນຈາກຫວຽດນາມເໜືອ ແລະ ສະຫະພາບໂຊວຽດສູ້ຕ້ານກັບກອງທັບຣາຊອານາຈັກລາວຢ່າງບໍ່ພັກເຊົາ. ໂດຍໃນປີ 1962 ໄດ້ມີຄວາມພະຍາຍາມທີ່ຈະໂຮມສອງຝ່າຍເຂົ້າກັນ ຈັດຕັ້ງລັດຖະບານປະສົມເຊິ່ງນຳພາໂດຍເຈົ້າສຸວັນນະພູມາ ແຕ່ກໍບໍ່ປະສົບຜົນສຳເລັດ, ແລະ ຍັງເຮັດໃຫ້ສະຖານະການພິກຜັນກາຍເປັນຈຸດບົ້ງຊີ້ແຫ່ງການເລີ່ມຂຶ້ນຂອງສົງຄາມກາງເມືອງລະຫວ່າງຝ່າຍຣາຊອານາຈັກລາວ ແລະ ປະເທດລາວ ເຊິ່ງໄດ້ຮັບການຊ່ວຍເຫຼືອທາງທະຫານຈາກກອງທັບປະຊາຊົນຫວຽດນາມ ແລະ ຫວຽດກົງ.[54][53]
ປະເທດລາວນັ້ນຖືເປັນປະເທດໜຶ່ງທີ່ມີຄວາມກ່ຽວຂ້ອງຢ່າງຫຼາຍກັບສົງຄາມຫວຽດນາມອັນຍ້ອນວ່າກອງທັບຫວຽດນາມເໜືອໄດ້ເຂົ້າ ແລະ ຍຶດເອົາດິນແດນລາວບາງພາກສ່ວນມາຕັ້ງເປັນແຫຼ່ງກົບດານ ແລະ ເສັ້ນທາງລຳລຽງສະບຽງ ແລະ ກຳລັງພົນໄປສູ້ກັບຫວຽດນາມໃຕ້. ດ້ວຍເຫດນີ້ເອງ, ສະຫະລັດຈຶ່ງໄດ້ເຂົ້າມາແຊກແຊງລາວ ເພື່ອຕອບໂຕ້ກັບພວກຫວຽດນາມເໜືອໂດຍການເຂົ້າມາຖິ້ມລະເບີດຈຳນວນຫຼາຍ ໂຈມຕີໃສ່ກອງກຳລັງຫວຽມນາມເໜືອ, ສະໜັບສະໜຸນທັງກອງທັບຣາຊອານາຈັກລາວໂດຍກົງຢ່າງຈະແຈ້ງ ແລະ ກຳລັງຕ້ານອື່ນໆໃນທ້ອງຖິ່ນຕ່າງໆຢ່າງປິດລັບ, ພ້ອມທັງສະໜັບສະໜຸນໃຫ້ກອງທັບຫວຽດນາມໃຕ້ເຂົ້າສູ້ຢູ່ໃນລາວນຳດ້ວຍ.[54][53]
ສະຫະລັດໄດ້ຖິ້ມລະເບິດທາງອາກາດໃສ່ກອງທັບຫວຽດນາມເໜືອ ແລະ ປະເທດລາວຢ່າງຫຼວງຫຼາຍ ເພື່ອປົກປ້ອງບໍ່ໃຫ້ລັດຖະບານຣາຊອານາຈັກລາວພ່າຍແພ້ຕໍ່ກຳລັງປະເທດລາວ ແລະ ຕ້ານບໍ່ໃຫ້ຫວຽດນາມເໜືອນຳໃຊ້ເສັ້ນທາງໂຮ່ຈີມິນໄດ້.[54] ໃນລະຫວ່າງປີ 1964-1973 ສະຫະລັດໄດ້ຖິ້ມລະເບີດໃນລາວຫຼາຍກວ່າ 2 ລ້ານໂຕນ ເຊິ່ງເກືອບຈະເທົ່າກັບລະເບີດທັງໝົດທີ່ສະຫະລັດໄດ້ຖິ້ມໃສ່ເອີຣົບ ແລະ ອາຊີໃນສົງຄາມໂລກຄັ້ງທີສອງຄິດເປັນປະມານ 2,1 ລ້ານໂຕນ, ຈຶ່ງເຮັດໃຫ້ລາວກາຍເປັນປະເທດທີ່ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດໃນປະຫວັດສາດເມື່ອທຽບກັບຂະໜາດປະຊາຊົນ. ເດິນິວຢອກທາມສ໌ ໄດ້ລາຍງານໄວ້ວ່າ "ເກືອບນຶ່ງໂຕນຕໍ່ນຶ່ງຄົນໃນລາວ".[55]
ມີລະເບີດປະມານ 80 ລ້ານລູກທີ່ຍັງບໍ່ລະເບີດຢູ່ທົ່ວປະເທດຕັ້ງເໜືອຮອດໃຕ້ ເຮັດໃຫ້ເກີດໄພອັນຕະລາຍຈາກວັດຖຸລະເບີດທີ່ຍັງບໍ່ທັນແຕກ (Unexploded ordnance, ຫຍໍ້ວ່າ UXO) ເຊັ່ນ: ລະເບີດວ່ານກະຈາຍ ແລະ ກັບລະເບີດ ຫຼື ຮຽກກັນວ່າ ບອມບີ້[lower-alpha 2] ເຊິ່ງໄດ້ເຮັດໃຫ້ຄົນລາວໄດ້ຮັບບາດເຈັບ, ເສຍອົງຄາ ຫຼື ເສຍຊີວິດ50ຄົນຕໍ່ປີ.[56] ຍ້ອນຜົນກະທົບຈາກລະເບີດລູກວ່ານນີ້ເອງ, ລາວຈຶ່ງກາຍເປັນຜູ້ສະໜັບສະໜຸນໃນອະນຸສັນຍາວ່າດ້ວຍການຫ້າມນຳໃຊ້ອາວຸດລະເບີດລູກວ່ານ ແລະ ເປັນເຈົ້າພາບໃນການຈັດຕັ້ງກອງປະຊຸມລະດັບປະເທດຄັ້ງທຳອິດຂອງອະນຸສັນຍາດັ່ງກ່າວໃນເດືອນພະຈິກປີ2010.[57]

ມາຮອດປີ 1975, ປະເທດລາວສາມາດໂຄ່ນລົ້ມລັດຖະບານຣາຊອານາຈັກລາວໄດ້ສຳເລັດ ແລະ ບັງຄັບໃຫ້ເຈົ້າສີສວ່າງວັທນາ ສລະຣາຊບັນລັງໃນວັນທີ 2 ທັນວາປີ 1975 ເຊິ່ງຕໍ່ມາ ພຣະອົງກໍສະຫວັນນະຄົດໃນຄ່າຍສຳມະນາ. ໂດຍສົງຄາມກາງເມືອງຄັ້ງນີ້ໄດ້ພາກຊີວິດຄົນລາວໄປ 20000-62000 ກວ່າຄົນ.[54][58]
ຍຸກສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ຄ.ສ.1975~)
[ດັດແກ້]ເມື່ອວັນທີ 2 ທັນວາປີ 1975, ພາຍຫຼັງການຍຶດອຳນາດສຳເລັດ ລັດຖະບານປະເທດລາວພາຍໃຕ້ການນຳພາຂອງທ່ານໄກສອນ ພົມວິຫານໄດ້ປ່ຽນຊື່ປະເທດເປັນ "ສາທາລະນະລັດປະຊາທິປະໄຕປະຊາຊົນລາວ" ແລະ ລົງນາມໃນຂໍ້ຕົກລົງໃຫ້ຫວຽດນາມມີສິດໃນກອງທັບ ແລະ ສາມາດແຕ່ງຕັ້ງຕຳແໜ່ງໃນການປົກຄອງປະເທດລາວໄດ້. ໂດຍຄວາມສຳພັນລະຫວ່າງລາວ ແລະ ຫວຽດນາມໄດ້ຮັບການຮັບຮອງຜ່ານສົນທິສັນຍາມິດຕະພາບໃນປີ 1977 ເຊິ່ງໄດ້ກາຍເປັນແນວທາງສຳຄັນຂອງນະໂຍບາຍການຕ່າງປະເທດຂອງລາວ ແລະ ເປັນຮາກຖານຂອງອິດທິພົນຂອງຫວຽດນາມໃນດ້ານການເມືອງ ແລະ ເສດຖະກິດຂອງລາວ.[54][59] ຕໍ່ມາໃນປີ 1979 ຫວຽດນາມໄດ້ຂໍໃຫ້ລາວທຳການຕັດຄວາມສຳພັນກັບສາທາລະນະລັດປະຊາຊົນຈີນ, ສົ່ງຜົນໃຫ້ຈີນ, ສະຫະລັດ ແລະ ປະເທດອື່ນໆຕັດຄວາມສຳພັນທາງການຄ້າກັບລາວ.[60] ໃນປີດຽວກັນນີ້ ມີທະຫານຂອງຫວຽດນາມຫ້າໝື່ນນາຍ ແລະ ເຈົ້າໜ້າທີ່ຂັ້ນພົນລະເຮືອນປະມານຫົກພັນຄົນໃນລາວ, ແລະ ຍັງມີຄົນຫວຽດນາມເຮັດວຽກໂດຍກົງກັບກະຊວງຕ່າງໆປະມານພັນກວ່າຄົນໃນວຽງຈັນ.[61][62]
ເຖິງສົງຄາມກາງເມືອງຈະຈົບລົງແລ້ວ, ຄວາມຂັດແຍ້ງລະຫວ່າງກຸ່ມກະບົດມົ້ງກັບລັດຖະບານກໍຍັງຄົງດຳເນີນຕໍ່ໄປໃນບາງພື້ນທີ່ຂອງປະເທດເຊັ່ນ: ເຂດທະຫານປິດໄຊສົມບູນໃກ້ແຂວງວຽງຈັນ ແລະ ແຂວງຊຽງຂວາງ. ໃນລະຫວ່າງປີ 1975-1996 ສະຫະລັດໄປອົບພະຍົບພາຊາວລາວປະມານ 250000 ກວ່າຄົນລີ້ໄພມາປະເທດໄທ, ລວມໄປເຖິງຄົນມົ້ງ 130000 ກວ່າຄົນ.[63]
ໃນວັນທີ 3 ທັນວາປີ 2021, ເສັ້ນທາງລົດໄຟວຽງຈັນ-ບໍ່ເຕັນ ໄລຍະທາງ 422 ກິໂລແມັດ ເຊິ່ງເປັນໂຄງການສຳຄັນພາຍໃຕ້ ຂໍ້ຕົກລົງໜຶ່ງແລວໜຶ່ງເສັ້ນທາງ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ.[64]
ການເມືອງ
[ດັດແກ້]ບົດຄວາມນີ້ອາດຕ້ອງການພິສູດອັກສອນ ໃນດ້ານໄວຍາກອນ ຮູບແບບຂີດຂຽນ ການຮິບໂຮມ ການຮຽງ ຄຸນນະພາບ ຫຼື ການສະກົດ ທ່ານສາມາດຊ່ອຍພັດທະນາບົດຄວາມໄດ້. |
ເນື້ອຫາໃນບົດຄວາມນີ້ຫຼ້າສະໄໝ ກະລຸນາປັບປຸງຂໍ້ມູນໃຫ້ເປັນໄປຕາມເຫດການປັດຈຸບັນ ຫຼື ຫຼ້າສຸດ ເບິ່ງໜ້າສົນທະນາປະກອບ |
ນັບຕັ້ງແຕ່ການຍຶດອຳນາດຂອງຂະບວນການມາກ-ເລນິນທີ່ນຳໂດຍພັກປະຊາຊົນປະຕິວັດລາວໃນປີ ຄ.ສ. 1975 ປະເທດລາວຈຶ່ງກາຍເປັນລັດພັກການເມືອງດຽວ ແລະແມ່ນໜຶ່ງໃນຫ້າລັດຂອງໂລກທີ່ຍັງຄົງຢູ່ພາຍໃຕ້ລະບອບຄອມມູນິດຫຼັງຈາກການລົ່ມສະຫຼາຍຂອງລະບອບສັງຄົມນິຍົມໃນຊ່ວງປີ ຄ.ສ. 1989 ແລະປີ ຄ.ສ. 1991 ການເມືອງຂອງປະເທດຖືກຄອບງຳໂດຍໂຄງສ້າງຄູ່ຂອງພັກແລະອຳນາດລັດ ຮວມເຖີງເຈົ້າໜ້າທີ່ລັດທັງໝົດກໍ່ແມ່ນສະມາຊິກພັກປະຊາຊົນປະຕິວັດເຊ່ນກັນ ດ້ວຍເຫດນີ້ ທຳໃຫ້ພັກປະຊາຊົນປະຕິວັດມີອຳນາດໃນການປົກຄອງແບບບໍ່ຈຳກັດ ແລະຄວບຄຸມກິດຈະການຕ່າງໆ ທັງມວນໃນປະເທດ[65] ອົງການນອກພາກລັດຟຣີດອມເຮ້າສ໌ (Freedom House) ໄດ້ຈັດໃຫ້ລະບົບການເມືອງຂອງປະເທດລາວວ່າມີລັກສະນະ "ບໍ່ເສລີ" ແລະໃຫ້ຄະແນນໃນລະດັບຕ່ຳຫຼາຍສຳຫຼັບຫານຄຸ້ມຄອງສິດທິທາງການເມືອງແລະສິດທິຂອງພົນລະເມືອງ[66]
ປະມຸກລັດຂອງລາວ ຄື ປະທານປະເທດ ຊຶ່ງຍັງດຳລົງຕຳແໜ່ງປະທານພັກປະຊາຊົນປະຕິວັນລາວດ້ວຍ ໂດຍປະທານປະເທດແມ່ນຜູ້ແຕ່ງຕັ້ງນາຍົກລັດຖະມົນຕີ ຮອງນາຍົກລັດຖະມົນຕີ ລັດທະມົນຕີ ຫົວໜ້າຜູ້ບໍລິຫານແຂວງ ແລະຫົວໜ້າຜູ້ບໍລິຫານເມືອງ ໂດຍການແຕ່ງຕັ້ງຕຳແໜ່ງທັງໝົດຕ້ອງຜ່ານການຍືນຍັນຈາກສະພາແຫ່ງຊາດ
ອຳນາດນິຕິບັນຍັດ
[ດັດແກ້]
ຕາມລັດຖະທຳມະນູນ ໂຄງສ້າງສູງສຸດຂອງລັດລາວແລະສະພານິຕິບັນຍັດ ຄື ສະພາແຫ່ງຊາດ ແມ່ນສະພາດ່ຽວ ມີທັງໝົດ 132 ທີ່ນັ່ງ ຊຶ່ງຈະປ່ຽນແປງໃນທຸກໆ 5 ປີ ຜ່ານການເລືອກຕັ້ງທົ່ວໄປ ສະພາແຜ່ງຊາດຈະປະຊຸມປີລະສອງຫົນເປັນເວລາສອງສາມສັບປະດາ[65] ຫຼັງຈາກນັ້ນ ຄະນະກຳມະການປະຈຳຈະຕິດຕາມການດຳເນີນການຕາມການພິຈາລະນາ ຕີຄວາມລັດຖະທຳມະນູນ ແລະສະເໜີຜູ້ສະມັກຮັບຕຳແໜ່ງສຳຄັນ ໂດຍຄະນະກຳມະການປະຈຳປະກອບດ້ວຍ ປະທານສະພາແຫ່ງຊາດ ຮອງປະທານ ແລະຜູ້ແທນແປດຄົນ ຊຶ່ງຄະນະກຳມະການສະພາແຕ່ລະສ່ວນ ໜົ່ວຍງານພາຍໃນ ແລະສຳນັກງານຂອງທັ້ງ 18 ແຂວງ ກໍ່ຢູ່ພາຍໃຕ້ສະພາແຫ່ງຊາດດ້ວຍ[67]
ໜ້າທີ່ຂອງສະພາແຫ່ງຊາດ ຄື ການເລືອກປະທານປະເທດດ້ວຍສຽງຂ້າງມາກປະມານສອງເຖິງສາມ ເພື່ອແຕ່ງຕັ້ງນາຍົກລັດຖະມົນຕີຕາມຄຳຮ້ອງຂໍຂອງປະທານປະເທດ ເຊ່ນດຽວກັບລັດຖະມົນຕີ ປະທານສານປະຊາຊົນສູງສຸດ ແລະໄອຍະການສູງສຸດ[65] ຢ່າງໃດກໍ່ດີ ໃນທາງປະຕິບັດແລ້ວ ມີພຽງສະເພາະການຕັດສິນໃຈຂອງຄະນະກຳມະການກາງພັກປະຊາຊົນປະຕິວັດເທົ່ານັ້ນ ທີ່ໄດ້ຮັບການອະນຸມັດ[67]
ອົງກອນມວນຊົນຍັງຄົງໄດ້ຮັບອະນຸຍາດໃຫ້ສົ່ງຮ່າງກົດໝາຍພາຍໃຕ້ເງື່ອນໄຂບາງປະການ ແຕ່ສະພາແຫ່ງຊາດເປັນຜູ້ຮັບຜິດຊອບໃນການອະນຸມັດການວາງແຜນເສດຖະກິດ ງົບປະມານ ແລະການປ່ຽນແປງໃນລັດຖະບານ
ຝ່າຍບໍລິຫານ
[ດັດແກ້]ອຳນາດບໍລິຫານຢູ່ທີ່ປະທານປະເທດແລະຄະນະລັດຖະມົນຕີ ໂດຍນາຍົກລັດຖະມົນຕີເປັນປະທານຄະນະລັດຖະມົນຕີ ແຕ່ມີອຳນາດການຕັດສິນໃຈພຽງເລັກນ້ອຍ ໃນທາງປະຕິບັດ ການຕັດສິນໃຈຂອງຄະນະກຳມະການກາງຂອງພັກປະຊາຊົນປະຕິວັດດຳເນີນການໂດຍຜູ້ບໍລິຫານ[67]
ເຊ່ນດຽວກັບການບໍລິຫານງານຂອງແຂວງແລະເມືອງ ທີ່ມີໂຄງສ້າງເໝືອນກັນກັບລັດຖະບານກາງ ແຕ່ຕັວແທນເມືອງໄດ້ຮັບເລືອກຈາກປະຊາຊົນແລະແຕ່ງຕັ້ງຢ່າງເປັນທາງການໂດຍຫົວໜ້າຜູ້ບໍລິຫານແຂວງ
ເສດຖະກິດຂອງລາວ
[ດັດແກ້]ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ເນື້ອຫາໃນບົດຄວາມນີ້ຫຼ້າສະໄໝ ກະລຸນາປັບປຸງຂໍ້ມູນໃຫ້ເປັນໄປຕາມເຫດການປັດຈຸບັນ ຫຼື ຫຼ້າສຸດ ເບິ່ງໜ້າສົນທະນາປະກອບ |
ບົດຄວາມນີ້ອາດຕ້ອງການພິສູດອັກສອນ ໃນດ້ານໄວຍາກອນ ຮູບແບບຂີດຂຽນ ການຮິບໂຮມ ການຮຽງ ຄຸນນະພາບ ຫຼື ການສະກົດ ທ່ານສາມາດຊ່ອຍພັດທະນາບົດຄວາມໄດ້. |
ສະພາບເສດຖະກິດ-ສັງຄົມ
[ດັດແກ້]ການພັດທະນາເສດຖະກິດ-ສັງຄົມ 5 ປີ (2016—2018): ຕົວເລກເສດຖະກິດແຫ່ງຊາດ ໂດຍສະເພາະ ແມ່ນລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ບັນລຸ 219.853 ຕື້ກີບ, ລະດັບການເຕີບໂຕສະເລ່ຍ 6,9% ຕໍ່ປີ, ຂະນະທີ່ຕົວເລກການລົງທຶນທັງຫມົດ ບັນລຸເກືອບ 62 ພັນຕື້ກີບ.
ໂຄງປະກອບເສດຖະກິດກໍ່ໄດ້ຫັນປ່ຽນຈາກກະສິກອນທຳມະຊາດ ໄປເປັນອຸດສາຫະກຳ ແລະ ກົນໄກຕະຫຼາດ, ໃນນັ້ນ ຈີດີພີ ໃນຂະແຫນງກະສິກຳ-ປ່າໄມ້ ເພີ່ມຂຶ້ນສະເລ່ຍ 4% ກວມເອົາ 30,4%, ອຸດສາຫະກຳເພີ່ມຂຶ້ນສະເລ່ຍ 12,6% ກວມເອົາ 26% ແລະ ບໍລິການເພີ່ມຂຶ້ນສະເລ່ຍ 8,4% ກວມເອົາ 37,2% ຂອງຈີດີພີ ມີການລົງທຶນທັງຫມົດປະມານ 62 ພັນຕື້ກີບທຽບໃສ່ແຜນ ການ 5 ປີ ຄັ້ງທີ V ເພີ່ມຂຶ້ນສອງເທົ່າ, ໃນນັ້ນຈາກງົບປະມານລັດ 3.980 ພັນຕື້ກີບ, ຈາກທຶນການຊ່ວຍເຫຼືອທາງການເພື່ອການໂ (ODA) 20,76 ພັນຕື້ກີບ ແລະ ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ 37,26 ພັນຕື້ກີບ.
ການຜະລິດເຂົ້າສະເລ່ຍໄດ້ 2,9 ລ້ານໂຕນຕໍ່ປີ, ສາລີໄດ້ 760.000 ໂຕນ, ອ້ອຍໄດ້ 703.000 ມູນຄ່າເພີ່ມຂອງຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະເລ່ຍ 9,4% ຕໍ່ປີ, ມີ 24.331 ຫົວຫນ່ວຍກວມ 19,2% ຂອງຈຳນວນວິສາຫະກິດທັງຫມົດ.
ເຂື່ອນໄຟຟ້າທັງຫມົດມີ 61 ແຫ່ງ ແລະ ເຂື່ອນຂະໜາດນ້ອຍອີກ 15 ແຫ່ງ ມີກຳລັງຕິດຕັ້ງ 7.207,24 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ທັງໝົດ 37.366,66 ກິກາວັດໂມງຕໍ່ປີ. ມີສາຍສົ່ງ ໄຟຟ້າທັງຫມົດຍາວ 19.503 ກິໂລແມັດ. ຂຸດຄົ້ນ ແລະ ຫຼອມຄຳແທ່ງບັນລຸ 38,01 ໂຕນ, ທອງແຜ່ນ 321.487 ໂຕນ ແລະ ທອງຝຸ່ນ 585.607 ໂຕນ. ການສ້າງເສັ້ນທາງສະເລ່ຍເພີ່ມຂຶ້ນ 4,6% ຕໍ່ປີ ຫຼື ປະມານ 1.846 ກິໂລແມັດຕໍ່ປີ, ປະຈຸບັນທາງມີຄວາມຍາວທັງຫມົດ 52.230 ກິໂລແມັດ ມີນັກທ່ອງທ່ຽວເຂົ້າມາລາວ 4,1 ລ້ານເທື່ອຄົນຕໍ່ປີ ເພີ່ມຂຶ້ນສະເລ່ຍ 15,8% ຕໍ່ປີ ແລະ ສ້າງລາຍຮັບສະເລ່ຍໄດ້ 624,04 ລ້ານໂດລາສະຫະລັດຕໍ່ປີ.
ທາງດ້ານການເກັບລາຍຮັບງົບປະມານ ກໍ່ສາມາດບັນລຸໄດ້ 38.658,26 ຕື້ກີບ ເທົ່າກັບ 17,6% ຂອງຈີດີພີ, ລາຍຈ່າຍ 48.116,41 ຕື້ກີບ ເທົ່າກັບ 21,9% ຂອງຈີດີພີ ເທົ່າກັບ 97% ຂອງແຜນການ; ພ້ອມກັນນັ້ນ ການສົ່ງອອກກໍ່ບັນລຸ 5,69 ຕື້ໂດລາ,ການນຳເຂົ້າ 6,61 ຕື້ໂດລາສະຫະລັດ, ຂາດດຸນ 0,92 ຕື້ໂດລາສະຫະລັດ ເທົ່າກັບ 3,8% ຂອງຈີດີພີ.
(ສະເພາະປີສຸດທ້າຍຂອງການປະຕິບັດແຜນການ 5 ປີ ຄັ້ງທີ VI ຈີດີພີບັນລຸ 7,9%, ເຊິ່ງປີ 2010 ຜ່ານມາສະຫະປະຊາຊາດໄດ້ ຕີລາຄາວ່າ ສປປ ລາວ ເປັນ 1 ໃນ 10 ປະເທດເສດຖະກິດຂະຫຍາຍຕົວສູງຂອງໂລກ).
ການລົງທຶນ
[ດັດແກ້]ລັດຖະບານລາວ ຈະສືບຕໍ່ນະໂຍບາຍ ສົ່ງເສີມ ການມີສ່ວນຮ່ວມຂອງທຸກພາກສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ທັງພາກລັດ ແລະ ເອກະຊົນ, ພາຍໃນ ແລະ ຕ່າງປະເທດ; ພ້ອມກັນນັ້ນ ກໍຈະປັບປຸງ ສະພາບແວດ ລ້ອມການລົງທຶນ ໃຫ້ດີຂຶ້ນຕື່ມອີກ ທັງໃນດ້ານພື້ນຖານໂຄງລ່າງ ແລະ ດ້ານການບໍລິການ, ດ້ານນິຕິກຳ ແລະ ດ້ານລະບຽບການພິຈາລະນາອະນຸມັດ. ກ່ອນອື່ນຈະໄດ້ອອກດຳລັດວ່າດ້ວຍການຈັດຕັ້ງ ປະຕິບັດກົດໝາຍລົງທຶນ ສະບັບປັບປຸງໃໝ່ ໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ໂປ່ງໄສ. ການລົງທຶນຢູ່ ສປປ ລາວ ຍັງມີຫຼາຍ ເປັນຕົ້ນ ແມ່ນໃນ ຂົງເຂດ ການຜະລິດ ແລະ ປຸງແຕ່ງກະສິກຳ ຫຼື ກະສິກຳ- ອຸດສາຫະກຳ; ຂົງເຂດພະລັງງານໄຟຟ້ານ້ຳຕົກ ແລະ ໄຟຟ້າຄວາມຮ້ອນ, ພະລັງງານຊີວະພາບ ແລະ ພະລັງງານທົດແທນ, ຂົງເຂດການຂຸດຄົ້ນ ແລະ ປຸງແຕ່ແຮ່ທາດ ໃນນັ້ນ ລວມທັງແຮ່ທາດປະເສີດ ແລະ ແຮ່ທາດທີ່ຫາຍາກ; ຂົງເຂດການບໍລິການໂຮງແຮມ ແລະ ທ່ອງທ່ຽວ; ການຂົນສົ່ງ ແລະ ລະບົບ logistic, ຕະຫຼອດ ທັງຂົງເຂດການສຶກສາ ວິຊາຊີບ ແລະ ການບໍລິການດ້ານສາທາລະນະສຸກ ທີ່ທັນສະໄຫມ.
ຕະຫຼາດຫຼັກຊັບ
[ດັດແກ້]ຕະຫຼາດຫຼັກຊັບແຫ່ງທຳອິດຂອງລາວ ໄດ້ເປີດຢ່າງເປັນທາງການໃນວັນທີ 10.10.2010 ເວລາ 10.10 ນາທີ,ສຳລັບວັນເປີດການຊື້-ຂາຍ ຢ່າງເປັນທາງການແມ່ນວັນທີ 11.1.2011 ເວລາ 11:11 ນາທີ ນີ້ຢູ່ຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ບັນດາຮອງປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ຄະນະຄຸ້ມຄອງຫຼັກຊັບຫວຽດນາມ, ສ. ເກົາຫຼີ, ໄທ ພ້ອມດ້ວຍແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ. ໂດຍເບື້ອງຕົ້ນມີ 2 ບໍລິສັດເຂົ້າມາຈົດທະບຽນຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນຖືຮຸ້ນ 20 ລ້ານກວ່າຮຸ້ນ,8.000 ກີບຕໍ່ຮຸ້ນ, ບໍລິສັດຜະລິດໄຟຟ້າມະຫາຊົນຖືຮຸ້ນ 200 ກວ່າລ້ານຮຸ້ນ, 4.700 ກີບຕໍ່ຮຸ້ນ. ຄາດວ່າ ຈະມີອີກ 10 ກວ່າບໍລິສັດເຂົ້າມາຈົດທະບຽນຕະຫຼາດຫຼັກຊັບແຫ່ງທຳອິດດ້ວຍ ແລະ ຄວາມເປັນທຳ.
ການຮ່ວມມືໃນພູມມີພາກອາຊຽນ ລາວເຂົ້າເປັນສະມາຊິກອາຊຽນເມື່ອວັນທີ 23 ກໍລະກົດ 1997 ແລະ ໄດ້ເປັນປະທານ ຄະນະກຳມະການອາຊຽນເມື່ອປີ 2004.
[ດັດແກ້]- ຍຸດທະສາດຄວາມຮ່ວມມືທາງດ້ານເສດຖະກິດອິລະວະດີ-ເຈົ້າພະຍາ-ແມ່ນ້ຳຂອງ (Ayeyawady-Chao Phraya-Mekong Economic Cooperation Strategy — ACMECS)
- ຄວາມຮ່ວມມືສາມຫຼ່ຽມມໍລະກົດ
ການຄ້າ
[ດັດແກ້]ດ້ານການຄ້າ ອັນພົ້ນເດັ່ນແມ່ນໄດ້ປັບປຸງ ແລະ ຫັນເອົາຫົວຫນ່ວຍທຸລະກິດເຂົ້າສູ່ການຈັດຕັ້ງ, ມີການນຳພາ ແລະ ເຄື່ອນໄຫວເຂົ້າສູ່ລະບົບລະບຽບ, ຕັ້ງເປັນກຸ່ມຕາມໝວດສິນຄ້າ ແລະ ເຄື່ອນໄຫວ ໃຫ້ຕິດພັນກັບການປະຕິບັດ ແຜນດູນສິນຄ້າຢ່າງເຂັ້ມງວດ, ເຮັດໃຫ້ມາດຕະການຄຸ້ມຄອງຂາອອກ-ຂາເຂົ້າ ໄດ້ຮັບການປະຕິບັດດີຂຶ້ນ, ອັດຕາສ່ວນການຂາດດູນການຄ້າກັບຕ່າງປະເທດ ໄດ້ຫຼຸດລົງ ຂາອອກ ໄດ້ຮັບການສົ່ງເສີມ ແລະ ເພີ່ມຂຶ້ນໃນແຕ່ລະປີ, ຊຶ່ງມີຕົວເລກສະແດງອອກ ດັ່ງນີ້: ສົກປີ 1990—1991 ຂາເຂົ້າປະຕິບັດໄດ້ 249,18 ລ້ານໂດລາ, ຂາອອກ 137 ລ້ານໂດລາ; ສົກປີ 2000—2001 ການນຳເຂົ້າ ສາມາດ ປະຕິບັດໄດ້ 528,271 ລ້ານໂດລາ, ການສົ່ງອອກ 324,885 ລ້ານ ໂດລາ; ສົກປີ 2004—2005 ຂາເຂົ້າຄາດຄະເນປະຕິບັດໄດ້ 596 ລ້ານໂດລາ ແລະ ຂາອອກ ຄາດຄະເນປະຕິບັດໄດ້ 420 ລ້ານໂດລາ. ຂອດຂັ້ນ ແລະ ອຸປະສັກຕ່າງໆ ໃນການດຳເນີນ ທຸລະກິດ ຄ່ອຍໆໄດ້ຮັບການແກ້ໄຂເປັນກ້າວໆ, ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ເຮັດຂາເຂົ້າ-ຂາອອກ ຫັນມາເຮັດການຜະລິດ ເປັນສິນຄ້າ. ລາຄາສິນຄ້າປະເພດຕ່າງໆ ໂດຍສະເພາະແມ່ນສິນຄ້າຍຸດທະສາດ ແລະ ສິນຄ້າຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຕິດຕາມ, ກວດກາ, ຄຸ້ມຄອງໃຫ້ດີຂຶ້ນກວ່າເກົ່າ. ການຄຸ້ມຄອງຕາມຂະແໜງການໄດ້ຮັບການຈັດຕັ້ງປະຕິບັດນັບມື້ດີ ຂຶ້ນ. ໄດ້ສົມທົບກັບຂະແຫນງການ ແລະ ທ້ອງຖິ່ນໃນການສ້າງໂຄງການຜະລິດເປັນສິນຄ້າ, ໄດ້ມີການປົກປ້ອງການຜະລິດພາຍໃນສຳລັບບາງປະເພດສິນຄ້າ,ໄດ້ວາງມາດຕະການຕ້ານ ແລະ ສະກັດກັ້ນ ການຄ້າຂາຍ ນອກລະບົບ, ການຄຸ້ມຄອງຮ້ານຄ້າປອດພາສີ, ລະບຽບການນຳເຂົ້າ ແລະ ອື່ນໆ. ໝຸນໃຊ້ວິທີການເພື່ອເຈາະຕະຫຼາດຕ່າງປະເທດ ໃຫ້ແກ່ສິນຄ້າລາວ ດ້ວຍຫຼາຍ ຮູບການ: ດຳເນີນການເຈລະຈາ ແລະ ເຊັນສັນຍາການຄ້າກັບຫຼາຍປະເທດ, ຈັດການ ພົບປະຜູ້ແທນຂັ້ນສູງໃນລະດັບມະຫາພາກເປີດໂອກາດໃຫ້ມີການພົບປະລະຫວ່າງນັກ ທຸລະກິດລາວ ກັບ ນັກທຸລະກິດ ແລະ ນັກລົງທຶນຂອງຕ່າງໆປະເທດ ເພື່ອຊອກຊ່ອງທາງພົວພັນຄ້າຂາຍ ແລະ ຮ່ວມມືກັນດ້ານການຜະລິດ, ເຈລະຈາຕໍ່ລອງຍາດແຍ່ງເອົາສິດທິພິເສດ ດ້ານການຄ້າກັບ ບັນດາປະເທດສະຫະພາບ ເອີລົບ (EU), ການພົວພັນການຄ້າແບບປົກກະຕິ ກັບສະຫະລັດ ອາເມລິກາ (NTR), ເຈລະຈາ ກັບປະເທດໃກ້ຄຽງ ເພື່ອໃຫ້ຊ່ວຍຮັບເອົາສິນຄ້າຂອງລາວ, ເຂົ້າຮ່ວມວາງສະແດງສາກົນ ລະດັບຕ່າງໆ ເພື່ອມີໂອກາດສະເໜີສິນຄ້າຂອງລາວ ຕໍ່ຊາວໂລກ, ສ້າງສູນສົ່ງເສີມ ການຄ້າລາວ ໂດຍນຳໃຊ້ລະບົບອິນເຕີເນັດເຂົ້າຊ່ວຍ ໃນການເກັບກຳ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃນວຽກງານການຄ້າກັບຕ່າງປະເທດ, ໄດ້ປະຕິບັດສັນຍາການຮ່ວມມືວ່າດ້ວຍ ເຂດການຄ້າເສລີອາຊຽນ (AFTA) ແລະ ໄດ້ເຂົ້າເປັນສະມາຊິກຂອງ ອົງການການຄ້າໂລກ (WTO) ໃນວັນທີ 2 ກຸມພາ ປີ 2013. ຄາດຫມາຍສູ້ຊົນຕົ້ນຕໍຂອງວຽກງານການຄ້າໃນຕໍ່ຫນ້າແມ່ນການສົ່ງອອກໃນແຜນການ 2006-2010 ສູ້ຊົນໃຫ້ຂະຫຍາຍຕົວສະເລ່ຍໃນອັດຕາ 15,8% ຕໍ່ປີ, ອັດຕາການຂະຫຍາຍ ຕົວດ້ານການນຳເຂົ້າແຕ່ປີ 2006-2010 ຄາດຄະເນໃຫ້ມີການຂະຫຍາຍຕົວໃນລະດັບ 8% ຕໍ່ປີ, ເຮັດໃຫ້ມູນຄ່າຂາອອກ-ຂາເຂົ້າມີຄວາມສົມດູນກັນໃນປີ 2010.
ສື່ມວນຊົນ
[ດັດແກ້]- ໂທລະພາບແຫ່ງຊາດລາວ
- ໂທລະພາບລາວສະຕາຣ໌
- ໂທລະພາບປ້ອງກັນຄວາມສະຫງົບ
- ໂທລະພາບນະຄອນຫຼວງວຽງຈັນ
- ໂທລະພາບກອງທັບປະຊາຊົນລາວ
- ໂທລະພາບທີວີລາວ
- ໂທລະພາບອີເອັມລາວ
- ວິທະຍຸກະຈາຍສຽງແຫ່ງຊາດ
- ວິທະຍຸກະຈາຍສຽງປ້ອງກັນຄວາມສະຫງົບ
- ໜັງສືພິມວຽງຈັນໃໝ່
- ໜັງສືພິມວຽງຈັນທາມ
- ໜັງສືພິມປ້ອງກັນຄວາມສະຫງົບ
- ໜັງສືພິມເສດຖະກິດ-ການຄ້າ
- ໜັງສືພິມປະຊາຊາຊົນ
- ໜັງສືພິມກອງທັບ
- ໜັງສືພິມສະພາແຫ່ງຊາດ
ສັງຄົມ
[ດັດແກ້]ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ເນື້ອຫາໃນບົດຄວາມນີ້ຫຼ້າສະໄໝ ກະລຸນາປັບປຸງຂໍ້ມູນໃຫ້ເປັນໄປຕາມເຫດການປັດຈຸບັນ ຫຼື ຫຼ້າສຸດ ເບິ່ງໜ້າສົນທະນາປະກອບ |
ປະຊາກອນ
[ດັດແກ້]ປະຈຸບັນ ປະຊາກອນລາວ ມີທັງໝົດ 7,588,447 ຄົນ (ຂໍ້ມູນປີ 2016ຂອງກະຊວງປ້ອງກັນຄວາມສະຫງົບ), ໃນນີ້ ກຸ່ມຄົນທີ່ມີອາຍຸແຕ່ 0 ຫາ 14 ປີ ກວມອັດຕາສ່ວນເຖິງ 37.8%, ໝວດອາຍຸແຕ່ 15 ຫາ 59 ປີ ມີ 56.5% ແລະ ໝວດອາຍຸແຕ່ 60 ປີຂື້ນໄປ ມີພຽງແຕ່ 6%. ກຸ່ມອາຍຸຕ່ຳຫາປານກາງກວມອັດຕາສ່ວນສູງຄືແນວນີ້ ບົ່ງບອກໃຫ້ຮູ້ວ່າປະຊາກອນລາວແມ່ນ ປະຊາກອນໜຸ່ມ ແລະ ສ່ວນວ່າກຸ່ມຄົນສູງອາຍຸ ມີພຽງແຕ່ 6% ນັ້ນ ສະແດງວ່າຄົນລາວມີອາຍຸຍືນສະເລ່ຍ ຕ່ຳ 64 ປີ (ຊາຍ 66 ປີ ແລະ ຍິງ 63 ປີ).
ໂຄງສ້າງດ້ານເພດ
[ດັດແກ້]ຕາມຕົວເລກຂອງຈຳນວນປະຊາກອນລາວ ໃນປີ 2008 ເພດຍິງມີຈຳນວນຫຼາຍເຖິງ 3.007.339 ຄົນ ເຊິ່ງເທົ່າກັບ 50.11% ແລະ ເພດຊາຍ 2.993.041 ຄົນ ເທົ່າກັບ 49.81%
ໂຄງສ້າງດ້ານອາຊີບ
[ດັດແກ້]ກຸ່ມຄົນທີ່ຢູ່ໃນໄວອອກແຮງງານ ຫຼື ໄວກຳລັງແຮງງານ ແມ່ນກຸ່ມຄົນຜູ້ມີອາຍຸແຕ່ 15 ຫາ 60 ປີ ເຊ່ິງກວມເອົາອັດຕາເຖິງ 56.5% ຂອງພົນລະເມືອງລາວທັງໝົດ. ໃນຈຳນວນຜູ້ອອກແຮງງານທັງໝົດນັ້ນ, ເຫັນວ່າຜູ້ຜະລິດ ໂດຍກົງ ກວມເອົາອັດຕາສ່ວນຫຼາຍກວ່າໝູ່ ເຊ່ິງໃນນັ້ນ ຊາວກະສິກອນມີ 85% ແລະ ກຳມະກອນ-ວິສາວະກອນ ມີ 9%. ສ່ວນທີ່ເຫຼືອນັ້ນແມ່ນຜູ້ຜະລິດໂດຍທາງອ້ອມ (ພະນັກງານບໍລິຫານ, ຜູ້ບໍລິການ, ສຶກສາ, ວັດທະນະທຳ, ສາທາລະນະສຸກ) ແລະ ພາກສ່ວນທີ່ບໍ່ມີອາຊີບແນ່ນອນ.
ໂຄງສ້າງດ້ານຊົນເຜົ່າ
[ດັດແກ້]- ໃນປັດຈຸບັນ ສປປ ລາວ ມີ 1 ຊົນຊາດ ຄື ຊາດລາວ, ມີ 50 ຊົນເຜົ່າ(ໃນກອງປະຊຸມສະໄໝສາມັນເທື່ອທີ່6 ຂອງສະພາແຫ່ງຊາດຊຸດທີ່8 ໄດ້ຮັບຮອງ ຊົນເຜົ່າບຣູ ເປັນທາງການ ຊຶ່ງໄດ້ຈຳນວນຊົນເຜົ່າໃນ ສປປ ລາວ ໄດ້ເພີ່ມຈາກ 49 ມາເປັນ 50 ເຜົ່າ ໃນປະຈຸບັນ) ແລະ ມີ 4 ໝວດພາສາ ມີດັ່ງນີ້:
- ໝວດທີ່ໃຊ້ພາສາຕະກູນ ລາວ-ໄຕ ຄື: ລາວ, ຜູ້ໄທ, ພວນ, ໄທດຳ, ໄທຂາວ, ລື້, ຍວນ, ແຊກ, ເມີ້ຍ, ກະດາບ, ຢັ້ງ, ໂຢ້ຍ, ຍໍ. ບັນດາຊົນເຜົ່າເຫຼົ່ານີ້ ສ່ວນຫຼາຍອາໄສຢູ່ຕາມເຂດລ້ອງແມ່ນ້ຳສາຍ.
ຕ່າງໆ. ເປັນຕົ້ນແມ່ນລ້ອງແມ່ນ້ຳຂອງ ໂດຍກວມເອົາ 55% ຂອງຈຳນວນພົນລະເມືອງທັງໝົດໃນທົ່ວປະເທດ.
- ໝວດທີ່ໃຊ້ພາສາຕະກູນ ມອນ-ຂະແມ: ປະກອບດ້ວຍເຜົ່າຂະມຸ(ກືມມຸ), ລະເມດ, ລະເວນ, ລະແວ, ສ່ວຍ, ມະກອງ, ປະໂກະ, ແຍະ, ຍະເຫີນ, ເຈັງ, ສະລັກ, ຕະໂອ້ຍ,ເມ່ືອງ (ມອນ), ຕຸມ, ສະລາງ, ຕີ, ສີລາ, ງວນ, ງີ້ວ ເຊິ່ງກວມອັດຕາສ່ວນ 27% ຂອງຈຳນວນປະຊາກອນທັງໝົດ ແລະ ອາໄສຢູ່ພູພຽງທາງພາກໃຕ້ ແລະ ຢູ່ລຽບສາຍພູຫຼວງເປັນສ່ວນຫຼາຍ.
- ໝວດທີ່ໃຊ້ພາສາຕະກູນ ມົ້ງ-ຢ້າວ: ເຜົ່າມົ້ງ (ຂາວ, ດຳ, ລາຍ, ແດງ), ຢ້າວ, ແລນແຕນ, ອາຂາ, ປີລູ, ໂອມາ, ເອີຢາ, ລູມາ. ເຊິ່ງອາໄສຢູ່ພູສູງທາງພາກເໜືອເປັນສ່ວນຫຼາຍ.
- ໝວດທີ່ໃຊ້ພາສາຕະກູນ ຈີນ-ຕິເບດ: ກໍ້, ກຸ່ຍ, ສີດາ, ພູນ້ອຍ,ມູເຊີ, ຮາຍີ, ໂລໂລ, ຫໍ້. ເຊິ່ງອາໄສຢູ່ບັນດາແຂວງພາກເໜືອ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດກັບຈີນ ແລະ ມຽນມາ (ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ).
ນອກຈາກ 4 ໝວດພາສາດັ່ງກ່າວແລ້ວ ພົນລະເມືອງລາວຍັງປະກອບດ້ວຍຊາວຕ່າງດ້າວອີກຈຳນວນໜຶ່ງເຊັ່ນ: ຫວຽດນາມ,ຈີນ, ໄທ, ອິນເດຍ. ເປັນຕົ້ນ ເຊິ່ງສ່ວນຫຼາຍອາໄສຢູ່ຕາມຕົວເມືອງໃຫຍ່ ແລະ ມາຮອດ ປັດຈຸບັນ ຈຳນວນໜຶ່ງກໍໄດ້ປ່ຽນສັນຊາດ ເປັນພົນລະເມືອງລາວຢ່າງຖາວອນແລ້ວ.
ພາສາ
[ດັດແກ້]
ພາສາລາວ ແມ່ນພາສາທາງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາສາແມ່ຂອງຊົນຊາດລາວ ແລະ ຊົນເຊື້ອສາຍອື່ນໃນປະເທດລາວ ພາສາລາວມີວັນນະຍຸດ ມີຄວາມສຳພັນຄ້າຍຄຽງກັບພາສາພາກຕາເວັນອອກສຽງເໜືອ( ອີສານ ) ຂອງປະເທດໄທ ລະບົບການຂຽນຈະໃຊ້ ຕົວອັກສອນລາວເຊິ່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການນຂຽນ ທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະ ຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະ ມີຄວາມສຳພັນໃກ້ຊິດກັບພາສາໄທ. ພາສາລາວແມ່ນ ພາສາໃນກຸ່ມພາສາລາວ-ໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ
ຄວາມເປັນມາຂອງພາສາລາວ
[ດັດແກ້]ພາສາລາວສືບຖອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວ ຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະ ການປູກຝັງທຳມາຫາກີນ, ຄົນໄຕໃດ້ຍົກຍ້າຍລົງມາພາກໃຕ້ ຕາມຮີມຝັ່ງແມ່ນ້ຳຂອງ. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູລົມລາຊາທິລາດ.
ສາສະໜາ
[ດັດແກ້]ຄົນລາວສ່ວນຫຼາຍນັບຖື ສາສະໜາພຸດ ນິກາຍຫິນະຍານ ເຊິ່ງເປັນສາສະໜາປະຈຳຊາດ (60% ຂອງປະຊາກອນທັງໝົດ) ຖັດຈາກ ສາສະໜາພຸດ ແມ່ນ ສາສະໜາ ບັນພະບູລຸດຂອງຊົນເຜົ່າມົ້ງ ຊຶ່ງກວມເອົາ ປະມານ 15% ໃນຂອບເຂດທົ່ວປະເທດ. ນອກຈາກນີ້ແລ້ວ ຍັງມີຊົນເຜົ່າກຸ່ມນ້ອຍອື່ນໆ ລວມທັງເຜົ່າລາວຈຳນວນໜຶ່ງ ນັບຖືສາສະໜາຄິດ ແລະ ອິສະລາມ ແຕ່ວ່າ ກວມເອົາອັດຕາສ່ວນໜ້ອຍຫຼາຍ. ສຳລັບ ສາສະໜາຄິດແລ້ວ, ສ່ວນຫຼາຍ ຈະມີຜູ້ນັບຖືເປັນກຸ່ມຄົນຫວຽດນາມ ທີ່ອົບພະຍົບເຂົ້າຢູ່ລາວ ແຕ່ສະໄໝສົງຄາມ, ສ່ວນສາສະໜາອິສະລາມ ພົບວ່າມີການນັບຖືໃນໝູ່ຊົນເຜົ່າສ່ວນໜ້ອຍ (ຊົນເຜົ່າຫ້ໍ) ທີ່ອາໄສຕາມຊາຍແດນດ້ານຕິດກັບປະເທດມຽນມາ ແລະ ຊຸມຊົນມຸສະລິມທີ່ມີເສື້ອສາຍ ອາຊີໃຕ້ ແລະ ຈາມໃນນະຄອນຫຼວງວຽງຈັນ ສາສະໜາ: ສາສະໜາພຸດ ນິກາຍເຖລະວາດ 60%
ວັດທະນະທຳ
[ດັດແກ້]ພຸດທະສາສະໜານິກາຍເຖລະວາດ ນັບເປັນແບບແຜນຫຼັກຂອງວັດທະນະທຳລາວ ເຊິ່ງປາກົດໃຫ້ເຫັນທົ່ວປະເທດ ທັງໃນດ້ານພາສາ ແລະ ສິລະປະ, ວັນນະຄະດີ, ສິລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ເຊິ່ງເປັນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກ ບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ັນ: ຂັບງຶ່ມວຽງຈັນ, ຂັບພວນຊຽງຂວາງ, ລຳສາລະວັນຂອງແຂວງສະລະວັນ, ລຳພູໄທ, ລຳຕັງຫວາຍ, ລຳຄອນສະຫວັນ, ລຳບ້ານຊອກຂອງແຂວງສະຫວັນນະເຂດ, ລໍາໂສມ, ລຳສີພັນດອນຂອງແຂວງຈຳປາສັກ, ລຳມະຫາໄຊຂອງແຂວງຄຳມ່ວນ, ຂັບທຸ້ມຂອງແຂວງຫຼວງພະບາງ, ຂັບລື້ຂອງຊາວລື້ ເປັນຕົ້ນ ການແຕ່ງກາຍທີ່ເປັນເອກະລັກຢ່າງໜຶ່ງຂອງຄົນລາວແມ່ນ ຜູ້ຍິງຈະນຸ່ງສິ້ນ,ເກົ້າຜົມ,ບ່ຽງແພ. ອາຫານຂອງຄົນລາວຈະກິນເຂົ້າໜຽວເປັນຫຼັກ ອາຫານທີ່ເປັນເອກະລັກແມ່ນ: ແຈ່ວ, ຕຳໝາກຮຸ່ງ, ປິ້ງໄກ່, ສົ້ມປາ ເປ້ນຕົ້ນ.
ອະລິຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານບູຮານຄະດີຍຸກຫີນ ຢູ່ ທົ່ງໄຫຫີນ ແຂວງຊຽງຂວາງ
ແຄນລາວ ມໍລະດົກໂລກ
[ດັດແກ້]ແຄນ ແມ່ນເຄື່ອງດົນຕີ ອຳມະຕະຂອງຊາວລາວ ເຊິ່ງເປັນສິ່ງຕິດພັນຢ່າງສະໜິດແໜ້ນກັບຊີວິດຂອງຄົນລາວ. ແຄນສາມາດກ່ອມອາລົມຄົນໃຫ້ມ່ວນ ແລະ ໃຫ້ຄວາມມ່ວນຊື່ນສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດອັນ ແຄນຍັງກ່ອມຈິດໃຈໃຫ້ຄົນຄິດຮອດບ້ານເກົ່າເມືອງຫຼັງ ແລະ ເຮັກໃຫ້ຄິດຮອດບ້ານທີ່ເຄີຍພັກອາໄສ, ເຮັດໃຫ້ຄຶດຮອດອະດີດຜູ້ເຖົ້າຜູ້ແກ່ເມື່ອໄດ້ຟັງສຽງແຄນລາວຕ່າງໆ ເຊັ່ນ: ລຳສັ້ນ, ລຳລ່ອງ ແລະ ອື່ນໆ. ແຄນເປັນເຄື່ອງດົນຕີປະເພດໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດໄວ້ຢ່າງຄັກແນ່.
ແຄນເຮັດດ້ວຍໄມ້ອໍ້ (ໄມ້ປາວ) ເຊິ່ງໄດ້ປະກອບດ້ວຍວັດຖຸ 4 ຢ່າງ ແມ່ນໄມ້ລູກແຄນ, ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼື ເງີນສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ. ແຄນມີ 4 ຊະນິດ ຄື: (1) ແຄນຫົກ ເປັນແຄນສຳ່ນ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີ ສຽງນຳກັນ 5 ສຽງຄື ຟາ-ຊອນ-ລາ-ໂດ-ເຣ; (2) ແຄນເຈັດ ເປັນແຄນສຳ່ກາງມີລູກຂ້າງລະ 7 ລູກ, ແຄນສຳ່ກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ; (3) ແຄນແປດ ເປັນແຄນສຳ່ກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ ໃຊ້ສຳລັບເປົ່າດ່ຽວໂດຍປະສົບປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມໃຊ້ຫຼາຍກວ່າໝູ່; (4) ແຄນເກົ້າ ເປັນແຄນທີ່ມີລູກຂ້າງລະເກົ້າ ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມໃຊ້ເປົ່າໃສ່ລຳໂສມ, ສີພັນດອນ, ລຳພື້ນເມືອງ, ລຳນິທານເກົ່າແກ່ ໃນປະຈຸບັນໝໍລຳບໍ່ມັກໃຊ້ກັນແລ້ວ ແຕ່ໃນບາງເຂດກໍມີການຂັບງັບບຸນປະເພນີດ້ວຍສຽງແຄນຢູ່.
ອາຫານລາວ
[ດັດແກ້]ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ. ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມ ໝາກເລັ່ນ ໝາກນາວ ແລະອື່ນໆ.
ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບ ໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo) ແລະ ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ (ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ.
ເຄື່ອງດື່ມຫຼັກທີ່ນິຍົມຊົມຊື່ນໃນປະເທດລາວມັກຂຶ້ນຢູ່ກັບອາຍຸຂອງຜູ້ບໍລິໂພກ. ໄວລຸ້ນໜຸ່ມລາວນິຍົມດື່ມນ້ຳເຕົ້າຮູ້[68][69] ເຊິ່ງເປັນເຄື່ອງດື່ມທີ່ຜະລິດຈາກໝາກຖົ່ວເຫຼືອງ. ສ່ວນເຄື່ອງດື່ມມຶນເມົາທີ່ຂຶ້ນຊື່ລືຊາໃນປະເທດແມ່ນເບຍລາວ[70] ເຊິ່ງເປັນເບຍທີ່ຜະລິດໃນປະເທດລາວ.
ການແບ່ງເຂດການປົກຄອງ
[ດັດແກ້]ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ເນື້ອຫາໃນບົດຄວາມນີ້ຫຼ້າສະໄໝ ກະລຸນາປັບປຸງຂໍ້ມູນໃຫ້ເປັນໄປຕາມເຫດການປັດຈຸບັນ ຫຼື ຫຼ້າສຸດ ເບິ່ງໜ້າສົນທະນາປະກອບ |
ຕາຕະລາງຂໍ້ມູນ,ແຂວງ,ພົນລະເມືອງລາວ ຄ.ສ. 2020
|
- ໂດຍແບ່ງອອກເປັນຍິງ ແລະ ຊາຍ
ຊາຍ: 3,622,983ຄົນ[72]
ຍິງ: 3,608,170ຄົນ[73]
ລວມທັງໝົດ: 7,231,153ຄົນ[73]
- ຈາກການສຳຫລວດສຳມະໂນຄົວ,
ໃນວັນທີ່ 27 ກຸມພາ ຄ.ສ. 2006 ໄດ້ມີການຍຸບເຂດພິເສດໄຊສົມບູນ ໝາຍເລກ 13 ໃນແຜນທີ່ ຢ່າງເປັນທາງການ ອີງຕາມດຳລັດນາຍົກລັດຖະມົນຕີທີ 10/ນຍ. ລົງວັນທີ່ 13 ມັງກອນ ຄ.ສ. 2006 ໂດຍເມືອງທ່າໂທມ ຖືກລວມເຂົ້າກັບ ແຂວງຊຽງຂວາງ ແລະ ເມືອງໄຊສົມບູນ ຖືກລວມເຂົ້າກັບ ແຂວງວຽງຈັນ.
ຕໍ່ມາໃນວັນທີ 31 ທັນວາ ປີ2013 ໄດ້ຈັດຕັ້ງແຂວງໃໝ່ໃນບໍລິເວນທີ່ເຄີຍເປັນເຂດພິເສດໄຊສົມບູນ ກັບສອງໝູ່ບ້ານຈາກເມືອງວັງວຽງໃນແຂວງວຽງຈັນ ໂດຍໃສ່ຊື່ວ່າ "ແຂວງໄຊສົມບູນ" ມີ 5 ເມືອງໄດ້ແກ່ ເມືອງອານຸວົງ (ຊື່ເກົ່າ: ໄຊສົມບູນ), ເມືອງຫົ່ມ,ເມືອງທ່າໂທມ,ເມືອງລ້ອງຊານ, ເມືອງລອງແຈ້ງ.
ວັນສຳຄັນ
[ດັດແກ້]

ໃນປະເທດລາວມີວັນພັກລັດຖະການ, ເທດສະການ ແລະ ພິທີຕ່າງໆເຊັ່ນ:
| ວັນທີ | ຊື່ | ໝາຍເຫດ | |
|---|---|---|---|
| 1 ມັງກອນ | ບຸນປີໃໝ່ສາກົນ | ວັນພັກທາງລັດຖະການ | |
| 20 ມັງກອນ | ວັນສ້າງຕັ້ງກອງທັບ | ວັນພັກທາງລັດຖະການ | |
| ປາຍເດືອນມັງກອນ/ຕົ້ນເດືອນກຸມພາ | ວັນກຸດຈີນ ແລະ ກຸດຫວຽດ | ວັນຂື້ນປີໃໝ່ຂອງຄົນຈີນ ແລະ ຫວຽດນາມຕາມປະຕິທິນຈັນທະຄະຕິ ປະເທດລາວຂ້ອນຂ້າງໃຫ້ຄວາມສຳຄັນກັບວັນນີ້ ເພາະວ່າລາວເຮົາມີຄວາມສຳພັນໃກ້ຊິດກັບຫວຽດນາມ ແລະ ຈີນ. ມີຄົນຫວຽດນາມ
ແລະ ຄົນຈີນ ຫຼາຍສົມຄວນເຂົ້າມາອາໃສຢູ່ໃນປະເທດລາວ | |
| ກຸມພາ | ມາຄະບູຊາ ບຸນວັດພູ ແລະ ບຸນພະທາດສີໂຄດຕະບອງ | ຂື້ນກັບປະຕິທິນຈັນທະຄະຕິ | |
| ກຸມພາ | ບຸນເຂົ້າຈີ່ | ຂື້ນກັບປະຕິທິນຈັນທະຄະຕິ ເປັນບຸນທີ່ຈັດຂື້ນຫຼັງຈາກເກັບກ່ຽວສຳເລັດແລ້ວ | |
| ມີນາ | ບຸນພະເວດ | ນິຍົມກັນຈັດໃນເດືອນ 4 ຕາມປະຕິທິນຈັນທະຄະຕິຂອງລາວ | |
| 8 ມີນາ | ວັນແມ່ຍິງສາກົນ | ວັນພັກທາງລັດຖະການ | |
| 22 ມີນາ | ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ | ວັນພັກທາງລັດຖະການ | |
| ເມສາ ປະມານວັນທີ 14-16 | ບຸນປີໃໝ່ລາວ | ມື້ທຳອິດຂອງວັນປີໃໝ່ເອີ້ນວ່າ ວັນສັງຂານລ່ວງ ມື້ທີສອງເອີ້ນວ່າ ວັນເນົາ ມື້ທີ່ສາມເອີ້ນວ່າ ວັນສັງຂານຂື້ນ ບາງປີມີວັນເນົາ 2 ວັນ
ເຮັດໃຫ້ເລີ່ມບຸນວັນທີ 13-16 ກໍມີ ຫຼື ບາງປີກໍເລີ່ມ ວັນທີ 14-17 ກໍມີ ແລ້ວແຕ່ການຄຳນວນຕາມປະຕິທິນຈັນທະຄະຕິຂອງລາວ ແລະ ເປັນວັນພັກທາງລັດຖະການ | |
| 1 ພຶດສະພາ | ວັນກຳມະກອນສາກົນ | ວັນພັກທາງລັດຖະການ | |
| ພຶດສະພາ | ວັນວິສາຂະບູຊາ | ຂື້ນກັບປະຕິທິນຈັນທະຄະຕິ | |
| ພຶດສະພາ | ບຸນບັ້ງໄຟ | ມັກຈັດໃນເດືອນ 6 ຫຼືເດືອນ 7 ຕາມປະຕິທິນຈັນທະຄະຕິ ເປັນເທດສະການກ່ຽວກັບການຂໍຝົນ | |
| 1 ມິຖຸນາ | ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ | ເປັນວັນທີ່ລັດສົ່ງເສີມໃຫ້ປະຊາຊົນປູກຕົ້ນໄມ້ | |
| ກໍລະກົດ | ບຸນອາສາລະຫະບູຊາ | ຂື້ນກັບປະຕິທິນຈັນທະຄະຕິ | |
| ກໍລະກົດ | ບຸນເຂົ້າພັນສາ | ຂື້ນກັບປະຕິທິນຈັນທະຄະຕິ | |
| ສິງຫາ | ບຸນຫໍ່ເຂົ້າປະດັບດິນ | ຈັດຂື້ນໃນວັນແຮມ 14 ຄ່ຳເດືອນ 9 ຕາມປະຕິທິນຈັນທະຄະຕິ ເປັນການລະນຶກເຖິງຜູ້ທີ່ລ່ວງລັບໄປແລ້ວ | |
| ກັນຍາ | ບຸນຫໍ່ເຂົ້າສະຫຼາກ | ຈັດຂື້ນໃນວັນຂື້ນ 15 ຄ່ຳເດືອນ 10 ຕາມປະຕິທິນຈັນທະຄະຕິ | |
| 7 ຕຸລາ | ວັນຄູແຫ່ງຊາດ | ເປັນວັນລະນຶກເຖິງຄຸນຂອງຄູ (ນາຍຄູຄຳ) | |
| ຕຸລາ | ບຸນອອກພັນສາ | ສີ້ນສຸດລະດູຝົນ ມີການແຂ່ງເຮືອ ແລະ ໄຫຼເຮືອໄຟ (ມີທັງ ເຮືອໄຟໂຄກ ແລະ ເຮືອໄຟນ້ຳ) | |
| ພະຈິກ | ບຸນທາດຫຼວງ | ເປັນນະມັດສະການພະທາດຫຼວງວຽງຈັນ | |
| ພະຈິກ | ບຸນທອດກະຖິນ | ຈັດຂື້ນໃນເດືອນ 12 ຕາມປະຕິທິນຈັນທະຄະຕິ | |
| 2 ທັນວາ | ວັນຊາດ | ເປັນວັນສະຖາປະນາ ສ.ປ.ປ ລາວ ແລະ ວັນພັກທາງລັດຖະການ | |
| 31 ທັນວາ | ວັນສີ້ນປີ |
ການຄົມມະນາຄົມ
[ດັດແກ້]ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ບົດຄວາມນີ້ອາດຕ້ອງການພິສູດອັກສອນ ໃນດ້ານໄວຍາກອນ ຮູບແບບຂີດຂຽນ ການຮິບໂຮມ ການຮຽງ ຄຸນນະພາບ ຫຼື ການສະກົດ ທ່ານສາມາດຊ່ອຍພັດທະນາບົດຄວາມໄດ້. |
ການພັດທະນາລະ ບົບຄົມມະນາຄົມ-ຂົນສົ່ງ ເປັນລະບົບທັນສະໄຫມນັ້ນ ຈະເປັນປັດໄຈສຳຄັນ ແຫ່ງການຫັນປ່ຽນ ປະເທດລາວ ຈາກການເປັນ Land Lock ສູ່ການເປັນ Land Link ຫຼື ເຮັດໃຫ້ປະເທດລາວເປັນໃຈກາງເຊື່ອມໂຍງ ດ້ານການຄົມມະນາຄົມ-ຂົນສົ່ງ, ການຄ້າ, ການທ່ອງທ່ຽວ ແລະ ດ້ານອື່ນໆອີກ ໃນອະນຸພາກພື້ນ. ສ່ວນ ແຜນການ ພັດທະນາ ຂະແໜງກະສິກຳ ໄປຕາມ ທິດຍົກສູງສະມັດຖະພາບ ແລະ ຄຸນນະພາບ ຂອງຜົນຜະລິດ, ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ຈະສົ່ງເສີມການ ກະສິກຳ ອີນຊີ-ປອດສານພິດ ແລະ ການປູກພືດສີນຄ້າມູນຄ່າສູງ; ພ້ອມກັນນັ້ນ ກໍຈະປະຕິບັດຍຸດທະ ສາດດ້ານປ່າໄມ້ໃຫ້ເປັນຈິງ ໂດຍສະເພາະ ແມ່ນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃຫ້ກວມເຖິງ 65% ຂອງ ເນື້ອທີ່ທົ່ວປະເທດ ໃນປີ 2015.
ເສັ້ນທາງບົກ
[ດັດແກ້]ປະເທດລາວມີທາງຫຼວງດ້ວຍກັນທັງໝົດ 52.201 ກິໂລແມ້ດ ໃນນັ້ນ, ທາງປູຢາງ ກວມເອົາ 18,326.5 ກິໂລແມັດ ແລະ ທີ່ເຫຼືອອີກ 27,089 ກິໂລແມ້ດ ແມ່ນເປັນທາງດີນແດງ ແລະ ປູຫີນອ່ອນ. ບັນດາເສັ້ນທາງທີ່ສຳຄັນຂອງ ສປປ ລາວເຮົາ ແມ່ນ ເສັ້ນທາງເລກທີ່ 13 ທີ່ເຊື່ອມຕໍ່ແຕ່ເໜືອສຸດ ຮອດໃຕ້ສຸດ, ເລກທີ 9 ທີ່ເຊື່ອມຕໍ່ແຂວງ ສະຫວັນນະເຂດ ໄປຫາ ຊາຍແດນ ລາວບ່າວ, ເລກທີ 12 ຈາກແຂວງຈຳມ່ວນ ໄປຫາ ຊາຍແດນລາວ-ຫວຽດນາມ, ແລະ ທາງເລກທີ່ 8 ຈາກບໍລິຄຳໄຊ ຫາຊາຍແດນ ລາວ-ຫວຽດນາມ. ນອກຈາກນີ້, ຍັງມີເສັ້ນທາງເລກທີ່ 11 ທີ່ເຊື່ອມຕໍ່ ຈາກນະຄອນຫຼວງວຽງຈັນ ລຽບຕາມແຄມແມ່ນ້ຳຂອງ ໄປຫາແຂວງໄຊຍະບູລີ ຊຶ່ງມີລວງຍາວທັງໝົດ ປະມານ 400 ກິໂລແມັດ, ຊຶ່ງໃນນີ້ 80% ແມ່ນໄດ້ປູຢາງມາດຕະຖານແລ້ວ, ສ່ວນທີ່ເຫຼືອ ແມ່ນຢູ່ໃນຂັ້ນຕອນ ກຳລັງປັບປຸງການກໍ່ສ້າງ. ນອກຈາກນີ້ແລ້ວ, ຍັງມີເສັ້ນທາງ ເລກທີ 11A ທີ່ເຊື່ອມຕໍ່ຈາກ ແຂວງໄຊຍະບູລີ ໄປຫາຊາຍແດນ ພູດູ່ ລາວ-ໄທ, ເສັ້ນທາງ ເລກທີ່ 7 ທີ່ເຊື່ອມຕໍ່ ແຕ່ເມືອງພູຄູນ ຂອງແຂວງຫຼວງພະບາງ ໄປຫາ ແຂວງຊຽງຂວາງ ແລະ ເຊື່ອມຕໍ່ ໄປຫາ ດ່ານນ້ຳກັ່ນ ຊາຍແດນ ລາວ-ຫວຽດນາມ.
ເສັ້ນທາງລົດໄຟ
[ດັດແກ້]

- ທາງລົດໄຟໃນປັດຈຸບັນ
ໃນປັດຈຸບັນປະເທດລາວເກືອບບໍ່ມີລະບົບລົດໄຟ ໃນປີ ຄ.ສ. 2007 ຈຶງໄດ້ມີການກໍ່ສ້າງລາງຕໍ່ຈາກເຄືອຂ່າຍລົດໄຟປະເທດໄທ ອອກໄປ 3.5 ກິໂລແມັດ ຂ້າມຂົວມິດຕະພາບລາວ — ໄທ ແຫ່ງທຳອິດ ເຂົ້າສູ່ປະເທດລາວ ແລະ ໄດ້ມີການສຳຫຼວດເພື່ອສ້າງຕໍ່ໄປອີກ 12 ກິໂລແມ້ດ ໄປຍັງວຽງຈັນ
ນອກຈາກນັ້ນ ປະເທດລາວ ກໍ່ຍັງບໍ່ມີການຄົມມະນາຄົມຕິດຕໍ່ກັບປະເທດອື່ນອີກທາງລົດໄຟ ເຖິງວ່າ ຈະມີຂໍ້ສະເໜີໃນການສ້າງລົດໄຟຕິດຕໍ່ກັບປະເທດຫວຽດນາມ ມາກ່ອນກໍ່ຕາມ ປະເທດເພື່ອນບ້ານຕ່າງໆ ໃຊ້ຮາງຂະໜາດ 1000 ມິນລິແມ້ດ ຮວມທັ້ງຮາງທີ່ໄປຮອດຍູນນານໃນປະເທດຈີນ.
- ການກໍ່ສ້າງທາງລົດໄຟລາວ — ຈີນ
ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ — ຈີນ ອີງໃສ່ການພົວພັນລະຫວ່າງອາຊຽນ — ຈີນທີ່ນັບມື້ຂະຫຍາຍຕົວທັງໄດ້ຕົກລົງສ້າງເຂດການຄ້າເສລີອາຊຽນ — ຈີນນັບແຕ່ປີ 2010 ເປັນຕົ້ນໄປ. ການສ້າງເສັ້ນທາງລົດໄຟເຊື່ອມຕໍ່ກັບບັນດາປະເທດອາຊຽນ, ສປ ຈີນ ໄດ້ເລືອກເອົາເສັ້ນທາງທີ່ຜ່ານປະເທດລາວທີ່ເຫັນວ່າມີໄລຍະທາງ ສັ້ນທີ່ສຸດໃນຈຳນວນ 3 ເສັ້ນທາງທີ່ໄດ້ປຶກສາຫາລືກັນໃນປີ 1996.
ເສັ້ນທາງລົດໄຟທີ່ຖືກເລືອກແມ່ນເປັນເສັ້ນຜ່ານກາງເລີ່ມແຕ່ສິງກະໂປ ຜ່ານມາເລເຊຍເຂົ້າບາງກອກ ປະເທດໄທ ແລ້ວຕໍ່ໃສ່ນະຄອນຫຼວງວຽງຈັນຂອງ ສປປ ລາວ ຂຶ້ນໄປຫາຊາຍແດນລາວ-ຈີນແລ້ວກ້າວສູ່ ຄຸນມິງລວມຄວາມຍາວ 3.640 ກິໂລແມັດ ແຕ່ດ້ວຍການຕົກລົງເຫັນດີຂອງການນຳສອງປະເທດເພື່ອຍົກລະດັບການພົວພັນລາວ — ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຈະສ້າງເສັ້ນທາງເຊື່ອມຕໍ່ແຕ່ຊາຍແດນຈີນ — ລາວເຂົ້າຫາ ນະຄອນຫຼວງວຽງຈັນ ແລະ ເຊື່ອມຕໍ່ກັບໄທກ່ອນ ຫຼັງຈາກນັ້ນ ຈິ່ງຂະຫຍາຍຕໍ່ຈາກນະຄອນຫຼວງວຽງຈັນ ລົງໄປທ່າແຂກຕໍ່ໃສ່ຊາຍແດນລາວ — ຫວຽດນາມ.
ໄລຍະທາງແຕ່ຈຸດຊາຍແດນລາວ — ຈີນ ເຖິງນະຄອນຫຼວງວຽງຈັນ ມີລວງຍາວທັງຫມົດປະມານ 427ກິໂລແມັດ ໃນນັ້ນ ເສັ້ນທາງຕ້ອງຜ່ານອຸບມຸງໃນຄວາມຍາວ 190 ກວ່າກິໂລແມັດ ແລະ ໄດ້ສ້າງຂົວຍາວ 90 ກິໂລແມັດ ຫຼືສະເລ່ຍເສັ້ນທາງຜ່ານທັງອຸບມຸງ-ຂົວກວມເອົາ 2/3 ຂອງເສັ້ນທາງທັງຫມົດ ແລະ ຈະໄດ້ໃຊ້ທຶນສູງເຖິງ 7 ຕື້ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງຕາມແຜນ ຈະເລີ່ມລົງມືກໍ່ສ້າງໃນວັນທີ 25 ເມສາປີ 2011 ທີ່ຈະມາເຖິງ ໂດຍຈະໃຊ້ເວລາ 4 ປີໃຫ້ສໍາເລັດເພື່ອເປັນຂອງຂວັນຮັບຕ້ອນວັນສະຖາ ປະນາ ສປປ ລາວ ຄົບຮອບ 40 ປີ. ເພື່ອກໍ່ສ້າງເສັ້ນທາງສາຍສຳຄັນນີ້ ໃຫ້ສຳເລັດຕາມແຜນໄດ້ສ້າງຕັ້ງບໍລິສັດຮ່ວມທຶນລາວ — ຈີນໂດຍແບ່ງອັດຕາສ່ວນ ໃນການປະກອບຮຸ້ນຄື: ຝ່າຍຈີນປະກອບເປັນເງິນສົດ, ອຸປະກອນ ແລະ ຖືຮຸ້ນ 70%, ສ່ວນຝ່າຍລາວກໍ່ປະກອບເປັນເງິນສົດ, ວັດຖຸກໍ່ ສ້າງຈຳນວນຫນຶ່ງຖືຄອງຮຸ້ນ 30% ແລະ ຍັງສາມາດເພີ່ມຮຸ້ນໄດ້ຕາມການພັດທະນາເສດຖະກິດສັງຄົມ. ລາງລົດໄຟໃນສາຍນີ້ ແມ່ນເອົາຕາມມາດຕະຖານສາກົນທີ່ມີລວງກວ້າງ 1,435 ແມັດ, ແລ່ນດ້ວຍກະແສໄຟຟ້າສາ ມາດປ້ອງກັນການສັ່ນສະເທືອນຂອງແຜ່ນດິນໄຫວ ໃນລະດັບ 7 ລິກເຕີ.
ສຳລັບມາດຕະຖານຄວາມໄວແມ່ນກຳນົດ 200 ກິໂລແມັດຕໍ່ ຊົ່ວໂມງ (ສະເພາະລົດໄຟໂດຍສານ) ແລະ 120 ກິໂລແມັດຕໍ່ຊົ່ວໂມງ (ສຳລັບລົດໄຟຂົນສົ່ງສິນຄ້າ). ດ້ານການກໍ່ສ້າງແມ່ນອີງໃສ່ມາດ ຖານເຕັກນິກຂອງຈີນທີ່ໂລກຍອມຮັບແລ້ວ ແລະຈະມີດ້ວຍກັນ 5 ສະຖານີໃຫຍ່ຄື: ສະຖານີບໍ່ເຕັມ, ເມືອງໄຊ, ຫຼວງພະບາງ, ວັງວຽງ, ນະຄອນຫຼວງວຽງຈັນ ພ້ອມນັ້ນ ກໍ່ຈະມີສະຖານີນ້ອຍອີກຈຳນວນຫນຶ່ງລວມ 21 ສະຖານີ. ຫຼັງຈາກເສັ້ນທາງສ້າງສຳເລັດຈະກາຍເປັນແຮງດັນອັນສຳຄັນຕໍ່ການຍູ້ການເຕີບໂຕທາງເສດຖະກິດຂອງສປປ ລາວ ຫຼື ແມ່ນແຕ່ ເວລາກໍ່ສ້າງກໍ່ເປັນຜົນດີບໍ່ໜ້ອຍສຳລັບພະນັກງານວິຊາການ, ກຳມະກອນ ເພາະໂຄງການດັ່ງກ່າວ ຄາດຈະຕ້ອງການແຮງງານຫຼາຍ ເຖິງ 50 ພັນ ຄົນເຂົ້າຮ່ວມ. ເຖິງຢ່າງໃດກໍ່ຕາມ ສາຍທາງເສັ້ນປະຫວັດສາດນີ້ ແມ່ນແນໃສ່ສ້າງເພື່ອຂົນສົ່ງສິນຄ້າເປັນຄວາມຫວັງໃຫຍ່ ແຕ່ປະຈຸບັນລາວຍັງມີສິນຄ້າບໍ່ຫຼາຍເທົ່າທີີ່ຄວນ ສະນັ້ນ ປະຊາຊົນລາວຕ້ອງເພີ່ມການຜະລິດໃຫ້ຫຼາຍຂຶ້ນ.
ເສັ້ນທາງນ້ຳ
[ດັດແກ້]ປະເທດລາວມີແມ່ນ້ຳທີ່ໃຊ້ໃນການຄົມມະນາຄົມໄດ້ 4,587 ກິໂລແມ້ດ ສ່ວນໃຫຍ່ແມ່ນນ້ຳຂອງ ແລະ ສາຂາຂອງມັນທີ່ແຍກອອກໄປ ແລະ ອີກ 2,897 ກິໂລແມັດ ທີ່ບາງສ່ວນໃຊ້ໃນການຄົມມະນາຄົມໄດ້ ດ້ວຍເຮືອທີ່ເລິກໄປຈາກຜິວນ້ຳບໍ່ກາຍເຄິ່ງແມັດ.
ທາງອາກາດ
[ດັດແກ້]ປະເທດລາວມີສະໜາມບິນທັງໝົດ 52 ແຫ່ງເຊິ່ງມີຢູ່ພຽງ 9 ແຫ່ງເທົ່ານັ້ນທີ່ມີລັນເວລາດຍາງ ສ່ວນອີກ 43 ແຫ່ງບໍ່ມີ ແລະ ສະໜາມບິນທີ່ລາດຍາງ ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນປາກເຊ ແລະ ສະໜາມສາກົນຫຼວງພະບາງ ທີ່ມີລະຍະທາງຫຼາຍກ່ວາ 2,438 ແມັດ ສ່ວນທີ່ເຫຼືອມີລັນເວລາດຍາງ ສະໜາມບິນສີ່ແຫ່ງມີລັນເວຍາວ 1,524 — 2,437 ແມັດ ແລະ ສີ່ແຫ່ງທີ່ເຫຼືອມີລະຍະທາງລະຫວ່າງ 914 — 1,523 ແມ້ດ ສະໜາມບິນທີ່ເຫຼືອບໍ່ມີລັນເວຍ໌ລາດຍາງມີຈຳນວນ 43 ແຫ່ງ ມີສະໜາມບິນພຽງແຫ່ງດຽວເທົ່ານັ້ນທີ່ມີຄວາມຍາວຫຼາຍກ່ວາ 1,524 ແມ້ດ; 17 ແຫ່ງມີຄວາມຍາວລະຫວ່າງ 914 — 1,523 ແມ້ດ ສ່ວນອີກ 25 ແຫ່ງສຸດທ້າຍມີຄວາມຍາວນ້ອຍກວ່າ 914 ແມ້ດ.
ສາຍການບິນ
[ດັດແກ້]ສະໜາມບິນ
[ດັດແກ້]- ສະໜາມບິນສາກົນວັດໄຕ
- ສະໜາມບິນສາກົນປາກເຊ
- ສະໜາມບິນສາກົນຫຼວງພະບາງ
- ສະໜາມບິນສາກົນສາມຫຼ່ຽມຄຳ
- ສະໜາມບິນສາກົນເຊໂນ(ສະຫວັນນະເຂດ)
- ສະໜາມບິນສາກົນສະຫວັນນະເຂດ
- ສະໜາມບິນບໍ່ແກ້ວ
- ສະໜາມບິນຫຼວງນ້ຳທາ
- ສະໜາມບິນອຸດົມໄຊ
- ສະໜາມບິນຊຽງຂວາງ
- ສະໜາມບິນຫົວພັນ
- ສະໜາມບິນໄຊຍະບູລີ
- ສະໜາມບິນຜົ້ງສາລີ
- ສະໜາມບິນອັດຕະປື
ອັນດັບເວທີລະຫວ່າງປະເທດແລະໂລກ
[ດັດແກ້]ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
| ອົງກອນ | ຫົວຂໍ້ສຳຫຼວດ | ອັນດັບທີ |
|---|---|---|
| Heritage Foundation/ The Wall Street Journal |
ດັດຊະນີເສລີພາບທາງດ້ານເສດຖະກິດ (Index of Economic Freedom) |
149 ຈາກ 157 |
| ອົງການສື່ໄຮ້ພົມແດນ | ດັດຊະນີເສລີພາບສື່ໂລກ (Worldwide Press Freedom Index) |
156 ຈາກ 167 |
| ອົງການຄວາມໂປ່ງໃສນາໆຊາດ | ດັດຊະນີການຮັບຮູ້ເຖິງການທຸດຈະລິດ (Corruption Perceptions Index) |
163 ຈາກ 179 |
| ອົງການສະຫະປະຊາຊາດເພື່ອການພັດທະນາ | ດັດຊະນີພັດທະນາມະນຸດ (Human Development Index) |
130 ຈາກ 177 |
- ໝາຍເຫດ:ຂໍ້ມູນປະເທດໃນການຈັດລຽງທີ່ນີ້ແມ່ນຖືກຮອງຮັບເອົາ179ປະເທດທົ່ວໂລກ.
ເຫດການສຳຄັນ
[ດັດແກ້]ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
- ກອງປະຊຸມສຸດຍອດອາຊຽນ 2004 ແລະ 2016
- ກອງປະຊຸມອາເຊັມ 2012
- ມະຫະກຳກີລາແຫ່ງປະຊາຊາດອາຊີຕາເວັນອອກສ່ຽງໃຕ້(ຊີເກມ) 2009
- ງານສະເຫຼີມສະຫຼອງວຽງຈັນ 450 ປີ
- ກອງປະຊຸມຝຣັ່ງໂກໂຟນີ
- ກອງປະຊຸມລະເບີດບົ່ມບີ
ເພີ່ມເຕີມ
[ດັດແກ້]ຂໍ້ຄວາມຂະຫຍາຍ
[ດັດແກ້]ອ້າງອີງ
[ດັດແກ້]- ↑ "The Languages spoken in Laos". Studycountry. ຄົ້ນຫາເມື່ອ 16 September 2018.
- ↑ "Results of Population and Housing Census 2015" (PDF). Lao Statistics Bureau. ຄົ້ນຫາເມື່ອ 1 May 2020.
- ↑ "ລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປັບປຸງປີ 2025" (PDF). na.gov.la. ຄົ້ນຫາເມື່ອ 03 August 2025.
ມາດຕາ 9 (ປັບປຸງ) ລັດ ເຄົາລົບ ແລະ ປົກປ້ອງການເຄື່ອນໄຫວອັນຖືກກົດໝາຍ ຂອງພຸດທະສາສະນິກະຊົນ ແລະ ສາສະນິກະຊົນອື່ນ, ປຸກລະດົມສົ່ງເສີມພຣະພິກຂຸສົງ-ສາມະເນນ, ນັກບວດ, ນັກສອນສາສະໜາ ໃຫ້ເຂົ້າຮ່ວມໃນການເຄື່ອນໄຫວທີ່ເປັນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ.
{{cite web}}: Check date values in:|access-date=(help) - ↑ https://assets.pewresearch.org/wp-content/uploads/sites/11/2012/12/globalReligion-tables.pdf
- ↑ "Laos". Lao Department of Statistics. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 13 November 2016.
- ↑ "World Economic Outlook Database, April 2023". IMF.org. International Monetary Fund. ຄົ້ນຫາເມື່ອ 12 April 2023.
- ↑ 7.0 7.1 7.2 Cite error: Invalid
<ref>tag; no text was provided for refs namedIMF database 2023 - ↑ "Gini Index". World Bank. ຄົ້ນຫາເມື່ອ 2 March 2011.
- ↑ "Human Development Report 2025" (PDF) (ພາສາອັງກິດ). United Nations Development Programme. 2025. ຄົ້ນຫາເມື່ອ 14 May 2025.
- ↑ https://na.gov.la/%e0%ba%aa-%e0%ba%9b-%e0%ba%9b-%e0%ba%a5%e0%ba%b2%e0%ba%a7/
- ↑ https://www.nia.go.th/media/almanac/2022/01/Lao_2022.pdf
- ↑ "Laos - Under foreign rule". Encyclopedia Britannica (ພາສາອັງກິດ).
- ↑ "Laos History". www.asia-discovery.com. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2021-04-16. ຄົ້ນຫາເມື່ອ 2021-07-07.
- ↑ "Laos profile - timeline". BBC News (ພາສາອັງກິດ (ບຣິດທິຊ)). 2018-01-09. ຄົ້ນຫາເມື່ອ 2021-07-07.
- ↑ http://www.timelinesdb.com/listevents.php?subjid=129&title=Laos
- ↑ https://www.bangkokpost.com/business/1980027/chinese-firm-to-run-lao-electric-grid
- ↑ https://www.bangkokpost.com/world/318681/laos-to-launch-4g
- ↑ https://international.viettel.vn/news-detail/unitel-launches-4g-service-in-laos
- ↑ รถไฟจีน-ลาว เปิดให้บริการวันนี้ (3 ธ.ค.) ควรรู้อะไรบ้าง? ก่อนตกขบวน
- ↑ ມະຫາ ສີລາ ວີຣະວົງສ໌, pp. 7–9.
- ↑ Rodgers, Greg. "How to Say "Laos"". TripSavvy. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 3 March 2021. ຄົ້ນຫາເມື່ອ 18 March 2020.
- ↑ Ragusa, Nina (4 April 2019). "10 Things You Need to Know Before Visiting Laos". Fodors. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 23 March 2021. ຄົ້ນຫາເມື່ອ 18 March 2020.
- ↑ "Meaning of Laos in English". Cambridge Dictionary. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 8 March 2021. ຄົ້ນຫາເມື່ອ 7 October 2019.
- ↑ "Laos – definition and synonyms". Macmillan Dictionary. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 8 March 2021. ຄົ້ນຫາເມື່ອ 7 October 2019.
- ↑ "Definition of Laos by Merriam-Webster". Merriam-Webster. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 8 March 2021. ຄົ້ນຫາເມື່ອ 27 March 2020.
- ↑ "Nsc Lao Pdr". Nsc.gov.la. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 23 January 2012.
- ↑ Grantham, H. S.; ແລະຄະນະ (2020). "Anthropogenic modification of forests means only 40% of remaining forests have high ecosystem integrity". Nature Communications. 11 (1). Bibcode:2020NatCo..11.5978G. doi:10.1038/s41467-020-19493-3. ISSN 2041-1723. PMC 7723057. PMID 33293507.
{{cite journal}}: Unknown parameter|article-number=ignored (help) - ↑ "Laos travel guides". Indochinatrek.com. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 10 November 2010. ຄົ້ນຫາເມື່ອ 23 January 2011.
- ↑ "Laos – Climate". Countrystudies.us. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 20 May 2011. ຄົ້ນຫາເມື່ອ 23 January 2011.
- ↑ "Biodiversity". dicf.unepgrid.ch. ຄົ້ນຫາເມື່ອ 4 May 2025.
- ↑ "Lao Biodiversity : A Priority for Resilient Green Growth". worldbank.org. 17 July 2020. ຄົ້ນຫາເມື່ອ 4 May 2025.
- ↑ "Laos wildlife". worldbank.org. ຄົ້ນຫາເມື່ອ 4 May 2025.
- ↑ Demeter, F; ແລະຄະນະ (2012). "Anatomically modern human in Southeast Asia (Laos) by 46 ka". Proceedings of the National Academy of Sciences. 109 (36): 14375–14380. Bibcode:2012PNAS..10914375D. doi:10.1073/pnas.1208104109. ISSN 0027-8424. PMC 3437904. PMID 22908291.
- ↑ White, J.C.; Lewis, H.; Bouasisengpaseuth, B.; Marwick, B.; Arrell, K (2009). "Archaeological Investigations in northern Laos: New contributions to Southeast Asian prehistory". Antiquity. 83 (319). ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 10 October 2017. ຄົ້ນຫາເມື່ອ 18 September 2016.
- ↑ Marwick, Ben; Bouasisengpaseuth, Bounheung (2017). "History and Practice of Archaeology in Laos". ໃນ Habu, Junko; Lape, Peter; Olsen, John (ບ.ກ.). Handbook of East and Southeast Asian Archaeology. Springer. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 6 July 2019. ຄົ້ນຫາເມື່ອ 20 January 2018.
- ↑ Pittayaporn, Pittayawat (2014). Layers of Chinese Loanwords in Proto-Southwestern Tai as Evidence for the Dating of the Spread of Southwestern Tai Archived 27 ມິຖຸນາ 2015 at the Wayback Machine. MANUSYA: Journal of Humanities, Special Issue No 20: 47–64.
- ↑ Coedès, George (1968). Walter F. Vella (ບ.ກ.). The Indianized States of Southeast Asia. trans. Susan Brown Cowing. University of Hawaii Press. ISBN 978-0-8248-0368-1.
- ↑ "Fa Ngum". Encyclopædia Britannica. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 8 March 2021. ຄົ້ນຫາເມື່ອ 23 December 2019.
- ↑ "Fa Ngum". History.com. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 8 March 2010. ຄົ້ນຫາເມື່ອ 23 January 2011.
- ↑ Sanda Simms, ch. 3, "Through Chaos to a New Order", in The Kingdoms of Laos (London: Taylor & Francis, 2013). ISBN 9781136863370
- ↑ Sanda Simms, ch. 6, "Seventy Years of Anarchy", in The Kingdoms of Laos (London: Taylor & Francis, 2013). ISBN 9781136863370; see also P.C. Sinha, ed., Encyclopaedia of South East and Far East Asia, vol. 3 (Anmol, 2006).
- ↑ Askew, Marc. (2010) [2007]. Vientiane : transformations of a Lao landscape. Logan, William Stewart, 1942–, Long, Colin, 1966–. London: Routledge. ISBN 978-0-415-59662-6. OCLC 68416667.
- ↑ "Let's hope Laos hangs on to its identity". Asianewsnet.net. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 26 November 2010. ຄົ້ນຫາເມື່ອ 23 January 2011.
{{cite web}}: CS1 maint: unfit URL (link) - ↑ Showalter, Dennis, ບ.ກ. (2013). Imperial Wars 1815–1914. Encyclopedia of Warfare Series. London: Amber Books. ISBN 978-1-78274-125-1. OCLC 1152285624.
- ↑ "Slavery in Nineteenth-Century Northern Thailand: Archival Anecdotes and Village Voices". The Kyoto Review of Southeast Asia
- ↑ Librios Semantic Environment (11 August 2006). "Laos: Laos under the French". Culturalprofiles.net. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 18 July 2007. ຄົ້ນຫາເມື່ອ 23 January 2011.
- ↑ Carine Hahn, Le Laos, Karthala, 1999, pp. 69–72
- ↑ "History of Laos". Lonely Planet. 9 August 1960. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 25 February 2021. ຄົ້ນຫາເມື່ອ 23 January 2011.
- ↑ Ivarsson, Søren (2008). Creating Laos: The Making of a Lao Space Between Indochina and Siam, 1860–1945 Archived 10 ເມສາ 2023 at the Wayback Machine. NIAS Press, p. 102. ISBN 978-8-776-94023-2.
- ↑ 50.0 50.1 50.2 50.3 Stuart-Fox, Martin (1997). A History of Laos Archived 5 ເມສາ 2023 at the Wayback Machine. Cambridge University Press, p. 51. ISBN 978-0-521-59746-3.
- ↑ Paul Lévy, Histoire du Laos, PUF, 1974.
- ↑ 52.0 52.1 Savada, Andrea Matles (editor) (1994). "Events in 1945". A Country Study: Laos Archived 21 ກໍລະກົດ 2015 at the Wayback Machine. Federal Research Division, Library of Congress.
- ↑ 53.0 53.1 53.2 53.3 "Laos – Overview". Encyclopædia Britannica. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 11 May 2011. ຄົ້ນຫາເມື່ອ 23 January 2011.
- ↑ 54.0 54.1 54.2 54.3 54.4 54.5 "Laos profile". 9 January 2018. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 8 March 2021. ຄົ້ນຫາເມື່ອ 26 April 2019.
- ↑ Kiernan, Ben; Owen, Taylor (26 April 2015). "Making More Enemies than We Kill? Calculating U.S. Bomb Tonnages Dropped on Laos and Cambodia, and Weighing Their Implications". The Asia-Pacific Journal. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 1 March 2017. ຄົ້ນຫາເມື່ອ 18 September 2016.
- ↑ Wright, Rebecca (6 September 2016). "'My friends were afraid of me': What 80 million unexploded US bombs did to Laos". CNN. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 17 January 2019. ຄົ້ນຫາເມື່ອ 18 September 2016.
- ↑ "Disarmament". The United Nations Office at Geneva. United Nations. November 2011. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 21 September 2013. ຄົ້ນຫາເມື່ອ 20 September 2013.
- ↑ Obermeyer, Ziad; Murray, Christopher J. L.; Gakidou, Emmanuela (2008). "Fifty years of violent war deaths from Vietnam to Bosnia: analysis of data from the world health survey programme". BMJ. 336 (7659): 1482–1486. doi:10.1136/bmj.a137. PMC 2440905. PMID 18566045. See Table 3.
- ↑ Stuart-Fox, Martin (1980). LAOS: The Vietnamese Connection Archived 13 ຕຸລາ 2021 at the Wayback Machine. In Suryadinata, L (Ed.), Southeast Asian Affairs (1980). Singapore: Institute of Southeast Asian Stuides, pg. 191.
- ↑ Kingsbury, Damien (2016). Politics in Contemporary Southeast Asia: Authority, Democracy and Political Change Archived 10 ເມສາ 2023 at the Wayback Machine. Taylor & Francis;ISBN 978-1-317-49628-1, pg. 50.
- ↑ Savada, Andrea M. (1995). Laos: a country study Archived 19 ເມສາ 2018 at the Wayback Machine. Federal Research Division, Library of Congress, p. 271. ISBN 0-8444-0832-8
- ↑ Prayaga, M. (2005). Renovation in Vietnam since 1988 a study in political, economic and social change Archived 19 ເມສາ 2018 at the Wayback Machine (PhD thesis). Sri Venkateswara University. Chapter IV: The Metamorphosed Foreign Relations, pg. 154.
- ↑ Laos (04/09) Archived 24 ຕຸລາ 2020 at the Wayback Machine. U.S. Department of State.ແມ່ແບບ:Failed verification
- ↑ "The Completed China-Laos Railway". ASEAN Business News (ພາສາອັງກິດ). 21 December 2021. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 12 May 2022. ຄົ້ນຫາເມື່ອ 18 May 2022.
- ↑ 65.0 65.1 65.2 Aurel Croissant (2016). Die politischen Systeme Südostasiens: eine Einführung. Wiesbaden: Springer VS. p. 211. ISBN 978-3-531-14349-1.
- ↑ "Freedom in the World 2017 – Laos" (ພາສາອັງກິດ). Freedom House. 2018-01-02. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2019-09-25. ຄົ້ນຫາເມື່ອ 2024-03-12.
- ↑ 67.0 67.1 67.2 Aurel Croissant (2016). Die politischen Systeme Südostasiens: eine Einführung. Wiesbaden: Springer VS. p. 212. ISBN 978-3-531-14349-1.
- ↑ รวมทริปท่องเที่ยวเวียงจันทน์ ลาว - BlogGang.com
- ↑ "คนลาว" ....เรียบง่ายแต่มีความสุข
- ↑ Just Another Beer? Not to Those in Laos - NYTimes.com
- ↑ /ref>laosis.lsb.gov.la
- ↑ https://www.lsb.gov.la
- ↑ 73.0 73.1 https://www.lsb.gov.la
ບັນນານຸກົມ
[ດັດແກ້]- ມະຫາ ສີລາ ວີຣະວົງສ໌. ສຸເນດ ບຸນຍາວົງ; ດວງເດືອນ ໂພທິສານ (ບ.ກ.). (ພົງສາວະດານລາວ)ປວັດສາດລາວ ແຕ່ບູຮານເຖິງ 1946 (ຕົ້ນສະບັບ1958) (ພິມຄັ້ງທີ3 2001). ສ.ປ.ປ. ລາວ, ນະຄອນຫຼວງວຽງຈັນ: ຫໍສະໝຸດແຫ່ງຊາດ.
- Pages with script errors
- Pages with reference errors
- CS1 errors: dates
- CS1 ແຫຼ່ງທີ່ມາພາສາອັງກິດ (en)
- CS1 ແຫຼ່ງທີ່ມາພາສາອັງກິດ (ບຣິດທິຊ) (en-gb)
- CS1 errors: unsupported parameter
- Webarchive template wayback links
- CS1 maint: unfit URL
- ບົດຄວາມດີເດັ່ນ
- Pages using infobox country or infobox former country with the symbol caption or type parameters
- ບົດຄວາມທີ່ຂາດແຫຼ່ງອ້າງອີງສະເພາະພາກ
- ກວດພາສາ
- ບົດຄວາມວີກິພີເດຍທີ່ຕ້ອງການປັບ
- ບົດຄວາມວີກິພີເດຍທັງໝົດທີ່ຕ້ອງການປັບ
- ບົດຄວາມເຊິ່ງຂາດແຫຼ່ງອ້າງອີງ
- ອາຊີ
- ປະເທດລາວ