ບາງກອກ

ຈາກ ວິກິພີເດຍ
Question book-4.svg ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ
ບາງກອກ
ຂໍ້ມູນທົ່ວໄປ
Seal Bangkok.png
ຊື່ພາສາລາວ ບາງກອກ
ຂໍ້ມູນສະຖິຕິ
ເນື້ອທີ່ 1,568.737 km²
ປະຊາກອນ 5,702,595 (2009 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 3,635.15 ຄົນ/km²


ບາງກອກ (ໄທ: กรุงเทพมหานคร ກຣຸງເທພມຫານຄຣ) ແມ່ນນະຄອນຫຼວງແລະນະຄອນທີ່ມີປະຊາກອນຫຼາຍທີ່ສຸດຂອງປະເທດໄທ. ພື້ນທີ່ເມືອງຂະໜາດໃຫຍ່ທີ່ສຸດ ແລະ ແມ່ນເມືອງຫຼັກອັນມີປະຊາກອນຫຼາຍທີ່ສຸດຂອງປະເທດໄທ ເປັນສູນກາງການປົກຄອງ ການສຶກສາ ການຄົມມະນາຄົມຂົນສົ່ງ ການເງິນການທະນາຄານ ການພານິດ ການສື່ສານ ແລະຄວາມຈະເລີນຂອງປະເທດ ແມ່ນທີ່ມີຊື່ຍາວທີ່ສຸດໃນໂລກ ຕັ້ງຢູ່ບົນສາມລ່ຽມປາກແມ່ນ້ຳເຈົ້າພະຍາມີແມ່ນ້ຳເຈົ້າໄຫຼຜ່ານແລະແບ່ງເມືອງອອກເປັນ 2 ຝັ່ງ ຄື ຝັ່ງພະນະຄອນແລະຝັ່ງທົນບຸລີ ໂດຍບາງກອກມີພື້ນທີ່ທັງໝົດ 1,568.737 ຕາຮາງກິໂລແມັດ ມີປະຊາກອນຕາມຕາມທະບຽນລາສະດອນກວ່າຫ້າລ້ານຄົນເຮັດໃຫ້ບາງກອກເປັນເອກນະຄອນ ( primate city) ຈັດແລະສູນຊຸມຊົນອື່ນຂອງປະເທດໄທດ້ອຍຄວາມສຳຄັນລົງ ມີຜູ້ກ່າວວ່າ ບາງກອກເປັນ "ເອກນະຄອນທີ່ສຸດໃນໂລກ" ເພາະມີປະຊາກອນຫຼາຍກວ່ານະຄອນທີ່ມີປະຊາກອນຫຼາຍເປັນອັນດັບສອງເຖິງສີ່ຊາວເທົ່າ

ມະຫາວິທະຍາໄລລຳບວກ ( Loughborough University) ຈັດວ່າບາງກອກວ່າເປັນນະຄອນລະດັບແອລຟາລົບ ບາງກອກຍັງເປັນທີ່ມີຕຶກລະຟ້າຫຼາຍທີ່ສຸດເປັນອັນດັບທີ 12 ຂອງໂລກ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊັ່ນ ພະບໍລົມມະຫາລາຊະວັງ ພະທີ່ນັ່ງວິມານເມກ ແລະວັດຕ່າງໆ ນອກຈາກນີ້ ຍັງມີແຫຼ່ງຊອບປິ້ງແລະຄ້າຂາຍທີ່ສຳຄັນ ເຊິ່ງດຶງດູດນັກທ່ອງທ່ຽວຊາວຕ່າງຊາດ ໂດຍໃນປີ ຄ.ສ. 2012 ອົງກອນການທ່ອງທ່ຽວໂລກ (UNWTO) ໄດ້ຈັດອັບບາງກອກເປັນເມືອງທີ່ມີຄົນເຂົ້າ ເປັນອັນດັບ 10 ຂອງໂລກ ແລະອັນດັບ 2 ຊອງເອເຊຍ ໂດຍມີຄົນເດີນທາງຫຼາຍ 26.5 ລ້ານຄົນ ນອກຈາກນີ້ຈາກການຈັດອັນດັບການໃຊ້ຈ່າຍບັດເຄດິດມາສເຕີ້ກາດ ປະຈຳປີ ຄ.ສ. 2014 ບາງກອກມີການໃຊ້ຈ່າຍຜ່ານບັດເຄດິດຂອງນັກທ່ອງທ່ຽວເຖິງ 16.42 ລ້ານດອລລ່າ ເປັນອັນດັບສອງຂອງໂລກ ຮອງແຕ່ພຽງກຸງລອນດອນ ສະຫະລາຊະອານາຈັກ

ບາງກອກແມ່ນເຂດປົກຄອງພິເສດຂອງປະເທດໄທ. ໂດຍບໍ່ໄດ້ມີສະຖານະເປັນຈັງຫວັດ, ເຊິ່ງຄຳວ່າ ກຣຸງເທພມຫານຄອຣ ນັ້ນ ຍັງໃຊ້ເປັນຄຳເອິ້ນສຳນັກງານປົກຄອງສ່ວນທ້ອງຖິ່ນຂອງບາງກອກອີກຕື່ມນຳ. ປັດຈຸບັນບາງກອກໃຊ້ວິທີການເລືອກຕັ້ງຜູ້ບໍລິຫານແບບການເລືອກຕັ້ງຜູ້ບໍລິຫານທ້ອງຖິ່ນໂດຍກົງ

ໃນສະໄໝອານາຈັກອະຍຸທະຍາ ບາງກອກຍັງເປັນ ພຽງສະຖານີການຄ້າຂະໜາດເລັກຢູ່ທີ່ປາກແມ່ນ້ຳເຈົ້າພະຍາ ຕໍ່ມາມີຂະໜາດເພິ່ມຂຶ້ນ ແລະທີ່ຕັ້ງນະຄອນຫຼວງສອງແຫ່ງຄື ກຸງທົນບຸລີໃນປີ ຄ.ສ. 1768 ແລະກຸງລັດຕະນະໂກສິນ ໃນ ຄ.ສ. 1782 ບາງກອກແມ່ນຫົວໃຈຂອງການເຮັດໃຫ້ປະເທດສະຫຍາມທັນສະໄໝແລະແມ່ນເວທີກາງຂອງການຕໍ່ສູ້ທາງການເມືອງຂອງປະເທດຕະຫຼອດຄິດສະຕະວັດທີ 20 ນະຄອນເຕີບໂຕຢ່າງ ຣວດເຣັວແລະປັດຈຸບັນມີຜົນກະທົບສຳຄັນຕໍ່ການເມືອງ ເສດຖະກິດ ການສຶກສາ ສື່ແລະສົງຄົມສະໄໝໃໝ່ຂອງໄທ ໃນຊ່ວງທີ່ການລົງທຸນໃນເອເຊຍຣຸ່ງເຣືອງ ເຮັດໃຫ້ບໍລິສັດຂ້າມຊາດຈຳນວນຫຼາຍເຂົ້າມາຕັ້ງສຳນັກງານໃຫຍ່ພູມິພາກໃນບາງກອກ ເຮັດໃຫ້ບາງກອກເປັນກຳລັງຫຼັກທາງການເງິນແລະທຸລະກິດໃນພູມິພາກ ນອກຈາກນີ້ຍັງເປັນສູນກາງການຂົນສົ່ງແລະສາທາລະນະສຸກລະຫວ່າງປະເທດແລະກຳລັງເຕີບໂຕເປັນສູນກາງສິລະປະ ແຟຊັ່ນແລະການບັນເທີງໃນພູມິພາກ ຢ່າງໃດກໍດີ ການເຕີບໂຕຢ່າງຣວດເຣັວຂອງບາງກອກຂສດການວາງຜັງເມືອງ ເຮັດລະບົບໂຄງສ້າງພື້ນຖານບໍ່ພຽງພໍ ຖະໜົນທີ່ຈຳກັດແລະການໃຊ້ລົດສ່ວນບຸກຄົນ ຢ່າງກວ້າງຂວາງສົ່ງຜົນໃຫ້ເກີດປັນຫາຈະລາຈອນແອອັດເຮື້ອຮັງ

ປະຫວັດ[ແກ້ໄຂ]

ແຜນທີ່ສະໄໝຄິດສະຕະວັດທີ່ 17 ໃນ Du Royaume de Siam ຂອງ ຊີມອງ ເດີ ລາ ລູແບ

ພື້ນທີ່ບໍລິເວນບາງກອກໃນປັດຈຸບັນ ເດີມແມ່ນທີ່ຕັ້ງເມືອງທົນບຸລີສີມະຫາສະໝຸດ ຊາວຕ່າງຊາດເອິ້ນກັນວ່າ "ບາງກອກ" ມາຕັັ້ງແຕ່ສະໄໝກຸງສີອະຍຸທະຍາ ມີຄວາມສຳຄັນເນື່ອງຈາກເປັນເສ້ນທາງອອກສູ່ທະເລແລະຕິດຕໍ່ຄ້າຂາຍກັບອານາຈັກຕ່າງໆ ເປັນໜ້າດ່ານຂົນສົ່ງຄອຍດູແລເກັບພາສີກັບເຮືອສິນຄ້າທຸກລຳທີ່ຜ່ານເຂົ້າອອກ ສ່ວນບໍລິເວນປາກນ້ຳກົງອ່າວໄທເອິ້ນກັນວ່າ "ນິວອຳສະເຕີດຳ" ມີຊຸມຊົນໃຫຍ່ແລະໂກດັງຂອງຊາວຕ່າງປະເທດໄວ້ສຳລັບພັກສິນຄ້າ ປັດຈຸບັນຄືພື້ນທີ່ບໍລິເວນອຳເພີພະປະແດງ

ທີ່ມາຂອງຄຳວ່າ "ບາງກອກ" ນັ້ນ ມີຂໍ້ສັນນິດຖານວ່າອາດມາຈາກການທີ່ແມ່ນ້ຳເຈົ້າພະຍາຄົດຄ້ຽວໄປມາ ບາງແຫ່ງມີສະພາບເປັນ ເກາະເປັນໂຄກ ຈຶງເອິ້ນກັນວ່າ "ບາງເກາະ" ຫຼື "ບາງໂຄກ" ຫຼືບໍ່ກໍເປັນເພາະມີຕົ້ນໝາກ ກອກຢູ່ຫຼາຍ ຈຶງເອິ້ນວ່າ "ບາງມະກອກ" ມາຈາກວັດອາລຸນ ເຊິ່ງແມ່ນຊື່ເດີມດັງກ່າວແລະຕໍ່ມາກ່ອນຄຳລົງຈຶງເຫຼືອແຕ່ຄຳວ່າ "ບາງກອກ"

ຕໍ່ມາເມື່ອຮອດຄາວເສຍກຸງສີອະຍຸທະຍາໃນຄ.ສ. 1767 ຫຼັງການກອບກູ້ອິສະຫຼະພາບຈາກພະມ້າ ສົມເດັດພະເຈົ້າກຸງທົນບຸລີຊົງສະຖາປະນາເມືອງທົນບຸລີສີມະຫາສະໝຸດໃຫ້ເປັນລາຊະທານີແຫ່ງໃໝ່ ເມື່ອວັນທີ່ 3 ຕຸລາ ຄ.ສ. 1770 ເມື່ອສິ້ນລາຊະການສົມເດັດພະເຈົ້າກຸງທົນບຸລີ ໃນວັນທີ່ 6 ເມສາ ຄ.ສ. 1782 ສົມເດັດເຈົ້າພະຍາມະຫາກະສັດສຶກໄດ້ຂຶ້ນສະເຫວີຍລາຊະສົມບັດ ຊົງພະນາມວ່າ ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ປະຖົມກະສັດແຫ່ງລາຊະວົງຈັກກີ ມີພະລາຊະດຳລິວ່າ ຟາກຕາເວັນອອກຂອງກຸງທົນບຸລີມີໄຊຍະພູມດີກວ່າຕາເວັນຕົກ ເພາະມີລຳນ້ຳເປັນຂອບເຂດຢູ່ກວ່າເຄິ່ງ ຫາກຂ້າສຶກຍົກມາຕິດຮອດຊານພະນະຄອນ ກໍຈະຕ່ອສູ້ປ້ອງກັນໄດ້ງ່າຍກວ່າຢູ່ຂ້າງຕາເວັນຕົກ ຈຶງໂປດເກົ້າໃຫ້ສ້າງກຸງລັດຕະນະໂກສິນຂຶ້ນທາງຝັ່ງຕາເວັນອອກຂອງແມ່ນ້ຳເຈົ້າພະຍາໃຫ້ເປັນລາຊະທານີແຫ່ງໃໝ່ ໂດຍສືບທອດສິລະປະກຳແລະສະຖາປັດຕະຍະກຳຈາກພະລາຊະວັງຫຼວງຂອງກຸງສີອະຍຸທະຍາ

ພະອົງມີພະບໍລົມລາຊະໂອງການໃຫ້ພະຍາທຳມາທິກອນກັບພະຍາວິຈິດນາວີ ເປັນແມ່ກອງຄຸມຊ່າງແລະໄພ່ໄປວັດກະທີ່ດິນເພື່ອສ້າງພະນະຄອນໃໝ່ໃນວັນທີ່ 8 ເມສາ ຄ.ສ. 1782 ຊົງປະກອບພິທີຍົກເສົາຫຼັກເມືອງ ເມື່ອວັນອາທິດ ເດືອນ 6 ຂຶ້ນ 10 ຍ່ຳຣຸ່ງແລ້ວ 9 ບາດ (54 ນາທີ) ປີຂານ ຈ.ສ. 1144 ຈັດຕະວາສົກກົງກັບວັນທີ່ 21 ເມສາ ຄ.ສ. 1782 ເວລາ 6.54 ໂມງ[໑] ແລະຊົງປະກອບພະລາຊະພິທີປາບດາພິເສກໃນວັນທີ່ 13 ມິຖຸນາ ຄ.ສ. 1782 [໑]

ຕໍ່ມາໃນລາຊະສະໄໝຂອງພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ຊົງປ່ຽນຊື່ພະນະຄອນຈາກ ບໍວອນລັດຕະນະໂກສິນ ເປັນ ອະມອນລັດຕະນະໂກສິນ ແລະມີຖານະໃນການປົກຄອງສ່ວນທ້ອງຖິ່ນເປັນ ຈັງຫວັດພະນະຄອນ[໒]

ໃນລາຊະສະໄໝພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ໂປດເກົ້າໃຫ້ຕັດຖະໜົນໃໝ່ຂຶ້ນ ຊົງດຳລິໃຫ້ຕັດຖະໜົນຈະເລີນກຸງເປັນຖະໜົນເສັ້ນທຳອິດໃນບາງກອກ ກໍ່ສ້າງເມື່ອວັນທີ່ 5 ກຸມພາ ຄ.ສ. 1861[໓] ແລະປ່ຽນຮູບແບບຜັງເມືອງບາງກອກເສກເຊັ່ນອາລະຍະປະເທດເນື່ອງຈາກສະໄໝນັ້ນສະຫຍາມປະເທດຖືກຄຸກຄາມຈາກມະຫາອຳນາດເອີລົບ ແລະກົງຈຸດນີ້ແມ່ນນຶ່ງໃນຂໍ້ອ້າງທີ່ມະຫາອຳນາດນຳມາໃຊ້ເພື່ອແຊກແຊງແລະຄຸກຄາມສະຫຍາມປະເທດ ພາຍຫຼັງ ຕ່າງຊາດເອີລົບເອງໄດ້ຍອມຮັບນະຄອນຫຼວງບາງກອກວ່າເປັນນຶ່ງໃນເມືອງທີ່ມີຜັງເມືອງງົດງາມທີ່ສຸດໃນໂລກໃນສະໄໝນັ້ນ[໔]

ຕໍ່ມາເມື່ອວັນທີ່ 21 ທັນວາ ຄ.ສ. 1971 ລັດຖະບານຈອມພົນຖະໜອມ ກິດຕິຂະຈອນໄດ້ຮວມ ຈັງຫວັດພະນະຄອນ ແລະ ຈັງຫວັດທົນບຸລີເຂົ້ານຳກັນເປັນ ນະຄອນຫຼວງກຸງເທບທົນບຸລີ[໕] ແລະພາຍຫຼັງການປັບປຸງການປົກຄອງໃໝ່ເມື່ອວັນທີ່ 14 ທັນວາ ຄ.ສ. 1972 ຈຶງໄດ້ປ່ຽນຊື່ເປັນ ກຸງເທບມະຫາຄອນ ແຕ່ນິຍົມເອິ້ນກັນວ່າ ກຸງເທບ[໖]

ໃນປີ ຄ.ສ. 2011 ນະຄອນຫຼວງບາງກອກໄດ້ຮັບການປະກາດຈາກອົງການການສຶກສາວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ ໃຫ້ເປັນເມືອງໜັງສືໂລກ ຫຼື World Book Capital ປະຈຳປີ ຄ.ສ. 2013[໗] ນະຄອນຫຼວງບາງກອກຕິດອັນດັບທີ່ 102 ເມືອງນ່າຢູ່ໂລກ ຈັດອັນດັບໂດຍ The Economist Intelligence Unit [໘]

ຊື່ເມືອງ[ແກ້ໄຂ]

ນະຄອນຫຼວງບາງກອກ

ຄຳວ່າ ກຸງເທບມະຫານະຄອນ ແປວ່າ "ພະນະຄອນອັນກວ້າງໃຫຍ່ດຸດເທບນະຄອນ" ມາຈາກຊື່ເຕັມວ່າ ກຸງເທບມະຫານະຄອນ ອະມອນລັດຕະນະໂກສິນ ມະຫິນທະລາຍຸດທະຍາ ມະຫາດິຫຼົກພົບ ນົບພະລັດລາຊະທານີບຸລີລົມ ອຸດົມລາຊະນິເວດມະຫາສະຖານ ອະມອນພິມານອະວະຕານສະຖິດ ສັກກະທັດຕິຍະວິດສະນຸກຳປະສິດ [໙] ມີຄວາມໝາຍວ່າ ພະນະຄອນອັນກວ້າງໃຫຍ່ ດຸດເທບນະຄອນ ເປັນທີ່ສະຖິດຂອງພະແກ້ວມໍລະກົດ ເປັນມະຫານະຄອນທີ່ບໍ່ມີໄຜຮົບຊະນະໄດ້ ມີຄວາມງາມອັນມັ່ນຄົງ ແລະຈະເລີນຍິ່ງ ເປັນນະຄອນຫຼວງທີ່ບໍລິບູນແກ້ວເກົ້າປະການນ່າລື່ນລົມຍິ່ງ ມີພະລາຊະນິເວດໃຫຍ່ໂຕຫຼາຍເປັນວິມານເທບທີ່ປະທັບຂອງພະລາຊາຜູ້ອະວະຕານລົງມາ ເຊິ່ງທ້າວສັກກະເທວະລາດພະລາຊະທານໃຫ້ພະວິດສະນຸກຳລົງມາເນລະມິດໄວ້[໑໐]

ໂດຍນາມເດີມພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ໂປດເກົ້າພະລາຊະທານໃນຕອນທຳອິດນັ້ນ ໃຊ້ຊື່ວ່າ "ກຸງລັດຕະນະໂກສິນອິນທ໌ອະໂຍທະຍາ" ຕໍ່ມາໃນລາຊະສະໄໝພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວຊົງແກ້ນາມພະນະຄອນເປັນ "ກຸງເທບມະຫານະຄອນ ບໍວອນລັດຕະນະໂກສິນ ມະຫິນທະອະຍຸດທະຍາ" ຈົນຮອດລາຊະສະໄໝພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຊົງປ່ຽນຄຳວ່າ "ບໍວອນ" ເປັນ "ອະມອນ" ປ່ຽນຄຳວ່າ ມະຫິນທະອະຍຸດທະຍາ ໂດຍວິທີການສົນທິສັບເປັນ ມະຫິນທະລາຍຸດທະຍາ ແລະເຕີມສ້ອຍນາມຕໍ່ ທັງປ່ຽນການສະກົດຄຳ ສິນທ໌ ເປັນ ສິນທຣ໌ ຈົນເປັນທີ່ມາຂອງຊື່ເຕັມກຸງລັດຕະນະໂກສິນ ຂ້າງຕົ້ນ

ຊື່ທາງການຂອງກຸງເທບມະຫານະຄອນເມື່ອຖອດເປັນອັກສອນໂລມັງ ຄື "Krung Thep Maha Nakhon" ແຕ່ຄົນທົ່ວໄປນິຍົມທັບສັບຕາມຊື່ທີ່ຜູ້ເວົ້າພາສາອັງກິດເອິ້ນເມືອງນີ້ວ່າ "Bangkok" ເຊິ່ງມາຈາກຊື່ເດີມຂອງກຸງເທບມະຫານະຄອນ ຄື "ບາງກອກ"

ນະຄອນຫຼວງບາງກອກໄດ້ຊື່ວ່າເມືອງທີ່ຍາວທີ່ສຸດໃນໂລກບັນທຶກໄວ້ໃນກິນເນສບຸ໊ກ ແປຄວາມເປັນພາສາອັງກິດວ່າ "City of angels, great city of immortals, magnificent city of the nine gems, seat of the king, city of royal palaces, home of gods incarnate, erected by Visvakarman at Indra's behest."[໑໑]

ຊື່ເຕັມຂອງບາງກອກ ເມື່ອຖອດເປັນອັກສອນໂລມັງ ຄື "Krungthepmahanakhon Amonrattanakosin Mahintharayutthaya Mahadilokphop Noppharatratchathaniburirom Udomratchaniwetmahasathan Amonphimanawatansathit Sakkathattiyawitsanukamprasit"[໙] ເຊິ່ງເປັນຊື່ສະຖານທີ່ທີ່ຍາວທີ່ສຸດໃນໂລກແລະຈົດບັນທຶກໄວ້ໃນກິນເນສບຸກ[໑໒] (169 ຕົວອັກສອນ) ຍາວກວ່າຊື່ພູເຂົາ "ຕາມາອູມາຕາວາກາຕັງກີຮັງກາໂກອາອູອາອູໂອຕາມາທີອາໂປກາອີເວນູອາກີຕານາຕາຮູ"("Taumatawhakatangihangakoauauotamateaturipukakapikimaungahoronukupokaiwhenuakitanatahu") (85 ຕົວອັກສອນ) ໃນນິວຊີແລນ ແລະຊື່ທະເລສາບ "ຊາກັອກກາກັອກມານຊາອັອກກາກັອກເຊົາບູນາກຸນກາມາອັກ" ("Chargoggagogg­manchauggagogg­chaubunagungamaugg") (45 ຕົວອັກສອນ) ໃນລັດແມສຊາຊູເຊສ ສະຫະລັດອາເມລິກາ

ສັນຍາລັກປະຈຳນະຄອນຫຼວງບາງກອກ[ແກ້ໄຂ]

  • ຄຳຂວັນຂອງນະຄອນຫຼວງບາງກອກ ຄື ກຸງເທບ ດຸດເທບສ້າງ ເມືອງສູນກາງການປົກຄອງ ວັດ ວັງ ງາມເຮືອງຮອງ ເມືອງຫຼວງຂອງປະເທດໄທ ຫຼັງບາງກອກສະຫຼຸບຍອດຄະແນນໂຫວດຄຳຂວັນນະຄອນຫຼວງບາງກອກ ເມື່ອວັນທີ 14 ພຶດສະພາ ຄ.ສ. 2012[໑໓]

ສະຖານທີ່ສຳຄັນ[ແກ້ໄຂ]

ການເດິນທາງ[ແກ້ໄຂ]

ສະໜາມບິນຫຼັກ ແມ່ນ ສະໜາມບິນ ສຸວັນນະພູມ ເປນສະໜາມບິນທີ່ໂຕຫຼາຍ

ສະໜາມບິນຮອງ ແມ່ນ ສະໜາມບິນ ດອນເມືຶອງ

ທາງດ່ວນ ມີຢູ່ທັ່ວໄປ ສະດວກ ສະອາດ ຮວດເຮວ ແລະປອດໄພ

ຮດໄຟ ມີທັ້ງ ບນຟ້າ ແລະ ໃຕ້ດິນ ສວຍງາມ ທັນສະໄໝ

ການປົກຄອງ[ແກ້ໄຂ]

ກາປະຈຳຈັງຫວັດພະນະຄອນ

ບອງກອກມີລັກສະໜະເປັນເຂດການປົກຄອງພິເສດຕາມພະລາດຊະບັນຍັດ. ລະບຽບບໍລິຫານລາດຊະການບາງກອກ ຄ.ສ. 1985 ກຳໜົດໃຫ້ບາງກອກແມ່ນທະບວງການເມືອງ. ມີຖານະເປັນລາດຊະການບໍລິຫານສ່ວນທ້ອງຖິ່ນນະຄອນຫຼວງ. ມີ ຜູ້ວ່າລາຊະການບາງກອກ ມາແຕ່ ການເລືອກຕັ້ງ ແລະເປັນຜູ້ຮັບຜິດຊອບໃນການບໍລິຫານວຽກ ຢູ່ໃນຕຳແໜ່ງຕາມວາລະເທື່ອລະ 4 ປີ ນັບແຕ່ມື້ເລືອກຕັ້ງ. ການດຳເນີນວຽກມີສະພາບາງກອກອັນໄດ້ຮັບເລືອກຕັ້ງໂດຍກົງເຮັດວຽກຮ່ວມນຳ

ຜູ້ວ່າລາຊະການບາງກອກຄົນປັດຈຸບັນ ຄື ມ.ລ.ວ.ສຸຂຸມພັນ ບໍລິພັດ ແລະ ປະຫຼັດບາງກອກປັດຈຸບັນ ຄື ນາຍຈະເລີນລັດ ຊູຕິການ

ການປົກຄອງ 50 ເຂດ[ແກ້ໄຂ]

50 ເຂດທັງໝົດໃນບາງກອກ

  1. ເຂດພະນະຄອນ
  2. ເຂດດຸສິດ
  3. ເຂດໜອງຈອກ
  4. ເຂດບາງຮັກ
  5. ເຂດບາງເຂນ
  6. ເຂດບາງກະປິ
  7. ເຂດປະທຸມວັນ
  8. ເຂດປ້ອມປາບສັດຕູພ່າຍ
  9. ເຂດພະຂະໂໜງ
  10. ເຂດມີນບຸລີ
  11. ເຂດລາດກະບັງ
  12. ເຂດຍານນາວາ
  13. ເຂດສັມພັນທະວົງ
  14. ເຂດພະຍາໄທ
  15. ເຂດທົນບຸລີ
  16. ເຂດບາງກອກໃຫຍ່
  17. ເຂດຫ້ວຍຂວາງ
  18. ເຂດຄອງສານ
  19. ເຂດຕະລິ່ງຊັນ
  20. ເຂດບາງກອກນ້ອຍ
  21. ເຂດບາງຂຸນທຽນ
  22. ເຂດພາສີຈະເລີນ
  23. ເຂດໜອງແຂມ
  24. ເຂດລາຊະບູລະນະ
  25. ເຂດບາງພັດ
  1. ເຂດດິນແດງ
  2. ເຂດບຶງກຸ່ມ
  3. ເຂດສາທອນ
  4. ເຂດບາງຊື່
  5. ເຂດຈະຕຸຈັກ
  6. ເຂດບາງຄໍແຫຼມ
  7. ເຂດປະເວດ
  8. ເຂດຄອງເຕີຍ
  9. ເຂດສວນຫຼວງ
  10. ເຂດຈອມທອງ
  11. ເຂດດອນເມືອງ
  12. ເຂດລາຊະເທວີ
  13. ເຂດລາດພ້າວ
  14. ເຂດວັດທະນາ
  15. ເຂດບາງແຄ
  16. ເຂດຫຼັກສີ່
  17. ເຂດສາຍໄໝ
  18. ເຂດຄັນນາຍາວ
  19. ເຂດສະພານສູງ
  20. ເຂດວັງທອງຫຼາງ
  21. ເຂດຄອງສາມວາ
  22. ເຂດບາງນາ
  23. ເຂດທະວີວັດທະນາ
  24. ເຂດທຸ່ງຄຸ
  25. ເຂດບາງບອນ

 ແຜນທີ່

ສະຖາບັນການສຶກສາໃນບາງກອກ[ແກ້ໄຂ]

ມະຫາວິທະຍາໄລໃນບາງກອກ[ແກ້ໄຂ]

ມະຫາວິທະຍາໄລທຳມະສາດ

ຈຸລາລົງກອນມະຫາວິທະຍາໄລ

ມະຫາວິທະຍາໄລສີນະຄະລິນວິໂລດ

ມະຫາວິທະຍາໄລກະເສດສາດ

ມະຫາວິທະຍທາໄລສິລະປາກອນ

ມະຫາວິທະຍາໄລມະຫິດົນ

ມະຫາວິທະຍາໄລເຕັກໂນໂລຊີພະຈອມເກຼ້າພະນະຄອນເຫນື

ສະຖາບັນເຕັກໂນໂລຊີພະຈອມເກຼ້າເຈ້າຄຸນທະຫານລາດກະບັງ

ມະຫາວິທະຍາໄລ ກຸງເທພ

ມະຫາວິທະຍາໄລ ລັງສິດ

ແລະອື່ນໆ ບາງກອກມີມະຫາວິທະຍາໄລຫຼາຍ

ໂຮງຮຽນໃນບາງກອກ[ແກ້ໄຂ]

  • ໂຮງຮຽນ ພຣຕພິທຍພຍັຕ
  • ໂຮງຮຽນ ສາມເສນວິທທະຍາລັຍ
  • ໂຮງຮຽນ ອັສສັມຊັນສຶກສາ
  • ໂຮງຮຽນ ກຸງເທພຄິສຕຽນ
  • ແລະອື່ນໆ ບາງກອກມີໂຮງຮຽນຫຼາຍ

ການສຶກສາຂອງໄທ ມີອັນດັບທີ່ດີ ອັນດັບ 4 ຂອງອາຊຽນ ອັນດັບ 37 ຂອງໂລກ

ຫ້າງ ໃນບາງກອກ

ຫ້າງ ເຊນທັນເວິລ

ຫ້າງ ສະຫຍາມພາລາກອນ

ຫ້າງ ເທອມິນັລຍີ່ສິບເອດ

ຫ້າງ ເຊນທັນລາດພ້າວ

ຫ້າງ ເຊນທັນເວດເກດ

ຫ້າງ ສະຫຍາມເຊນເຕ້ອ

ຫ້າງ ເຊນທັນປິ່ນເກ້າ

ຫ້າງ ເດອະມອນບາງແຄ

ຫ້າງ ຊີຄອນ

ຫ້າງ ແຟຊັ່ນໄອແລນ

ແລະອື່ນໆ ບາງກອກມີຫ້າງຫຼາຍ

ອ້າງອິງ[ແກ້ໄຂ]

  1. ໑.໐ ໑.໑ พระราชทานนามพระนครตามที่ได้กล่าวไว้ข้างต้นแล้ว ://web.archive.org/20080821022318/city.bangkok.go.th/th/bangkok-history.php ความเป็นมากรุงเทพฯ]
  2. ศิลปากร,กรม, กองจดหมายเหตุแห่งชาติ, จดหมายเหตุการณ์อนุรักษ์กรุงรัตนโกสินทร์ (กรุงเทพฯ : สหประชาพาณิชย์, ๒๕๒๕), หน้า ๓๓.
  3. http://www.bangkokbiznews.com/home/detail/life-style/society/20110204/375444/150-ปีถนนเจริญกรุง-ถนนสายแรกที่มีรัก.html
  4. รายการ 100 ปี ไกลบ้าน ตามรอยพระพุทธเจ้าหลวง และ รายการพินิจนคร, สถานีโทรทัศน์ไทยพีบีเอส
  5. "ประกาศของคณะปฏิวัติ ฉบับที่ ๒๔". ราชกิจจานุเบกษา (ໃນ Thai) ๘๘ (๑๔๔ ก): ๘๑๖–๘๑๙. ๒๑ ธันวาคม ๒๕๑๔. 
  6. "ประกาศของคณะปฏิวัติ ฉบับที่ ๑๖๘". ราชกิจจานุเบกษา (ໃນ Thai) ๘๙ (๙๓ ก ฉบับพิเศษ): ๑๘๗–๒๐๑. ๑๗ มิถุนายน ๒๕๑๕. 
  7. http://www.bangkokbiznews.com/home/detail/life-style/read-write/20110710/399569/กรุงเทพมหานคร-:-เมืองหนังสือโลก-2556.html
  8. http://www.suthichaiyoon.com/detail/14568
  9. ໙.໐ ໙.໑ จดหมายข่าวราชบัณฑิตยสถาน ปีที่ 3 ฉบับที่ 31, ธันวาคม 2536
  10. ความเป็นมากรุงเทพฯ โดยกรุงเทพมหานคร
  11. Royal Institute Newsletter (Royal Institute) 3 (31). December 1993.  Reproduced in "กรุงเทพมหานคร" [Krung Thep Mahanakhon] (ໃນ Thai). ສືບຄົ້ນເມືອ 12 September 2012. 
  12. Bangkok Post, "Maori claims world's longest place name", 1 September 2006.
  13. ได้แล้วคำขวัญ ”กรุงเทพฯ” ถ่ายทอดสดจับรางวัล 1 แสน
Cite error: <ref> tag defined in <references> has group attribute "" which does not appear in prior text.

Baker, Chris; Phongpaichit, Pasuk (2005). A History of Thailand. Cambridge University Press. ISBN 978-0-521-01647-6.