ສົມເດັດພະເຈົ້າກຸງທົນບຸລີ

ຈາກ ວິກິພີເດຍ
ສົມເດັດພະເຈົ້າກຸງທົນບຸລີ
สมเด็จพระเจ้ากรุงธนบุรี
Monument of King Taksin in Wat Kungtapao.jpg

ພະປໍຣະມາພິໄທ ສົມເດັດພະບໍຣົມລາຊາທີ່ 4
ສິນ (ພະນາມເດີມ)
ພະອິສະລິຍະຍົດ ພະມະຫາກະສັດແຫ່ງກຸງສີອະຍຸທະຍາ[໑]
ລາຊະວົງ ທົນບຸລີ
ຄອງລາດ 28 ທັນວາ ຄ.ສ.1767
ບໍລົມລາຊາພິເສກ 28 ທັນວາ ຄ.ສ.1767
ລັດຊະການກ່ອນໜ້າ ສະຖາປະນາກຸງທົນບຸລີ
ສົມເດັດພະທີ່ນັ່ງສຸຣິຍາດອະມະລິນເປັນພະມະຫາກະສັດສະຫຍາມພະອົງກ່ອນໜ້າ
ລັດຊະການຕໍ່ໄປ ສິ້ນກຸງທົນບຸລິ
ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ
ວັດປະຈຳລັດຊະການ ວັດອິນທາລາມວໍລະວິຫານ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ 22 ມີນາ ຄ.ສ.1734
ກຸງສີອະຍຸທະຍາ

ທຸງຊາດປະເທດໄທສະຫຍາມ

ສະຫວັນຄົດ 6 ເມສາ ຄ.ສ.1782
ກຸງທົນບຸລີ

ທຸງຊາດປະເທດໄທ ສະຫຍາມ

ພະລາຊະບິດາ ຫຍົງ ແຊ່ແຕ້ (鄭鏞)
ພະລາຊະມານດາ ກົມພະເທພາມາດ (ນົກອ້ຽງ)
ພະມະເຫສີ ກົມມະຫຼວງບາດບໍລິຈາ
ກົມບໍລິຈາພັກດີສີສຸດາຮັກ
ພະລາຊະໂອລົດ/ທິດາ 30 ພະອົງ

ສົມເດັດພະເຈົ້າກຸງທົນບຸລີ ຫຼື ສົມເດັດພະເຈົ້າຕາກສິນມະຫາລາດ ຫຼື ສົມເດັດພະບໍລົມມະລາຊາທີ່ 4 (ຄຳເຄົ້າ:ສົມເດັຈພຣະເຈົ້າກຣຸງທົນບຸຣີ)(ໄທ: สมเด็จพระเจ้าตากสินมหาราช; ຈີນ: 鄭昭; ພິງອິງ: Zhèng Zhāo; ແຕ້ຈິ໋ວ: Dênchao(22 ມີນາ ຄ.ສ. 1734 - 6 ເມສາ ຄ.ສ. 1782). ແຕ່ບາງແຫ່ງກ່າວວ່າ 17 ເມສາ ຄ.ສ. 1734. ມີພະນາມເດີມວ່າ ສິນ. ພະລາຊະບິດາເປັນຈີນແຕ້ຈິ໋ວ ໄດ້ສົມລົດກັບຍິງສະຫຍາມຊື່ ນົກອ້ຽງ, ພານຫຼັງເປັນ ກົມພະເທພາມາດ. ຊົງເປັນເຈົ້າມະຫາຊີວິດພະອົງດຽວຂອງອານາຈັກທົນບຸລີ. ຊົງປາບດາພິເສກເປັນພະມະຫາກະສັດແຫ່ງກຸງສີອະຍຸທະຍາ[໒] ເມື່ອມຶ້ທີ່ 28 ທັນວາ ຄ.ສ. 1767. ສະເດັດສະຫວັນນະຄົດເມື່ອມື້ທີ່ 6 ເມສາ ຄ.ສ. 1782 ສິຣິພະຊົນມາຍຸໄດ້ 48 ພັນສາ. ຮວມສິຣິດຳລົງລາຊະສົມບັດ 15 ປິ. ພະລາຊະໂອລົດ-ພະລາຊະທິດາ ຮວມທັງສິ້ນ 30 ພະອົງ

ພະລາຊະກໍລະນີຍະກິດທີ່ສຳຄັນໃນລາຊະສະໄໝຂອງພະອົງ ຄື ການກອບກູ້ເອກະລາດຈາກພະມ້າພາຍຫຼັງການເສຍກຸງສີອະຍຸທະຢາຄັ້ງທີ່ສອງ ໂດຍຂັບໄລ່ທະຫານພະມ້າອອກຈາກລາຊະອານາຈັກຈົນໝົດສິ້ນແລະຍັງຊົງເຮັດສົງຄາມຕະຫຼອດລາຊະສະໄໝເພື່ອຮວບແຜ່ນດິນເຊິ່ງຢູ່ພາຍໃຕ້ການປົກຄອງຂອງຂຸນສຶກຝ່າຍຕ່າງໆ ໃຫ້ເປັນປຶກແຜ່ນເຊັ່ນດຽວກັບຂະຫຍາຍພະລາຊະອານາເຂດອອກໄປຢ່າງກວ້າງຂວາງ ນອກຈາກນີ້ພະອົງຍັງຊົງມຸ່ງມັ່ນທີ່ຈະຟື້ນຟູປະເທດໃນດ້ານຕ່າງໆ ໃຫ້ກັບຄືນສູ່ສະພາວະປົກກະຕິຫຼັງສົງຄາມ ຊົງສົ່ງເສີມທາງດ້ານເສດຖະກິດ ສາດສະໜາ ສິລະປະວັດທະນະທຳ ວັນນະກຳແລະການສຶກສາ ເນື່ອງຈາກພະມະຫາກະລຸນາທິຄຸນທີ່ມີຕໍ່ແຜ່ນດິນໄທ ລັດຖະບານຈຶງໄດ້ປະກາດໃຫ້ວັນທີ່ 28 ທັນວາຂອງທຸກປີເປັນ "ວັນສົມເດັດພະເຈົ້າຕາກສິນ" ແລະຍັງຊົງໄດ້ຮັບສົມຢານາມມະຫາລາດ

ພະປໍຣະມາພິໄທ[ດັດແກ້]

ສົມເດັດພະເຈົ້າກຸງທົນບຸລີມີພະນາມຮຽກທີ່ແຕກຕ່າງກັນ ດັງນີ້

  • ເມື່ອພະອົງຊົງຂຶ້ນຄອງລາດ ຊົງໃຊ້ພະນາມວ່າ

"ພະສີສັນເພັດ ສົມເດັດບໍຣົມທຳມິກະລາຊາທິລາດຣາມາທິບໍດີ ບໍຣົມຈັກກະພັດສອນບໍວອນລາຊາທິບໍດິນ ຫຼິຫະລິນທາດາທິບໍດີ ສີສຸວິບູນ ຄຸນນະຣຸຈິດ ລິດທິຣາເມສວນ ບໍຣົມທຳມິກະລາດເດໂຊໄຊ ພົມເທພາດິເທບ ຕຣີພູວະນາທິເບດ ໂລກະເຊດວິສຸດ ມຸງກຸດປະເທດຄະຕາ ມະຫາພຸດທາງກູນ"

  • ພະລາຊະພົງວະດານ ກຸງສີສັດຕະນາຄະນະຫຸດ ຮຽກວ່າ ສົມເດັດພະເອກາທົດສະລົດ
  • ພະລາຊະພົງສາວະດານ ສະບັບພັນຈັນທະນຸມາດ (ເຈີມ)

ຮຽກວ່າ ພະບໍຣົມໜໍ່ພຸດທາງກູນເຈົ້າ

  • ຈົດໝາຍເຫດກຸງທົນບຸລີໃນສະໝຸດໄທດຳ ຊື່ພະລາຊະສານແລະສຸພັກສອນໂຕ້ຕອບກຸງທົນບຸລີແລະກຸງສີສັດຕະນາຄະນະຫຸດຈຸລະສັກກະຫຼາດ 1140 ໃຊ້

ພະບາດສົມເດັດພະເອກາທົດສະລົດອິສວນບໍຣົມມະນາດບໍຣົມບໍພິດ ແລະ ພະບາດສົມເດັດພະເອກາທົດສະລຸດອິສວນບໍຣົມມະນາດບໍຣົມບໍພິດ

  • ຕອນປາຍລາຊະການ ພຣະລັດຕະນະມຸນີ ໄດ້ຖະຫວາຍພະນາມໃໝ່ວ່າ ສົມເດັດພຣະສະຫຍາມຍອດໂຍຄາວະຈອນ
  • ພະລາຊະພົງສາວະດານ ສະບັບລາຊະຫັດຖະເລຂາ ຮຽກວ່າ ສົມເດັດພະບໍຣົມລາຊາທີ່ 4
  • ພະນາມທີ່ຮຽກກັນຕາມໜັງສືປະຫວັດສາດທົ່ວ

ໄປຮຽກວ່າ ສົມເດັດພະເຈົ້າກຸງທົນບຸລີ

  • ປະຊາຊົນທົ່ວໄປຂະໜານນາມ ສົມເດັດພະເຈົ້າຕາກສິນມະຫາລາດ

ພະລາຊະປະຫວັດກ່ອນສະເດັດຂຶ້ນຄອງລາດ[ດັດແກ້]

ພະລາຊະສົມພົບແລະຂະນະຊົງພະເຍົາ[ດັດແກ້]

ໃນລາຊະສະໄໝຂອງສົມເດັດພະເຈົ້າຢູ່ຫົວບໍຣົມໂກດ ມີຊາວຈີນແຕ້ຈິ໋ວຄົນໜຶ່ງນາມວ່າ ຫຍົງ ແຊ່ແຕ້ (鄭鏞) (ນິທິ ອຽວສີວົງ ໄດ້ອະທິບາຍວ່າໄຫຮອງ ຫຼື ໄຮ້ຮົງ ຫຼື ໄຫ່ເຟີງ (海豐) ເປັນອຳເພີໜຶ່ງຂອງຈັງຫວັດແຕ້ຈິ໋ວ ບໍ່ແມ່ນຊື່ຂອງພະລາຊະບິດາຂອງສົມເດັດພະເຈົ້າກຸງທົນບຸລີ) ເປັນຜູ້ອົບພະຍົບມາຈາກເມືອງເສີງໄຫ່ ຊົວເຖົາ ຄັ້ນເມື່ອຮອດວັນທີ່ 22 ມີນາ ຄ.ສ. 1734 ໄດ້ມີບຸດຊາຍຄົນໜຶ່ງໄດ້ຊື່ວ່າ ສິນ (信) ເກີດແຕ່ນາງນົກອ້ຽງເຊິ່ງເປັນຊາວໄທສະຫຍາມ ເຊິ່ງຕໍ່ມາໄດ້ຮັບສະເຫຼີມພະນາມເປັນກົມພະເທພາມາດ ສຳລັບຖິ່ນກຳເໜິດຂອງສົມເດັດພະເຈົ້າກຸງທົນບຸລີນັ້ນນ່າຈະເກີດໃນແຖບພາກກາງຫຼາຍກວ່າເມືອງຕາກ ເຊິ່ງມັກວ່າກັນວ່າຢູ່ໃນກຸງສີອະຍຸທະຢາ

ຈາກຫຼັກຖານທີ່ອາລັກຂອງຈີນຈົດບັນທຶກໄວ້ໃນພະລາຊະພົງສາວະດານວົງເຊັງ ແຜ່ນດິນຈັກກະພັດສຽນຫຼົງ ກ່າວເຖິງພະລາຊະປະຫວັດຂອງພະອົງໄວ້ວ່າ "ບິດາເຈິ້ງເປັນຊາວມົນທົນກວາງຕຸ້ງ ໄປທຳມາຄ້າຂາຍຢູ່ທີ່ສຽມລໍ່ກົ໊ກ [暹羅國; ປະເທດໄທ] ແລະເກີດເຈິ້ງເຈົາ [鄭昭 ສົມເດັດພະເຈົ້າກຸງທົນບຸລີ; ສຳນຽງປັກກິ່ງ] ທີ່ນັ່ນເມື່ອເຈິ້ງເຈົາເຕີບໃຫຍ່ເປັນຜູ້ມີຄວາມສາມາດໄດ້ເຂົ້າຮັບລາຊະການຢູ່ໃນສຽມລໍ່ກົ໊ກ ເມື່ອເຈິ້ງເຈົາຮົບຊະນະພະມ້າແລ້ວ ລາຊະດອນທົ່ວປະເທດຍົກຂຶ້ນເປັນເຈົ້າຄອງປະເທດ..."

ສຳລັບການສຶກສາຂອງສົມເດັດພະເຈົ້າກຸງທົນບຸລີບໍ່ແນ່ຊັດ ແຕ່ຄາດວ່ານ່າຈະຊົງໄດ້ເຄີຍບວດຮຽນມາເປັນໄລຍະເວລາໜຶ່ງ ເຮັດໃຫ້ຊົງສາມາດແຕ່ງກອນບົດລະຄອນແລະອຸດໜຸນການເກັບຮວບຮວມຄຳພີໃນພະພຸດທະສາດສະໜາໃນພາສາໄທແລະພາສາບາລີຄັ້ນເມື່ອຂຶ້ນຄອງລາດແລ້ວ ສ່ວນອະພິນິຫານບັນພະບຸລຸດ ລະບຸວ່າ ເດັກຊາຍສິນໄດ້ຮຽນໜັງສືໃນວັດໂກສາວາດ ສຳນັກຂອງພະອາຈານທອງດີ ອີກທັງຍັງໄດ້ອຸປະສົມບົດແລະຍັງສຶກສາພາສາຕ່າງປະເທດເປັນຈຳນວນຫຼາຍໃນລະຫວ່າງເປັນມະຫາດເລັກ ພຽງແຕ່ມີຫຼັກຖານທີ່ນ່າເຊື່ອຖືວ່າພະອົງຊົງຕຣັສ(ເວົ້າ) ໄດ້ 4 ພາສາ ຄື ໄທ ຈີນ ຍວນ ແລະລາວ

ອາຊີບຄ້າຂາຍ[ດັດແກ້]

ນິທິ ອຽວສີວົງ ໄດ້ອະທິບາຍວ່າ ພະລາຊະບິດາຂອງສົມເດັດພະເຈົ້າກຸງທົນບຸລີນ່າຈະປະກອບອາຊີບຄ້າຂາຍເປັນຫຼັກ ບໍ່ແມ່ນນາຍອາກອນບ່ອນເບ້ຍເປັນຄຳອະທິບາຍວ່າເຫດໃດພະອົງຈຶງບໍ່ຊົງປະມູນສືບຕໍ່ອາຊີບຈາກບິດາ ຈຶງນ່າຈະເປັນພໍ່ຄ້່ກວຽນຫຼາຍກວ່າ ທິງນີ້ພະອົງແລະພັກພວກເປັນກຸ່ມພໍ່ຄ້າເລ່ລ່ອນໃນແຖບຫົວເມືອງເໜືອ ການເປັນພໍ່ຄ້າດັງກ່າວເຮັດໃຫ້ພະອົງມີຊາວຈີນເຂົ້າມາສະໝັກເປັນພັກພວກ ແລະມີຄວາມຊ່ຽວຊານໃນພູມິອາກາດແລະພູມິປະເທດແຖບຫົວເມືອງເໜືອ ແລະເຮັດໃຫ້ຊົງມີຄວາມສາມາດດ້ານການຮົບອີກທາງໜຶ່ງ ການຄ້າຂາຍດັງກ່າວຈຶງເປັນໂອກາດໃຫ້ພະອົງສາມາດເປັນເຈົ້າເມືອງຕາກໄດ້ ເຊິ່ງກົງກັບຕາມປະສົງທີ່ຈະເປັນເຈົ້າເມືອງຂອງພະອົງດ້ວຍເຊັ່ນກັນ

ຮັບລາຊະການໃນສະໄໝສົມເດັດສົມເດັດພະເຈົ້າເອກະທັດ[ດັດແກ້]

ສຳລັບການຮັບລາຊະການເປັນເຈົ້າເມືອງຕາກນັ້ນ ພະລາຊະພົງສາວະດານສະບັບໜຶ່ງໄດ້ກ່າວໄວ້ໃນທຳນອງວ່າ ສົມເດັດພະເຈົ້າກຸງທົນບຸລີຊົງແລ່ນເຕັ້ນໃຫ້ໄດ້ຮັບຕຳແໜ່ງເຈົ້າເມືອງຕາກ ໂດຍຕຶດຕໍ່ຜ່ານທາງມະຫາດເລັກເຖິງພະຍາຈັກກີ ສົມເດັດພະເຈົ້າເອກະທັດຊົງຊາບວ່າເຈົ້າເມືອງຕາກຄົນກ່ອນປ່ວຍຕາຍ ຈຶງພະຍາຈັກກີຫາຜູ້ມີສະຕິປັນຢາພໍຈະຮັບຕຳແໜ່ງແທນ ສົມເດັດພະເຈົ້າກຸງທົນບຸລີຈຶງໄດ້ເປັນເຈົ້າເມືອງຕາກ ສ່ວນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ຊົງວິນິດໄສວ່າ ພະອົງຊົງເຄີຍເປັນຫຼວງຍົກກະບາດຫຼວງມາກ່ອນເມືອງຕາກກ່ອນທີ່ຈະຊົງໄດ້ຮັບການເລື່ອນຕຳແໜ່ງ

ຄັ້ນເມື່ອກອງທັບພະມ້າຍົກມາຮຸກຮານກຸງສີອະຍຸທະຢາໄດ້ຍົກທັບຜ່ານເມືອງຕາກ ພະຍາຕາກເຫັນສູ້ບໍ່ໄຫວຈຶງໄດ້ນຳກອງທັບລົງມາຊ່ອຍປ້ອງກັນກຸງສີອະຍຸທະຍາ ທັງຍັງປະກົດໃນພົງສາວະດານວ່າພະຍາຕາກມີຄວາມຊອບໃນການນຳທະຫານ 500 ນາຍ ມາຊ່ວຍປ້ອງກັນພະນະຄອນ ຈຶງໄດ້ຮັບພະລາຊະທານຂອງບຳເນັດ ໃນລະຫວ່າງການປິດລ້ອມນັ້ນກໍໄດ້ປະກົດຝີມືເປັນນາຍທັບເຂັ້ມແຂັງປະຕິບັດວຽກຕາມຄຳສັ່ງຂອງລາຊະການ

ສ້າງກຸ່ມຊຸມນຸມແລະກອບກູ້ເອກະລາດ[ດັດແກ້]

ກ່ອນທີ່ກຸງສີອະຍຸທະຢາຈະເສຍແກ່ພະມ້ານັ້ນ ຫົວເມືອງຝ່າຍເໜືອ ຝ່າຍໃຕ້ ແລະຕາເວັນຕົກ ລ້ວນຖືກຄວບຄຸມຢ່າງເຂັ້ມງວດ ການທຳມາຫາກິນ ການເຮັດໄຣ່ນາ ຊັບສິນ ງົວຄວາຍ ຖືກຍຶດໄວ້ໝົດຈົນກະທັ່ງຊ່ວງກາງດຶກຂອງຄືນວັນທີ່ 3 ມັງກອນ ຄ.ສ. 1766 (ກ່ອນກຸງແຕກປະມານ 3 ເດືອນ) ນັ້ນ ກອງທັບພະມ້າຍິງຖະຫຼົ່ມພະນະຄອນສີອະຍຸທະຢາຢ່າງໜັກ ເກີດໄຟລຸກໄໝ້ທົ່ວພະນະຄອນ ບ້ານເຮືອ ວັດ ວັງ ໄດ້ຮັບຄວາມເສຍຫາຍ ສະເພາະບ້ານລາຊະດອນເກີດໄຟໄໝ້ກວ່າ 10,000 ຫຼັງ ແຕ່ວ່າກາງເວັນຂອງວັນທີ່ 3 ມັງກອນນັ້ນກອງກຳລັງຂອງສົມເດັດພະເຈົ້າຕາກສິນເມື່ອຄັ້ງຍັງດຳລົງຕຳແໜ່ງເປັນພະຍາຕາກ ໄດ້ຮວບຮວມກອງກຳລັງຈຳນວນ 1,000 ນາຍ ໜີອອກຈາກກຸງສີອະຍຸທະຢາມາກ່ອນແລ້ວ ຈຶງໄດ້ເຫັນແສງໄຟລຸກໄໝ້ໃນກຸງສີອະຍຸທະຢາທີ່ບ້ານສຳບັນດິດໃນເວລາທ່ຽງຄືນຂອງວັນນັ້ນ ໂດຍມີນາຍທະຫານຄົນສຳຄັນໃນກອງທັບຄື ພະຍາຊຽງເງິນ ຫຼວງພົມເສນາ ຫຼວງພິໄຊອາສາ ຫຼວງລາດສະເນ່ຫາ ຂຸນອະໄພພັກດີ (ທັງ 5 ນາຍນີ້ມັກປະກົດຢູ່ໃນອະນຸສາວະຣີຫຼາຍແຫ່ງ) ພະອົງຕັ້ງຄ່າຍຢູ່ໃນວັດພິໄຊ ໄດ້ເລິ່ມອອກເດີນທາງມາຮອດບ້ານຫານຕາເມື່ອເວລາຄ່ຳ ໂດຍມີກອງທັບພະມ້າໄລ່ຕິດຕາມມາ ແລ້ວຕໍ່ສູ້ກັນຈົນພະມ້າພ່າຍແພ້ກັບໄປ ກ່ອນຈະເດີນທາງມາຮອດບ້ານເຂົ້າເມົ່າ ບ້ານສຳບັນດິດ ຕອນເວລາທ່ຽງຄືນ

ເຊົ້າວັນທີ່ 4 ມັງກອນ ຄ.ສ. 1766 ກອງກຳລັງເດີນທາງມຸ່ງໜ້າໄປທາງບ້ານໂພສັງຫານ ພະມ້າສົ່ງກອງທັບໄລ່ຕິດຕາມມາອີກຈຶງໄດ້ຮົບກັນຈົນພະມ້າແຕກພ່າຍກັບໄປ ມາຮອດບ້ານພານນົກເວລາຕອນແລງ ຄາວນີ້ພະມ້າສົ່ງກອງກຳລັງມາແກ້ມືເຖິງ 2,000 ນາຍ ຝ່າຍພະຍາຕາກຈຶງຊົງມ້າກັບທະຫານອີກ 4 ມ້າອອກຮົບສຶກ ຈົນສາມາດຕີພະມ້າແຕກພ່າຍກັບອີກເທື່ອໜຶ່ງ ວັນນີ້ເຫຼົ່າທະຫານມ້າຈຶງຖືເອົາເປັນ ວັນທະຫານມ້າ ຂອງໄທ

ວັນທີ່ 3 ຂອງເດີນທັບ ກອງກຳລັງພະຍາຕາກເດີນທັບມສຸດເຂດພະນະຄອນສີອະຍຸທະຢາ ກ່ອນທີ່ຈະເຂົ້າມາເມືອງນະຄອນນາຍົກ ກໍມີຂຸນຊຳນານໄພສົນກັບນາຍກອງຊ້າງ ມາຂໍສະຫວາມິພັກຕໍ່ພະອົງ ທັງຍັງຖະຫວາຍຊ້າງພາຍ 5 ຊ້າງ ຊ້າງພັງ 1 ຊ້າງ ແລ້ວອາສານຳທາງຕໍ່ໄປຍັງບ້ານກົງຫຼືບ້ານດົງ ເມືອງນະຄອນນາຍົກ ເມື່ອຮອດບ້ານກົງ ຂ້າລາຊະການ ຂຸນໝື່ນພັນທະນາຍທ້ອງຖິ່ນ ບໍ່ສະຫວາມິພັກ (ຍອມຈຳນົນ) ແມ້ຈະໄດ້ເຈລະຈາເກ້ຍກ່ອມ 3 ຄັ້ງ ແຕ່ບໍ່ສຳເລັດ ຣຸ່ງຂຶ້ນກອງກຳລັງພະຍາຕາກຈຶງຕ້ອງປະທະກອງກຳລັງຊາວບ້ານກົງ ເຊິ່ງມີກຳລັງຫຼາຍກວ່າ 1,000 ນາຍ ແຕ່ກໍຖຶກກອງກຳລັງພະຍາຕາກຕີພ່າຍໄປ ຍຶດຊ້າງໄດ້ຕື່ມອີກ 7 ຊ້າງ ເງິນທອງ ແລະເສຍອາຫານອີກຈຳນວນຫຼາຍ ວັນທີ່ 8 ມັງກອນ ຄ.ສ. 1766 ຫຼື 6 ວັນນັບຕັ້ງແຕ່ໜີອອກຈາກພະນະຄອນ ເດີນທັບມາຮອດຕຳບົນໜອງໄມ້ຊຸ່ມ ແລ້ວຢຸດພັກ ນະ ຈຸດນີ້ເປັນເວລາ 2 ວັນ ກ່ອນທີ່ຈະອອກເດີນທັບຕໍ່ມາຮອດບ້ານນາເລິ່ງ ແຂວງເມືອງນະຄອນນາຍົກແລ້ວຢຸດພັກອີກ 1 ຄືນ

ຕໍ່ມາພະຍາຕາກຈຶງນຳກອງກຳລັງຂ້າມແມ່ນ້ຳທີ່ດ່ານກົບແຈະ ເມືອງປາຈີນບຸລີ ແລ້ວຢຸດພັກກອງກຳລັງກ່ອນຈະເດີນທັບຕໍ່ໄປຍັງທຸ່ງສີມະຫາໂພ ແລະຕ້ອງຢຸດລໍນາຍທະຫານ 3 ນາຍ ຄື ພະຊຽງເງິນ ຂຸນພິພິດວາທີ ແລະສົມເດັດພະຮາມລາຊາທີ່ຕາມກອງທັບມາບໍ່ທັນ ລະຫວ່າງທີ່ຊົງລໍກຸ່ມພະຊຽງເງິນຢູ່ນັ້ນ ໄດ້ເກີດການປະທະກັບກອງທັບທັງທັບບົກທັບເຮືອຂອງພະມ້າເຊິ່ງຕັ້ງຢູ່ທີ່ປາກນ້ຳໂຈໂລ້ ເມືອງສະເຊິງເຊົາ ພະມ້າໄລ່ແທງຟັນຄົງເຊິ່ງເມື່ອຍຫຼ້າຢູ່ນັ້ນແລ່ນໜີມາຕາມທາງ ຄັ້ນໄດ້ທອດພະເນດເຫັນ ຈຶງໃຫ້ນາຍບຸນມີຂຶ້ນມ້າໃຊ້ສວນທາງລົງໄປປະມານ 20 ເສ້ນພົບກອງທັບພະມ້າຍົກຂຶ້ນມາແຕ່ປາກນ້ຳໂຈໂລ້ທັງທັບບົກທັບເຮືອ ພະເຈົ້າຕາກຈຶງມີຮັບສັ່ງໃຫ້ຕັ້ງແນວຮັບ ຂຸດຫຼຸມເພາະ ວາງປືນຕັບ ຮຽງໜ້າກະດານ ຈົນພະມ້າເຂົ້າມາໄກ້ຮາວ 240 ແມັດ ຈຶງເລິ່ມເປີດສາກຍິງຂຶ້ນ ແນວທຳອິດຂອງພະມ້າແຕກພ່າຍໄປ ແຕ່ຍັງມີກອງໜຸນເຂົ້າມາອີກ 3 ກອງເຊິ່ງຖຶກຍິງແຕກພ່າຍໄປເຊັ່ນກັນ ຈຶງຂັບພົນທະຫານໂຫ່ຮ້ອງຕີຄ້ອງສຳທັບໄລ່ຕິດຕາມຂ້າພະມ້າເສຍເປັນອັນຫຼາຍ ແລ້ວກໍເດີນທັບມາທາງບ້ານຫົວທອງຫຼາງສະພານທອງ ຈາກແນວທະທະແລະການຕິດຕາມຂ້າພະມ້າມາທາງປາກນ້ຳໂຈໂລ້ນີ້ເອງເຮັດໃຫ້ປ່ຽນການເດີນທັບຕາມຊາຍປ່າດົງມາເປັນຊາຍທະເລເຂົ້າເຂດເມືອງຊົນບຸລີ ຈຶງໃຫ້ຍົກພົນນິກາຍມາປະທັບຕາມລຳດັບ ບ້ານທອງຫຼາງ, ຕະພານທອງ, ບາງປາສ້ອຍ ຮອດບ້ານນາເກືອ

ທີ່ບ້ານນາເກືອມີນາຍກົມຫຼືນາຍກ່ຳ ນາຍຊຸມນຸມທີ່ບ້ານນາເກືອໄດ້ຮວບຮວມກອງ ກຳລັງຄິດສະກັດຕໍ່ຮົບກັບກອງກຳລັງພະເຈົ້າຕາກ ແຕ່ພຽງພະເຈົ້າຕາກສະແດງແສນຍານຸພາບ “ສະເດັດຊົງຊ້າງພະທີ່ນັ່ງສູ້ດ້ວຍເຄື່ອງສັບພະວຸດຊົງພະແສງປືນຕົ້ນຮາງແດງກັບໝູ່ພົນໂຍທາຫານ“ ເທົ່ານັ້ນນາຍກົມກໍເຖິງກັບວາງອາວຸດ ຍອມອ່ອນນ້ອມແຕ່ໂດຍດີ ແລ້ວອາສານຳໄປ ພັດທະຢາ ນາຈອມທຽນ ທຸ່ງໄກ່ເຕ້ຍ ສັດຕະຫີບ ຊາຍທະເລ ບ້ານຫິນໂຂງ ແລະບ້ານນ້ຳເກົ່າແຂວງເມືອງຣະຍອງ ໂດຍພັກທັບຄືນລະແຫ່ງຕາມລຳດັບ ລະຫວ່າງເສ້ນທາງທີ່ຜ່ານໄປນັ້ນໄດ້ປະທະກັບກອງກຳລັງຂອງພະມ້າຫຼາຍຄັ້ງ ແຕ່ກໍສາມາດຕີຝ່າໄປໄດ້ທຸກຄັ້ງ ແລະສາມາດຮວບຮວມກອງກຳລັງຕະຫຼອດຈົນອາວຸດຍຸດໂທປະກອນໄດ້ຫຼາຍຂຶ້ນ

ຫຼັງຈາກພະອົງຍຶດເມືອງຣະຍອງໄດ້ ຊະນະພັກຢູ່ບໍລິເວນວັດລູ້ມມະຫາໄຊຊຸມພົນ ໄດ້ເກີດເຫດການອັດສະຈັນພາຍຸໝຸນຈົນບິດຕົ້ນຕານເປັນກຽວໂດຍບໍ່ຄາຍຕົວເຊິ່ງຊາວບ້ານທັງຫຼາຍຕ່າງກໍຮຽກວ່າ ຕານຂົດ ບັນດາທະຫານທັງຫຼາຍຕ່າງກໍຍົກພະຍາວະຊິຣະປາການເປັນເຈົ້າຕາກ ພາຍຫຼັງຈາກເດີນທັບອອກຈາກວັດພິໄຊ 23 ວັນ ພະອົງໄດ້ມີພະລາຊະປະນິທານວ່າ

ກຸງເທບມະຫານະຄອນຄົງຈະເສຍແກ່ພະມ້າເປັນແທ້ ຕົວເຮົາຄິດຈະຊ້ອງສຸມປະຊາລາດໃນແຂວງເມືອງຫົວຕະວັນອອກທັງປວງໃຫ້ໄດ້ມາກແລ້ວ ຈະຍົກກັບເຂົ້າໄປກູ້ກຸງໃຫ້ຄົງຄືນເປັນລາຊະທານີດັງເກົ່າ ແລ້ວຈັກທຳນຸບຳລຸງສະມະນະພາມນາປະຊາລາດເຊິ່ງອານາຖາກາທີ່ພຳນັກບໍ່ມິໄດ້ ໃຫ້ລົ່ມເຍັນເປັນສຸຂານຸສຸກ ແລະຈະຍໍຍົກພະບໍວອນພຸດທະສາດສະໜາໃຫ້ໂຊຈະນາການໄພບຸນຂຶ້ນເໝືອນຢ່າງແຕ່ກ່ອນ ເຮົາຈະຕັ້ງຕົວເປັນເຈົ້າຂຶ້ນໃຫ້ຄົນທັງຫຼາຍນັບຖືຍຳເກງຈົງມາກ ການເຊິ່ງຈະກອບກູ້ແຜ່ນດິນຈຶງຈະສຳເລັດໂດຍງ່າຍ

ການປະກາດຕັ້ງຕົວຂຶ້ນໃນຄັ້ງນີ້ມີສັກທຽບເທົ່າພະບໍຣົມວົງສານຸວົງ ຢ່າງໃດກໍຕາມ ກໍອາດພິຈາລະນາຈາກແນວຄິດທາງການເມືອງໄດ້ເຊັ່ນກັນວ່າ ພະຍາຕາກປະກາດຕົນເປັນພະເຈົ້າແຜ່ນດິນນັບຕັ້ງແຕ່ໜີອອກຈາກກຸງສີອະຍຸທະຢາແລ້ວ ເຈົ້າຕາກມຸ່ງຍຶດເມືອງເມືອງຈັນທະບູນ ເຊຶ່ງກ່ອນເຂົ້າຕີເມືອງໄດ້ມີຮິບສັ່ງໃຫ້ທະຫານທຸກຄົນທຳລາຍໝໍ້ເຂົ້າໃຫ້ໝົດ ໝາຍຈະໃຫ້ໄປກິນເຂົ້າທີ່ເມືອງຈັນທະບູນ ຈົນຕີໄດ້ເມືອງຈັນທະບູນເມື່ອວັນ ມິຖຸນາ ຄ.ສ. 1767 ຫຼັງຈາກນັ້ນກໍມີຜູ້ຄົນສະມັກໃຈເຂົ້າມາຮ່ວມດ້ວຍກັບພະອົງເປັນຈຳນວນຫຼາຍ ເນື່ອງຈາກເມືອງຈັນທະບູນແລະເມືອງຕາດບໍ່ຖືກຍຶດຄອງໂດຍທະຫານພະມ້າ

ພະເຈົ້າຕາກຊົງຮວບຮວມກຳລັງພົນຈົນມີຈຳນວນ 5,000 ນາຍ ຈຶງໄດ້ຍົກກອງທັບເຮືອອອກຈາກຈັນທະບູນ ລ່ອງມາຕາມຝັ່ງທະເລອ່າວໄທ ຈົນຮອດປາກແມ່ນ້ຳເຈົ້າພະຍາ ຕໍ່ສູ້ຈົນຍຶດທົນບຸລີຄືນອອກຈາກພະມ້າໄດ້ ນາຍທອງອິນ ເຈົ້າເມືອງທົນບຸລີເຊິ່ງພະມ້າແຕ່ງຕັ້ງໃຫ້ນັ້ນຖືກປະຫານຊີວິດ ຕໍ່ຈາກນັ້ນໄດ້ຍົກກອງທັບເຮືອຕໍ່ໄປຮອດກຸງສີອະຍຸທະຢາ ເຂົ້າໂຈມຕີຄ່າຍໂພຣຶ໌ສາມຕົ້ນຈົນສາມາດຂັບໄລ່ທະຫານພະມ້າອອກຈາກອານາຈັກໄດ້ ແລະສາມາດກອບກູ້ກຸງສີອະຍຸທະຢາຈາກການຍຶດຄອງ ໃຊ້ເວລາພຽງເຈັດເດືອນຫຼັງເສຍກຸງ

ປາບດາພິເສກ[ດັດແກ້]

สมเด็จพระเจ้าตากสินมหาราชทรงปราบดาภิเษกเป็นพระมหากษัตริย์แห่งกรุงธนบุรีเมื่อวันที่ 28 ธันวาคม 2310

ດ້ວຍເຫດຜົນທາງຍຸດທະສາດແລະການເມືອງເປັນສຳຄັນ ເຮັດໃຫ້ເຈົ້າຕາກມາຍັບຍັ້ງຢູ່ ນະ ເມືອງທົນບຸລີ ເຊິ່ງມີລັກສະນະເປັນລາຊະທານີບໍ່ຖາວອນ ກ່ອນໜ້ານັ້ນເມືອງຖືກທິ້ງຮ້າງ ມີຕົ້ນໄມ້ຂຶ້ນແລະຊາກສົບທິ້ງຢ່າງເກື່ອນກາດ ເຮັດໃຫ້ຕ້ອງມີການເກນແຮງງານຈັດການພື້ນທີ່ຂຶ້ນມາໃໝ່ ເຈົ້າຕາກຍັງມີຮັບສັ່ງໃຫ້ຄົນໄປອັນເຊີນພະບໍຣົມວົງສານຸວົງໃນສະໄໝຕອນປາຍອະຍຸທະຢາຈາກເມືອງລົບບຸລີ ແລະໄດ້ຖະຫວາຍພະເພີງພະບໍຣົມສົບສົມເດັດພະເຈົ້າເອກະທັດຕາມບູຮານລາຊະປະເພນີ

ຫຼັງຈາກທີ່ອົບພະຍົບຜູ້ຄົນແລະຊັບສິນລົງມາທາງໃຕ້ແລະຕັ້ງລາຊະທານີໃໝ່ຂຶ້ນທີ່ເມືອງທົນບຸລີ ຮຽກນາມວ່າ ກຸງທົນບຸລີສີມະຫາສະໝຸດ ແຕ່ເອກະສານທາງລາຊະການສະໄໝກຸງທົນບຸລີຍັງຄົງຮຽກນາມເມືອງຫຼວງຕາມເດີມວ່າ ກຸງພະມະຫານະຄອນສີອະຍຸທະຢາ ເຈົ້າຕາກຊົງປາບດາພິເສກເປັນພະມະຫາກະສັດຕາມແບບພະເຈົ້າແຜ່ນດິນຄັ້ງກຸງເກົ່າ ຈົດໝາຍເຫດໂຫນລະບຸວ່າເປັນວັງອັງຄານ ແຮມສີ່ຄ່ຳ ຈຸລະສັກກະຫຼາດ 1129 ສະເຫຼີມພະນາມວ່າ ສົມເດັດພະບໍຣົມລາຊາທີ່ 4 ໃນຂະນະທີ່ຍັງມີພະຊົນມາຍຸ 34 ພັນສາ ຄວາມສຳເລັດດັງກ່າວເຮັດໃຫ້ມີຜູ້ທີ່ມີແນວຄິດຕ້ອງການລື້ຟື້ນລາຊະອານາຈັກອະຍຸທະຢາຂຶ້ນມາໃໝ່ມາເຂົ້າມາຮ່ວມດ້ວຍກັບຊຸມນຸມຂອງພະອົງເປັນອັນຫຼາຍ ເຮັດໃຫ້ສະຖານະພະມະຫາກະສັດຂອງພະອົງເດັ່ນຊັດຍິ່ງຂຶ້ນ ອີກທັງພະອົງຍັງຊົງເລິ່ມປະກອບພະລາຊະກໍລະນີຍະກິດຕາມແບບຢ່າງພະມະຫາກະສັດແຫ່ງກຸງສີອະຍຸທະຢາເພື່ອສະແດງເຖິງສິດທິທຳ ການເລືອກຸງທົນບຸລີເປັນລາຊະທານີຍັງຖືໄດ້ວ່າເປັນກ້າວສຳຄັນໃນການຟື້ນຟູເສດຖະກິດທີ່ເສຍຫາຍຈາກສົງຄາມກັບພະມ້າດ້ວຍ

ຫຼັງຈາກຊົງສະຖາປະນາກຖງທົນບຸລີເປັນລາຊະທານີແລ້ວ ສົມເດັດພະເຈົ້າກຸງທົນບຸລີຊົງພະກະລຸນາໂປດເກົ້າຯ ໃຫ້ສ້າງພະລາຊະວັງກຸງທົນບຸລີ ຫຼື ພະລາຊະວັງເດີມຂຶ້ນເມື່ອ ຄ.ສ. 1767 ເປັນພະລາຊະວັງຫຼວງເຊິ່ງໃຊ້ເປັນທີ່ປະທັບແລະວ່າລາຊະການ ພ້ອມກັບປັບປຸງປ້ອມວິໄຊເຍນແລະປ່ຽນຊື່ໃໝ່ເປັນ ປ້ອມວິໄຊປຣະສິດຕຳແໜ່ງຂອງພະລາຊະວັງນີ້ເປັນຈຸດສຳຄັນທາງຍຸດທະສາດ ສາມາດສັງເກດການໄດ້ໃນໄລຍະໄກ ອີກທັງຍັງໄກ້ກັບເສ້ນທາງຄະມະນາຄົມແລະເສ້ນທາງການເດີນທັບທີ່ສຳຄັນອີກດ້ວຍ ປັດຈຸບັນເປັນທີ່ຕັ້ງຂອງກອງທັບເຮືອ

ພະລາຊະສັນຕະຕິວົງ[ດັດແກ້]

ພະລາຊະກໍລະນີຍະກິດ[ດັດແກ້]

ການສົງຄາມສະໄໝສົມເດັດພະເຈົ້າກຸງທົນບຸລີ ການທີ່ສົມເດັດພະເຈົ້າຕາກສິນຊົງກູ້ເອກະລາດກຖງສີອະຍຸທະຢາກັບຄືນຈາກພະມ້າໄດ້ນັ້ນເຮັດໃຫ້ກິດຕິສັບເລື່ອງລືໄປທົ່ວ ພະກຽດຕິຍົດຂອງພະອົງຈຶງແພ່ໄປວ່າເປັນຜູ້ສາມາດກູ້ແຜ່ນດິນໄທໃຫ້ພົ້ນຈາກອຳນາດພະມ້າຂ້າສຶກໄດ້ ເຮັດໃຫ້ໄພ່ບ້ານພົນລະເມືອງທີ່ຍັງຫຼົບລີ້ຢູ່ຕາມທີ່ຕ່າງໆ ພາກັນມາອ່ອນນ້ອມເຂົ້າຮ່ວມກັບສົມເດັດພະເຈົ້າຕາກສິນເປັນຈຳນວນຫຼາຍ ເຊິ່ງຈະເປັນກຳລັງໃນການສຶກສົງຄາມແລະການບູລະນະບ້ານເມືອງຕໍ່ໄປ ພະລາຊະກໍລະນີຍະກິດທີ່ສຳຄັນ ດັງນີ້

ດ້ານການຮວມຊາດ[ດັດແກ້]

ຈາກຜົນການເສຍກຸງສີອະຍຸທະຢາຄັ້ງທີ່ສອງເຮັດໃຫ້ອານາຈັກອະຍຸທະຢາບໍ່ອາດກັບມາຕັ້ງໃໝ່ເປັນອານາຈັກຂອງຄົນໄທສະຫຍາມໄດ້ອີກ ທັງຍັງເກີດປັນຫາດ້ານເສດຖະກິດແລະຄວາມປອດໄພໃນຊີວິດຕາມມາ ເຊິ່ງຕາມທັດສະນະຂອງນິທິ ອຽວສີວົງ ໄດ້ອະທິບາຍວ່າ ມີການຮວມກຸ່ມຂອງປະຊາຊົນຂຶ້ນດ້ວຍວັດຖຸປະສົງແຕກຕ່າງກັນ ແຕ່ສຳຄັນຄືເພື່ອເອົາຊີວິດຮອດ ນອກຈາກນີ້ກຸ່ມການເມືອງຫຼືຊຸມນຸມຂະໜາດໃຫຍ່ ໆ ນັ້ນຍັງແຕກອອກເປັນ 4-6 ຝ່າຍໃຫຍ່ ແຕ່ບໍ່ມີຝ່າຍໃດເລີຍທີ່ຄິດຈະກອບກູ້ເອກະລາດຫຼືຟື້ນຟູຊາດກັບຄືນມາດັງເດີມ

ສົງຄາມຮົບພະມ້າທີ່ບາງແກ້ວ

ຄັ້ນພະເຈົ້າມັງຣະຊາບຂ່າວວ່າມີຄົນໄທສະຫຍາມຕັ້ງຕົນເປັນໃຫຍ່ອີກຄັ້ງ ຈຶງມີພະລາຊະໂອງການໃຫ້ເຈົ້າເມືອງທະວາຍ ຍົກທັບມາປາບປາມ ກອງທັບພະມ້າຍົກມາຮອດອຳເພີບາງກຸ້ງ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກຂອງກຸງທົນບຸລີ ມີກຳລັງຕາມພະລາຊະພົງສາວະດານ 2,000 ຄົນ ສົມເດັດພະເຈົ້າກຸງທົນບຸລີສະເດັດນຳກອງທັບອອກຕີພະມ້າຈົນແຕກພ່າຍກິດຕິສັບທີ່ຊົງຮົບຊະນະເຮັດໃຫ້ພະລາຊະອຳນາດທາງການເມືອງໃນພາກກາງຍິ່ງເຂັ້ມແຂັງຍິ່ງຂຶ້ນ

ຮາວປີ ຄ.ສ. 1768 ສົມເດັດພະເຈົ້າກຸງທົນບຸລີຊົງເລິ່ມຈາກຍົກທັບໄປຕີຊຸມນຸມພິດສະນຸໂລກເປັນບ່ອນທຳອິດແຕ່ກະສຸນປືນຕ້ອງຖືກພະອົງ ຈຶງຕ້ອງຍົກທັບກັບແລະຮັກສາພະອົງຍັງພະນະຄອນ ຊມນຸມພິດສະນຸໂລກພາຍຫຼັງອ່ອນແອຈົນກະທັ່ງຖືກຊຸມນຸມເຈົ້າພະຝາງຜະໜວກໄປ ຫຼັງຫາຍຈາກພະອາການປະຊວນແລ້ວ ສົມເດັດພະເຈົ້າກຸງທົນບຸລີໄດ້ຊົງໃຊ້ເວລາໃນການປາບປາມຊຸມນຸມອື່ນ ໆ ເພື່ອຮວບຮວມແຜ່ນດິນໃຫ້ເປັນປຶກແຜ່ນຕໍ່ໄປ ໂດຍເລິ່ມຈາກຊຸມນຸຸມເຈົ້າພິມາຍ ກົມມະໝື່ນເທບພິພິດຊົງຖືກປາບປາມແລະຖືກສຳເລັດໂທດໃນປີ ຄ.ສ. 1770 ຕາມດ້ວຍຊຸມນຸມເຈົ້ານະຄອນສີທຳມະລາດ ເຊິ່ງພະປະຫຼັດຜູ້ລັ້ງເມືອງນະຄອນສີທຳມະລາດໄດ້ຕັ້ງຕົວເອງເປັນເຈົ້າ ເຈົ້ານະຄອນສີທຳມະລາດສູ້ບໍ່ໄດ້ໜີຕໍ່ລົງໄປຍັງຫົວເມືອງທາງໃຕ້ ພະຍາປັດຕານີຢ່ານກໍຈັບຕົວມາສົ່ງໃຫ້ສົມເດັດພະເຈົ້າກຸງທົນບຸລີ ໃນປີ ຄ.ສ. 1790 ສົມເດັດພະເຈົ້າກຸງທົນບຸລີຊົງຍົກທັບໄປຕີຊຸມນຸມເຈົ້າພະຝາງໃນຫົວເມືອງຝ່າຍເໜືອ ໂດຍຍຶດໄດ້ເມືອງພິດສະນຸໂລກແລະຝ່າຍເຈົ້າພະຝາງເມືອງສະວາງຄະບຸລີ ຮົບກັນໄດ້ພຽງ 3 ວັນ ເຈົ້າພະຝາງກໍແຕກໜີ ເມື່ອຊົງປາບປາມຊຸມນຸມຕ່າງ ໆ ລົງຢ່າງຣາບຄາບແລ້ວລັດຖະບານຈີນກໍເລິ່ມໃຫ້ການຮັບສະຖານະພະມະຫາກະສັດຂອງພະອົງຢ່າງເປັນທາງການ

ສົງຄາມປ້ອງກັນປະເທດ[ດັດແກ້]

ໃນປີ ຄ.ສ. 1769 ເຈົ້ານາຍຂະເໝົນໄດ້ເກີດວິວາດກັນ ຄື ນັກອົງຕົນໄປຂໍກອງທັບຍວນມາຕີຂະເໝນ ແລະນັກອົງນົນສູ້ບໍ່ໄດ້ກໍພາຄອບຄົວໜີມາພຶ່ງພະບໍຣົມໂພທິສົມພານ ນະ ກຸງທົນບຸລີ ຂິງຊົງພະກະລຸນາໂປດເກົ້າຯ ໃຫ້ພະຍາອະໄພຣົນນະລິດກັບພະຍາອະນຸຊິດລາຊາ (ຕອນນີ້ເປັນຕອນຕົ້ນລາຊະການ ສົມເດັດເຈົ້າພະຍາມະຫາກະສັດສຶກຍັງມີຍົດສັກເປັນພຽງພະຍາອະໄພຣົນນະລິດ) ຍົກທັບໄປຕີຂະເໝົນແລະເຮັດການໂຈມຕີໄດ້ເມືອງສຽມລາດແລ້ວພັກລໍລະດູຝົນຢູ່ ພໍດີໄດ້ຂ່າວວ່າສົມເດັດພະເຈົ້າຕາກສິນມະຫາລາດຍົກທັບໄປຕີເມືອງນະຄອນສີທຳມະລາດ ແລ້ວສິ້ນພະຊົນລົງ ການຕີຂະເໝົນຄັ້ງນັ້ນຈຶງຍັງບໍ່ເສັດ

ເມື່ອຊຸມນຸມເຈົ້າພະຝາງຖືກຕີແຕກ ອະໄພຄາມະນີ ໂປມະຍຸງ່ວນ ເຈົ້າເມືອງຊຽງໃໝ່ທີ່ພະມ້າຕັ້ງຂຶ້ນ ເຫັນເປັນໂອກາດຈະແຜ່ອານາເຂດລົງມາ ຈຶງຍົກທັບມາລ້ອມສະຫວັນຄະໂລກໄວ້ເມື່ອ ຄ.ສ. 1770 ແມ່ທັບທົນບຸລີຮັກສາເມືອງໄວ້ມັ່ນຄົງ ຄັ້ນກອງທັບທົນບຸລີທີ່ຍົກມາຊ່ອຍເຫຼືອ ພໍຮອດກໍເຂົ້າຕີກະໜາບພ່າຍກັບໄປ ຝ່າຍສົມເດັດພະເຈົ້າກຸງທົນບຸລີເຫັນສົບໂອກາດ ກໍຍົກທັບໄປຕີເມືອງຊຽງໃໝ່ບ້າງ ແຕ່ລ້ອມໄດ້ພຽງເກົ້າວັນກໍຕ້ອງຍົກຖອຍທັບກັບລົງມາ

ລະຫວ່າງທີ່ສົມເດັດພະເຈົ້າກຸງທົນບຸລີຍົກຂຶ້ນໄປຕີເມືອງຊຽງໃໝ່ນັ້ນ ຝ່າຍສົມເດັດພະນາລາຍລາຊາ ພະເຈົ້າກຖງກຳປູເຈຍ ໄດ້ສວຍໂອກາດຍົກທັບມາຕີເມືອງຕາດແລະຈັນທະບູນ ແຕ່ຖືກຕີແຕກກັບໄປ ພໍສົມເດັດພະເຈົ້າກຸງທົນບຸລີຊົງຊາບກໍຂັດເຄືອງ ຫຼັງຈາກພັກລີ້ພົນພໍສົມຄວນແລ້ວກໍຊົງກຽມທັບຈະໄປຕີກຳປູເຈຍ ສາມາດເຂົ້າໄປຮອດເມືອງບັນທາຍເພັດ ລາຊະທານີກຸງກຳປູເຈຍ ສົມເດັດພະນາລາຍລາຊາເຫັນວ່າສູ້ບໍ່ໄດ້ກໍໜີໄປກໍໜີໄປພຶ່ງຍວນ ສົມເດັດພະເຈົ້າກຸງທົນບຸລີຊົງຕັ້ງໃຫ້ພະຮາມລາຊາເປັນພະມະຫາກະສັດກຳປູເຈຍຕໍ່ໄປ ແລ້ວເລີກທັບກັບເມື່ອປີ ຄ.ສ. 1771 ແຕ່ຕໍ່ມາຍວນເກີດກະບົດໄຕເຊິນ ສົມເດັດພະນາລາຍລາຊາຂາດກຳລັງສະໜັບສະໜຸນ ກໍກັບມາສະຫວາມິພັກຕໍ່ສົມເດັດພະເຈົ້າກຸງທົນບຸລີ ພະອົງກໍຊົງໃຫ້ເປັນມະຫາອຸປະໂຍລາດ ມີຖານະຮອງຈາກພະຮາມລາຊາ

ໃນປີ ຄ.ສ. 1771 ນັກອົງຕົນເຊິ່ງຄອງຂະເໝນຢູ່ໄດ້ຂ່າວພະມ້າຍົກມາຕີສະຫຍາມ ຈຶງຖືໂອກາດຍົກມາຕີເມືອງຈັນທະບຸລີແລະຕາດ ຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ເຈົ້າພະຍາຈັກກີຍົກທັບໄປຕີຂະເໝນ ທັບສະຫຍາມຕີໄດ້ເມືອງໂພທິສັດ ເມືອງພະຕະບອງ ເມືອງບໍລິບູນ ກຳປົງໂສມ ແລະເມືອງບັນທາຍມາດ ນັກອົງຕົນພ່າຍແພ້ໜີໄປຢູ່ກັບຍວນ ຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ນັກອົງນົນຄອງຂະເໝນສືບໄປ

ໃນປີດຽວກັນນີ້ ໄດ້ເກີດວິວາດກັນໃນໝູ່ເຈົ້າເມືອງແຄວ້ນກຸງສີສັດຕະນາຄະນະຫຸດ ຝ່າຍໜຶ່ງສູ້ບໍ່ໄດ້ກໍຂໍກຳລັງພະມ້າມາຊ່ອຍ ພໍປາບປາມສຳເລັດແລ້ວ ແມ່ທັບພະມ້າກໍຍົກທັບມາຕີຊຽງໃໝ່ ເມື່ອກອງທັບຍົກຜ່ານເມືອງນ່ານກໍແບ່ງກຳລັງໃຫ້ນາຍທັບໜ້າຕີເມືອງບາງສ່ວນຂອງທົນບຸລີ ລຶກເຂົ້າໄປຮອດພິໄຊ ປາຍປີ ຄ.ສ. 1772 ເຈົ້າເມືອງພິໄຊປ້ອງກັນເມືອງໄວ້ມັ່ນຄົງແລ້ວກໍຂໍກຳລັງພິດສະນຸໂລກໄປຊ່ອຍ ພໍມາຮອດກໍອອກຕີກະໜາບ ກອງທັບພະມ້າເປັນຝ່າຍແຕກກັບໄປ ໃນປີ ຄ.ສ. 1773 ໄດ້ເກີດເຫດການລັກສະນະຄ້າຍກັນ ແລະພະມ້າຍົກເຂົ້າມາຕີເມືອງພິໄຊອີກເທື່ອໜຶ່ງ ແມ່ທັບທົນບຸລີຕັ້ງຊຸ່ມສະກັດຂ້າສຶກກົງບໍລິເວນໄຊຍະພູມ ພໍມາຮອດກໍຕີທັບພະມ້າແຕກກັບໄປ ການຮົບຄັ້ງນີ້ເອງທີ່ເກີດວີລະກຳພະຍາພິໄຊດາບຫັກ

ພະມ້າກັບມອນເກີດຮົບກັນ ສົມເດັດພະເຈົ້າກຸງທົນບຸລີໂປດໃຫ້ຍົກທັບໄປຕີຊຽງໃໝ່ອີກຄັ້ງ ໄດ້ພະຍາຈ່າບ້ານກັບພະຍາກາວິລະເຂົ້າມາສະຫວາມິພັກ ເມື່ອຍົກໄປຮອດຊຽງໃໝ່ແລ້ວກໍຕັ້ງຄ່າຍລ້ອມໄວ້ ເມື່ອທັບຫຼວງຂອງສົມເດັດພະເຈົ້າກຸງທົນບຸລີເຊິ່ງເດີມຕັ້ງຄອຍຮັບຊາວມອນທີ່ເມືອງຕາກມາຮອດຊຽງໃໝ່ແລ້ວ ທັບທົນບຸລີກໍລະດົມຕີຄ່າຍພະມ້າ ຈົນໂປມະຍຸງ່ວນຕ້ອງທິ້ງເມືອງໜີ ເສັດສິ້ນໃນປີ ຄ.ສ. 1774 ຊຽງໃໝ່ ລຳພູນ ລຳປາງ ນ່ານແລະແພ່ກໍປອດຈາກພະມ້ານັບແຕ່ນັ້ນ

ໃນປີ ຄ.ສ. 1774 ຫຼັງຈາກທີ່ໄດ້ເຮັດສັນຢາສັນຕິພາບກັບຈີນ ພະເຈົ້າມັງຣະກໍຊົງສົ່ງທະຫານມາອີກ 5,000 ນາຍ ແຕ່ຖືກລ້ອມທີ່ບາງແກ້ວລາຊະບຸລີ ສົມເດັດພະເຈົ້າກຸງທົນບຸລີດຳຣິໃຫ້ຕັ້ງລ້ອມໄວ້ຊື່ໆ ບໍ່ໃຫ້ເຂົ້າຕີ ແລະຈົນພະມ້າເປັນຝ່າຍອົດອາຫານຍອມຈຳນົນເອງ ຫຼັງຈາກລ້ອມຢູ່ນານ 47 ວັນ ພະມ້າກໍຍອມຈຳນົນ ໂດຍພະອົງຊົງຫວັງວ່າຈະເປັນການປຸກຂວັນຄົນໄທໃຫ້ຫາຍຢ່ານພະມ້າ

ອະແຊຫວຸ່ນກີ້ຕີຫົວເມືອງເໜືອ ຄ.ສ. 1775 ເປັນສົງຄາມທີ່ໃຫຍ່ຫຼາຍ ອະແຊຫວຸ່ນກີ້ເປັນຜູ້ນຳທີ່ຊຽວຊານສຶກ ມີອັດທະຢາໄສສຸພາບ ສ່ວນທາງຝ່າຍສະຫຍາມນັ້ນມີເຈົ້າພະຍາຈັກກີ (ທອງດ້ວງ)ແລະເຈົ້າພະຍາສຸຣະສີພິດສະນຸວາທິລາດ (ບຸນມາ) ໃນການຄັ້ງນີ້ພະມ້າຍົກພົນມາ 30,000 ຄົນເຂົ້າລ້ອມເມືອງພິດສະນຸໂລກອີກ 5,000 ຄົນລ້ອມເມືອງສຸໂຂໄທ ສ່ວນເມືອງພິດສະນຸໂລກມີພົນປະມານ 10,000 ຄົນເທົ່ານັ້ນ ສົມເດັດພະເຈົ້າຕາກສິນຊົງຍົກທັບໄປຊ່ອຍແລະໃນທີ່ສຸດອະແຊຫວຸ່ນກີ້ຕ້ອງຍົກທັບກັບເນື່ອງຈາກພະເຈົ້າມັງຣະສະຫວັນຄົດ ກອງທັບພະມ້າສ່ວນທີ່ຕາມໄປບໍ່ທັນຈຶງຖືກກອງທັບທະຫານຈັບ

ພະເຈົ້າຈິງກູຈາໂປດໃຫ້ເກນທັບພະມ້າມອນ 6,000 ຄົນຍົກມາຕີຊຽງໃໝ່ເມື່ອປີ ຄ.ສ. 1776 ພະຍາວິຊຽນປາການໄດ້ພິຈາລະນາແລະເຫັນວ່ານະຄອນຊຽງໃໝ່ບໍ່ມີພົນຫຼາຍຂະໜາດທີ່ຈະປ້ອງກັນເມືອງໄດ້ ຈຶງໃຫ້ປະຊາຊົນພົນລະເຮືອນອົບພະຍົບລົງມາຢູ່ທີ່ເມືອງສະຫວັນຄະໂລກ ສົມເດັດພະເຈົ້າຕາກສິນຈຶງໂປດເກົ້າຯ ໃຫ້ພະຍາສຸຣະສີຄຸມກອງທັບເມືອງເໜືອຂຶ້ນໄປຮວມກັບກອງກຳລັງພະຍາກາວິລະເຈົ້າເມືອງນະຄອນລຳປາງຍົກໄປຕີເມືອງຊຽງໃໝ່ຄືນສຳເລັດ ແລະຊົງໃຫ້ນະຄອນຊຽງໃໝ່ເປັນເມືອງຮ້າງເຖິງ 15 ປີ ຈົນຮອດສະໄໝກຸງລັດຕະນະໂກສິນຈຶງໄດ້ຟື້ນຟູຂຶ້ນມາໃໝ່

ຫຼັງຈາກທັບສະຫຍາມກັບຈາກຂະເໝນໃນປີ ຄ.ສ. 1780 ແລ້ວນັກອົງກໍຍົກທັບມາຕັ້ງມັ່ນຢູ່ເມືອງບັນທາຍມາດ ສ່ວນນັກອົງນົນຢ່ານຍວນຈຶງຄົງຕັ້ງມັ່ນຢູ່ທີ່ເມືອງກຳປອດ ຕໍ່ມາອັງໄກເຊນເປັນກະບົດຍຶດຍວນໄວ້ໄດ້ ນັກອົງຕົນສຶ້ນທີ່ພຶ່ງ ຈຶງຂໍປະນີປະນອມໃຫ້ນັກອົງນົນຄອງກຸງກຳປູເຈຍ ສົມເດັດພະເຈົ້າຕາກສິນມະຫາລາດຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ສົມເດັດພະຮາມລາຊາ ເປັນເຈົ້າກຸງກຳປູເຈຍ ພະນາລາຍລາຊາທິບໍດີ (ນັກອົງຕົນ) ເປັນມະຫາໂຍອຸປະຫຼາດ ແລະນັກອົງທຳເປັນມະຫາອຸປະຫຼາດ

ຕໍ່ມານັກອົງທຳຖືກລອບຂ້າຕາຍແລະນັກອົງຕົນກໍເປັນໂຮກຕາຍ ເປັນທີ່ສົງໄສວ່າຖືກວາງຍາພິດ ຟ້າທະລະຫະເຂົ້າໃຈວ່າພະຮາມລາຊາແກ້ງຂ້າຄົນທັງສອງຈຶງພ້ອມດ້ວຍຂ້າລາຊະການຮວມກັນຈັບພະຮາມລາຊາຖ່ວງນ້ຳເສຍ ແລ້ວຍົກນັກອົງເອງລາຊະບຸດເປັນເຈົ້າກຸງກຳປູເຈຍ ມີຟ້າທະລະຫະເປັນຜູ້ສຳເລັດລາຊະການ ຕໍ່ມາຟ້າທະລະຫະໄດ້ເອົາໃຈອອກຫ່າງຈາກສະຫຍາມໄປເຂົ້າກັບຍວນ ສົມເດັດພະເຈົ້າຕາກສິນມະຫາລາດຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ສົມເດັດເຈົ້າພະຍາມະຫາກະສັດສຶກ ເຈົ້າພະຍາສຸຣະສີ ກົມມະຂຸນອິນທອນພິທັກຍົກທັບໄປຕີຂະເໝນ ຕີໄດ້ຫຼາຍຫົວເມືອງແລ້ວ ພໍຈະຕີເຂົ້າເມືອງຫຼວງກໍພໍດີເກີດການຈະລາຈົນໃນກຸງທົນບຸລີຈຶງຕ້ອງຍົກທັບກັບ

ການຂະຫຍາຍພະລາຊະອານາເຂດ[ດັດແກ້]

ນອກຈາກຂັບໄລ່ພະມ້າອານາຈັກໄດ້ແລ້ວ ສົມເດັດພະເຈົ້າຕາກສິນຍັງໄດ້ຂະຫຍາຍອຳນາດເຂົ້າໄປລາວ ໄດ້ຫົວເມືອງລາວເຂົ້າມາຢູ່ໃນອຳນາດອາດກ່າວໄດ້ວ່າ ສະໄໝສົມເດັດສົມເດັດພະເຈົ້າຕາກສິນເປັນສະໄໝແຫ່ງການກູ້ເອກະລາດຂອງຊາດ ຮວບຮວມປະເທດໃຫ້ເປັນປຶກແຜ່ນມັ່ນຄົງ ຂັບໄລ່ຂ້າສຶກອອກໄປຈາກອານາເຂດສະຫຍາມແລະຂະຫຍາຍອານາເຂດອອກໄປຢ່າງກວ້າງຂວາງໃນລາຊະສະໄໝຂອງພະອົງສະຫຍາມຈຶງຍິ່ງໃຫຍ່ເທົ່າທຽມເມື່ອຄັ້ງກຸງສີອະຍຸທະຍາມີຄວາມຣຸ່ງເຣືອງ

ຄ.ສ. 1776 ໃນຂະນະທີ່ສະຫຍາມຕິດສຶກພະມ້າທີ່ເມືອງພິດສະນຸໂລກນັ້ນ ມີເຫດເກີດຂຶ້ນທາງນະຄອນລາຊະສີມາຄື ເຈົ້າເມືອງນາງຮອງ (ປັດຈຸບັນເປັນອຳເພີໜຶ່ງໃນຈັງຫວັດບຸລີລຳ) ເຊິ່ງເປັນເມືອງຂຶ້ນຕໍ່ນະຄອນລາຊະສີມາ ທະເລາະກັບເຈົ້າພະຍານະຄອນລາຊະສີມາແລ້ວເອົາ ເມືອງໄປຂຶ້ນຕໍ່ເຈົ້າໂອ ເມືອງນະຄອນຈຳປາສັກເຊິ່ງຕັ້ງຕົ້ນເປັນອິສະຫຼຢູ່ ພະຍານະຄອນລາຊະສີມາມີໃບ້ບອກເຂົ້າມາຍັງກຸງທົນບຸລີ

ໃນເດືອນມີນາປີດຽວກັນ ສົມເດັດພະເຈົ້າຕາກສິນມະຫາລາດຊົງພະກະລຸນາໂປດເກົ້າຯ ໃຫ້ເຈົ້າພະຍາຈັກກີຍົກທັບໄປປາບ ເມື່ອປາບໄດ້ໃຫ້ປະຫານເຈົ້າເມືອງນາງຮອງເສຍ ເຈົ້າພະຍາຈັກກີປາບໄດ້ສຳເລັດປາບໄດ້ສຳເລັດ ພໍປາບເສັດສົມເດັດພະເຈົ້າຕາກສິນມະຫາລາດຊົງຊາບວ່າເຈົ້າກັບເຈົ້າອິນອຸປະຫຼາດ ເມືອງນະຄອນຈຳປາສັກກຽມພົນ 10,000 ນາຍຈະມາຕີນະຄອນລາຊະສີມາ ສົມເດັດພະເຈົ້າຕາກສິນຈຶງມີພະບໍຣົມລາຊະໂອງການໂປດເກົ້າຯ ໃຫ້ເຈົ້າພະຍາສຸຣະສີຄຸມທັບໄປຮວມອີກ 1 ທັບແລະໃຫ້ປາບຈຳປາສັກເສຍ ທັບສະຫຍາມຕີຈຳປາສັກແຕກແລະຈັບຕົວເຈົ້າໂອແລະເຈົ້າອິນໄດ້ທີ່ເມືອງສີທັນດອນ ແລະຍັງຕີໄດ້ເມືອງອັດຕະປືດ້ວຍພ້ອມກັນນັ້ນ ເຈົ້າພະຍາຈັກກີແລະເຈົ້າພະຍາສຸຣະສີອອກເກ້ຍກ່ອມເມືອງຂະເໝນປ່າດົງ ລະຫວ່າງຈຳປາສັກກັບນະຄອນລາຊະສີມາເປັນພວກໄດ້ອີກ 3 ເມືອງຄື ສຸລິນ ສັງຂະ ຂຸຂັນ ທັງ 3 ເມືອງຍອມເຂົ້າເປັນເຂດເມືອງໄທ ເສັດສຶກຄັ້ງນີ້ເຈົ້າພະຍາຈັກກີໄດ້ເລື່ອນເປັນ "ສົມເດັດເຈົ້າພະຍາມະຫາກະສັດສຶກ" ມີເຄື່ອງຍົດຢ່າງເຈົ້າຕ່າງກົມ


ຄ.ສ. 1778 ພະວໍເສນາບໍດີເມືອງວຽງຈັນເປັນກະບົດ ແຕ່ສູ້ເຈົ້າກຸງສີສັດຕະນະຄະຫຸດບໍ່ໄດ້ ກໍພາສະມັກພັກພວກໜີມາຢູ່ທີ່ຕຳບົນດອນມົດແດງ (ຈັງຫວັດອຸບົນລາຊະທານີໃນປັດຈຸບັນ) ແລະຂໍຂຶ້ນຕໍ່ສະຫຍາມ ຕໍ່ມາພະເຈົ້າກຸງສີສັດຕະນາຄະນະຫຸດໄດ້ຍົກທັບມາຕີຕຳບົນດອນມົດແດງ(ຈັງຫວັດອຸບົນລາຊະທານີໃນປັດຈຸບັນ)ແລະຈັບຂ້າພະວໍເສຍ ສົມເດັດພະເຈົ້າຕາກສິນມະຫາຊົງຂັດເຄືອງຫຼາຍ ຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ສົມເດັດເຈົ້າພະຍາມະຫາກະສັດສຶກເປັນແມ່ທັບ ພ້ອມດ້ວຍເຈົ້າພະຍາສຸຣະສີຍົກທັບໄປຕີວຽງຈັນກອງທັບສະຫຍາມໄດ້ສະແດງຄວາມສາມາດຕີເມືອງວຽງຈັນໄດ້ ແລະຫົວເມືອງທັງຫຼາຍໄດ້ພາກັນມາຂຶ້ນຕໍ່ສະຫຍາມ ແລະໃນຄັ້ງນີ້ສົມເດັດເຈົ້າພະຍາມະຫາກະສັດສຶກໄດ້ອັນເຊິນພະແກ້ວມໍລະກົດແລະພະບາງລົງມາຍັງກຸງທົນບຸລີດ້ວຍ

ການສຶກສົງຄາມດັງກ່າວນີ້ສົ່ງຜົນໃຫ້ພະລາຊະອານາຈັກສະຫຍາມເປັນເອກະລາດແລະຄວາມມັ່ນຄົງສືບຕໍ່ມາຈົນຮອດປັດຈຸບັນ ດັງນັ້ນ ອານາເຂດຂອງປະເທດໄທໃນສະໄໝກຸງທົນບຸລີ ມີດັງນີ້

ດ້ານການປົກຄອງ[ດັດແກ້]

ຫຼັງຈາກທີ່ກຸງສີອະຍຸທະຍາແຕກ ກົດໝາຍບ້ານເມືອງກະຈັດກະຈາຍສູນຫາຍໄປຫຼາຍ ຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ເຮັດການສືບເສາະຊອກຫາມາຮວບຮວມໄວ້ໄດ້ປະມານ 1 ໃນ 10 ແລະໂປດຯ ໃຫ້ຊຳລະກົດໝາຍເຫຼົ່ານັ້ນ ສະບັບໃດຍັງເໝາະແກ່ກາລະສະໄໝກໍໂປດຯ ໃຫ້ຄົງໄວ້ ສະບັບໃດບໍ່ເໝາະກໍໂປດໃຫ້ແກ້ໄຂຕື່ມກໍມີ ຍົກເລີກໄປກໍມີ ກາຂຶ້ນໃໝ່ກໍມີ ແລະເປັນການແກ້ໄຂເພື່ອລາຊະດອນໄດ້ຮັບຜົນປະໂຍດຫຼາຍຂຶ້ນ ເຊັ່ນ ໂປດຯ ໃຫ້ແກ້ໄຂກົດໝາຍວ່າດ້ວຍການພະນັນໃຫ້ອຳນາດການຕັດສິນລົງໂທດຂຶ້ນແກ່ສານແທນນາຍກາສິດຂາດ ແລະຍັງຫ້າມນາຍການາຍບ່ອນອອກເງິນທົດລອງໃຫ້ຜູ້ເລ່ນ ເກາະກຸມຜູກມັດຈຳລອງເຮ່ງຮັດຜູ້ເລ່ນ ກົດໝາຍພິກັດພາສີອາກອນກໍເກືອບບໍ່ມີ ເພາະຜົນປະໂຍດແຜ່ນດິນໄດ້ຈາກການຄ້າສຳເພົາຫຼາຍພໍແລ້ວ ກົດໝາຍວ່າດ້ວຍການຈຸກຊ່ອງລ້ອມວົງກໍຍັງບໍ່ກາຂຶ້ນ ເປີດໂອກາດໃຫ້ລາຊະດອນໄດ້ເຝົ້າຕາມຮາຍທາງ ໂດຍບໍ່ມີພະນັກງານຕຳລວດແມ່ນປືນຄອຍຍິງລາຊະດອນ ເຊິ່ງແມ້ແຕ່ຊາວຕ່າງປະເທດກໍຍັງຊື່ນຊົມໃນພະລາຊະອັດທະຍາໄສນີ້ ເຊັ່ນ ມອງເຊນເຍີຣ໌ ເລີບອງ ໄດ້ບັນຍາຍໄວ້ໃນຈົດໝາຍເຖິງຜູ້ອຳນວຍການຄະນະຕ່າງປະເທດວ່າ

ບັນດາຄົນທັງຫຼາຍຮຽກພະເຈົ້າຕາກວ່າພະເຈົ້າ ແຜ່ນດິນແຕ່ພະເຈົ້າຕາກເອງວ່າເປັນແຕ່ພຽງຜູ້ ຮັກສາກຸງເທົ່ານັ້ນພະເຈົ້າຕາກຫາໄດ້ຊົງປະພຶດ ເໝືອນຢ່າງພະເຈົ້າແຜ່ນດິນກ່ອນໆ ໄມ່ແລະໃນທຳນຽມຂອງພະເຈົ້າແຜ່ນດິນຝ່າຍທິດຕະວັນອອກທີ່ໄມ່ສະເດັດອອກໃຫ້ ລາສະດອນເຫັນພະອົງດ້ວຍກົວຈະເສື່ອມເສຍ ພະກຽດຕິຍົດນັ້ນພະເຈົ້າຕາກໄມ່ຊົງເຫັນຊອບດ້ວຍເລີຍພະເຈົ້າຕາກຊົງພະປີຊາສາມາດຍິ່ງ ກວ່າຄົນທຳມະດາເພາະສະນັ້ນຈຶງໄມ້ຊົງເກງວ່າ ຖ້າສະເດັດອອກໃຫ້ລາສະດອນພົນລະເມືອງ ເຫັນພະອົງແລະຖ້າຈະມີຮັບສັ່ງດ້ວຍແລ້ວຈະ ທຳໃຫ້ເສຍພະລາຊະອຳນາດລົງແຕ່ຢ່າງໃດ ເພາະພະອົງມີພະລາຊະປະສົງທອດພະເນດ ການທັງປວງດ້ວຍພະເນດຂອງພະອົງເອງ ແລະຈະຊົງຟັງການທັງຫຼາຍດ້ວຍພະກັນຂອງ

ພະອົງເອງທັງສິ້ນ

ສົມເດັດພະເຈົ້າກຸງທົນບຸລີຊົງປົກຄອງບ້ານເມືອງຄ້າຍກັນກັບພະລາໂຊບາຍຂອງພໍ່ຂຸນຮາມຄຳແຫງມະຫາລາດ ຄື ແບບພໍ່ປົກຄອງລູກເປັນພະມະຫາກະສັດໄທ ພະອົງດຽວທີ່ບໍ່ຖືພະອົງ ມັກປະກົດພະວໍລະກາຍໃຫ້ພະສົກນິກອນເຫັນແລະມັກຖາມສາລະທຸກສຸກດິບຂອງພະສົກນິກອນທົ່ວໄປ ຊົງຫາວິທີໃຫ້ໄພ່ບ້ານພົນລະເມືອງໄດ້ທຳມາຫາກິນໂດຍປົກກະຕິສຸກ ໄຜດີກໍຍົກຍ່ອງສັນເສີນ ໄຜເຮັດບໍ່ພໍພະໄທ ກໍດຸດ່າວ່າກ່າວດັງພໍ່ສອນລູກ ອາຈານສອນສິດ ເຊິ່ງສົມກັບໂຄງຍໍພະກຽດຂອງນາຍສວນມະຫາດເລັກທີ່ວ່າ

ພະດຽວບຸນ ປະຊາກອນ ລາບລ້ຽງ ເປັນບິຕຸມານດອນ ທົ່ວຫຼ້າ ເປັນເຈົ້າແລະຄູສອນ ສັ່ງໂລກ ເປັນສຸກທຸກຖ້ວນໜ້າ ນິກອນທັງຊາຍຍິງ

ເນື່ອງຕະຫຼອດລັດຊະສະໄໝຂອງພະອົງ ເປັນຊ່ວງເວລາທີ່ມີການເຮັດສຶກສົງຄາມເກືອບຕະຫຼອດເວລາ ຈຶງເຮັດໃຫ້ບໍ່ມີເວລາທີ່ຈະ ຊຳລະພະລາຊະກຳໜົດກົດໝາຍຕ່າງໆ ເຮັດໃຫ້ຕ້ອງໃຊ້ກົດໝາຍທີ່ມີມາຕັ້ງແຕ່ຄັ້ງກຸງສີອະຍຸທະຍາ ໂດຍໃຫ້ກົມວັງຫຼືກະຊວງວັງເປັນຜູ້ຮັບຜິດຊອບໃນການພິຈາລະນາຄະດີວ່າຄະດີໃດຄວນຂຶ້ນສານໃດ ແລ້ວສົ່ງຄະດີໄປຍັງສານກົມນັ້ນໆ ໂດຍໄດ້ແບ່ງງານສານອອກເປັນ 2 ສ່ວນໃຫຍ່ໆ ຄື

  • ສານຮັບຟ້ອງ ມີໜ້າທີ່ໃນການຂຽນຄຳຟ້ອງແລະພິຈາລະນາຮູບຄະດີວ່າຄວນຈະຟ້ອງຫຼືບໍ່ ກ່ອນຈະສົ່ງຂຶ້ນສານເພື່ອພິຈາລະນາເລື່ອງປັບໄໝແລະລົງໂທດຜູ້ກະທຳຄວາມຜິດ
  • ຝ່າຍກວດສຳນວນແລະພິພາກສາ

ຝ່າຍນີ້ເດີມເປັນໜ້າທີ່ຂອງພາມຜູ້ຊ່ຽວຊານກົດໝາຍຂະແໜງຕ່າງໆ ຈຳນວນ 12 ຄົນ ໂດຍຮຽກວ່າ "ລູກຂຸນ ນະ ສານຫຼວງ" ຕໍ່ມາມີຄົນໄທສະຫຍາມທີ່ຊ່ຽວຊານກົດໝາຍເຂົ້າມາເຮັດໜ້າທີ່ນີ້ດ້ວຍ ຄະນະລູກຂຸນ ນະ ສານຫຼວງນີ້ຈະບໍ່ມີອຳນາດໃນການປັບຫຼືລົງໂທດແຕ່ຢ່າງໃດ

ຢ່າງໃດກໍຕາມໃນລັດຊະການສົມເດັດພະເຈົ້າຕາກສິນພະອົງຈະຊົງໃຊ້ສານທະຫານເປັນສ່ວນໃຫຍ່ໃນການຕັດສິນຄະດີທຸກຄັ້ງ ແມ້ນພະອົງຈະຕັດສິນໃຫ້ລົງໂທດສູງສຸດແລ້ວ ແຕ່ກໍຈະມີຮັບສັ່ງໃຫ້ທະຍອຍການລົງໂທດຈາກຂັ້ນຕ່ຳສຸດກ່ອນ ເຊິ່ງຫຼາຍເທື່ອຈະປະກົດວ່າ ນັກໂທດທີ່ມີຄວາມຜິດຮ້າຍແຮງກໍມັກຈະໄດ້ຮັບການພະລາຊະທານອະໄພຍະໂທດໜັກ ໂດຍໃຫ້ໄປເຮັດເປັນການຢ່າງອື່ນເພື່ອເປັນໄຖ່ໂທດແທນ

  • ການອອກພະລາຊະກຳໜົກສັກເລກ ຄ.ສ. 1773 ເພື່ອສະດວກໃນການຄວບຄຸມກຳລັງຄົນ ການຂະຫຍາຍອຳນາດເຂົ້າໄປໃນດິນແດນທີ່ເຄີຍເປັນປະເທດສະລາດຂອງສະຫຍາມໃນລາວແລະຂະເໝນເພື່ອເຮັດໃຫ້ປະເທດເຂັມແຂັງມັ່ນຄົງ ແລະການກຽມການໃຫ້ກົມມະຂຸນອິນທອນພິທັກໄປປົກຄອງຂະເໝນໃນຖານະເມືອງປະເທດສະລາດ ແຕ່ໄດ້ເກີດຈະລາຈົນໃນກຸງທົນບຸລີເສຍກ່ອນຈຶງບໍ່ສຳເລັດ ສ່ວນຫົວເມືອງໃຫຍ່ໆ ທີ່ເປັນທາງຜ່ານຂອງທັບພະມ້າກໍໂປດໃຫ້ແມ່ທັບນາຍກອງທີ່ມີຄວາມສາມາດໄປປົກຄອງ ເຊັ່ນ ເຈົ້າພະຍາສຸຣະສີໄປຄອງເມືອງພິດສະນຸໂລກ ເຈົ້າພະຍາພິໄຊລາຊາໄປຄອງເມືອງສະຫວັນໂລກ

ດ້ານເສດຖະກິດ[ດັດແກ້]

ຜົນກະທົບໂດຍກົງຂອງສົງຄາມຄາວເສຍກຸງສີອະຍຸທະຍາຄັ້ງທີ່ສອງ ຄື ການເກີດທຸບພິກຂະໄພຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດໄທ ນອກຈາກນີ້ເສດຖະກິດຍັງເສຍຫາຍຢ່າງຮ້າຍແຮງອັນເນື່ອງມາຈາກການປຸ້ນສະດົມ ແລະເມືອງທ່າທີ່ສຳຄັນຕົກເປັນຂອງພະມ້າຢ່າງເດັດຂາດເຖິງສອງເມືອງ ໄດ້ແກ່ ມະຣິດແລະຕະນາວສີ ແລະຍັງເສຍປືນໃຫຍ່ແລະປືນຄາບສິລາຮວມຫຼາຍໝື່ນອີກດ້ວຍ

ເພື່ອທີ່ຈະຫາຊັບມາໃຊ້ຈ່າຍ ສົມເດັດພະເຈົ້າກຸງທົນບຸລີຊົງຍົກເລີກປະເພນີງົດເກັບສ່ວຍອາກອນ 3 ປີເມື່ອມີພະມະຫາກະສັດພະອົງໃໝ່ສະເດັດຂຶ້ນຄອງລາດ ອັນເປັນປະເພນີເຊິ່ງມີມາຕັ້ງແຕ່ສະໄໝສົມເດັດພະນາລາຍມະຫາລາດຊົງແຈກຈ່າຍເຂົ້າຂອງເງິນທອງອັນໄດ້ມາສີ່ຄັ້ງໄດ້ແກ່ ເມື່ອຄັ້ງຕີຄ່າຍຊາວບ້ານກົງ ຄັ້ງຕີເມືອງຈັນທະບຸລີ ຄັ້ງປຸ້ນເຮືອສຳເພົາພໍ່ຄ້າຈີນທີ່ຕາດແລະຄັ້ງຕີເມືອງນະຄອນສີທຳມະລາດ ສາມາດຊ່ອຍລາສະດອນໄດ້ຫຼາຍໝື່ນຄົນ ບັນດາຂ້າລາຊະການພົນລະເຮືອນໄດ້ຮັບແຈກເຂົ້າສານໜຶ່ງຖັງກິນຊາວວັນ ແລະໂປດໃຫ້ຊື້ເຂົ້າສານບັນທຸກມາຂາຍຈາກພຸດໄທມາດ ຖັງລະ 3-5 ບາດ ເມື່ອລາສະດອນທັງຫຼາຍຊາບກໍໄດ້ອົບພະຍົບຕາມຫົວເມືອງຕ່າງໆ ມາຍັງກຸງທົນບຸລີເປັນຈຳນວນຫຼາຍ ຕໍ່ມາຊົງໃຊ້ຂ້າລາຊະການທັງຫຼາຍເຮັດນາປັງທຸກແຫ່ງທຸກຕຳບົນ ລາຄາເຂົ້າເລີ່ມຖືກລົງໃນ ຄ.ສ. 1768 ກ່ອນຈະກັບມາມີລາຄາສູງຜິດປົກກະຕິອີກເມື່ອປາຍປີ ຄ.ສ. 1769 ເນື່ອງຈາກມີໜູລະບາດເມື່ອໜູຫາຍໄປແລ້ວ ລາຄາເຂົ້າກໍກັບລົດລົງອີກ

ພະອົງຊົງທຳນຸບຳລຸງການຄ້າຂາຍທາງເຮືອຢ່າງເຕັມທີ່ ຊົງແຕ່ງສຳເພົາຫຼວງອອກໄປຫຼາຍສາຍ ທາງຕາເວັນອອກຮອດຈີນ ທາງຕາເວັນຕົກຮອດອະນຸທະວີບອິນເດຍ ຜົນກຳໄລຈາກການຄ້າຊ່ອຍຟື້ນຟູເສດຖະກິດ ແລະມີລາຍໄດ້ຈາກພາສີເຂົ້າອອກຂອງເຮືອຕ່າງຊາດ ສົມເດັດພະເຈົ້າກຸງທົນບຸລີຍັງຊົງສົ່ງເສີມການນຳສິນຄ້າພື້ນເມືອງໄປຂາຍເຮັດໃຫ້ລາສະດອນມີວຽກເຮັດ ມີລາຍໄດ້ ທັງມີພະລາຊະປະສົງທີ່ຈະຝຶກໃຫ້ຄົນໄທສະຫຍາມຊ່ຽວຊານການຄ້າຂາຍ ປ້ອງກັນບໍ່ໃຫ້ການຄ້າຕົກຢູ່ໃນມືຊົນຕ່າງຊາດ ແລະຮັກສາປະໂຍດຂອງສິນຄ້າພື້ນເມືອງບໍ່ໃຫ້ຖືກທອດທິ້ງ ພະອົງຊົງພະຍາຍາມຜູກໄມຕີກັບຈີນເພື່ອປະໂຍດທັງໃນດ້ານຄວາມມັ່ນຄົງຂອງຊາດໃນດ້ານການຄ້າ

ດ້ວຍຄວາມສັມພັນອັນດີກັບຈີນ ສົມເດັດພະເຈົ້າກຸງທົນບຸລີຊົງກະຕຸ້ນໃຫ້ຊາວຈີນເຂົ້າມາຕົກຮົກຮ້າງໃນທົນບຸລີ ໂດຍສະເພາະຢ່າງຍິ່ງຈາກເມືອງແຕ້ຈິ໋ວ ເຊິ່ງບາງສ່ວນມີຈຸດປະສົງເພື່ອຟື້ນຟູເສດຖະກິດທີ່ບໍ່ຄ່ອຍດີ

ດ້ານຄົມມະນາຄົມ[ດັດແກ້]

ໃນຍຸກນີ້ສົມເດັດພະເຈົ້າກຸງທົນບຸລີຊົງຍົກເລີກຄວາມແນວເກົ່າທີ່ວ່າຫາກຖະໜົນຫົນທາງ ທາງຄະມະນາຄົມດີຫຼາຍແລ້ວຈະເປັນການອຳນວຍປະໂຍດໃຫ້ຂ້າສຶກສັດຕູແລະພວກກໍ່ການຈະລາຈົນ ແຕ່ກັບຊົງເຫັນເປັນປະໂຍດໃນທາງຄ້າຂາຍຫຼາຍກວ່າ ດັງນັ້ນ ໃນລະດູໜາວຫາກວ່າງຈາກສຶກສົງຄາມ ຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ຕັດຖະໜົນແລະຂຸດຄອງຈະເຫັນໄດ້ຈາກແນວເກົ່າໆ ໃນເຂດທົນບຸລີເຊິ່ງມີຢູ່ຫຼາຍສາຍ ສ່ວນການຂຸດຊຳຣະຄອງມັກມີວັດຖຸປະສົງເບື້ອງຕົ້ນເພື່ອປະໂຍດທາງຍຸດທະສາດ ເຊັ່ນ ຄອງທ່າຂ້າມ ຈາກນະຄອນສີທຳມະລາດໄປອອກທະເລ ເປັນຕົ້ນ

ດ້ານການສຶກສາ[ດັດແກ້]

ສະໄໝກຸງທົນບຸລີເປັນໄລຍະເວລາທີ່ບ້ານເມືອງຍັງບໍ່ສະຫງົບຮຽບຮ້ອຍ ການຟື້ນຟູການສຶກສາຈຶງເຮັດໄດ້ບໍ່ຫຼາຍນັກ ແຕ່ວັດກໍຍັງເປັນແຫ່ງທີ່ໃຫ້ການສຶກສາຢູ່ ໂດຍມີແຕ່ເດັກຜູ້ຊາຍເທົ່ານັ້ນທີ່ມີການໂອກາດສຶກສາເພາະຕ້ອງຢູ່ກັບພະທີ່ວັດຮຽນໜັງສືແລະໄດ້ຮັບການອົບຣົມຄວາມປະພຶດ ຮຽນພະທັມ ພາສາປາລີສັນສະກິດ ແລະສັບຂະເໝນ ເພື່ອປະໂຍດໃນການອ່ານຄຳພີພະພຸດທະສາສະໜາ ນອກຈາກນີ້ມີວິຊາເລກ ເນ້ນມາດຕາ ຊັ່ງ ຕວງ ວັດ ມາດຕາເງິນໄທ ແລະການຄິດໜ້າໄມ້ ເຊິ່ງຈະຕ້ອງນຳໄປໃຊ້ໃນຊີວິດປະຈຳວັນ ມີວິຊາຊ່າງຝີມືສຳລັບເດັກໂຕ ສ່ວນໃຫຍ່ກ່ຽວກັບງານກໍ່ສ້າງ ເພື່ອປະໂຍດໃນການບູລະນະຊ່ອມແຊມເສນາສະນະ ແລະສິ່ງກໍ່ສ້າງພາຍໃນວັດ ສຳລັບການຮຽນວິຊາຊີບໂດຍກົງນັ້ນເປັນໜ້າທີ່ຂອງພໍ່ແມ່ ໄຜມີອາຊີບອີຫຍັງກໍຖ່າຍທອດວິຊານັ້ນໆ ໃຫ້ແກ່ລູກຫຼານຂອງຕົນຕາມສາຍຕະກູນ ເຊັ່ນ ເຮັດກັບເຂົ້າ ການຈັດບ້ານເຮືອນ ການຝຶກອົບຣົມມາລະຍາດຂອງກຸນລະສະຕີ ສັງຄົມສະໄໝນັ້ນບໍ່ນິຍົມໃຫ້ຜູ້ຍິງຮຽນໜັງສືຈຶງມີນ້ອຍຄົນທີ່ອ່ານອອກຂຽນໄດ້ ສົມເດັດພະເຈົ້າກຸງທົນບຸລີ ຈຶງໂປດເກົ້າຯໃຫ້ບຳລຸງການສຶກສາຕາມວັດຕ່າງໆ ແລະຍັງໂປດເກົ້າຯໃຫ້ຕັ້ງຫໍໜັງສືຂຶ້ນເຊັ່ນດຽວກັບສະໄໝອະຍຸທະຍາເຊິ່ງຄົງທຽບໄດ້ກັບຫໍພະສະໝຸດໃນໄລຍະຫຼັງນອກຈາກນີ້ຍັງໂປດເກົ້າຯໃຫ້ສະແຫວງຫາແລະຮວບຮວມຕຳລາຕ່າງໆ ທີ່ກະຈັດກະຈາຍໄປເມື່ອຄາວກຸງແຕກໄວ້ທີ່ພະອາຮາມຫຼວງຫຼືຫາມາຈຳລອງໄວ້ເປັນສະບັບເພື່ອໃຊ້ສຶກສາເລົ່າຮຽນ

ດ້ານສາດສະໜາ[ດັດແກ້]

ວັດອິນທາລາມວໍລະວິຫານ (ວັດບາງຍີ່ເຮືອໃຕ້)

ເຖິງແມ້ນວ່າໃນລັດຊະສະໄໝຂອງພະອົງ ບ້ານເມືອງຈະຕົກຢູ່ໃນສະພາວະສົງຄາມເກືອບຕະຫຼອດເວລາ ແຕ່ພະອົງກັບຊົງບໍ່ໄດ້ລະເລີຍງານດ້ານສາສະນະຈັກ ໄດ້ຊົງມຸ່ງມັ່ນທຳນຸບຳລຸງສາດສະໜາພຸດໃຫ້ຈະເລີນຣຸ່ງເຣືອງເໝືອນເມື່ອຄັ້ງກຸງສີອະຍຸທະຍາ ພະລາຊະກໍລະນີຍະກິດດ້ານຟື້ນຟູພະພຸດທະສາດສະໜາມີດັງນີ້ ເຊັ່ນ ການບົດສວດມົນພຸດທະໄຊມົງຄົນຄາຖາແລະສ້າງພະຍອດທຸງມີບັນທຶກບູຮານບອກໄວ້ດັງນີ້ "ເມື່ອພະເຈົ້າຕາກສິນມະຫາລາດຕີເມືອງຈັນທະບຸລີໄດ້ແລ້ວກໍຊົງເລັງເຫັນວ່າ ສົງຄາມກູ້ຊາດຕໍ່ຈາກນີ້ໄປຈະຕ້ອງໜັກໜາແລະຍືດຍາວ ຈຶງໂປດເກົ້າໃຫ້ສ້າງຍອດທຸງແບບກຸງສີອະຍຸທະຍາຂຶ້ນແລ້ວນິມົນພະເຖລະທັງຫຼາຍມາສວດບົດພາຫຸງມະຫາກາບັນຈຸໄວ້ໃນອົງພຣະ ແລະພະອົງກໍຊົງຈະເລີນຮອຍຕາມພະບາດສົມເດັດພະນະເລສວນມະຫາລາດດ້ວຍການຈະເລີນພາຫຸງມະຫາກາຈຶງບັນດານໃຫ້ຊົງກູ້ຊາດສຳເລັດ"

ສົມເດັດພະເຈົ້າຕາກສິນຊົງພະກະລຸນາໂປດເກົ້າຯ ໃຫ້ຈັດລະບຽບສັງຄະມົນທົນທັນທີພາຍຫຼັງການສະຖາປະນາກຸງທົນບຸລີເປັນນະຄອນຫຼວງ ຄັ້ງທີ່ຍົກທັບໄປປາບຊຸມນຸມເຈົ້າພະຝາງເມື່ອຊົງເຫັນວ່າພະສົງທາງຝ່າຍຫົວເມືອງເໜືອມົວໝອງ ກໍໄດ້ໃຫ້ອາລາທະນາພະລາຊາຄະນະຈາກໃນກຸງໄປສັ່ງສອນ ເຮັດໃຫ້ພະສົງກັບບໍລິສຸດແລະເປັນປົກກະຕິສຸກຂຶ້ນ ນອກຈາກນີ້ພະອົງຍັງຊົງມຸ່ງມັ່ນໃນການຊອກຫາຕົ້ນສະບັບພະໄຕປິດົກພາສາປາລີທີ່ຍັງຫຼົງເຫຼືອຫຼັງຈາກເສຍກຸງ ເພື່ອນຳມາຄັດລອກຈຳລອງ ໄວ້ສຳລັບການສ້າງພະໄຕປິດົກສະບັບຫຼວງຕໍ່ໄປເຊິ່ງຈະເຫັນໄດ້ຈາກເມື່ອຄາວທີ່ສະເດັດໄປປາບຊຸມນຸມເຈົ້າເມືອງນະຄອນສີທຳມະລາດໃນປີ ຄ.ສ.1769 ໄດ້ມີຮັບສັ່ງໃຫ້ຂໍຍືມຄຳພີພະໄຕປິດົກຈາກນະຄອນສີທຳມະລາດບັນທຸກເຮືອເຂົ້າມາຄັດລອກໃນກຸງທົນບຸລີ ແລະໃນປີຕໍ່ມາໃນຄາວທີ່ສະເດັດ ໄປປາບຊຸມນຸມເຈົ້າພະຝາງທີ່ເມືອງອຸຕະລະດິດໄດ້ໂປດເກົ້າຯ ໃຫ້ນຳພະໄຕປິດົກລົງມາດ້ວຍ ຕົ້ນສະບັບທີ່ໄດ້ຈາກເມືອງນະຄອນສີທຳມະລາດເຊິ່ງນັບເປັນປະໂຫຍດຢ່າງຍິ່ງໃນການສັງຄາຍະນາພະໄຕປິດົກໃນສະໄໝຕໍ່ມາ

ສົມເດັດພະເຈົ້າກຸງທົນບຸລີຊົງພະກະລຸນາໂປດເກົ້າຯ ໃຫ້ກາກົດໝາຍວ່າດ້ວຍວັດປະຕິບັດໃນທາງທັມວິໄນຂອງພະສົງເມື່ອປິ ຄ.ສ.1773 ໂດຍຖືເປັນຕົ້ນສະບັບທຳອິດຂອງໄທແລະຊົງນຳແນວຄິດທາງພະພຸດທະສາສະໜາ ມາໃຊ້ເປັນຫຼັກໃນການຈັດລະບຽບສັງຄົມໃນສະໄໝນັ້ນດ້ວຍ ແລະຫຼັງຈາກກອບກູ້ແຜ່ນດິນໄດ້ແລ້ວ ພະອົງໄດ້ຊົງອັນເຊີນພະບໍຣົມສົບສົມເດັດພະເຈົ້າເອກະທັດມາຈັດຖະຫວາຍພະເພີງຢ່າງສົມພະກຽດແລະຍັງຊົງຮັບອຸປະກາລະບັນດາພະບໍຣົມວົງສານຸວົງໃນພະມະຫາກະສັດກຸງສີອະຍຸທະຍາທຸກພະອົງດ້ວຍຄວາມກະຕັນຍູກະຕະເວທີ


ສົມເດັດພະເຈົ້າກຸງທົນບຸລີຊົງສະຫຼະພະລາຊະຊັບສ່ວນພະອົງເພື່ອບູລະນະປະຕິສັງຂອນວັດວາອາລາມຕ່າງໆ ເປັນຈຳນວນຫຼາຍແລະຊົງພະກະລຸນາໂປດເກົ້າຯ ໃຫ້ຍົກຖານະຂຶ້ນເປັນພະອາລາມຫຼວງ ເຊັ່ນ ວັດອິນທາລາມວໍລະວິຫານ ວັດລະຄັງໂຄສິຕາລາມວໍລະມະຫາວິຫານ ວັດຫົງລັດຕະນາລາມລາຊະວໍລະວິຫານ ວັດອາລຸນລາຊະວະລາລາມລາຊະວໍລະມະຫາວິຫານ ວັດໂມລີໂລກຍາລາມລາຊະວໍລະວິຫານ ວັດລາຊະຄຶກວໍລະວິຫານ ແລະວັດເສົາທຸງຫິນ

ພາຍຫຼັງທີ່ຮົບຊະນະເມືອງວຽງຈັນ ສົມເດັດພະເຈົ້າຕາກສິນຊົງພະກະລຸນາໂປດເກົ້າຯ ໃຫ້ອັນເຊີນພະພຸດທະມະຫາມະນີລັດຕະນະປະຕິມາກອນແລະພະບາງກັບມາຍັງກຸງທົນບຸລີດ້ວຍ ໂດຍໃຫ້ຈັດເຮືອກະບວນພະຍຸຫະຍາຕາຊົນລະມາກເຖິງ 246 ລຳ ແລະສະເດັດພະລາຊະດຳເນິນຂຶ້ນໄປຮັບດ້ວຍພະອົງເອງແລ້ວອັນເຊີນພະແກ້ວມໍລະກົດໄປປະດິດສະຖານ ນະ ພະອຸໂບສົດ ວັດອາລຸນລາຊະວະລາລາມ ຕໍ່ມາລັດຊະການທີ່ 1 ໄດ້ອັນເຊີນພະແກ້ວມໍລະກົດໄປປະດິດສະຖານ ນະ ພະອຸໂບສົດ ວັດພະສີລັດຕະນະສາດສະດາລາມ ເຊິ່ງຢູ່ໃນເຂດພະບໍຣົມມະຫາລາຊະວັງ

ດ້ານສິລະປະກຳ[ດັດແກ້]

  • ນາດດຸລິຍາງ ພາຍຫຼັງຈາກທີ່ພະອົງສະເດັດພະລາຊະດຳເນິນໄປປາບຊຸມນຸມເຈົ້າເມືອງນະຄອນສີທຳມະລາດເມື່ອ ຄ.ສ. 1769 ໄດ້ຊົງນຳຕົວລະຄອນຜູ້ຍິງຂອງເຈົ້ານະຄອນສີທຳມະລາດເຂົ້າມາເປັນຄູຝຶກຫັດຮ່ວມກັບພວກລະຄອນທີ່ຊົງຮວບຮວມໄດ້ຈາກທີ່ອື່ນ ແລ້ວຈັດຕັ້ງເປັນລະຄອນຫຼວງຂອງກຸງທົນບຸລີ ໂດຍຍຶດແບບສະບັບການຝຶກລະຄອນຂອງກຸງສີອະຍຸທະຍາ ນອກຈາກນີ້ຍັງໄດ້ຊົງພະລາຊະນິພົນບົດລະຄອນເລື່ອງຮາມມະກຽນເພື່ອໃຫ້ຄະນະລະຄອນຫຼວງໄດ້ນຳໄປຝຶກຫັດອອກສະແດງດ້ວຍ ດັງນັ້ນ ຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ຟື້ນຟູຢ່າງເຕັມທີ່ເພື່ອສ້າງບັນຍາກາດໃຫ້ມ່ວນຊື່ນເໝືອນສະໄໝກຸງສີອະຍຸທະຍາ ໂປດຯ ໃຫ້ປະຊາຊົນທົ່ວໄປເປີດການຝຶກສອນແລະອອກໂຮງເລ່ນໄດ້ອິສະຫຼະ ເຄື່ອງແຕ່ງກາຍບໍ່ວ່າຈະເປັນ ເຄື່ອງຕົ້ນ ເຄື່ອງຊົງ ກໍແຕ່ງກັນໄດ້ຕາມລັກສະນະຂອງເລື່ອງ ສົ່ງຜົນໃຫ້ສິລະປະການລະຄອນຂອງໄທເຊິ່ງເຄີຍຈະເລີນຣຸ່ງເຣືອງຫຼາຍຕອນປາຍອະຍຸທະຍາກັບຟື້ນຕົວຂຶ້ນໃໝ່
  • ສິລະປະການຊ່າງ ພາບຂຽນທີ່ງົດງາມປະນີດໃນສະໄໝກຸງທົນບຸລີທີ່ສຳຄັນຫຼາຍ ຄື "ສະໝຸດພາບໄຕພູມ" ແມ່ນພາບຂຽນທີ່ໂປດເກົ້າຯ ໃຫ້ສ້າງຂຶ້ນເມື່ອພຸດທະສັກກະຫຼາດ 2319 (ຄ.ສ.1776) ເຊິ່ງນັບໄດ້ວ່າເປັນສະໝຸດພາບໄຕພູມຂະໜາດໃຫຍ່ເລ່ມໜຶ່ງຂອງເມືອງໄທ ເມື່ອເປີດອອກຈະມີຄວາມຍາວເຖິງ 34.72 ແມັດ ຂຽນດ້ວຍສີລົງໃນສະໝຸດທັງ 2 ດ້ານ ໂດຍຝີມືຊ່າງຂຽນ 4 ຄົນປັດຈຸບັນໄດ້ເກັບຮັກສາໄວ້ ນະ ຫໍສະໝຸດແຫ່ງຊາດທ່າວາສຸກີ ບາງກອກ
  • ງານຝີມືຊ່າງ ສົມເດັດພະເຈົ້າກຸງທົນບຸລີຊົງເລັງເຫັນວ່າ ຊ່າງສະຫຍາມສະໄໝກຸງທົນບຸລີມີເຫຼືອຢູ່ໜ້ອຍຫຼາຍຈຶງໂປດເກົ້າຯ ໃຫ້ຮວບຮວມແລະຟື້ນຟູການຊ່າງສິບໝູ່ຂຶ້ນໃໝ່ ແຕ່ເນື່ອງມີເວລາຈຳກັດ ບ້ານເມືອງຢູ່ໃນລະຫວ່າງສົງຄາມສິ່ງຂອງທີ່ເປັນຝີມືຊ່າງຊັ້ນດີປະນີດງົດງາມໃນສະໄໝທົນບຸລີຈຶງຫາໄດ້ຍາກ ແຕ່ມີໃຫ້ເຫັນຢູ່ບ້າງໄດ້ແກ່
  • ພະແທ່ນບັນທົມຂອງສົມເດັດພະເຈົ້າກຸງທົນບຸລີປະດິດສະຖານຢູ່ທີ່ວັດອິນທາລາມວໍລະວິຫານ
  • ພະແທ່ນສຳລັບຊົງຈະເລີນວິປັດສະນາກຳມະຖານປະດິດສະຖານຢູ່ພາຍໃນພະວິຫານເລັກໜ້າພະປາງວັດອາລຸນລາຊະວະລາລາມ
  • ຕູ້ລາຍຮົດນ້ຳ ທີ່ມີສັກກະຫຼາດແຈ້ງຊັດວ່າສ້າງໃນສະໄໝກຸງທົນບຸລີ ຢູ່ໃນຫໍພະສະໝຸດວະຊິຣະຍານພາຍໃນຫໍສະໝຸດແຫ່ງຊາດ ທ່າວາສຸກີ ບາງກອກ ທ້ອງພະໂຮງພະລາຊະວັງເດີມເຊິ່ງເຄີຍເປັນທີ່ປະທັບແລະອອກວ່າລາຊະການ ປັດຈຸບັນຢູ່ໃນການດູແລຂອງທັບເຮືອ

ດ້ານອື່ນໆ[ດັດແກ້]

  • ໂປດເກົ້າຯ ໃຫ້ສ້າງພະລາຊະວັງເດີມ
  • ພະລາຊະທານທີ່ດິນໃຫ້ສ້າງໂບດວັດຊາງຕາຄູ້ດ
  • ຊົງພະກະລຸນາໂປດເກົ້າຯ

ໃຫ້ສ້າງພະເມລຸມາດທີ່ວັດອິນທາລາມວໍລະວິຫານເພື່ອຖະຫວາຍພະເພີງພະບໍຣົມສົບສົມເດັດພະບໍຣົມລາຊະຊົນນະນີ

ພະລາຊະນິພົນ[ດັດແກ້]

ເລື່ອງທີ່ພະອົງໄດ້ພະລາຊະນິພົນໄວ້ນັ້ນກໍຄື ບົດລະຄອນເລື່ອງຮາມມະກຽນ ວັນຊົງພະລາຊະນິພົນຮາມມະກຽນສະບັບນີ້ຄື ວັນອາທິດ ເດືອນ 6 ຂຶ້ນ 1 ຄ່ຳ ປີສະຫຼູ ຈຸລະສັກກະຫຼາດ 1132 ກົງກັບປີ ຄ.ສ. 1770 ເປັນປີທີ່ 3 ແຫ່ງລັດຊະການຂອງພະອົງ ພະອົງຊົງພະລາຊະນິພົນໄວ້ 4 ເລ່ມສະໝຸດໄທ ຄື

  • ເລ່ມ 1 ຕອນພະມຸງກຸດ
  • ເລ່ມ 2 ຕອນຫະນຸມານກ້ຽວວາລິນຈົນທ້າວມາລີວະລາດມາ
  • ເລ່ມ 3 ຕອນທ້າວມາລີວະລາດພິພາກສາ
  • ເລ່ມ 4 ຕອນທົດສະກັນຕັ້ງພິທີຊາຍກົດ ພະລັກຕ້ອງຫອກກະບິນລະພັດ ຈົນຜູກຜົມທົດສະກັນກັບນາງມົນໂທ

ສະເດັດສະຫວັນຄົດ[ດັດແກ້]

ຄັ້ນຮອດປີ ຄ.ສ.1782 ຂະນະນັ້ນກຸງທົນບຸລີມີອາຍຸ 15 ປີ ພະຍາສັນກັບພວກໄດ້ກໍ່ກະບົດ ສົມເດັດເຈົ້າພະຍາມະຫາກະສັດສຶກເຊິ່ງຂະນະນັ້ນໄປເຮັດສຶກກັບຂະເໝນກັບມາຍັງກຸງທົນບຸລີເຫັນວ່າຄວາມບໍ່ສະຫງົບຂອບບ້ານເມືອງເກີດຈາກສົມເດັດພະເຈົ້າຕາກສິນມະຫາລາດມີພະສະຕິວິປະຫຼາດ ຈຶງໃຫ້ນຳໄປສຳເລັດໂທດດ້ວຍການຕັດພະສຽນ (ຫົວ) ນະ ປ້ອມວິໄຊປະສິດ ແລ້ວຝັງພະບໍຣົມສົບທີ່ວັດບາງຍີ່ເຮືອໃຕ້ (ວັດອິນທາລາມວໍລະວິຫານ) ເມື່ອວັນທີ່ 6 ເມສາ ຄ.ສ.1782 ສະເດັດຂະນະມີພະຊົນມາຍຸໄດ້ 48 ພັນສາ ສິຣິຮວມຄອງລາດໄດ້ 15 ປີ ກຸງທົນບຸລີກໍສິ້ນສຸດລົງ ຈາກນັ້ນຈຶງໄດ້ສືບສວນຄວາມຜິດຂອງຜູ້ກໍ່ກະບົດ ແລ້ວຕັດສິນໃຫ້ນຳພະຍາສັນກັບພວກໄປປະຫານຊີວິດໃນເວລາຕໍ່ມາ

ຢ່າງໃດກໍຕາມ ນອກເໜືອຈາກແນວຄິດດັງກ່າວແລ້ວ ຍັງມີແນວຄິດອື່ນ ເຊັ່ນ ທີ່ສະເໜີວ່າສົມເດັດພະເຈົ້າກຸງທົນບຸລີຊົງຖືກສົມເດັດເຈົ້າພະຍາມະຫາກະສັດສຶກ (ທອງດ້ວງ) ເຮັດລັດຖະປະຫານ ແລະແນວຄິດພະອົງຊົງສະຫຼະລາຊະບັນລັງແລະລາບວດໄປຍັງນະຄອນສີທຳມະລາດ ເປັນຕົ້ນ

ພະບໍຣົມລາຊານຸສອນ[ດັດແກ້]

Statue of King Taksin the Great at Wongwian Yai


ລັດຖະບານໄດ້ປະກາດໃຫ້ວັນທີ່ 28 ທັນວາຂອງທຸກປີ ເຊິ່ງກົງກັບວັນທີ່ພະອົງຊົງປາບດາພິເສກເປັນພະມະຫາກະສັດ ເປັນ "ວັນສົມເດັດພະເຈົ້າຕາກສິນມະຫາລາດ" ນອກຈາກນັ້ນຄະນະລັດຖະມົນຕີຍັງມີມັດຕິໃຫ້ພະລາຊະສົມຍານາມວ່າ "ສົມເດັດພະເຈົ້າຕາກສິນມະຫາລາດ" ນິທິ ອຽວສີວົງ ໄດ້ບັນທຶກໄວ້ວ່າ ພະອົງຊົງເປັນວີລະກະສັດຂອງຊາດໄທທີ່ປະຊາຊົນຮູ້ຈັກດີທີ່ສຸດແລະມີສານເທພາຮັກແລະພະບໍຣົມລາຊານຸສາວະຣີຖະຫວາຍແດ່ພະອົງຫຼາຍທີ່ສຸດຍິ່ງກວ່າອະດີດພະມະຫາກະສັດໄທພະອົງໃດ

ລັດຖະບານຈອມພົນ ປ. ພິບູນສົງຄາມ ພ້ອມທັງເຫຼົ່າພະສົກນິກອນຊາວໄທໄດ້ພ້ອມໃຈກັນສ້າງພະລາຊະອະນຸສາຣີປະດິດສະຖານ ນະ ວົງວຽນໃຫຍ່ ຝັ່ງທົນບຸລີ ເຊິ່ງສາດສະດາຈານສິນ ພີຣະສີ ຄະນະບໍດີປະຕິມາກຳ ມະຫາວິທະຍາໄລສິລະປາກອນຂະນະນັ້ນເປັນຜູ້ອອກແບບ ທາງລາຊະການໄດ້ປະກອບພະລາຊະພິທີເປີດແລະຖະຫວາຍບັງຄົມພະບໍຣົມລາຊະນຸສາວະຣີຄັ້ງທຳອິດເມື່ອວັນທີ່ 17 ເມສາ ຄ.ສ. 1954 ແລະໃນວັນທີ່ 28 ທັນວາ ຄ.ສ.1954 ຈຶງມີລັດພິທີເປີດເປັນທາງການອີກເທື່ອໜຶ່ງ ໂດຍພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດສະເດັດພະລາຊະດຳເນິນຊົງວາງພວງມາລາ ຖະຫວາຍລາຊະສັກກາລະ ຕໍ່ມາທາງລາຊະການກຳໜົດໃຫ້ວັນທີ່ 28 ທັນວາ ເປັນວັນຖະຫວາຍບັງຄົມສົມເດັດພະເຈົ້າຕາກສິນມະຫາລາດເຊັ່ນກັນ

ຄວາມສັມພັນເຊື້ອສາຍຈີນ[ດັດແກ້]

The Entrance of King Taksin's tomb in Chenghai, Guangdong, China

ເນື່ອງຈາກສົມເດັດພະເຈົ້າກຸງທົນບຸລີຊົງມີເຊື້ອສາຍຈີນແຕ້ຈິ໋ວຈຶງໄດ້ຮັບຄວາມເຄົາຮົບຢ່າງຍິ່ງ ໂດຍສະເພາະຈາກຄົນໄທເຊື້ອສາຍຈີນ ມີການຮຽກຕາມພາສາຈີນແຕ້ວ່າ ແຕ່ອ່ວງກົງ(鄭王公) ໝາຍເຖິງກະສັດຊາວແຕ້ຈິ໋ວທີ່ໄດ້ຮັບການເຄົາຮົບບູຊາ (ແຊ່ແຕ້ຂອງພະອົງພ້ອງກັບຄຳວ່າແຕ້ຈິ໋ວ 潮州)

ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວພະລາຊະທານຂໍ້ມູນແກ່ໝໍສະມິດ (ນາຍແພດ ມັນຄອມ ສະມິດ) ວ່າສົມເດັດພະເຈົ້າກຸງທົນບຸລີມີຊື່ຮຽກຂານກັນໃນໝູ່ຊາວຈີນ "ເຕຍຊິນຕັດ"ຫຼື "ເຕຍຊິນຕາດ" (爹信達) ແປວ່າ ພໍ່ສິນເຈົ້າເມືອງຕາກ ແລະຍັງມີຊື່ທີ່ປາກົດ ເຈິ້ງກົ໋ວອິງ (鄭國英) ແປວ່າ ວີລະບຸລຸດຂອງປະເທດນາມເຈິ້ງ ຕາມຫຼັກຖານຈີນກ່ອນສະເດັດຮັບລາຊະການເຄີຍຊົງປະກອບອາຊີບຄ້າຂາຍຕໍ່ຈາກພະລາຊະບິດາ ແລະຍັງມີຫຼັກຖານທີ່ສໍ່ວ່າເຄີຍຊົງເປັນພໍ່ຄ້າກວຽນ ມີຮັບສັ່ງໄດ້ຄ່ອງແຄ່ວ ທັງຈີນແຕ້ຈິ໋ວ ທັງຈີນກວາງຕຸ້ງ ແລະຈີນຮົກກ້ຽນ

ຢ່າງໃດກໍຕາມ ຕ້ວນລີ່ເຊີງໄດ້ພົບສຸສານບັນຈຸສະຫຼອງພະອົງຂອງສົມເດັດພະເຈົ້າກຸງທົນບຸລີທີ່ຕຳບົນຫົວຟູ່ ອຳເພີເສີງໃຫ່ ຈັງຫວັດແຕ້ຈິ໋ວ (ເສົາໂຈ) ຢູ່ໃນມົນທົນກວາງຕຸ້ງ ທາງຕາເວັນອອກສຽງໃຕ້ຂອງຈີນ ຮວມທັງສານປະຈຳຕະກູນເຊິ່ງສ້າງຂຶ້ນໃນ ຄ.ສ.1921 ຄົງເປັນຜູ້ສືບລາຊະກຸນສົມເດັດພະເຈົ້າກຸງທົນບຸລີສົ່ງໄປຝັງແທນພະບໍຣົມສົບຕາມທຳນຽມຈີນສິ່ງນີ້ອາດເປັນຫຼັກຖານວ່າ ສາຍວົງພະລາຊະບິດາຢູ່ທີ່ຕຳບົນນັ້ນເຊິ່ງເປັນຖິ່ນທີ່ແຫ້ງແລ້ງ ເຮັດອົບພະຍົບມາຢູ່ໃນພະນະຄອນສີອະຍຸທະຍາ

ອ້າງອິງ[ດັດແກ້]

ເຊິງອັດ[ດັດແກ້]

1.จรรยา ประชิตโรมรัน. (2548). สมเด็จพระเจ้าตากสินมหาราช. สำนักพิมพ์แห่งจุฬาลงกรณ์มหาวิทยาลัย. หน้า 55

2.ศาสนสถานที่สำคัญในสมัยธนบุรี, มูลนิธิอนุรักษ์โบราณสถานในพระราชวังเดิม กองทัพเรือ

3.มูลนิธิสมเด็จพระเทพรัตนราชสุดา. นามานุกรมพระมหากษัตริย์ไทย. กรุงเทพฯ : มูลนิธิสมเด็จพระเทพรัตนราชสุดา, 2554. 264 หน้า. หน้า 183-186.

4.ISBN 978-616-7308-25-8

5.นิธิ เอียวศรีวงศ์. หน้า 61.

6.นิธิ เอียวศรีวงศ์. หน้า 61.

7.นิธิ เอียวศรีวงศ์. หน้า 63.

8.ธำรงศักดิ์ อายุวัฒนะ. ราชสกุลจักรีวงศ์ และราชสกุลสมเด็จพระเจ้าตากสินมหาราช (ใน Thai). Bangkok: สำนักพิมพ์บรรณกิจ.

9.p. 490. ISBN 974-222-648-2.

10.พิธีบำเพ็ญกุศลอุทิศถวายสมเด็จพระเจ้าตากสินมหาราช เนื่องในวันคล้ายวันปราบดาภิเษก, 19 ธันวาคม 2549

11.Lintner, p. 112 David K. Wyatt. Thailand: A Short History. Yale University Press.

12. p. 140. ISBN 0300035829.

13.นิธิ เอียวศรีวงศ์. หน้า 77.

12.ประยุทธ์ สิทธิพันธ์, มหาราชและพระราชกรณียกิจสมเด็จพระภัทรมหาราช (กรุงเทพฯ : เทพพิทักษ์การพิมพ์, 2520) หน้า 223.

13.นิธิ เอียวศรีวงศ์. หน้า 81.

14.นิธิ เอียวศรีวงศ์. หน้า 80.

15.นิธิ เอียวศรีวงศ์. หน้า 82-83.

16.นิธิ เอียวศรีวงศ์. หน้า 87.

17.นิธิ เอียวศรีวงศ์. หน้า 84-86.

18.นิธิ เอียวศรีวงศ์. หน้า 87-88.

19.นิธิ เอียวศรีวงศ์. หน้า 88-89.

20.นิธิ เอียวศรีวงศ์. หน้า 89.

21.นิธิ เอียวศรีวงศ์. หน้า 98.

22.นิธิ เอียวศรีวงศ์. หน้า 98-99. มหาราชวงษ์พงศวดารพม่า, (กรุงเทพฯ : มติชน, 2545), หน้า 243.

23.พระราชพงศวดารฉบับพระราชหัตถเลขา, (กรุงเทพฯ : คลังวิทยา, 2516), หน้า 290.

24.จำนวนทหารที่หนีออกจากกรุงศรีอยุธยาพร้อมกับพระเจ้าตากนี้ เอกสารกล่าวไว้ไม่ตรงกัน พระราชพงศวดารฉบับพะราชหัตถเลขา, ฉบับพันจันทนุมาศ (เจิม) และฉบับบริติชมิวเซียม กล่าวตรงกันว่า 1,000 นาย, จดหมายความทรงจำของกรมหลวงนรินทรเทวีว่ามี 500 นาย

25.นิธิ เอียวศรีวงศ์. หน้า 121. พงษ์ ณ พัฒน์, วันสำคัญไทยนอกปฏิทิน, (กรุงเทพฯ : แสงดาว, 2551), หน้า 12-13

26.ประชุมพงศาวดารภาคที่ 65, หน้า 28.

27.พระราชพงศวดารฉบับพระราชหัตถเลขา, หน้า 294.

28.John Bowman. Columbia Chronologies of Asian History and Culture. Columbia University Press. p. 514.

29.ISBN 0231110049.

30.วัดลุ่มมหาชัยชุมพล, เครื่อข่ายกาญจนาภิเษก

31.บัญชา แก้วเกตุทอง,พลตรี. หนังสือที่ระลึกในงานหล่อประทานพร สมเด็จพระเจ้ากรุงธนบุรี ณ วัดลุ่มมหาชัยชุมพล จังหวัดระยอง วันที่ ๖-๑๐ กุมภาพันธ์ ๒๕๒๑.

32.วัลลภา รุ่งศิริแสงรัตน์. (2546). บรรพบุรุษไทย: สมัยกรุงธนบุรีและรัตนโกสินทร์ตอนต้น. โรงพิมพ์แห่งจุฬาลงกรณ์มหาวิทยาลัย. หน้า 5

33.พระราชพงศวดารฉบับพระราชหัตถเลขา, น. 308. นิธิ เอียวศรีวงศ์. หน้า 126. (ปัจจุบันคือจังหวัดจันทบุรี) ภูมิศาสตร์ประเทศไทย 11 ชื่อเดิมของจังหวัดต่างๆและชื่อเดิมของเมืองในประวัติศาสตร์

34.ศรรวริศา เมฆไพบูลย์,ศิริโชค เลิศยะใส. NATIONAL GEOGRAPHIC ฉบับที่ 77 ธันวาคม 2550. กรุงเทพฯ : อมรินทร์ปริ้นติ้งแอนด์พับลิชชิ่ง จำกัด (มหาชน),หน้า 51.ISSN 1513-9840

35.สมเด็จกรมพระยาดำรงราชานุภาพ. p. 385

36.สมเด็จกรมพระยาดำรงราชานุภาพ. p. 401-402.

37.พระราชวรวงศ์เธอ กรมหมื่นพิทยาลงกรณ์, สามกรุง (พระนคร:คลังวิทยา ๒๕๑๑) หน้า ๙๘.

38.W.A.R. Wood (1924). A History of Siam. Chiang Mai. p. 253

39.นิธิ เอียวศรีวงศ์. หน้า 143.

40.นิธิ เอียวศรีวงศ์. หน้า 143-145.

41.นิธิ เอียวศรีวงศ์. หน้า 146.

42.พระราชพงศาวดารกรุงธนบุรี, หน้า 23

43.สุนทรภู่, นิราศสุนทรภู่ ตอนนิราศพระบาท (พระนคร:คุรุสภา 2519) หน้า 123-124.

44.นิธิ เอียวศรีวงศ์. หน้า 147.

45.ชัย เรืองศิลป์. หน้า 6. พระราชวังเดิม

46.ธีระชัย ธนาเศรษฐ. เปิดวังสมเด็จพระเจ้าตากสินมหาราช. สำนักพิมพ์ ธีรกิจ (ประเทศไทย) จำกัด. หน้า 134.

47.นิธิ เอียวศรีวงศ์. หน้า 148.

48.Damrong Rajanubhab, pp. 418-419

49.W.A.R.Wood, p. 254

50.งานกู้ชาติในสมเด็จพระเจ้าตากสินมหาราช. หอมรดกไทย. สืบต้น 15-5-2554.

51.นิธิ เอียวศรีวงษ์. หน้า 173. พระราชพงศาวดารกรุงธนบุรี, หน้า 128-146

52.พระราชพงศาวดารกรุงธนบุรี, หน้า 177

53.มูลนิธิกตเวทินในพระบรมราชูปถัมป์, ประวัติศาสตร์ชาติไทย, กรุงเทพฯ : อมรินทร์พริ้นติ้งแอนพับลิชชิ่ง จำกัด (มหาชน) , 2547 หน้า 79 - 93. ISBN 974-92746-2-8

54.KING TAKSIN DAY webhost.m-culture.go.th Retrieved 2007-12-28

55.กรมศิลปากร, ประชุมพงศวดาร ภาคที่ 39 หน้า 63-64.

56.Thomas J. Barnes. Tay Son: Rebellion in 18th Century Vietnam. Xlibris Corporation. p. 74. ISBN 0738818186.

57.ชัย เรืองศิลป์. หน้า 2.

58.ชัย เรืองศิลป์. หน้า 4.

59.ชัย เรืองศิลป์. หน้า 5.

60.ชัย เรืองศิลป์. หน้า 7.

61.Chris Baker (writer), Pasuk Phongpaichit. A History of Thailand. Cambridge University Press. p. 32. ISBN 0521816157.

62.Editors of Time Out. Time Out Bangkok: And Beach Escapes. Time Out. p. 84. ISBN 1846700213.

63.Paul M. Handley. The King Never Smiles. Yale University Press. p. 27. ISBN 0300106823. 64.Bertil Lintner. Blood Brothers: The Criminal Underworld of Asia. Macmillan Publishers. ISBN 1403961549., p. 234

65.Chris Baker, Pasuk Phongpaichit. A History of Thailand. Cambridge University Press. ISBN 0521816157., p. 32 53

66.พระมหากษัตริย์ไทย : ธ ครองใจไทยทั้งชาติ. กรุงเทพฯ : โอเดียนสโตร์, 2543. หน้า : 244-245

67.วีณา โรจนราธา. กรุงแตก พระเจ้าตากฯ และประวัติศาสตร์ไทย. กรุงเทพฯ : กรุงสยามพริ้นติ้ง กรุ๊พ, 2540 หน้า 99 ISBN 978-974-02-0003-1

68.การกู้พระศาสนาของพระเจ้าตากสินมหาราช : อาจารย์สมพร เทพสิทธา วนา. พระเจ้าตากสิน ใช้ศาสนา กำหนดจริยธรรมของคนไทย, prajan.com, 7 กุมภภาพันธ์ 2549

69.อาจาร์สมพร เทพสิทธาวนา: พระมหากษัตริย์ กับศาสนา, oknation.net, 12 เมษายน 2551

70.กรมศิลปากร, จดหมายเหตุฉบับพระยาประมูลธนรักษ์ (พิมพ์ในงานศพ นางช้อย ชูโต พ.ศ. 2464) หน้า 7.

71.พระราชพงศาวดารกรุงธนบุรี, หน้า 186-187

72.เปลื้อง ณ นคร. ประวัติวรรณคดีไทยสำหรับนักศึกษา. กรุงเทพฯ : ไทยวัฒนาพานิช, 2517. หน้า 216

73.สมุดภาพไตรภูมิฉบับกรุงศรีอยุธยา-ฉบับกรุงธนบุรีเลม 1-2

74.กรมช่างสิบหมู่ changsipmu.com

75.ชมโบสถ์ซางตาครู้ส ชิมขนมฝรั่งกุฎีจีน สมเด็จพระเจ้าตากสินพระราชทานเพลิงศพพระราชมารดา (นกเอี้ยง) ณ วัดบางยี่เรือใต้ (อินทาราม)

76.พระราชพงศาวดาร ฉบับพระราชหัตถเลขา, กรุงเทพฯ : สำนักวรรณกรรมและประวัติศาสตร์ กรมศิลปากร, 2548, หน้า 230

77.สมชาย พุ่มสอาด, เบื้องหลังกบฏพระยาสรรค์, ศิลปวัฒนธรรม, ปีที่ 4 ฉบับที่ 6, เมษายน 2526 หน้า 8-15

78.ทศยศ กระหม่อมแก้ว. พระเจ้าตาก สิ้นพระชนม์ที่เมืองนคร. กรุงเทพฯ : กรีนปัญญาญาณ จำกัด, 2555. ISBN : 978-616-526-030-5

79.Donald K. Swearer (2004). Becoming the Buddha: The Ritual of Image. Princeton University Press. ISBN 0-691-11435-8. p. 235

80.นิธิ เอียวศรีวงศ์. หน้า 55.

81.สมเด็จพระเจ้าตากสินมหาราช, พระราชประวัติสมเด็จพระเจ้าตากสินมหาราช - 82.คลังปัญญาไทย ตามรอยสุสานพระเจ้าตาก sarakadee.com

83.Mulcolm Smith, Dr. A Physician at the Court of Siam. University of Michigan Library. p. 13.

84.พิมพ์ประไพ พิศาลบุตร. สำเภาสยาม ตำนานเจ๊กบางกอก . กรุงเทพฯ : นานมีบุ๊คส์, 2544. หน้า 93 ISBN 974-472-331-9

  1. name="ປາບດາພິເສກ
  2. จรรยา ประชิตโรมรัน. (2548). สมเด็จพระเจ้าตากสินมหาราช. สำนักพิมพ์แห่งจุฬาลงกรณ์มหาวิทยาลัย. หน้า 55