ພາສາຂະແມ
Appearance
ພາສາຂະແມ | |
---|---|
ພາສາກຳປູເຈຍ | |
ភាសាខ្មែរ / ខេមរភាសា | |
ອອກສຽງ | [pʰiəsaː kʰmae], ເພຍຊາຂະແມ [kʰeːmarapʰiəsaː], ເຄມາຣາເພຍຊາ |
ປະເທດທີ່ມີການເວົ້າ | ກຳປູເຈຍ ໄທ (ພາກຕາເວັນອອກແລະພາກອີສານ) ຫວຽດນາມ (ເຂດທົ່ງພຽງແມ່ນ້ຳຂອງ ແລະ ພາກຕາເວັນອອກສຽງໃຕ້) |
ຊົນເຜົ່າ | ຊາວຂະແມ |
ຈຳນວນຜູ້ເວົ້າ | 16 ລ້ານຄົນ (2007) |
ຕະກຸນພາສາ | ອອສໂຕຣອາຊີຕິກ
|
ຮູບແບບກ່ອນໜ້າ | ຂະແມດັ້ງເດີມ
|
ລະບົບການຂຽນ | ອັກສອນຂະເໝນ |
ສະຖານະພາບທາງການ | |
ພາສາທາງການ | ກຳປູເຈຍ
ອາຊຽນ[1] |
ພາສາຊົນກຸ່ມນ້ອຍທີ່ຮັບຮອງໃນ | Thailand Vietnam |
ລະຫັດພາສາ | |
ISO 639-1 | km |
ISO 639-2 | khm |
ISO 639-3 | khm |
ບໍລິເວນທີ່ມີການໃຊ້ພາສາຂະແມ
ພາສາຂະແມ ຫຼື ພາສາຂະເໝນ (ຂະແມ: ភាសាខ្មែរ) ແມ່ນໜຶ່ງໃນພາສາຫຼັກຂອງພາສາກຸ່ມອົດສະຕະໂລອາຊີ ແລະ ໄດ້ຮັບອິດທິພົນມາຈາກພາສາສັນສະກິດ ແລະ ພາສາບາລີ ພໍສົມຄວນ ເຊິ່ງອິດທິພົນເຫຼົ່ານີ້ ມາຈາກອິດທິພົນຂອງສາສະໜາພຸດ ແລະ ສາສະໜາຮິນດູ ຕໍ່ວັດທະນະທຳຂອງຊາວຂະແມ ໃນຂະນະທີ່ອິດທິພົນອື່ນ ໆ ເຊັ່ນ ຈາກພາສາລາວ ແລະ ພາສາໄທ. ເປັນໝາກຜົນມາຈາກການຕິດຕໍ່ກັນທາງດ້ານພາສາ ແລະ ຄວາມໃກ້ຊິດກັນໃນທາງພູມສາດ. ພາສາຂະແມແປກໄປຈາກພາສາໃນປະເທດອ້ອມແອ້ມ (ພາສາລາວ ພາສາໄທ ແລະ ພາສາຫວຽດນາມ) ເນື່ອງຈາກບໍ່ມີສຽງວັນນະຍຸດ.
ອ້າງອີງ
[ດັດແກ້]- ↑ "Languages of ASEAN". Retrieved 7 August 2017.