ລົດໄຟຟ້າບີທີເອສ
ລົດໄຟຟ້າສະເຫຼິມພະເກີຍດ 6 ຮອບພະຊົນມະພັນສາ | |
---|---|
ຂໍ້ມູນທົ່ວໄປ | |
ຮູບແບບ | ລາງລົດໄຟ |
ລະບົບ | ລົດໄຟຟ້າມະຫານະຄອນ |
ບ່ອນຕັ້ງ | ຈັງຫວັດສະໝຸດປາການ, ບາງກອກ, ແລະຈັງຫວັດປະທຸມທານີ |
ຈຳນວນສະຖານີ | 60 ສະຖານີ (ສະເພາະສະຖານີທີ່ເປິດບໍລິການ) |
ເວັບໄຊຕ໌ | ທຸລະກິດລະບົບຂົນສ່ງມວນຊົນ BTS Group |
ການດຳເນິນງານ | |
ເປີດເມື່ອ | 5 ທັນວາ 1999 |
ສ່ວນຕໍ່ຂະຫຍາຍຫຼ້າສຸດ | 8 ກຸມພາ 2021 (ສະຖານີເຊັນຫລຸຍ) |
ຜູ້ດຳເນິນງານ | ບໍລິສັດ ລະບົບຂົນສ່ງມວນຊົນກຸງເທບ ຈຳກັດ (ມະຫາຊົນ) |
ຂະບວນລົດ | ຊີເມັນ ໂມດູລາ ເມໂທ : 35 ຂະບວນ ຊີເມັນ ອິນສะໄປໂລ : 22 ຂະບວນ ຊີເອົນອາ ຊາງຊຸນ : 12 ຂະບວນ ຊີເອົນອາ ຊາງຊຸນ : 5 ຂະບວນ ຊີອາອາຊີ ຊາງຊຸນ : 24 ຂະບວນ |
ຂໍ້ມູນທາງເທັກນິກ | |
ລະຍະທາງ | 68.25 ກິໂລແມັດ (42.41 ໄມ) |
ຄວາມຍາວທາງແລ່ນ | 1,435 ແມັດ |
ລະບົບຈ່າຍໄຟ | ລາງທີ່ສາມ 750VDC |
ຄວາມເຮັວ | 80 ກິໂລແມັດ/ຊົ່ວໂມງ |
ລົດໄຟຟ້າ ສະເຫຼິມພະກຽດ 6 ຮອບພະຊົນມະພັນສາ (ພາສາອັງກິດ: The Elevated Train in Commemoration of H.M. the King's 6th Cycle Birthday, ພາສາໄທ: รถไฟฟ้าเฉลิมพระเกียรติ 6 รอบพระชนมพรรษา) ແມ່ນສ່ວນໜຶ່ງໃນໂຄງການລົດໄຟຟ້າໃນບາງກອກແລະບໍລິເວນໃກ້ຄຽງໂດຍເອິ້ນຊື່ຕາມສີວ່າ "ລົດໄຟຟ້າສາຍສີຂຽວ" ຫຼືຊື່ທີ່ນິຍົມເອິ້ນວ່າ "ລົດໄຟຟ້າ BTS" (BTS Skytrain) ແມ່ນລະບົບຂົນສົ່ງມວນຊົນໄວຂອງປະເທດໄທ ໃນເຂດບາງກອກ ຈັງຫວັດສະໝຸດປາການ ແລະ ຈັງຫວັດປະທຸມທານີ ເປິດທຳອິດເມື່ອ 5 ທັນວາ ຄ.ສ 1999
ປະຫວັດ
[ດັດແກ້]ລົດໄຟຟ້າບີທີເອສ ແມ່ນລະບົບລົດໄຟທີ່ປະຕິບັດການແຍກຕ່າງຫາກຈາກ ລົດໄຟຟ້າມະຫານະຄອນ. ເຊິ່ງເກີດຂື້ນຈາກການອະນຸມັດຂອງບາງກອກ (ກຸງເທບມະຫານະຄອນ), ເນື່ອງຈາກໃນເວລານັ້ນບໍ່ມີລະບົບລົດໄຟສາທາລະນະໃນບາງກອກ ມີການສຶືກສາກ່ຽວກັບການກໍ່ສ້າງລະບົບລົດໄຟຟ້າຫລາຍປະເພດເຊັ່ນ ລົດໄຟຟ້າລາວາລິນ (ໂຄງການຖືກຍົກເລິກ ເຊິ່ງເປັນໂຄງການກ່ອນໜ້າບີທີເອສ) ແຕ່ມີແນວໂນ້ມບໍ່ໄດ້ຮັບການອະນຸມັດຈາກລັດຖະບານ ໃນຂະນະທີ່ການຈະລາຈອນບາງກອກໜັກຫລາຍແລະຈຳນວນລົດກໍເພີ່ມຂຶ້ນ[1] . ຕໍ່ມາບາງກອກໄດ້ອະນຸມັດການສຳປະທານ ສຳລັບການກໍ່ສ້າງແລະການເດີນລົດໃຫ້ກັບບໍລິສັດ ທະນາຍົງ ຈຳກັດ (ປະຈຸບັນບໍລິສັດ BTS Group Holdings Public Company ຈຳກັດ) ຂອງທ່ານຄີຣີ ການຈະນະພາດ . ເລີ່ມຕົ້ນສູນບຳລຸງຮັກສາລົດໄຟຟ້າຈະຢູ່ໃນພື້ນທີ່ຂອງສວນລຸມພິນີ ແຕ່ປະກົດວ່າຄົນທີ່ອອກກຳລັງກາຍເປັນປົກກະຕິຢູ່ສວນລຸມພິນີ ໄດ້ເຕົ້າໂຮມກັນເພື່ອປະທ້ວງບໍລິສັດວ່າໄດ້ຂັດກັບຄວາມຕັ້ງໃຈຂອງ King Rama VI ໃນການອະນຸຍາດໃຫ້ສົມບັດຂອງ King Rama VI ໃຊ້ເປັນສວນສາທາລະນະ. ນອກຈາກນີ້, ຍັງມີການປະທ້ວງຮຽກຮ້ອງໃຫ້ປ່ຽນປະເພດການກໍ່ສ້າງລົດໄຟຟ້າຈາກໂຄງສ້າງຍົກຟ້າຂຶ້ນເປັນລົດໄຟຟ້າໃຕ້ດິນ. ແຕ່ໃນທີ່ສຸດ, ສູນບຳລຸງຮັກສາລົດໄຟຟ້າໄດ້ຖືກຍ້າຍໄປໃຊ້ບົນພື້ນທີ່ຂອງກົມຄັງເງິນ (กรมธนารักษ์). ແລະໃກ້ກັບສວນຈະຕຸຈັກ (Chatuchak Park) ໃນໄລຍະເວລາທຳອິດກ່ອນເປີດ ລົດໄຟຟ້າສາຍນີ້ເອີ້ນວ່າ ລົດໄຟຟ້າທະນາຢົງ ເຊິ່ງເປັນຊື່ຂອງບໍລິສັດສຳປະທານ. ລົດໄຟຟ້າທະນາຢົງໄດ້ຮັບການຕັ້ງຊື່ຢ່າງເປັນທາງການວ່າ "ລົດໄຟຟ້າສະເຫລິມພະກຽດ 6 ຣອບພະຊົນມະພັນສາ" ເຊິ່ງແມ່ນຊື່ສະຫລອງຄົບຮອບ 60 ປີ ຂອງກະສັດພູມີພົນອະດຸນຍະເດດ ແລະໄດ້ເປິດທຳອິດເມື່ອ 5 ທັນວາ ຄ.ສ1999
ສາຍທີ່ເປິດບໍລີການ
[ດັດແກ້]ລົດໄຟຟ້າ ເປິດໃຫ້ບໍລິການທຳອິດເມື່ອ 5 ທັນວາ ຄ.ສ 1999 ໃຫ້ບໍລິການທັງໝົດ ລົດໄຟຟ້າສະເຫລິມພະກຽດ 6 ຮອບພະຊົນມະພັນສາ (ສາຍສຸຂຸມວິດ) ມີໄລຍະທາງທັງໝົດ 53.58 ກິໂລແມັດ ແລະລົດໄຟຟ້າສະເຫລິມພະກຽດ 6 ຮອບພະຊນມະພັນສາ (ສາຍສີລົມ) ມີໄລຍະທາງທັງໝົດ 14.67 ກິໂລແມັດ
ລົດໄຟຟ້າບີທີເອສມີ 2 ສາຍ ແລະມີສະຖານີທັງໝົດ 60 ສະຖານີ (ນັບສະຖານີສະຫຍາມເຊິ່ງເປັນສະຖານີເຊື່ອມຕໍ່ 2 ສາຍ ແລະບໍ່ຮວມ 1 ສະຖານີໂຄງການໃນອະນາຄົດ) ໄລຍະທາງທັງໝົດ 68.25 ກິໂລແມັດ [2]
ເສັ້ນທາງ | ເປິດບໍລິການ | ຂະຫຍາຍຫຼ້າສຸດ | ສະຖານີປາຍທາງ | ໄລຍະທາງ (ກິໂລແມັດ) | ຈຳນວນສະຖານີ | ||
---|---|---|---|---|---|---|---|
ສາຍສຸຂຸມວິດ | ຄ.ສ 1999 | ຄ.ສ 2020 | ຄູຄົດ (ປະທຸມທານີ) |
ເຄຫະຯ (ສະໝຸດປາການ) |
53.58 ກິໂລແມັດ (33.29 ໄມ) | 47 | |
ສາຍສີລົມ | ຄ.ສ 1999 | ຄ.ສ 2021 | ສະໜາມກິລາແຫ່ງຊາດ (ປະທຸມວັນ) |
ບາງຫວ້າ (ພາສີຈະເລີນ) |
14.67 ກິໂລແມັດ (9.12 ໄມ) | 14 | |
ທັງຫມົດ | 68.25 ກິໂລແມັດ | 60 |
ແຫຼ່ງຂໍ້ມູນ
[ດັດແກ້]- ↑ อรัณย์ หนองพล (24 กรกฎาคม 2561). "รู้จัก 'ลาวาลิน' รถไฟฟ้าสายแรกที่คนกรุงไม่เคยมีโอกาสได้นั่ง". The Standard.
{{cite web}}
: Check date values in:|date=
(help); Cite has empty unknown parameter:|1=
(help) - ↑ ປະຫວັດຄວາມເປັນມາລົດໄຟຟ້າບີທີເອສ ຂ້ອມູນໄລຍະທາງ (ພາສາໄທ)