ບ່ອນຈອດລົດເມ
(ປ່ຽນເສັ້ນທາງມາຈາກ ບ່ອນຈອດລົດໂດຍສານ)

ບ່ອນຈອດລົດເມໃນປະເທດໄທ.
ບ່ອນຈອດລົດເມ (ຄຳເຄົ້າ: ບ່ອນຈອດຣົຖເມລ໌[1], ອັງກິດ: bus stop, ຝຣັ່ງ: arrêt de bus) ຫຼື ປ້າຍລົດເມ (ຄຳເຄົ້າ: ປ້າຍຣົຖເມລ໌) ແມ່ນສະຖານທີ່ທີ່ກຳໜົດໄວ້ ເພື່ອໃຫ້ລົດເມມາຈອດຮັບ-ສົ່ງຜູ້ໂດຍສານ. ສ່ວນຫຼາຍຈະຕັ້ງຢູ່ຂ້າງຖະໜົນທຳມະດາ ບໍ່ຕັ້ງເທິງຖະໜົນທາງດ່ວນ. ຄຸນະພາບຂອງປ້າຍລົດເມຂຶ້ນຢູ່ກັບປໍລິມານຂອງການໃຊ້ບໍລິການ. ຈຸດຮັບ-ສົ່ງທີ່ມີຄົນໃຊ້ບໍລິການຫຼາຍມັກຈະມີຫຼັງຄາ ແລະ ບ່ອນນັ່ງ ແຕ່ປ້າຍລົດເມທີ່ມີຄົນໃຊ້ບໍລິການໜ້ອຍກໍມັກຈະມີພຽງແຕ່ເສົາກັບປ້າຍ ບໍ່ມີບ່ອນນັ່ງຄອຍຖ້າ. ປ້າຍລົດເມສາມາດຕັ້ງຢູ່ໃກ້ ສະຖານີລົດໂດຍສານອື່ນໆ ເຊັ່ນສະຖານີລົດໄຟ, ບ່ອນຖ້າລົດຕັກຊີ, ຫຼື ເດີ່ນຍົນ ຯລຯ.
ອ້າງອີງ[ດັດແກ້]
- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ການຂົນສົ່ງ | |
---|---|
ລົດ | ລົດ · ລົດເກັ໋ງ · ລົດກະບະ · ລົດຈັກ · ລົດຖີບ · ລົດເຊົ່າ |
ລົດທີ່ໃຊ້ສິ່ງມີຊີວິດລາກ | ລົດລາກ · ລົດມ້າ · ກວຽນ |
ລົດໂດຍສານສາທາລະນະ | ລົດເມ · ລົດເມນ້ອຍ · ລົດຮັບສົ່ງເດີ່ນຍົນ · ລົດຮັບສົ່ງແຂກຂອງໂຮງແຮມ · ລົດຮັບສົ່ງຄົນເສຍອົງຄະ · ລົດຕັກຊີ · ລົດຈັກ · ລົດສອງແຖວ · ລົດຈຳໂບ້ · ລົດຕຸກໆ · ລົດທ່ອງທ່ຽວ · ລົດຕູ້ |
ລົດໂດຍສານ ສາທາລະນະເທິງລາງ | ລົດໄຟ · ລົດໄຟຟ້າ · ລົດໄຟໃຕ້ດິນ · ລົດລາງ |
ທາງນ້ຳ | ເຮືອ · ເຮືອດຳນ້ຳ · ເຮືອໃບ · ເຮືອໄວ · ເຮືອພາທ່ຽວ ·ກຳປັ່ນ · ແທັງເກີ |
ທາງອາກາດ | ຍົນ · ຍົນລະຫວ່າງປະເທດ · ຍົນພາຍໃນປະເທດ · ເຮລີກົບແຕ ·ບາລູນ |
ໃນອະວະກາດ | ຍານອະວະກາດ · ຈະຫຼວດ · ກະສວຍອະວະກາດ |
ລົດໃນຍາມສຸກເສີນ | ລົດອັກຄີໄຟ · ລົດໂຮງໝໍ |
ບ່ອນຖ້າ | ບ່ອນຈອດລົດໂດຍສານ · ເດີ່ນຍົນ · ສະຖານີລົດໄຟ · ທ່າເຮືອ |
ການໄປສະນີ | ຕູ້ໄປສະນີ · ລົດໄປສະນີ |