ປະເທດໄທ
ราชอาณาจักรไทย(ໄທ) ພະລາຊະອານາຈັກໄທ
| |
---|---|
ຄຳຂວັນ: ຊາດ ສາດສະນາ ພະມະຫາກະສັດ | |
![]() | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ບາງກອກ |
ພາສາລັດຖະການ | ພາສາໄທ |
ການປົກຄອງ | ປະຊາທິປະໄຕແບບລັດຖະສະພາ ມີພະມະຫາກະສັດຢູ່ພາຍໃຕ້ລັດຖະທຳມະນູນ |
ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ | |
ທ່ານ ພົນເອກ ປະຍຸດ ຈັນໂອຊາ | |
ສະຖາປະນາຂຶ້ນ | |
• ສຸໂຂໄທ | ພ.ສ. 1792 - 1891 |
ພ.ສ. 1893 - 2310 | |
• ທົນບຸລີ | ພ.ສ. 2310 - 2325 |
ພ.ສ. 2325 - ປັດຈຸບັນ | |
0.4 (2,230 ຕລ.ກມ.) | |
ປະຊາກອນ | |
• ພ.ສ. 2562 ປະມານ | 69,558,935 ຄນ[໑] (20) |
• ສຳມະໂນປະຊາກອນ ພ.ສ. 2553 | 63,785,909 ຄນ |
GDP (ອຳນາດຊື້) | ພ.ສ. 2563 (ປະມານ) |
• ລວມ | 509.02 ຕື້ໂດລາສະຫະລັດ[໒] (25) |
• ຕໍ່ຫົວ | 7209 ໂດລາສະຫະລັດ (82) |
ຈີນີ (2015) | 36 ປານກາງ |
HDI (2020) | 0.777 [໓] ຂໍ້ຜິດພາດ: ຄ່າ HDI ບໍ່ຖືກຕ້ອງ · 79 |
ສະກຸນເງິນ | ບາດ ฿ (THB) |
ເຂດເວລາ | UTC+7 |
ລະຫັດໂທລະສັບ | 66 |
ລະຫັດອິນເຕີເນັດ | .th .ไทย |
ປະເທດໄທ ມີຊື່ຢ່າງເປັນທາງການວ່າ "ລາດຊະອານາຈັກໄທ" (ຄຳເຄົ້າ:ຣາຊອານາຈັກໄທຍ໌) ຕັ້ງຢູ່ໃນພູມິພາກອາຊີຕາເວັນອອກສຽງໃຕ້ ຊື່ອະດີດ "ສະຫຍາມ" ລັດຖະບານໄດ້ມີການປ່ຽນຊື່ຢ່າງເປັນທາງການໃນປີ ພ.ສ. 2482 ປະເທດໄທມີຂະໜາດໃຫຍ່ລຳດັບທີ່ 50 ຂອງໂລກ ມີພື້ນທີ່ 513,120 ຕາລາງກິໂລແມັດ ແລະມີປະຊາກອນຫຼາຍເປັນລຳດັບ 20 ຂອງໂລກ ມີຂົງເຂດຕີດຕໍ່ກັບປະເທດມຽນມ່າທາງທິດເໜືແລະຕາເວັນຕົກ ປະເທດລາວທາງທິດເໜືແລະຕາເວັນອອກ ປະເທດກຳພູເຈຍທາງທິດຕະເວັນອອກ ແລະປະເທດມາເລເຊຍທາງທິດໃຕ້ ມີບາງກອກຫຼືສູນກາງບໍລິຫານລັດຖະການແຜ່ນດິນແລະເປັນນະຄອນໃຫຍ່ທີ່ສຸດຂອງປະເທດ ການປົກຄອງພູມິພາກແບ່ງອອກເປັນ 76 ແຂວງຫຼືຈັງຫວັດ ເຖີງປະເທດໄທໄດ້ມີການສະຖາປະນາລະບອບລາຊາທິປະໄຕໃຫ້ຢູ່ໃຕ້ລັດຖະທຳມະນູນ ແລະປະຊາທິປະໄຕລະບົບລັດຖະສະພາໃນປີ ພ.ສ. 2475 ແຕ່ກອງທັບທະຫານຍັງມີບົດບາດສູງໃນການເມືອງຂອງໄທ ເຊີ່ງມີລັດຖະປະຫານຄັ້ງລ່າສຸດ ພ.ສ. 2557
ໃນອານາເຂດປະເທດໄທພົບຫຼັກຖານຂອງມະນຸດເຊິ່ງມີອາຍຸເກົ່າແກ່ເຖິງຫ້າແສນປີ ນັກປະຫວັດສາດມັກຖືວ່າອານາຈັກສຸໂຂໄທເປັນຈຸດເຣີ່ມຕົ້ນຂອງປະຫວັດໄທ ເຊິ່ງຕໍ່ຕົກຢູ່ໃນອິດທິພົນຂອງອານາຈັກອະຍຸດທະຍາອັນມີຄວາມຍິ່ງໃຫຍ່ກວ່າ ແລະມີການຕິດຕໍ່ກັບຊາດຕາເວັນຕົກ ອານາຈັກອະຍຸດທະຍາມີອາຍຸຍືນຍາວ 417 ປີກໍເສື່ອມອຳນາດແລະລົ່ມສະຫຼາຍໄປໂດຍສິ້ນເຊິງ ສົມເດັດພຣະເຈົ້ານະຄອນທົນບຸລີຊົງກອບກູ້ເອກະລາດແລະສະຖາປະນາອານາຈັກທົນບຸຣີເຫດການຄວາມວຸ່ນວາຍໃນລະຍະປາຍອານາຈັກນຳໄປສູ່ຍຸກສະໄໝຂອງລາຊະວົງຈັກກີແຫ່ງນະຄອນລັດຕະນະໂກສິນ ໃນລະຍະຕົ້ນນະຄອນປະເທດຜະເຊີນໄພຄຸກຄາມຈາກຊາດໄກ້ຄຽງ ແຕ່ຫຼັງຣາດຊະສະໄໝພຣະບາດສົມເດັດພຣະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ຊາດຕາເວັນຕົກເຣີ່ມມີອິດທິພົນໃນພາກພື້ນເປັນຢ່າງຫຼາຍ ນຳໄປສູ່ການເຂົ້າເປັນພາຄີແຫ່ງສົນທິສັນຍາຫຼາຍສະບັບ ແລະການເສຍດິນແດນບາງສ່ວນ ແຕ່ສະຫຍາມກໍຍັງຢື່ນຕົນບໍ່ໄດ້ເປັນອານານິຄົມຂອງຊົນຊາດໃດໆ ຕໍ່ມາຈົນລະຍະສົງຄາມໂລກຄັ້ງທີ 1 ໄທໄດ້ເຂົ້າຮ່ວມກັບຝ່າຍສັມພັນທະມິດ
ໃນປີ ຄ.ສ. 1932 ປະເທດໄທໄດ້ມີການປະຕິວັດປ່ຽນແປງລະບອບສົມບູລະນາຍາສິດທິລາດມາເປັນລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນຕາມບໍລິບົດຂອງການປ່ຽນແປງທົ່ວໂລກແລະໄທໄດ້ເຂົ້າກັບຝ່າຍອັກສະໃນຣະຫວ່າງສົງຄາມໂລກຄັ້ງທີສອງຈົນຣະຍະສົງຄາມເຍັນ ສະຫຍາມໄດ້ດຳເນິນນະໂຍບາຍເປັນສຳພັນທະມິດກັບອາເມຣິກາແລະເຂົ້າມາມີບົດບາດໃນການສະນັບສະໜຸນຣັດຖະບານທະຫານໃນຍຸກນັ້ນຢ່າງຫຼາຍ ແລະແມ້ນປະເທດໄທຈະເຣີ່ມປ່ຽນມາສູ່ຍຸກຣັດຖະບານຂອງພົນລະເຮືອນ ແຕ່ຄວາມສະຖຽນຣະພາບຂອງຣະບົບການເມືອງການປົກຄອງໄທຍັງຄົງຂາດຄວາມຕໍ່ເນື່ອງອັນມີບັນຫາມາຈາກການແຊກແຊງໂດຍກອງທັບຈົນຮອດປັດຈຸບັນ
ຊື່ເອີ້ນ[ດັດແກ້]
- ເບິ່ງຕື່ມຢູ່ ສະຫຍາມ
ຊາວຕ່າງຊາດເອິ້ນອານາຈັກອະຍຸດທະຍາວ່າ "ສະຫຍາມ" ເມື່ອຮາວ ຄ.ສ. 1457 ເດີມປະເທດໄທກໍ່ເຄີຍໃຊ້ຊື່ວ່າ ສະຫຍາມ ມາແຕ່ຣັດຊະການພຣະບາດສົມເດັດພຣະຈອມເກົ້າເຈົ້າຢູ່ຫົວ ໂດຍຜາກົດໃຊ້ເປັນຊື່ປະເທດຊັດເຈນໃນ ຄ.ສ. 1856 ແຕ່ຄົນໄທບໍ່ເຄີຍຕົນເອງວ່າ "ສະຫຍາມ" ຫຼື "ຊາວສະຫຍາມຢ່າງຊາວຕ່າງຊາດຫຼືຊື່ປະເທດຢ່າງເປັນທາງການໃນສະໄໝນັ້ນເລີຍ ສ່ວນຄຳວ່າ "ຄົນໄທ" ນັ້ນ ຈົດໝາຍລາລູແບຣ໌ໄດ້ບັນທຶກຊັດເຈນວ່າ ຊາວອະຍຸດທະຍາຮຽກຕົນເອງເຊັ່ນນັ້ນມາດົນແລ້ວ
ຕໍ່ມາເມື່ອວັນທີ 24 ມິຖຸນາ ຄ.ສ. 1939 ຣັດຖະບານຈອມພົນປ. ພິບູນສົງຄາມ ອອກປະກາດສຳນັກນາຍົກຣັດຖະມົນຕຣີວ່າດ້ວຍຣັດນິຍົມ ສະບັບທີ 1 ປ່ຽນຊື່ປະເທດ ພ້ອມກັບຮຽກປະຊາຊົນແລະສັນຊາດ ຈາກ "ສະຫຍາມ" ມາເປັນ "ໄທ" ເຊິ່ງຈອມພົນປ. ຕ້ອງການບອກວ່າດິນແດນແມ່ນຂອງຊາວໄທ ບໍ່ແມ່ນເຊື້ອຊາດອື່ນ ຕາມລັດທິຊາດນິຍົມໃນເວລານັ້ນ ໂດຍໃນຣະຍະຕໍ່ມາໄດ້ປ່ຽນກັບເປັນສະຫຍາມເມື່ອປີ ພ.ສ. 2488 ແຕ່ກໍ່ໄດ້ປ່ຽນກັບມາເປັນຊື່ໄທອີກຄັ້ງເມື່ອ ພ.ສ. 2491 ເຊິ່ງແມ່ນຣະຍະຈອມພົນປ. ແມ່ນນາຍຍົກການປ່ຽນຊື່ໃນຄັ້ງນີ້ຍັງປ່ຽນຈາກ "Siam" ໃນພາສາອັງກິດແລະພາສາຝະຣັ່ງ ແມ່ນ "Thaïlande" ໃນພາສາຝະຣັ່ງແລະ "Thailand" ໃນພາສາອັງກິດຢ່າງໃນປັດຈຸບັນ ແບບໃດກໍ່ຕາມ ຊື່ ສະຫຍາມ ຍັງຄົງເປັນທີຮູ້ຈັກທັງໃນແລະຕ່າງປະເທດ ຊື່ປະເທດໄທໃນພາສາອັງກິດ
ປະຫວັດສາດ[ດັດແກ້]
- ເບິ່ງຕື່ມຢູ່ ປະຫວັດສາດໄທ
ຍຸກກ່ອນປະຫວັດສາດ[ດັດແກ້]
ໃນອະດີດ ພື້ນທີ່ເຊິ່ງປັດຈຸບັນເປັນປະເທດໄທນັ້ນມີມະນຸດເຂົ້າມາຢູ່ອາໄສຕັ້ງແຕ່ຍຸກຫິນເກົ່າ ຄື20,000 ປີທີ່ແລ້ວ ພາກພື້ນດັ່ງກ່າວໄດ້ຮັບອິດທິພົນທາງວັດທະນະທຳແລະທາງສາດສະໜາຈາກອິນເດຍ ນັບຕັ້ງແຕ່ອານາຈັກຟູນັນ ເມື່ອສະຕະວັດທີ່ 1 ແຕ່ສຳລັບຂອງຄົນໄທແລ້ວ ຕາມຕຳນານໂຍນົກໄດ້ບັນທຶກວ່າ ການກໍ່ຕັ້ງອານາຈັກຂອງຄົນໄທຄັ້ງທຳອິດເກີດຂຶ້ນເມື່ອຮາວ ພ.ສ. 1400
ອານາຈັກສຸໂຂໄທ[ດັດແກ້]
ພາຍຫຼັງການລົ່ມສະຫຼາຍຂອງຈັກກະວັດຂະເໝນ ເມື່ອຕົ້ນຄຣິສຕະສະຕະວັດທີ່ 13 ເຮັດໃຫ້ເກີດຣັດໃໝ່ຂຶ້ນເປັນຈຳນວນຫຼາຍໃນເວລາໄລ່ເລ່ຍກັນ ອາທິ ຊາວໄທ ມອນ ຂະເໜນແລະມະລາຢູ ນັກປະຫວັດສາດໄທເລີ່ມຖືເອົາສະໄໝອານາຈັກສຸໂຂໄທ ນັບຕັ້ງແຕ່ ພ.ສ. 1781 ເປັນຈຸດເລີ່ມຕົ້ນຂອງປະຫວັດສາດໄທ ເຊິ່ງກົງກັບສະໄໝຮຸ່ງເຮືອງຂອງອານາຈັກລ້ານນາແລະອານາຈັກລ້ານຊ້າງ ອານາຈັກສຸໂຂໄທມີການປົກຄອງ ປິຕຸລາຊາ ຫຼື ພໍ່ປົກຄອງລູກທີ່ຜູ້ປົກຄອງໄກ້ຊິດກັບຜູ້ໃຕ້ປົກຄອງ ອານາຈັກສຸໂຂໄທແຜ່ຂະຫຍາຍດິນແດນອອກໄປຢ່າງກວ້າງຂວາງໃນລາຊະສະໄໝພໍ່ຂຸນຮາມຄຳແຫງມະຫາລາດ ຜູ້ປະດິດອັກສອນໄທ ແຕ່ສະຖຽນລະພາບຂອງອານາຈັກໄດ້ອ່ອນແອລົງພາຍຫຼັງການສະຫວັນຄົດຂອງພຣະອົງ ລາຊະສະໄໝພະຍາລິໄທມີການປ່ຽນຮູບແບບການປົກຄອງມາເປັນທຳມະລາຊາ ຈາກການຮັບອິດທິພົນຂອງສາສະໜານິກາຍເຖລະວາດແບບລັງກາວົງ ອານາຈັກສຸໂຂໄທເສື່ອມລົງແລະຕົກເປັນເມືອງຂຶ້ນຂອງອານາຈັກອະຍຸດທະຍາ
ພູມປະເທດ ພູມອາກາດແລະສິ່ງແວດລ້ອມ[ດັດແກ້]
- ເບິ່ງຕື່ມຢູ່ ພູມິສາດໄທ ແລະ ພູມິອາກາດໄທ
ປະເທດໄທຕັ້ງຢູ່ກາງຄາບສະໝຸດອິນໂດຈີນໃນອາຊີຕາເວັນອອກສຽງໃຕ້ ແລະຍັງຢູ່ບົນຄາບສະໝຸດມະລາຍູນຳ ຢູ່ລະຫວ່າງລະຕິຈູດ 5° ເຖິງ 21° ເໜືອ ແລະລອງຕິຈູດ 97° ເຖິງ 106° ຕາເວັນອອກ ປະເທດໄທມີພື້ນທີ່ 512,115 ຕາລາງກິໂລແມັດ ເປັນອັນດັບທີ່ 51 ຂອງໂລກແລະອັນດັບທີ່ 3 ຂອງອາຊີຕາເວັນອອກສຽງໃຕ້ ຮອງຈາກປະເທດອິນໂດເນເຊຍແລະມຽນມາ
ປະເທດໄທມີລັກສະນະພູມິປະເທດທີ່ຫຼາກຫຼາຍ ພາກເໜືອເປັນພື້ນທີ່ພູເຂົາສູງສະຫຼັບຊັບຊ້ອນ ຈຸດທີ່ສູງທີ່ສຸດໃນປະເທດໄທຄື ດອຍອິນທະນົນ ປະມານ 2,565 ແມັດເໜືອລະດັບນ້ຳທະເລ ຮວມທັ້ງຍັງປົກຄຸມດ້ວຍປ່າໄມ້ອັນເປັນຕົ້ນນ້ຳສຳຄັນຂອງປະເທດ ພາກຕາເວັນອອກສຽງເໜືອສ່ວນໃຫຍ່ເປັນພື້ນທີ່ຂອງທີ່ຣາບສູງໂຄລາດສະພາບຂອງດິນຄ່ອນຂ້າງແຫ້ງແລ້ງແລະບໍ່ຄ່ອຍຕໍ່ການເພາະປູກ ພາກກາງເປັນພື້ນທີ່ຣາບລຸ່ມນ້ຳທ່ວມເຖິງ ມີແມ່ນ້ຳເຈົ້າພະຍາ ແມ່ນ້ຳໃຫຍ່ທີ່ສຸດໃນປະເທດເຊິ່ງເກີດຈາກແມ່ນ້ຳປິງແລະແມ່ນ້ຳນ່ານທີ່ໄຫຼມາບັນຈົບກັນທີ່ປາກນ້ຳໂພ ຈັງຫວັດນະຄອນສະຫວັນ ເຮັດໃຫ້ພາກກາງເປັນພາກທີ່ອຸດົມສົມບູນທີ່ສຸດ ແລະຖືໄດ້ວ່າເປັນແຫຼ່ງປູກເຂົ້າທີ່ສຳຄັນແຫ່ງໜຶ່ງຂອງໂລກ ພາກໃຕ້ເປັນສ່ວນນຶ່ງຂອງຄາບສະໝຸດໄທ-ມະລາຍູ ຂະໜາບດ້ວຍທະເລທັງສອງດ້ານ ມີຈຸດທີ່ແຄບລົງ ນະ ຄໍຄອດກະ ແລ້ວຂະຫຍາຍໃຫຍ່ເປັນຄາບສະໝຸດມະລາຍູ ທະເລສາບສົງຂາເປັນທະເລສາບທີ່ໃຫຍ່ທີ່ສຸດຂອງປະເທດໄທ ສ່ວນພາກຕາເວັນຕົກເປັນຫຸບເຂົາແລະແນວເທືອກເຂົາເຊິ່ງພາດຕົວມາຈາກທາງຕາເວັນຕົກຂອງພາກເໜືອ
ແມ່ນ້ຳເຈົ້າພະຍາແລະແມ່ນ້ຳຂອງຖືເປັນແຫຼ່ງກະເສດຕະກຳທີ່ສຳຄັນຂອງປະເທດໄທ ການຜະລິດຂອງພາກອຸສາຫະກຳການກະເສດຕ້ອງອາໄສຜົນຜະລິດທີ່ເກັບກ່ຽວໄດ້ຈາກແມ່ນ້ຳທັງສອງແລະສາຂາ ອ່າວໄທມີພື້ນທີ່ປະມານ 320,000 ຕາລາງກິໂລແມັດ ຮອງຮັບນ້ຳເຊິ່ງໄຫຼມາຈາກແມ່ນ້ຳເຈົ້າພະຍາ ແມ່ນ້ຳແມ່ກອງ ແມ່ນ້ຳບາງປະກົງແລະແມ່ນ້ຳຕາປີ ຖືເປັນແຫຼ່ງດຶງດູດນັກທ່ອງທ່ຽວ ເນື່ອງຈາກນ້ຳຕື້ນໃສຕາມແນວຊາຍຝັ່ງຂອງພາກໃຕ້ແລະຄໍຄອດກະ ນອກຈາກນີ້ ອ່າວໄທຍັງເປັນສູນກາງທາງອຸສາຫະກຳຂອງປະເທດ ເພາະມີທ່າເຮືອຫຼັກທີ່ສັດຕະຫີບ ຖືໄດ້ວ່າເປັນປະຕູທີ່ຈະນຳໄປສູ່ທ່າເຮືອອື່ນໆ ໃນບາງກອກ ພາກໃຕ້ມີບ່ອນທ່ອງທ່ຽວເຊິ່ງດຶງດູດນັກທ່ອງທ່ຽວຫຼາຍຕັ້ງແຕ່ຈັງຫວັດພູເກັດ ຈັງຫວັດກະບີ່ ຈັງຫວັດລະນອງ ຈັງຫວັດພັງງາ ຈັງຫວັດຕັງ ແລະໝູ່ເກາະຕາມແນວຊາຍຝັ່ງຂອງທະເລອັນດາມັນ
ພູມິອາກາດຂອງໄທເປັນແບບເຂດຮ້ອນ ຫຼື ແບບສະວັນນາ ມີອຸນຫະພູມ ສະເລ່ຍ 18-34°C ແລະມີປະລິມານຝົນຕົກສະເລ່ຍຕະຫຼອດປີກວ່າ 1,500 ມິລລິແມັດ ສາມາດແບ່ງໄດ້ເປັນ 3 ລະດູການ ຄື ລະຫວ່າງເດືອນກຸມພາຮອດເດືອນເມສາເປັນລະດູຮ້ອນ ລະຫວ່າງເດືອນພຶດສະພາຮອດເດືອນຕຸລາເປັນລະດູຝົນ ປະເທດໄທໄດ້ຮັບອິດທິພົນຈາກລົມມໍລະສຸມຕາເວັນຕົກສຽງໃຕ້ຈາກທະເລຈີນໃຕ້ແລະພາຍຸໝຸນເຂດຮ້ອນ ສ່ວນໃນເດືອນພະຈິກຮອດກາງເດືອນມີນາເປັນລະດູໜາວ ປະເທດໄທໄດ້ຮັບອິດທິພົນລົມມໍລະສຸມຕາເວັນສຽງເໜືອຈາກປະເທດຈີນ ສ່ວນພາກໃຕ້ມີສະພາບອາກາດແບບປ່າດົງດິບ ເຊິ່ງມີອາກາດຮ້ອນຊື້ນຕະຫຼອດທັງປີ ແບ່ງໄດ້ເປັນ 2 ລະດູຄື ລະດູຝົນແລະລະດູຮ້ອນ ໂດຍທະເລຝັ່ງຕາເວັນອອກ ລະດູຮ້ອນເລິ່ມຕັ້ງແຕ່ເດືອນພຶດສະພາຮອດເດືອນກັນຍາ ແລະທະເລຝັ່ງຕາເວັນຕົກ ລະດູຮ້ອນເລິ່ມຕັ້ງແຕ່ເດືອນພະຈິກຮອດເດືອນເມສາ
ປະເທດໄທມີຄວາມຫຼາກຫຼາຍທາງຊີວະພາບຂອງທັງພືດແລະສັດຢູ່ຫຼາຍ ອັນເປັນຣາກຖານອັນມັ່ນຄົງຂອງການຜະລິດໃນພາກກະເສດຕະກຳແລະປະເທດໄທມີໝາກໄມ້ເມືອງຮ້ອນຫຼາກຊະນິດພື້ນທີ່ຮາວ 29% ຂອງປະເທດເປັນປ່າໄມ້ ຮວມໄປເຖິງພື້ນທີ່ປູກຍາງພາລາແລະກິດຈະກຳປູກປ່າບາງແຫ່ງ ປະເທດໄທມີເຂດຮັກສາພັນສັດປ່າກວ່າ 50 ແຫ່ງ ເຂດຫ້າມລ່າສັດປ່າອີກ 56 ແຫ່ງ ໂດຍພື້ນທີ່ 12% ຂອງປະເທດເປັນອຸດທະຍານແຫ່ງຊາດ (ປະຈຸບັນມີ 110 ແຫ່ງ) ແລະອີກເກືອບ 20% ເປັນເຂດປ່າສະຫງວນ ປະເທດໄທມີພືດ 15,000 ສະປີຊີ ຄິດເປັນ 8% ຂອງສະປີຊີພືດທັງໝົດບົນໂລກ ໃນປະເທດໄທ ພົບນົກ 982 ຊະນິດ ນອກຈາກນີ້ຍັງເປັນຖິ່ນທີ່ຢູ່ຂອງສັດສະເທີນນ້ຳສະເທີນບົກ ນົກ ສັດລ້ຽງລູກດ້ວຍນ້ຳນົມ ແລະສັດເລື້ອຍຄານກວ່າ 1,715 ສະປີຊີເຊິ່ງມີການບັນທຶກ
ເຂດການປົກຄອງ[ດັດແກ້]
ພາກເໜືອ[ດັດແກ້]
ມີ 9 ຈັງຫວັດ :
ພາກຕາເວັນອອກສຽງເໜືອ[ດັດແກ້]
ມີ 20 ຈັງຫວັດ :
- ກາລະສິນ
- ຂອນແກ່ນ
- ໄຊຍະພູມ
- ນະຄອນພະນົມ
- ນະຄອນລາດຊະສີມາ
- ບຸລີລຳ
- ບຶງການ
- ມະຫາສາລະຄາມ
- ມຸກດາຫານ
- ຍະໂສທອນ
- ຮ້ອຍເອັດ
- ເລີຍ
- ສະກົນນະຄອນ
- ສຸລິນ
- ສີສະເກດ
- ໜອງຄາຍ
- ໜອງບົວລຳພູ
- ອຸດອນທານີ
- ອຸບົນລາຊະທານີ
- ອຳນາດຈະເລີນ
ພາກກາງ[ດັດແກ້]
ມີບາງກອກແລະ 21 ຈັງຫວັດ :
- ກຳແພງເພັດ
- ໄຊນາດ
- ນະຄອນນາຍົກ
- ນະຄອນປະຖົມ
- ນະຄອນສະຫວັນ
- ນົນທະບຸລີ
- ປະທຸມທານີ
- ພະນະຄອນສີອະຍຸທະຍາ
- ພິຈິດ
- ພິສະນຸໂລກ
- ເພັດຊະບູນ
- ລົບບຸລີ
- ສະໝຸດປາການ
- ສະໝຸດສົງຄາມ
- ສະໝຸດສາຄອນ
- ສະລະບຸລີ
- ສິງບຸລີ
- ສຸໂຂໄທ
- ສຸພັນບຸລີ
- ອ່າງທອງ
- ອຸໄທທານີ
ພາກຕາເວັນອອກ[ດັດແກ້]
ມີ 7 ຈັງຫວັດ :
ພາກຕາເວັນຕົກ[ດັດແກ້]
ມີ 5 ຈັງຫວັດ :
ພາກໃຕ້[ດັດແກ້]
ມີ 14 ຈັງຫວັດ
- ກະບີ່
- ຊຸມພອນ
- ຕັງ
- ນະຄອນສີທຳມະລາດ
- ນະລາທິວາດ
- ປັດຕານີ
- ພັງງາ
- ພັດທະລຸງ
- ພູເກັດ
- ຍະລາ
- ລະນອງ
- ສົງຂາ
- ສະຕູນ
- ສຸລາດທານີ
ເມືອງໃຫຍ່ແລະແຂວງ[ດັດແກ້]
ອັນດັບ | ເມືອງ / ເທດສະບານ | ພົນລະເມືອງ | ແຂວງ |
---|---|---|---|
1 | ບາງກອກ | 6,121,672 | ບາງກອກ |
2 | ນົນທະບູລີ | 266,941 | ນົນທະບູລີ |
3 | ປາກເກັດ | 167,138 | ນົນທະບູລີ |
4 | ຫາດໃຫຍ່ | 157,678 | ສົງຂາ |
5 | ຊຽງໃໝ່ | 150,805 | ຊຽງໃໝ່ |
6 | ນະຄອນໂຄລາດ | 149,938 | ນະຄອນລາຊະສີມາ |
7 | ອຸດອນ | 142,670 | ອຸດອນທານີ |
8 | ສຸລາດທານີ | 124,665 | ສຸລາດທານີ |
9 | ຂອນແກ່ນ | 121,283 | ຂອນແກ່ນ |
10 | ນະຄອນສີທຳມະລາດ | 106,293 | ນະຄອນສີທຳມະລາດ |
ອັນດັບ | ແຂວງ | ຈຳນວນພົນລະເມືອງ | ພາກ |
---|---|---|---|
1 | ບາງກອກ | 6,121,672 | ພາກກາງ |
2 | ນະຄອນລາຊະສີມາ | 2,546,763 | ພາກຕາເວັນອອກສຽງເໜືອ |
3 | ອຸບົນລາຊະທານີ | 1,774,808 | ພາກຕາເວັນອອກສຽງເໜືອ |
4 | ຂອນແກ່ນ | 1,747,542 | ພາກຕາເວັນອອກສຽງເໜືອ |
5 | ຊຽງໃໝ່ | 1,650,009 | ພາກເໜືອ |
6 | ບຸລີລຳ | 1,531,430 | ພາກຕາເວັນອອກສຽງເໜືອ |
7 | ອຸດອນທານີ | 1,523,802 | ພາກຕາເວັນອອກສຽງເໜືອ |
8 | ນະຄອນສີທຳມະລາດ | 1,504,420 | ພາກໃຕ້ |
9 | ສີສະເກດ | 1,443,975 | ພາກຕາເວັນອອກສຽງເໜືອ |
10 | ສຸລິນ | 1,374,700 | ພາກຕາເວັນອອກສຽງເໜືອ |
ເສດຖະກິດ[ດັດແກ້]
ປະເທດໄທມີເສດຖະກິດແບບປະສົມ ມີລາຍໄດ້ຫຼັກຈາກອຸດສາຫະກຳ ການສົ່ງອອກສິນຄ້າແລະການບໍລິການ ການທ່ອງທ່ຽວ ການບໍລິການ ກະເສຕະກຳແລະຊັບພະຍາກອນທຳມະຊາດ. ປະເທດໄທແມ່ນປະເທດທີ່ມີມູນຄ່າການສົ່ງອອກເປັນອັນດັບທີ 24 ຂອງໂລກ ແລະມີມູນຄ່າການນຳເຂົ້າເປັນອັນດັບທີ 23 ຂອງໂລກ. ຕະຫຼາດນຳເຂົ້າສິນຄ້າໄທທີ່ສຳຄັນ ໄດ້ແກ່ ຍີ່ປຸ່ນ ຈີນ ສະຫະລັດອາເມລິກາ ມາເລເຊຍ ສະຫະລັດອາຫຼັບເອມິເລດ ສິງກະໂປ ໄຕ້ຫວັນ ເກົາຫຼີໃຕ້ ຊາອຸດິອາລະເບຍ ແລະອິນໂດເນເຊຍ.[໔] ຂໍ້ມູນໃນເດືອນກຸມພາ ຄ.ສ. 2009 ປະເທດໄທສົ່ງອອກສິນຄ້າກວ່າ 406,990 ລ້ານບາດ ໂດຍສິນຄ້າສົ່ງອອກທີ່ສຳຄັນ ໄດ້ແກ່ ເຄື່ອງຈັກ 141,401 ລ້ານບາດ ອາຫານ 52,332 ລ້ານບາດ ສິນຄ້າອຸດສາຫະກຳ 45,959 ລ້ານບາດ ແລະມີມູນຄ່າການນຳເຂົ້າປະມານ 285,965 ລ້ານບາດ ໂດຍສິນຄ້ານຳເຂົ້າທີ່ສຳຄັນ ໄດ້ແກ່ ເຄື່ອງຈັກ 113,421 ລ້ານບາດ ນ້ຳມັນແລະເຊື້ອເພີງ 50,824 ລ້ານບາດ ແລະເຄມີພັນ 46,376 ລ້ານບາດ ມີມູນຄ່າການຄ້າສຸທທິ 121,025 ລ້ານບາດ.[໕]
ຢ່າງໃດກໍດີ ແຮງງານສ່ວນໃຫຍ່ຂອງໄທຢູ່ໃນພາກກະເສຕະກຳ[໖] ໂດຍມີເຂົ້າເປັນພືດເສດຖະກິດຫຼັກທີ່ສຳຄັນທີ່ສຸດຂອງປະເທດ[໗] ແລະຖືໄດ້ວ່າເປັນປະເທດເຊິ່ງສົ່ງອອກເຂົ້າເປັນອັນດັບ 1 ຂອງໂລກ[໘]ດ້ວຍສັດສ່ວນການສົ່ງອອກຄິດເປັນຮ້ອຍລະ 36 ຂອງໂລກ.[໙] ປະເທດໄທມີພື້ນທີ່ເຊິ່ງເໝາະຕໍ່ການເພາະປູກກວ່າ 27.25%[໑໐] ເຊິ່ງໃນຈຳນວນນີ້ກວ່າ 55% ໃຊ້ສຳລັບການປູກເຂົ້າ.[໑໑] ສ່ວນພືດຜົນທາງການກະເສດອື່ນ ໆ ໄດ້ແກ່ ຢາງພາລາ ຜັກແລະໝາກໄມ້ຕ່າງ ໆ ລວມໄປເຖິງມີການເພາະລ້ຽງປະສຸສັດ ເຊ່ນ ງົວ ໝູ ເປັດ ໄກ່ ສັດນ້ຳທັງປານ້ຳຈືດ ປານ້ຳເຄັມໃນກະຊັງ ການເຮັດນາກຸ້ງ ການລ້ຽງຫອຍ ລວມໄປເຖິງການປະມົງທາງທະເລ. ເນື່ອງຈາກປະເທດໄທມີຄວາມອຸດົມສົມບູນດ້ານພືດພັນທັນຍາຫານຕະຫຼອດປີ ຈຶ່ງໄດ້ຊື່ວ່າເປັນແຫຼ່ງຜະລິດອາຫານທີ່ສຳຄັນຂອງໂລກ ແລະເປັນຜູ້ສົ່ງອອກອາຫານລາຍໃຫຍ່ຂອງໂລກເປັນອັນດັບທີ 5.[໑໒]
ວິທະຍາສາດແລະເຕັກໂນໂລຊີ[ດັດແກ້]
ໄດ້ມີການບັນຈຸແຜນການໃຊ້ແລະພັດທະນາວິທະຍາສາດແລະເຕັກໂນໂລຊີນັບຕັ້ງແຕ່ແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໄລຍະທີ 5 (ຄ.ສ. 1982-1986) ເປັນຕົ້ນມາ. ແຕ່ໃນຂະນະນັ້ນຍັງພໍ້ວ່າມີອຸປະສັກດ້ານສະໝັດຖະພາບຂອງປະເທດໃນດ້ານວິທະຍາສາດແລະເຕັກໂນໂລຊີຂອງປະເທດຍັງບໍ່ເຂັ້ມແຂງ ຈົນເຖິງແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໄລຍະທີ 6 (ຄ.ສ. 1987-1991) ຈຶ່ງໄດ້ຈັດແຜນພັດທະນາວິທະຍາສາດແລະເຕັກໂນໂລຊີໃຫ້ເປັນ 1 ໃນ 10 ຂອງແຜນ ເພື່ອພັດທະນາຂີດຄວາມສາມາດດ້ານການຜະລິດແລະການແປຮູບສິນຄ້າ.[໑໓]
ພະບາດສມເດັດພະຈອມເກົ້າເຈົ້າຢູ່ຫົວຊົງໄດ້ຮັບພະສະໄໝຍານາມວ່າ "ພະບິດາແຫ່ງວິທະຍາສາດໄທ" ຈາກການທີ່ໄດ້ຊົງຄຳນວນສຸລິຍຸປະລາຄາເຕັມດວງ 18 ສິງຫາ ຄ.ສ. 1868 ຢ່າງແມ່ນຍຳ ເມື່ອວັນທີ 14 ເມສາ ຄ.ສ. 1982 ໂດຍລັດຖະບານກຳໜົດໃຫ້ວັນທີ 18 ສິງຫາ ຂອງທຸກປີເປັນວັນວິທະຍາສາດແຫ່ງຊາດ.[໑໔]
ໃນປັດຈຸບັນວິທະຍາສາດໄດ້ເຂົ້າມາມີສ່ວນຮ່ວມໃນປະເທດໄທຫຼາຍຂຶ້ນໃນເລື່ອງການແພດ ການຄົມມະນາຄົມ ການສຶກສາ ການສື່ສານເຮັດໃຫ້ວິທະຍາສາດແລະເຕັກໂນໂລຊີຂອງປະເທດໄທກ້າວໜ້າຢ່າງໄວວາ.[໑໕]
ການຄົມມະນາຄົມ[ດັດແກ້]
ການຄົມມະນາຄົມສ່ວນຫຼາຍໃນປະເທດໄທຈະໃຊ້ການຂົນສົ່ງທາງບົກເປັນຫຼັກ ແມ່ນ ອາໄສລົດແລະລົດຈັກ ທາງຫຼວງສາຍຫຼັກໃນປະເທດໄທ ໄດ້ແກ່ ຖະໜົນພະຫົນໂຍທິນ ຖະໜົນມິຕະພາບ ຖະໜົນສຸຂຸມວິດ ແລະຖະໜົນເພັດກະເສມ. ນອກຈາກນີ້ລະບົບຂົນສົ່ງມວນຊົນຈະມີການບໍລິການຕາມເມືອງໃຫຍ່ຕ່າງໆ ໄດ້ແກ່ ລະບົບລົດເມ ແລະລົດໄຟ ລວມເຖິງລະບົບທີ່ເລີ່ມມີການໃຊ້ງານລົດໄຟລອຍຟ້າ ແລະລົດໄຟໃຕ້ດິນ ແລະໃນຫຼາຍພື້ນທີ່ຈະມີການບໍລິການລົດສອງແຖວ ລວມເຖິງລົດຮັບຈ້າງຕ່າງໆ ໄດ້ແກ່ ຕັກຊີ ເມວເຄື່ອງ ລົດຈັກຮັບຈ້າງ ແລະລົດຕຸກຕຸກ. ໃນອະດີດປະເທດໄທເຄີຍມີການຄົມມະນາຄົມໂດຍໃຊ້ລົດຮາງທີ່ມີລັກສະນະຄ້າຍລົດໄຟ.
ສຳລັບການຄົມມະນາຄົມທາງອາກາດນັ້ນ ປັດຈຸບັນປະເທດໄທໄດ້ເປີດໃຊ້ສະໜາມບິນສຸວັນນະພູມ ເຊິ່ງຖືໄດ້ວ່າເປັນສະໜາມບິນຂະໜາດໃຫຍ່ທີ່ສຸດຂອງປະເທດ ໂດຍເປີດຢ່າງເປັນທາງການຕັ້ງແຕ່ວັນທີ 28 ກັນຍາ ຄ.ສ. 2006[໑໖] ເພື່ອໃຊ້ແທນທີ່ສະໜາມບິນນານາຊາດດອນເມືອງ ສ່ວນການຄົມມະນາຄົມທາງນ້ຳ ໂດຍອາໄສເຮືອເປັນຫຼັກ. ປະເທດໄທມີທ່າເຮືອຫຼັກ ໆ ແມ່ນ ທ່າເຮືອບາງກອກ ຄອງເຕີຍ ແລະທ່າເຮືອແຫຼມສະບັງ.
ການສື່ສານ[ດັດແກ້]
ການສື່ສານໃນປະເທດໄທເດີມໃຊ້ຈົດໝາຍ ໂດຍໄປສະນີໄທເປັນຜູ້ຮັບສົ່ງຈົດໝາຍ ແຕ່ການຂຽນຈົດໝາຍທີ່ຫຼ້າຊ້າຈຶ່ງໄດ້ມີການນຳໂທລະເລກມາໃຊ້ໃນປະເທດໄທ ໂດຍກົມໄປສະນີໂທລະເລກແລະເລີກໃຊ້ໄປແລ້ວໃນປັດຈຸບັນ ໂດຍມີໂທລະສັບແລະໂທລະສານເປັນເຄື່ອງສື່ສານທີ່ສະດວກໄວວາທີ່ສຸດແລະລາຄາປະຫຍັດ ຢ່າງໃດກໍດີຍັງມີອິນເຕີເນັດໃຊ້ເປັນເຄື່ອງສື່ສານຢູ່ກັນບໍ່ໜ້ອຍ.
ການທ່ອງທ່ຽວ[ດັດແກ້]
ການທ່ອງທ່ຽວເຮັດລາຍໄດ້ໃຫ້ກັບປະເທດເປັນສັດສ່ວນສູງເມື່ອທຽບໃສ່ສັດສ່ວນຂອງຫຼາຍໆ ປະເທດໃນທະວີບອາຊີ (ປະມານ 6% ຂອງຈີດີພີ). ນັກທ່ອງທ່ຽວສ່ວນຫຼາຍທີ່ເດີນທາງມາຍັງປະເທດໄທດ້ວຍເຫດຜົນຫຼາຍປະການ ສ່ວນໃຫຍ່ມາທ່ອງທ່ຽວຕາມຊາຍຫາດແລະພັກຜ່ອນ ເຖິງແມ້ນວ່າຈະມີຄວາມບໍ່ສະຫງົບໃນສາມຈັງຫວັດຊາຍແດນພາກໃຕ້ກໍຕາມ[໑໗] ໂດຍແຫຼ່ງທ່ອງທ່ຽວທີ່ສຳຄັນໄດ້ແກ່ ບາງກອກ ເມືອງພັດທະຍາ ພາກໃຕ້ຝັ່ງທະເລອັນດາມັນ ແລະຈັງຫວັດຊຽງໃໝ່. [໑໘]
ໃນປີ ຄ.ສ. 2010 ມີນັກທ່ອງທ່ຽວລວມ 15.94 ລ້ານຄົນ ເພິ່ມຂຶ້ນຈາກປີກ່ອນເຖິງຮ້ອຍລະ 12.63 ໂດຍຫຼາຍກວ່າ 1 ໃນ 4 ເປັນນັກທ່ອງທ່ຽວຈາກອາຊຽນກົມການທ່ອງທ່ຽວ. [໑໙] ອີກທັງປະເທດໄທຍັງໄດ້ຮັບສົມຍານາມວ່າ "ສະຫຍາມເມືອງຍິ້ມ" ເຊິ່ງຊາວຕ່າງຊາດຈັດອັນດັບວ່າຄົນໄທມີຮອຍຍິ້ມທີ່ສວຍງາມທີ່ສຸດໃນໂລກໃນຕ້ອນຮັບຊາວຕ່າງຊາດທີ່ມາທ່ຽວໃນປະເທດໄທອີກດ້ວຍ
ຊາຍແດນ[ດັດແກ້]
- ພາກເໜືອຕິດກັບ ປະເທດມຽນມາ ແລະ ປະເທດລາວ
- ພາກຕາເວັນຕົກຕິດກັບ ປະເທດມຽນມາ
- ພາກຕາເວັນອອກຕິດກັບ ປະເທດກຳປູເຈຍ
- ພາກຕາເວັນອອກສຽງເໜືອ(ພາກອີສານ)ຕິດກັບ ປະເທດລາວ
- ພາກໃຕ້ຕິດກັບ ປະເທດມາເລເຊຍ
- ພາກກາງຕິດກັບ ອ່າວໄທ
ແຫຼ່ງຂໍ້ມູນອື່ນ[ດັດແກ້]
![]() |
![]() |
![]() ![]() |
![]() |
![]() |
![]() |
![]() |
![]() ![]() | ||
![]() ![]() ![]() | ||||
![]() | ||||
ທະເລອັນດາມັນ | ![]() |
ອ່າວໄທ |
ເມືອງຫຼວງແລະຈັງຫວັດຂອງປະເທດໄທ | ||
---|---|---|
ເມືອງຫຼວງ | ກຸງເທບມະຫານະຄອນ | ![]() |
ພາກເໜືອ | ຊຽງຮາຍ • ຊຽງໃໝ່ • ນ່ານ • ພະເຍົາ • ແພ່ • ແມ່ຮ່ອງສອນ • ລຳປາງ • ลລຳພູນ • ອຸຕະຣະດິດ | |
ພາກຕາເວັນອອກ ສຽງເໜືອ (ອີສານ) | ກາລະສິນ • ຂອນແກ່ນ • ໄຊຍະພູມ • ນະຄອນພະນົມ • ນະຄອນລາຊະສີມາ • ບຶງການ • ບຸລີລຳ • ມະຫາສາລະຄາມ • ມຸກດາຫານ • ຍະໂສທອນ • ຮ້ອຍເອັດ • ເລີຍ • ສີສະເກດ • ສະກົນນະຄອນ • ສຸລິນ • ໜອງຄາຍ • ໜອງບົວລຳພູ • ອຳນາດຈະເລີນ • ອຸດອນທານີ • ອຸບົນລາຊະທານີ | |
ພາກກາງ | ກຳແພງເພັດ • ໄຊນາດ • ນະຄອນນາຍົກ • ນະຄອນປະຖົມ • ນະຄອນສະຫວັນ • ນົນທະບຸລີ • ປະທຸມທານີ • ພະນະຄອນສີອະຍຸທະຍາ • ພິຈິດ • ພິສະນຸໂລກ • ເພັດຊະບູນ • ລົບບຸລີ • ສະໝຸດປາການ • ສະໝຸດສົງຄາມม • ສະໝຸດສາຄອນ • ສະລະບຸລີ • ສິງບຸລີ • ສຸໂຂໄທ • ສຸພັນບຸລີ • ອ່າງທອງ • ອຸໄທທານີ | |
ພາກຕາເວັນອອກ | ຈັນທະບຸລີ • ສະເຊີງເຊົາ • ຊົນບຸລີ • ຕາດ • ປາຈີນບຸລີ • ລະຍອງ • ສະແກ້ວ | |
ພາກຕາເວັນຕົກ | ການຈະນະບຸລີ • ຕາກ • ປະຈວບຄີລີຂັນ • ເພັດຊະບຸລີ • ລາຊະບຸລີ | |
ພາກໃຕ້ | ກະບີ່ • ຊຸມພອນ • ຕັງ • ນະຄອນສີທຳມະລາດ • ນະລາທິວາດ • ປັດຕານີ • ພັງງາ • ພັດທະລຸງ • ພູເກັດ • ຍະລາ • ລະນອງ • ສົງຂາ • ສະຕູນ • ສຸລາດທານີ |
ຈັງຫວັດແລະເຂດການປົກຄອງຂອງປະເທດໄທໃນອະດີດແລະໂຄງການຈັດຕັ້ງໃນອະນາຄົດ | ||
---|---|---|
ມົນທົນ ໃນອະດີດ | ກຸງເກົ່າ • ກຸງເທບ • ຈັນທະບຸລີ • ຊຸມພອນ • ໄຊບຸລີ • ນະຄອນໄຊຍສີ • ນະຄອນລາຊະສີມາ • ນະຄອນສີທຳມະລາດ • ນະຄອນສະຫວັນ • ບູລະພາ • ປາຈິນບຸລີ • ປັດຕານີ • ພາຍັພ (ລາວສຽງ) • ພິສະນຸໂລກ • ເພັດຊະບູນ • ພູເກັຈ • ມະຫາລາດ • ຮ້ອຍເອັຈ • ລາຊະບຸລີ • ອຸດອນ (ລາວພວນ) • ອຸບົນ (ລາວກາວ) | ![]() ![]() |
ຈັງຫວັດ ໃນອະດີດ | ກະບິນບຸລີ • ຂຸຂັນ • ຕະກົ່ວປ່າ • ທົນບຸລີ • ທັນຍະບຸລີ • ນະຄອນຈັມປາສັກ • ນະຄອນຫຼວງກຸງເທບທົນບຸລີ • ປັຈຈັນຕະຄິລີເຂດ • ພະຕະບອງ • ພະນະຄອນ • ພະປະແດງ • ພິບູລສົງຄາມ • ມີນບຸລີ • ລ້ານຊ້າງ • ສະຫວັນຄະໂລກ • ສາຍບຸລີ • ຫລົ່ມສັກ • ຫລັງສວນ | |
ເຂດການປົກຄອງ ໃນອະດີດ | ອຳເພີເມືອງພານ • ສະຫະລັດໄທເດີມ • ສີ່ລັດມາໄລ | |
ໂຄງການ ບໍ່ຜ່ານພິຈາລະນາ | ໄກກັງວົນ • ສຸວັນນະພູມິມະຫານະຄອນ • ແມ່ສອດ • ໄຊຍປາການ • ພະນາລາຍ • ນາທວີ • ເທີງນະຄອນ • ໂພນທອງ • ປະທຸມທອງ • ລັຕນບຸລີ • ຊຸມແພ • ບົວໃຫຍ່ | |
ໂຄງການ ລໍຖ້າພິຈາລະນາ | ຝາງ |
ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ | ||
---|---|---|
ປະເທດສະມາຊິກ | ກຳປູເຈຍ · ສິງກະໂປ · ໄທ · ບຣູໄນ · ຟີລິບປິນ · ມາເລເຊຍ · ມຽນມາ · ລາວ · ຫວຽດນາມ · ອິນໂດເນເຊຍ | ![]() |
ປະເທດສັງເກດການ | ຕີມໍ-ເລສເຕ · ປາປົວນິວກິນີ | |
ການບໍລິຫານ | ກົດບັດ · ເຂດການຄ້າເສລີ · Customs union · ປະຊາຄົມເສດຖະກິດ | |
ສັນຍະລັກ | ເພງ · ທຸງ · ຄຳຂວັນ · ກາສັນຍະລັກ · ພາສາອາຊຽນ | |
ການປະຊຸມ | ການປະຊຸມສຸດຍອດ · ອາຊຽນ +3 · AMU · ASEAN Regional Forum · ASEM · ການປະຊຸມສຸດຍອດອາຊີຕາເວັນອອກ · CEPEA · ຂໍ້ລິເລີ່ມຊຽງໃໝ່ | |
ອື່ນໆ | ເວລາມາຕະຖານ · ປະຕິນຍາບາງກອກ · Organizations · ຊີເກມ · ເລຂາທິການ · ສົນທິສັນຍາໄມຕີແລະຄວາມຮ່ວມມື · ຕະຫຼາດຫຼັກຊັບອາຊຽນ |
- ↑ [http://www.ratchakitcha.soc.go.th/DATA/PDF/2563/E/024/T_0017.PDF ປະກາດສຳນັກທະບຽນກາງເລື່ອງຈຳນວນລາດສະດອນທົ່ວລາດຊະອານາຈັກ ຕາມຫຼັກຖານທະບຽນ ວັນທີ່ 31 ທັນວາ ພ.ສ. 2562 ລາດຊະກິດຈານຸເບກສາ ປື້ມ 137 ຕອນພິເສດ 24 ໜ້າ 17-19 ວັນທີ່ 30 ມັງກອນ ພ.ສ. 2563
- ↑ "International Monetary Fund World Economic Outlook (October - 2020)". International Monetary Fund. Retrieved 15 January 2021.
- ↑ "Human Development Index". Human Development Indicators. Retrieved 15 January 2021.
- ↑ Office of Commercial Affiar, Royal Thai Embassy, Washington DC. Thai economic overview. p.2
- ↑ ທະນາຄານແຫ່ງປະເທດໄທ. ສິນຄ້າອອກແລະສິນຄ້າເຂົ້າຈຳແນກຕາມກຸ່ມສິນຄ້າ
- ↑ ທະນາຄານແຫ່ງປະເທດໄທ. Thailand at a Glance
- ↑ ຕະຫຼາດສິນຄ້າກະເສດລ່ວງໜ້າແຫ່ງປະເທດໄທ. ເຂົ້າຂາວ 5% Both Options (BWR5). ສືບຄົ້ນເມື່ອ 7 ພະຈິກ 2553.
- ↑ www.ch7.com. ປີ 52 ໄທສົ່ງອອກເຂົ້າທະລຸເປົ້າ ເງິນເຟີ້ຕິດລຶບໜ້ອຍ. ສືບຄົ້ນເມື່ອ 8 ພະຈິກ 2553.
- ↑ Thailand backs away from rice cartel plan." The International Herald Tribune 7 May 2008: 12. 2 Feb. 2009 [໑]
- ↑ CIA - The World Factbook :: Land use (ອັງກິດ)
- ↑ IRRI - Science - Rice Statistics - Info by Country - Thailand (ອັງກິດ)
- ↑ ເອກະລັກປະຈຳຊາດຂອງໄທ. ສຳນັກງານຄະນະກຳມະການວັດທະນະທຳແຫ່ງຊາດ. ສືບຄົ້ນ 9-12-2553.
- ↑ ຄະນະກຳມະການສະເພາະກິດຈັດເຮັດໜັງສືເມືອງໄທຂອງເຮົາ ເຫຼ້ມ 2. ໜ້າ 116.
- ↑ ຄະນະກຳມະການສະເພາະກິດຈັດເຮັດໜັງສືເມືອງໄທຂອງເຮົາ ເຫຼ້ມ 2. ໜ້າ 117.
- ↑ http://www.rmutphysics.com/charud/specialnews/6/science/unit4_13.html
- ↑ ສະໜາມບິນສຸວັນນະພູມ. ປະຫວັດຄວາມເປັນມາຂອງສະໜາມບິນສຸວັນນະພູມ. ສືບຄົ້ນເມື່ອ 18 ເມສາ 2553.
- ↑ ການທ່ອງທ່ຽວແຫ່ງປະເທດໄທ. International tourist arrival to Thailand by nationality and mode of transport
- ↑ Thailand and the World Bank, World Bank on Thailand country overview.The Guardian, Country profile: Thailand, 25 April 2009.
- ↑ [໒]. ສືບຄົ້ນຂໍ້ມູນ 31 ກໍລະກົດ 2554