ການປະຕິວັດສະຫຍາມ ຄ.ສ. 1932

ຈາກ ວິກິພີເດຍ
ທະຫານຂະນະລໍຄຳສັ່ງທີລານພະລາຊະວັງດຸສິດ 24 ມິຖຸນາ ຄ.ສ. 1932

ການປະຕິວັດສະຫຍາມ ຄ.ສ. 1932[໑] (ໄທ: การปฏิวัติสยาม พ.ศ. 2475) ແມ່ນຈຸດປ່ຽນສຳຄັນຂອງປະຫວັດສາດໄທໃນຊ່ວງຄິດຕະສັດຕະວັດທີ່ 20, ໂດຍເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ່ 24 ມິຖຸນາ ຄ.ສ. 1932 ເຊິ່ງມີຜົນເຮັດໃຫ້ລາຊະອານາຈັກສະຫຍາມປ່ຽນຮູບແບບປະເທດຈາກລະບອບສົມບູລະນາຍາສິດທິລາດເປັນແບບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ, ແລະປ່ຽນຮູບແບບການປົກຄອງໄປເປັນລະບອບປະຊາທິປະໄຕແບບລັດຖະສະພາ. ມັນເກີດຂຶ້ນຈາກຄະນະນາຍທະຫານແລະພົນລະເຮືອນທີ່ປະກອບກັນ ເອີ້ນພວກຕົນເອງວ່າ ຄະນະລາດສະດອນ ໂດຍເປັນຜົນພວງຈາກການປ່ຽນແປງທາງປະຫວັດສາດໂລກ, ຕະຫຼອດຈົນການປ່ຽນແປງທາງສັງຄົມແລະການເມືອງພາຍໃນປະເທດ. ການປະຕິວັດດັ່ງກ່າວເຮັດໃຫ້ປະເທດສະຫຍາມມີລັດຖະທຳມະນູນສະບັບທຳອິດ, ເຊິ່ງເອີ້ນວ່າ ພະລາຊະບັນຍັດທຳມະນູນການປົກຄອງແຜ່ນດິນສະຫຍາມຊົ່ວຄາວ ຄ.ສ. 1932.

ເບື້ອງຫລັງ[ແກ້ໄຂ]

ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວຊົງປະຕິຮູບປະເທດໃຫ້ທັນສະໄໝໃນຫຼາຍດ້ານ ແຕ່ການປະຕິຮູບລັດຖະທຳມະນູນກັບເປັນໄປຢ່າງເຊື່ອງຊ້າເຊິ່ງສ້າງຄວາມບໍ່ພໍໃຈໃນໝູ່ພວກຫົວກ້າວໜ້າແລະເສລີນິຍົມ ໃນປີ ຄ.ສ. 1911 ໄດ້ເກີດກະບົດ ຣ.ສ. 130 ເຊິ່ງດຳເນິນການໂດຍຄະນະນາຍທະຫານໜຸ່ມ ເປົ້າໝາຍຂອງຄະນະຄືການປ່ຽນແປງຮູບແບບການປົກຄອງແລະລົ້ມລ້າງລະບອບເກົ່າແລະແທນທີ່ດ້ວຍລະບົບລັດຖະທຳມະນູນຕາເວັນຕົກທີ່ທັນສະໄໝ ແລະອາດຕ້ອງການພະບໍລົມວົງສານຸວົງພະອົງອື່ນເປັນພະມະຫາກະສັດແທນດ້ວຍ ອາດກ່າວໄດ້ວ່າກະບົດ ຣ.ສ. 130 ເປັນແຮງຂັບດັນໃຫ້ຄະນະລາດສະດອນປະຕິວັດ ໂດຍພາຍຫຼັງຍຶດອຳນາດແລ້ວ ພະຍາພະຫົນພົນພະຍຸຫະເສນາໄດ້ເຊີນຜູ້ນຳການກະບົດ ຣ.ສ. 130 ໄປພົບແລະກ່າວກັບຂຸນທວຍຫານພິທັກ (ເຫຼັງ ສີຈັນ) ວ່າ "ຄັນບໍ່ມີຄະນະທ່ານ ກໍເຫັນຈະບໍ່ມີຄະນະຂ້າພະເຈົ້າ" ແລະຫຼວງປະດິດມະນູທຳກໍໄດ້ກ່າວໃນໂອກາດດຽວກັນວ່າ "ພວກເຮົາຖືວ່າການປະຕີວັດຄັ້ງນີ້ເປັນການກະທຳຕໍ່ເນື່ອງຈາກການກະທຳເມື່ອ ຣ.ສ. 130" ການປະຕິວັດດັງກ່າວລົ້ມແຫຼວແລະຜູ້ກໍ່ການຖືກຈຳຄຸກ ນັບແຕ່ນັ້ນພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວຊົງເລີກຄວາມພະຍາຍາມສ່ວນໃຫຍ່ໃນການປະຕິຮູບລັດຖະທຳມະນູນແລະຊົງປົກຄອງປະເທດຕໍ່ໄປພາຍໃຕ້ລະບົບສົມບູລະນາຍາສິດທິລາດ ໂດຍມີຂໍ້ຍົກເວັ້ນບ້າງທີ່ໂປດແຕ່ງຕັ້ງສາມັນຊົນບາງຄົນສູ່ສະພາອົງຄະມົນຕີແລະລັດຖະບານ

ອ້າງອີງ[ແກ້ໄຂ]

  1. สำหรับการปฏิวัติ ชาวไทยทั่วไปนิยมเรียกโดยง่ายว่า การเปลี่ยนแปลงการปกครอง หรือเรียกโดยผิดจากความหมายที่แท้จริงว่า รัฐประหาร