ຈັງຫວັດພະນະຄອນ

ຈາກ ວິກິພີເດຍ
ກາປະຈຳຈັງຫວັດພະນະຄອນ

ຈັງຫວັດພະນະຄອນ ແມ່ນຈັງຫວັດໃນອະດີດຂອງປະເທດໄທ ຕັ້ງຢູ່ທາງຝັ່ງຕະເວັນອອກຂອງແມ່ນ້ຳເຈົ້າພະຍາ ມີຂຶ້ນໃນຊ່ວງ ຄ.ສ. 1865-1972 ກ່ອນທີ່ຈະຮວມກັບຈັງຫວັດທົນບຸລີ ເປັນບາງກອກໃນປັດຈຸບັນ

ປະຫວັດ[ດັດແກ້]

ອະນຸສາວະຣີປະຊາທິປະໄຕໃນອະດີດ

ຈັງຫວັດພະນະຄອນ ກໍ່ຕັ້ງຂຶ້ນເມື່ອ ຄ.ສ. 1865 ມີເຂດການປົກຄອງ 13 ອຳເພີ ເດີມມີຖານະເປັນອຳເພີຊະນະສົງຄາມຂຶ້ນກັບກົມນະຄອນບານ ມີທີ່ວ່າການອຳເພີຕັ້ງຢູ່ທີ່ຖະໜົນຈັກກະພົງຕິດກັບວັດຊະນະສົງຄາມດ້ານເໜືອ ໃນວັນທີ່ 15 ຕຸລາ ຄ.ສ.1915 ໄດ້ມີປະກາດຍົກເລີກອຳເພີຊັິ້ນໃນແຕ່ເດີມແລະຕັ້ງອຳເພີອຳເພີຊັ້ນໃນຂຶ້ນໃໝ່ 25 ອຳເພີ ຕໍ່ມາໃນວັນທີ່ 12 ມີນາ ຄ.ສ.1928 ລາຊະສະໄໝພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ໄດ້ມີການຮວມພື້ນທີ່ອຳເພີພາຫຸຣັດ ອຳເພີສຳລານລາດ ອຳເພີພະລາຊະວັງ ແລະອຳເພີຊະນະສົງຄາມເປັນອຳເພີດຽວກັນ ຮຽກວ່າ ອຳເພີພະນະຄອນ ຕາມປະກາດຍຸບຮວມອຳເພີແລະກິ່ງອຳເພີໃນຈັງຫວັດພະນະຄອນແລະທົນບຸລີ (ພາຍຫຼັງໄດ້ຍຸບອຳເພີສາມຍອດແລະອຳເພີບາງຂຸນພົມເຂົ້າມາຮວມດ້ວຍ) ແລະໃນປີ ຄ.ສ.1972 ໄດ້ມີປະກາດຄະນະປະຕິວັດຈັດລະບຽບການປົກຄອງໃນເຂດນະຄອນຫຼວງໃໝ່ອຳເພີພະນະຄອນຈຶງໄດ້ຮັບການປ່ຽນແປງຖານະເປັນເຂດພະນະຄອນ ບາງກອກ

ການແບ່ງເຂດການປົກຄອງ[ດັດແກ້]

ອຳເພີຊັ້ນໃນ (ຄ.ສ. 1865)

ອຳເພີຊັ້ນໃນ (ຄ.ສ. 1915)

  • ອຳເພີພະລາຊະວັງ
  • ອຳເພີຊະນະສົງຄາມ
  • ອຳເພີສຳລານລາດ
  • ອຳເພີພາຫຸລັດ
  • ອຳເພີຈັກກະວັດ
  • ອຳເພີສັມພັນທະວົງ
  • ອຳເພີສາມແຍກ
  • ອຳເພີປ້ອມປາບສັດຕູພ່າຍ
  • ອຳເພີສາມຍອດ
  • ອຳເພີນາງເລິ້ງ
  • ອຳເພີບາງຂຸນພົມ
  • ອຳເພີສາມເສນ
  • ອຳເພີດຸສິດ
  • ອຳເພີພະຍາໄທ
  • ອຳເພີປະແຈຈີນ
  • ອຳເພີປະທຸມວັນ
  • ອຳເພີບາງຮັກ
  • ອຳເພີສາທອນ
  • ອຳເພີບ້ານທະວາຍ
  • ອຳເພີບາງພັດ
  • ອຳເພີອະມະລິນ
  • ອຳເພີຫົງສາຮາມ
  • ອຳເພີລາຊະຄຶກ
  • ອຳເພີບຸບຜາຮາມ
  • ອຳເພີບຸກຄະໂລ

ອຳເພີຊັ້ນໃນ (ຄ.ສ. 1928)

  • ອຳເພີພະນະຄອນ
  • ອຳເພີຈັກກະວັດ
  • ອຳເພີສັມພັນທະວົງ
  • ອຳເພີສາມແຍກ
  • ອຳເພີປ້ອມປາບສັດຕູ
  • ອຳເພີນາງເລິ້ງ
  • ອຳເພີດຸສິດ
  • ອຳເພີພະຍາໄທ
  • ອຳເພີປະແຈຈີນ
  • ອຳເພີປະທຸມວັນ
  • ອຳເພີບາງຮັກ
  • ອຳເພີສາທອນ
  • ອຳເພີບ້ານທະວາຍ
  • ອຳເພີບາງພັດ
  • ອຳເພີອະມະລິນ
  • ອຳເພີຫົງສາຮາມ
  • ອຳເພີລາຊະຄຶກ
  • ອຳເພີບຸບຜາຮາມ
  • ອຳເພີບຸກຄະໂລ

ອຳເພີຊັ້ນນອກ (ທຸກ ຄ.ສ.)