ເຂດພະນະຄອນ
| |||||||||||||||||||||||||||||||||||||||||||
ເຂດພະນະຄອນ (ໄທ: เขตพระนคร) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງ ຖືເປັນເຂດອະນຸລັກເມືອງເກົ່າ ແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳທາງຝັ່ງພະນະຄອນ ເນື່ອງຈາກມີບ່ອນທີ່ສຳຄັນທາງດ້ານວັດທະນະທຳແລະດ້ານການເມືອງປົກຄອງຕັ້ງຢູ່ເປັນຈຳນວນຫຼາຍ ເຊິ່ງເຂດພະນະຄອນເປັນທີ່ຕັ້ງຂອງເກາະລັດຕະນະໂກສິນໃນປັດຈຸບັນ
ບ່ອນຕັ້ງແລະອານາເຂດ
[ດັດແກ້]ຕັ້ງຢູ່ບົນເກາະລັດຕະນະໂກສິນ ເຊິ່ງເປັນບໍລິເວນຕາເວັນຕົກສຸດຂອງຝັ່ງພະນະຄອນ ມີອານາເຂດຕິດຕໍ່ກັບເຂດຂ້າງຄຽງ ດັງນີ້
- ທິດເໜືອ ຕິດຕໍ່ກັບເຂດດຸສິດ ມີຄອງຜະດຸງກຸງກະເສມເປັນເສັ້ນແບ່ງເຂດ
- ທິດຕາເວັນອອກ ຕິດຕໍ່ກັບເຂດປ້ອມປາບສັດຕູພ່າຍແລະເຂດສັມພັນທະວົງ ມີຖະໜົນລາຊະດຳເນິນນອກແລະຄອງຮອບກຸງ (ຄອງໂອ່ງອ່າງ) ເປັນເສັ້ນແບ່ງເຂດ
- ທິດໃຕ້ ຕິດຕໍ່ກັບເຂດຄອງສານແລະເຂດທົນບຸລີ ມີແນວກຶ່ງກາງແມ່ນ້ຳເຈົ້າພະຍາເປັນເສັ້ນແບ່ງເຂດ
- ທິດຕາເວັນຕົກ ຕິດຕໍ່ກັບເຂດບາງກອກໃຫຍ່ ເຂດບາງກອກນ້ອຍ ແລະເຂດບາງພັດ ມີແນວກຶ່ງກາງແມ່ນ້ຳເຈົ້າພະຍາເປັນເສັ້ນແບ່ງເຂດ
ປະຫວັດ
[ດັດແກ້]ເຂດພະນະຄອນ ເດີມມີຖານະເປັນ ອຳເພີຊະນະສົງຄາມ ຂຶ້ນກັບກົມນະຄອນບານ ມີທີ່ວ່າການອຳເພີຕັ້ງຢູ່ທີ່ຖະໜົນຈັກກະພົງ ຕິດກັບວັດຊະນະສົງຄາມດ້ານເໜືອ
ໃນວັນທີ່ 15 ຕຸລາ ຄ.ສ. 1915 ໄດ້ມີປະກາດຍົກເລີກອຳເພີຊັ້ນໃນແຕ່ເດີມແລະຕັ້ງອຳເພີຊັ້ນໃນຂຶ້ນໃໝ່ 25 ອຳເພີ ໄດ້ແກ່ ອຳເພີພະລາຊະວັງ ອຳເພີຊະນະສົງຄາມ ອຳເພີສຳລານລາດ ອຳເພີພາຫຸລັດ ອຳເພີຈັກກະຫວັດ ອຳເພີສັມພັນທະວົງ ອຳເພີສາມແຍກ ອຳເພີປ້ອມປາບສັດຕູພ່າຍ ອຳເພີສາມຍອດ ອຳເພີນາງເລິ້ງ ອຳເພີບາງຂຸນພົມ ອຳເພີສາມເສນ ອຳເພີດຸສິດ ອຳເພີພະຍາໄທ ອຳເພີປະແຈຈີນ ອຳເພີປະທຸມວັນ ອຳເພີບາງຮັກ ອຳເພີສາທອນ ອຳເພີບ້ານທະວາຍ ອຳເພີບາງພັດ ອຳເພີອະມະລິນ ອຳເພີຫົງສາຮາມ ອຳເພີລາຊະຄຶກ ອຳເພີບຸບຜາຮາມ ແລະອຳເພີບຸກຄະໂລ
ການແບ່ງເຂດປົກຄອງ
[ດັດແກ້]ເຂດພະນະຄອນແບ່ງເຂດການປົກຄອງຍ່ອຍອອກເປັນ 12 ແຂວງ (khwaeng) ໄດ້ແກ່
| ອັກສອນລາວ | ອັກສອນໂລມັງ | ພື້ນທີ່ (ຕລ.ກມ.) | ຈຳນວນປະຊາກອນ (ມັງກອນ 2016) | ຈຳນວນບ້ານ (ມັງກອນ 2016) | ຄວາມໜາແໜ້ນປະຊາກອນ (ມັງກອນ 2016) |
|---|---|---|---|---|---|
| ພະບໍລົມມະຫາລາຊະວັງ | Phra Borom Maha Ratchawang | 1.647 | 4,263 | 1,305 | 2,588.34 |
| ວັງບູລະພາພິລົມ | Wang Burapha Phirom | 0.720 | 11,658 | 5,361 | 16,191.66 |
| ວັດລາຊະບໍພິດ | Wat Ratchabophit | 0.220 | 3,484 | 984 | 15,836.36 |
| ສຳລານລາດ | Samran Rat | 0.230 | 3,513 | 1,138 | 15,273.91 |
| ສານເຈົ້າພໍ່ເສືອ | San Chao Pho Suea | 0.144 | 3,351 | 998 | 23,270.83 |
| ເສົາຊິງຊ້າ | Sao Chingcha | 0.153 | 2,440 | 709 | 15,947.71 |
| ບໍວອນນິເວດ | Bowon Niwet | 0.496 | 5,302 | 1,636 | 10,689.51 |
| ຕະຫຼາດຍອດ | Talat Yot | 0.193 | 2,672 | 1,211 | 13,844.55 |
| ຊະນະສົງຄາມ | Chana Songkhram | 0.339 | 2,074 | 825 | 6,117.99 |
| ບ້ານພານຖົມ | Ban Phan Thom | 0.414 | 7,120 | 2,031 | 17,198.06 |
| ບາງຂຸນພົມ | Bang Khun Phrom | 0.458 | 4,856 | 2,106 | 10,602.62 |
| ວັດສາມພະຍາ | Wat Sam Phraya | 0.522 | 3,064 | 972 | 5,869.73 |
| ທັງໝົດ | 5.536 | 53,797 | 19,276 | 9,717.66 | |
ສະຖານທີ່ສຳຄັນໃນເຂດພະນະຄອນ
[ດັດແກ້]



ບ່ອນທຳການລັດຖະບານ
[ດັດແກ້]ໄດ້ແກ່
- ທຳນຽບອົງຄະມົນຕີ
- ກະຊວງມະຫາດໄທ
- ກະຊວງກະລາໂຫມ
- ກະຊວງກະເສດແລະສະຫະກອນ
- ກະຊວງຄົມມະນາຄົມ
- ກົມຂ່າວທະຫານບົກ
- ກົມສິນລະປາກອນ
- ກົມແຜນທີ່ທະຫານ
- ກົມສະຫວັດດິການທະຫານເຮືອ
- ກົມພະທຳມະນູນ (ສານທະຫານບາງກອກ)
- ກອງບັນຊາການກອງທັບບົກ
- ໜ່ວຍບັນຊາການຮັກສາດິນແດນ
- ສາລາວ່າການບາງກອກ ເລກທີ່ 173 ຖະໜົນດິນສໍ ແຂວງເສົາຊິງຊ້າ
- ສານດີກາ
- ສຳນັກງານຄະນະກຳມະການກິດສະດີກາ
- ຖະໜົນພະອາທິດ ແຂວງພຣະບໍລົມມະຫາລາຊະວັງ
- ທະນາຄານແຫ່ງປະເທດໄທ
ວັດ
[ດັດແກ້]ມີຈຳນວນ 24 ແຫ່ງ ໄດ້ແກ່
- ວັດພຣະສີລັດຕະນະສາດສະດາລາມ
- ວັດພະເຊດຕຸພົນວິມົນມັງຄາລາມ
- ວັດສຸທັດເທບວະລາລາມ
- ວັດລາຊະບໍພິດສະຖິດມະຫາສີມາລາມ
- ວັດບໍວອນນິເວດວິຫານ
- ວັດມຸງກຸດກະສັດຕິຍາລາມ
- ວັດອິນທະລະວິຫານ
- ວັດອະມະຕະລົດ
- ວັດນໍລະນາລົດສຸນທະລິກາລາມ
- ວັດອ່ຽມວໍລະນຸດ
- ວັດລາຊະນັດດາລາມ
- ວັດເທບທິດາລາມ
- ວັດຕີທົດເທບ
- ວັດລາຊະບຸລະນະ
- ວັດທະຫາທາດຍຸວະລາດຮັງສະລິດ
- ວັດມະຫັນພາລາມ (ໂຮງຮຽນປະຖົມສຶກສາແຫ່ງທຳອິດຂອງໄທ)
- ວັດປະລິນາຍົກ
- ວັດທິບວາລີວໍລະວິຫານ
- ວັດຊະນະສົງຄາມ
- ວັດສັງເວດວິດສະຍາລາມ
- ວັດສາມພຣະຍາ
- ວັດລາຊະປະດິດສະຖິດມະຫາສີມາລາມ
- ວັດບຸລົນສິຣິມາດຕະຍາລາມ (ວັດສິຣິອຳມາດ)
ມັດສະຍິດ
[ດັດແກ້]ມີຈຳນວນ 2 ແຫ່ງ ໄດ້ແກ່
ສານເຈົ້າ
[ດັດແກ້]ມີຈຳນວນ 7 ແຫ່ງ ໄດ້ແກ່
ພະລາຊະວັງແລະວັງ
[ດັດແກ້]ພະບໍລົມລາຊານຸສາວະລີແລະອະນຸສາວະລີ
[ດັດແກ້]- ອະນຸສາວະລີປະຊາທິປະໄຕ
- ອຸທົກກະທານ
- ອະນຸສາວະລີທະຫານອາສາ
- ອະນຸສາວະລີພະບໍລົມວົງເທີ ກົມພະຈັນທະບຸລີນະລຶນາດ (ໜ້າທີ່ທຳການກະຊວງພານິດ ແຫ່ງເດີມ)
- ອະນຸສາວະລີສົມເດັດພະບໍວອນລາດເຈົ້າມະຫາສຸລະສິງຫະນາດ (ໜ້າວັດມະຫາທາດ)
- ອະນຸສາວະລີພະເຈົ້າບໍລົມວົງເທີ ກົມມະຫຼວງລາຊະບຸລີດິເຫຼກລິດ (ໜ້າທີ່ທຳການກະຊວງຍຸດຕິທຳ ແຫ່ງເດີມ)
- ອະນຸສາວະລີພະບໍລົມວົງເທີ ກົມພະຍາດຳລົງລາຊານຸພາບ (ໜ້າກະຊວງມະຫາດໄທ)
- ອະນຸສາວະລີໝູ (ຖະໜົນລາຊິນີ ລິມຄອງຄູເມືອງເດີມ)
- ພະບໍລົມລາຊານຸສາວະລີພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ (ລັດຊະການທີ່ 3)
- ພະບໍລົມລາຊານຸສອນ ພະບາດສົມເດັດພະເຈົ້າຢູ່ຫົວອານັນທະມະຫິດົນ (ພາຍໃນບໍລິເວນວັດສຸທັດ)
- ປະຖົມພະບໍລົມພະບໍລົມລາຊານຸສາວະລີສະເຫຼີມພະກຽດ (ສະພານພະພຸດທະຍອດຟ້າ)
ບູຮານນະສະຖານແລະສະຖານທີ່ສຳຄັນຕ່າງ ໆ
[ດັດແກ້]- ພິພິດທະພັນການສຶກສາແຫ່ງຊາດ ໂຮງຮຽນສວນກຸຫຼາບວິທະຍາໄລ
- ປ້ອມພະສຸເມນ
- ປ້ອມມະຫາການ
- ກຳແພງ ແລະ ປະຕູພະນະຄອນ (ກົງຂ້າມວັດບໍວອນນິເວດວິຫານ ແລະຫຼັງປ້ອມມະຫາການ)
- ພິພິດທະພັນສະຖານແຫ່ງຊາດ ພະນະຄອນ
- ພິພິດທະພັນສະຖານແຫ່ງຊາດ ຫໍສິນ
- ສານຫຼັກເມືອງ
- ໂຮງລະຄອນແຫ່ງຊາດ
- ສາລາສະເຫຼີມກຸງ
- ອະນຸສອນວີລະຊົນ 14 ຕຸລາ
- ສະໜາມຫຼວງ
- ເສົາຊິງຊ້າ
- ສະໜາມໄຊຍ໌
- ສວນສະຣານຣົມ
- ຄອງຄູເມືອງ ໄດ້ແກ່ ຄອງຄູເມືອງເດີມ (ຄອງຫຼອດແລະຄອງຕະຫຼາດ) ຄອງຮອບກຸງ (ຄອງບາງລຳພູແລະຄອງໂອ່ງອ່າງ) ແລະຄອງຜະດຸງກຸງກະເສມ
- ທ່າລາຊະວໍລະດິດ
- ລານພັບພາມະຫາເຈດສະດາບໍດິນ
- ໂລຫະປາສາດ (ວັດລາຊະນັດດາລາມ)
- ຫໍພູວະດົນທັດສະໄນ (ໄກ້ໜ່ວຍບັນຊາການກຳລັງສຳຮອງ)
- ຕຶກລາມແບບຕາເວັນຕົກ ເຊັ່ນ ໜ່ວຍບັນຊາການກຳລັງສຳຮອງ ອາຄານລິມຖະໜົນລາຊະດຳເນິນກາງ ຖະໜົນໜ້າພະລານ
- ປະຕູຝະລັ່ງ (ຖະໜົນແພ່ງສັບພະສາດ)
- ຫໍສິນ ຖະໜົນເຈົ້າຟ້າ
- ສູນສັງຄີຕະສິນ ທະນາຄານກຸງເທບ ແຍກປ້ອມມະຫາການ
- ສາດສະນະສະຖານ ໂບດພາມ
- ບ້ານພະອາທິດ
- ບ້ານເຈົ້າພະຍາ
- ບ້ານມະລິວັນ
ໃນຕອນເລິ່ມແຮກນັ້ນ ສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ໂປດເກົ້າໃຫ້ສ້າງ14 ປ້ອມປາການ ເພື່ອຮັກສາພະນະຄອນ ແຕ່ຖືກລື້ລົງເກືອບໝົດໃນສະໄໝຕໍ່ມາ ປັດຈຸບັນຫຼົງເຫຼືອຢູ່ພຽງ 2 ປ້ອມ ໄດ້ແກ່ ປ້ອມພະສຸເມນແລະປ້ອມມະຫາການ ແຕ່ເດີມນັ້ນ ບໍລິເວນຮອບ ໆ ປ້ອມພະສຸເມນ ເປັນແຄ່ຖະໜົນທຳມະດາ ແຕ່ໃນປີ ຄ.ສ. 2000 ໄດ້ສ້າງສວນສາທາລະນະສວນສັນຕິໄຊປາການ
ເມື່ອປີ ຄ.ສ. 2005 ທາງລັດຖະບານໄດ້ອະພິປາຍພື້ນທີ່ບໍລິເວນຕັ້ງແຕ່ສະພານພະພຸດທະຍອດຟ້າຈນຮອດທ່າວາສຸກີ ສົ່ງໄປໃຫ້ອົງການຍູເນສໂກເພື່ອໃຫ້ເປັນແຫຼ່ງມໍລະດົກໂລກໃນອະນາຄົດ
ໂຮງຮຽນ ມະຫາວິທະຍາໄລ ແລະວິທະຍາໄລຂອງລັດ
[ດັດແກ້]- ໂຮງຮຽນສວນກຸຫຼາບວິທະຍາໄລ
- ມະຫາວິທະຍາໄລທຳມະສາດ
- ມະຫາວິທະຍາໄລສິນລະປາກອນ
- ວິທະຍາໄລເພາະຊ່າງ ມະຫາວິທະຍາໄລເຕັກໂນໂລຊີລາຊະມົງຄົນລັດຕະນະໂກສິນ
- ວິທະຍາໄລອາຊີວະສຶກສາເສົາວະພາ
- ວິທະຍາໄລນາດຕະສິນ
- ວິທະຍາໄລໃນວັງ
- ໂຮງຮຽນພະຕຳໜັກສວນກຸຫຼາບ
- ໂຮງຮຽນເບນຈະມະລາຊາໄລ ໃນພະບໍລົມລາຊູປະຖັມ
- ໂຮງຮຽນລາຊິນີ
- ໂຮງຮຽນວັດບໍວອນນິເວດ
- ໂຮງຮຽນສະຕີວິທະຍາ
- ໂຮງຮຽນວັດລາຊະບໍພິດ
- ໂຮງຮຽນວັດສຸທັດ
- ໂຮງຮຽນມັດທະຍົມວັດມະກຸດກະສັດ
ຕະຫຼາດແລະສູນການຄ້າ
[ດັດແກ້]ການຄົມມະນາຄົມ
[ດັດແກ້]ເປັນເຂດດຽວທີ່ມີບໍລິການລົດຮາງຣອບເກາະລັດຕະນະໂກສິນ[2] ມີຖະໜົນສາຍຫຼັກໃນເຂດພະນະຄອນ ໄດ້ແກ່
- ຖະໜົນກຸງກະເສມ
- ຖະໜົນເຂົ້າສານ
- ຖະໜົນຈັກເພັດ
- ຖະໜົນເຈົ້າຟ້າ
- ຖະໜົນຈະເລີນກຸງ
- ຖະໜົນດິນສໍ
- ຖະໜົນຕີເພັດ
- ຖະໜົນຕານີ
- ຖະໜົນຕະນາວ
- ຖະໜົນຕີທອງ
- ຖະໜົນບ້ານໝໍ້
- ຖະໜົນບໍາລຸງເມືອງ
- ຖະໜົນປະຊາທິປະໄຕ
- ຖະໜົນພະພິທັກ
- ຖະໜົນພະຈັນ
- ຖະໜົນພະພິພິດ
- ຖະໜົນພະສຸເມນ
- ຖະໜົນພະອາທິດ
- ຖະໜົນພາຫຸລັດ
- ຖະໜົນເຟື່ອງນະຄອນ
- ຖະໜົນມະຫັນນົບ
- ຖະໜົນມະຫາໄຊ
- ຖະໜົນມະຫາລາດ
- ຖະໜົນລາຊິນີ
- ຖະໜົນລາຊະດຳເນິນໃນ ລາຊະດຳເນິນກາງ ແລະລາຊະດຳເນິນນອກ
- ຖະໜົນວິສຸດກະສັດ
- ຖະໜົນສິລິພົງ
- ຖະໜົນສະໜາມໄຊ
- ຖະໜົນສິບສາມຫ້າງ
- ຖະໜົນສາມເສນ
- ຖະໜົນໜ້າພະທາດ
- ຖະໜົນໜ້າພະລານ
- ຖະໜົນຫຼວງ
- ຖະໜົນອຸນາກັນ
- ຖະໜົນອັດສະດາງ
- ຖະໜົນບູລະພາ
ແລະມີຂົວຂ້າມແມ່ນ້ຳເຈົ້າພະຍາ 4 ແຫ່ງ ໄດ້ແກ່
- ຂົວພະຮາມ 8 ເຊື່ອມລະຫວ່າງເຂດພະນະຄອນກັບເຂດບາງພັດ
- ຂົວສົມເດັດພະປິ່ນເກົ້າ ເຊື່ອມລະຫວ່າງເຂດພະນະຄອນກັບເຂດບາງກອກນ້ອຍ
- ຂົວພະພຸດທະຍອດຟ້າ ເຊື່ອມລະຫວ່າງເຂດພະນະຄອນກັບເຂດທົນບຸລີ
- ຂົວພະປົກເກົ້າ ເຊື່ອມລະຫວ່າງເຂດພະນະຄອນກັບເຂດທົນບຸລີ
ແລະກຳລັງມີການກໍ່ສ້າງສະຖານີລົດໄຟຟ້າ ໃນໂຄງການລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ
- ສະຖານີວັງບູລະພາ ບໍລິເວນແຍກສາມຍອດ
- ສະຖານີສະໜາມໄຊ ຕັ້ງຢູ່ໃຈກາງພື້ນທີ່ອະນຸລັກເກາະກຸງລັດຕະນະໂກສິນ ໃນແນວຖະໜົນສະໜາມໄຊ ບໍລິເວນວັດພະເຊດຕຸພົນ
ເບິ່ງຕື່ມ
[ດັດແກ້]ແຫຼ່ງຂໍ້ມູນອື່ນ
[ດັດແກ້]- ເວັບໄຊຕ໌ສຳນັກງານເຂດພະນະຄອນ Archived 2009-12-02 at the Wayback Machine
- ແຜນທີ່ເຂດພະນະຄອນ Archived 2007-09-27 at the Wayback Machine
ອ້າງອີງ
[ດັດແກ້]- ↑ สำนักบริหารการทะเบียน กรมการปกครอง กระทรวงมหาดไทย, กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/ Archived 2019-09-12 at the Wayback Machine. สืบค้น 11 มีนาคม 2560.
- ↑ "รถรางรอบเกาะรัตนโกสินทร์". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2016-03-07. ຄົ້ນຫາເມື່ອ 2016-07-30.