Jump to content

ເຂດສາຍໄໝ

ຈາກ ວິກິພີເດຍ
ເຂດສາຍໄໝ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດສາຍໄໝ
ອາຄານຄຸ້ມເກົ້າຕຣະການຕາ ມາດຕະຖານ
ການສຶກສາກວ້າງໄກ ແພ່ສະໄຫວການກະເສດ
ວິເສດການກີລາ ສັດທາໃນຄຸນນະທຳ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດສາຍໄໝ
ອັກສອນໂລມັງ Khet Sai Mai
ລະຫັດພູມິສາດ 1042
ລະຫັດໄປສະນີ 10220
ຂໍ້ມູນສະຖິຕິ
ພື້ນທີ່ 44.615[1] ຕລ.ກມ.
ປະຊາກອນ 200,374 [2] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 4,491.18 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 222 ໝູ່ທີ່ 3 ຖະໜົນສຸຂາພິບານ 5 ແຂວງອໍເງິນ ເຂດສາຍໄໝ ບາງກອກ 10220
ພິກັດ 13°55′9″N 100°38′45″E / 13.91917°N 100.64583°E / 13.91917; 100.64583
ໝາຍເລກໂທລະສັບ 0 2533 3686
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດສາຍໄໝ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດສາຍໄໝ (ໄທ: เขตสายไหม) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດກຸງເທບເໜືອ ແລະເປັນເຂດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນບາງກອກຕັ້ງແຕ່ປີ ຄ.ສ. 2014

ບ່ອນຕັ້ງແລະອານາເຂດ

[ດັດແກ້]

ຕັ້ງຢູ່ບໍລິເວນທາງຕາເວັນອອກຂອງແມ່ນ້ຳເຈົ້າພະຍາຫຼືຝັ່ງພະນະຄອນ ມີອານາເຂດຕິດຕໍ່ກັບພື້ນທີ່ການປົກຄອງຕ່າງໆ ຮຽງຕາມເຂັມໂມງດັງນີ້

ປະຫວັດ

[ດັດແກ້]

"ສາຍໄໝ" ເດີມເປັນຊື່ຂອງໝູ່ບ້ານໜຶ່ງໃນຕຳບົນຄູຄົດ ອຳເພີລຳລູກກາ ຈັງຫວັດປະທຸມທານີ[3] ຕໍ່ມາໄດ້ຮັບການຍົກຖານະຂຶ້ນເປັນ ຕຳບົນສາຍໄໝ ຈົນກະທັ່ງໃນປີ ຄ.ສ. 1941 ທາງການໄດ້ໂອນຕຳບົນສາຍໄໝມາຢູ່ໃນເຂດການປົກຄອງຂອງອຳເພີບາງເຂນ ຈັງຫວັດພະນະຄອນ ເພື່ອປະໂຍດແກ່ການປົກຄອງແລະລາຊະການທະຫານ[4] ຕໍ່ມາກະຊວງມະຫາດໄທໄດ້ມີປະກາດແບ່ງພື້ນທີ່ບາງໝູ່ບ້ານທາງດ້ານຕາເວັນອອກສຽງໃຕ້ຂອງຕຳບົນສາຍໄໝໄປຕັ້ງເປັນຕຳບົນອໍເງິນໃນປີ ຄ.ສ. 1947[5] ແລະຂະຫຍາຍສຸຂາພິບານອະນຸສາວະລີໃຫ້ຄອບຄຸມມາຮອດສອງຕຳບົນນີ້ເມື່ອປີ ຄ.ສ. 1963[6]

ຄັ້ນໃນປີ ຄ.ສ. 1971 ຈັງຫວັດພະນະຄອນຖືກຍຸບຮວມກັບຈັງຫວັດທົນບຸລີແລະປ່ຽນຖານະເປັນນະຄອນຫຼວງກຸງເທບທົນບຸລີ[7] ຕໍ່ມາໃນປີ ຄ.ສ. 1972 ຈຶງປ່ຽນແປງຖານະເປັນ ກຸງເທບມະຫານະຄອນ[8] ເຊິ່ງໄດ້ປ່ຽນການຮຽກເຂດການປົກຄອງໃໝ່ດ້ວຍ ຕຳບົນສາຍໄໝປ່ຽນແປງຖານະເປັນ ແຂວງສາຍໄໝ ຢູ່ໃນການປົກຄອງຂອງເຂດບາງເຂນ

ພາຍຫຼັງໃນພື້ນທີ່ເຂດບາງເຂນມີຄວາມຈະເລີນຫຼາຍຂຶ້ນທັງທາງດ້ານເສດຖະກິດ ການຄົມມະນາຄົມ ສາທາລະນູປະໂພກ ຮວມທັງມີປະຊາກອນໜາແໜ້ນຂຶ້ນ ເພື່ອປະໂຍດແກ່ການປົກຄອງ ການໃຫ້ບໍລິການຂອງລັດ ແລະຄວາມສະດວກຂອງປະຊາຊົນ ກະຊວງມະຫາດໄທຈຶງປະກາດປ່ຽນແປງພື້ນທີ່ເຂດບາງເຂນ ແຍກພື້ນທີ່ 3 ແຂວງທາງຕອນເໜືອຂອງເຂດມາຈັດຕັ້ງເປັນ ເຂດສາຍໄໝ ໃນວັນທີ່ 14 ຕຸລາ ຄ.ສ. 1997 ແລະບາງກອກໄດ້ປະກາດປ່ຽນແປງພື້ນທີ່ແຂວງຄອງຖະໜົນເພື່ອຄວາມຊັດເຈນໃນການປົກຄອງເມື່ອວັນທີ່ 7 ພະຈິກ ປີດຽວກັນ ໂດຍປະກາດທັງສອງສະບັບໃຫ້ມີຜົນບັງຄັບຕັ້ງແຕ່ວັນທີ່ 21 ພະຈິກເປັນຕົ້ນໄປ[9][10]

ການແບ່ງເຂດການປົກຄອງ

[ດັດແກ້]

ເຂດສາຍໄໝແບ່ງເຂດການປົກຄອງຍ່ອຍອອກເປັນ 3 ແຂວງ (khwaeng) ໄດ້ແກ່

ອັກສອນລາວອັກສອນໂລມັງພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ພຶດສະພາ 2017)
ຈຳນວນບ້ານ
(ພຶດສະພາ 2017)
ຄວາມໜາແໜ້ນປະຊາກອນ
(ພຶດສະພາ 2017)
ສາຍໄໝSai Mai
18.659
79,066
33,700
4,237.41
ອໍເງີນO Ngoen
12.440
36,621
21,560
2,943.81
ຄອງຖະໜົນKhlong Thanon
13.516
85,600
41,426
6,333.23
ທັງໝົດ
44.615
201,287
96,686
4,511.64

ປະຊາກອນ

[ດັດແກ້]

ການຄົມມະນາຄົມ

[ດັດແກ້]
ທາງສາຍຫຼັກ
ທາງສາຍຮອງ

ສະຖານສຶກສາ

[ດັດແກ້]

ໂຮງໝໍ

[ດັດແກ້]

ອ້າງອິງ

[ດັດແກ້]

ແມ່ແບບ:ລາຍການອ້າງອິງ

ແຫຼ່ງຂໍ້ມູນອື່ນ

[ດັດແກ້]
  1. ศูนย์ข้อมูลกรุงเทพมหานคร. สถิติจำนวนประชากรและบ้านในกรุงเทพมหานคร จำแนกตามรายแขวงและเขต ณ เดือน ธันวาคม 2550. Archived 2009-02-14 at the Wayback Machine สืบค้น 24 ตุลาคม 2551.
  2. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://http://stat.dopa.go.th/stat/statnew/upstat_age.php Archived 2020-06-04 at the Wayback Machine . สืบค้น 2 มกราคม 2560.
  3. สำนักงานเขตสายไหม. ประวัติความเป็นมาของสำนักงานเขตสายไหม.[dead link] สืบค้น 25 ตุลาคม 2551.
  4. "พระราชบัญญัติเปลี่ยนแปลงเขตต์จังหวัดปทุมธานีและจังหวัดพระนคร พุทธศักราช ๒๔๘๔" (PDF). ราชกิจจานุเบกษา. 58: 1917–1919. 30 ธันวาคม 2484. {{cite journal}}: Check date values in: |date= (help)
  5. "ประกาศกระทรวงมหาดไทย เรื่อง ตั้งตำบลในจังหวัดต่าง ๆ" (PDF). ราชกิจจานุเบกษา. 64 (26 ง): 1114–1433. 10 มิถุนายน 2490. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 2011-11-09. ຄົ້ນຫາເມື່ອ 2017-11-30. {{cite journal}}: Check date values in: |date= (help)
  6. "ประกาศกระทรวงมหาดไทย เรื่อง เปลี่ยนแปลงเขตสุขาภิบาลอนุสาวรีย์ อำเภอบางเขน จังหวัดพระนคร" (PDF). ราชกิจจานุเบกษา. 80 (109 ง): 2517–2518.
  7. "ประกาศของคณะปฏิวัติ ฉบับที่ 24" (PDF). ราชกิจจานุเบกษา. 88 (พิเศษ 144 ก): 816–824. 21 ธันวาคม 2514. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 2011-04-25. ຄົ້ນຫາເມື່ອ 2017-11-30. {{cite journal}}: Check date values in: |date= (help)
  8. "ประกาศของคณะปฏิวัติ ฉบับที่ 335" (PDF). ราชกิจจานุเบกษา. 89 (พิเศษ 190 ก): 187–201. 13 ธันวาคม 2515. {{cite journal}}: Check date values in: |date= (help)
  9. "ประกาศกระทรวงมหาดไทย เรื่อง เปลี่ยนแปลงพื้นที่เขตบางเขน เขตลาดพร้าว เขตบึงกุ่ม เขตประเวศ และตั้งเขตสายไหม เขตคันนายาว เขตสะพานสูง" (PDF). ราชกิจจานุเบกษา. 114 (พิเศษ 108 ง): 6–19. 18 พฤศจิกายน 2540. {{cite journal}}: Check date values in: |date= (help)
  10. "ประกาศกรุงเทพมหานคร เรื่อง พื้นที่แขวงสายไหม แขวงออเงิน และเปลี่ยนแปลงพื้นที่แขวงคลองถนน เขตสายไหม" (PDF). ราชกิจจานุเบกษา. 114 (พิเศษ 121 ง): 45–50. 24 ธันวาคม 2540. {{cite journal}}: Check date values in: |date= (help)
  11. สำนักบริหารการทะเบียน. กรมการปกครอง. กระทรวงมหาดไทย. "จำนวนประชากรและบ้าน." [ออนไลน์]. เข้าถึงได้จาก: http://stat.dopa.go.th/xstat/popyear.html Archived 2016-12-01 at the Wayback Machine 2556. สืบค้น 3 เมษายน 2556.