ເຂດພະຍາໄທ

ຈາກ ວິກິພີເດຍ
Jump to navigation Jump to search
ເຂດພະຍາໄທ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດພະຍາໄທ
Cquote1.png ເຂດພະຍາໄທຍິ່ງໃຫຍ່ດ້ວຍສະຖານ ໜ່ວຍງານທະຫານກະຊວງການຄລັງ ໂທລະທັດດັງຊ່ອງຫ້າສີ ອີກທັ້ງກົມປະຊາສັມພັນ ສະຖານສຳຄັນການສຶກສາ ສະພານຄວາຍໜາແໜ້ນຜູ້ຄົນ ພະຫົນໂຍທິນລົດໄຟຟ້າ ຊາວປະຊາສຸກສັນ Cquote2.png
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດພະຍາໄທ
ອັກສອນໂລມັງ Khet Phaya Thai
ລະຫັດພູມິສາດ 1014
ລະຫັດໄປສະນີ 10400
ຕົ້ນໄມ້ປະຈຳເຂດ ພະຍາສັດຕະບັນ
ຂໍ້ມູນສະຖິຕິ
ພື້ນທີ່ 9.595 ຕລ.ກມ.
ປະຊາກອນ 72,102[໑] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 7,514.54 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 13 ຊອຍອາລີ 2 ຖະໜົນພະຫົນໂຍທິນ ແຂວງພະຍາໄທ ເຂດພະຍາໄທ ບາງກອກ 10400
ພິກັດ 13°46′48″N 100°32′34″E / 13.78000°N 100.54278°E / 13.78000; 100.54278
ໝາຍເລກໂທລະສັບ 0 2279 4140-3
ໝາຍເລກໂທລະສານ 0 2279 4145, 0 2270 0925
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດພະຍາໄທ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດພະຍາໄທ (ໄທ: เขตพญาไท) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງ ສະພາບພື້ນທີ່ໂດຍທົ່ວໄປເປັນແຫຼ່ງການຄ້າ ການບໍລິການ ແລະແຫຼ່ງທີ່ຢູ່ອາໄສໜາແໜ້ນຫຼາຍ

ບ່ອນຕັ້ງແລະອານາເຂດ[ແກ້ໄຂ]

ເຂດພະຍາໄທຕັ້ງຢູ່ທາງຝັ່ງພະນະຄອນ ມີອານາເຂດຕິດຕໍ່ກັບພື້ນທີ່ການປົກຄອງຕ່າງ ໆ ຮຽງຕາມເຂັມໂມງດັງນີ້

ປະຫວັດ[ແກ້ໄຂ]

ອຳເພີພະຍາໄທ ໄດ້ຮັບການຈັດຕັ້ງຂຶ້ນຄັ້ງທຳອິດ ເມື່ອປີ ຄ.ສ. 1966[໒] ຕັ້ງຊື່ຕາມພະລາຊະວັງພະຍາໄທເຊິ່ງແມ່ນວັງທີ່ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວໂປດເກົ້າໃຫ້ສ້າງຂຶ້ນເປັນຕຳໜັກສຳລັບສະເດັດປະພາດບົນທີ່ດິນຮິມຄອງສາມເສນ ທຸ່ງພະຍາໄທ[໓] ຊ່ວງທຳອິດອຳເພີພະຍາໄທແບ່ງເຂດການປົກຄອງອອກເປັນ 7 ຕຳບົນ ແມ່ນພື້ນທີ່ອຳເພີດຸສິດເດີມ 5 ຕຳບົນ ໄດ້ແກ່ ຕຳບົນທຸ່ງພະຍາໄທ ຕຳບົນຖະໜົນພະຍາໄທ ຕຳບົນຖະໜົນເພັດຊະບຸລີ ຕຳບົນມັກກະສັນ ແລະຕຳບົນສາມເສນ ແລະແມ່ນພື້ນທີ່ອຳເພີບາງກະປິເດີມ 2 ຕຳບົນ ໄດ້ແກ່ ຕຳບົນຫ້ວຍຂວາງແລະຕຳບົນບາງກະປິ ຈົນຮອດໃນປີ ຄ.ສ. 1971 ຈັງຫວັດພະນະຄອນຖືກຮວມເຂົ້າກັບຈັງຫວັດທົນບຸລີ ປ່ຽນຖານະເປັນນະຄອນຫຼວງກຸງເທບທົນບຸລີ[໔] ແລະໃນປີ ຄ.ສ. 1972 ຈຶງປ່ຽນແປງຖານະເປັນກຸງເທບມະຫານະຄອນ[໕] ເຊິ່ງປ່ຽນຄຳເອິ້ນເຂດການປົກຄອງໃໝ່ນຳ ອຳເພີພະຍາໄທໄດ້ຮັບການປ່ຽນແປງຖານະເປັນ ເຂດພະຍາໄທ ສ່ວນຕຳບົນຕ່າງໆ ກໍປ່ຽນຖານະເປັນແຂວງ

ຈາກນັ້ນທາງລາຊະການໄດ້ປ່ຽນແປງພື້ນທີ່ປົກຄອງຂອງເຂດພະຍາໄທຫຼາຍເທື່ອ ເພື່ອຈັດຂະໜາດພື້ນທີ່ແລະຈຳນວນປະຊາກອນຂອງແຕ່ລະເຂດໃຫ້ມີຄວາມສົມດຸນ ເລິ່ມຕັ້ງແຕ່ໃນປີ ຄ.ສ. 1973 ແຂວງຫ້ວຍຂວາງແລະແຂວງບາງກະປິໄດ້ຮັບການຍົກຖານະເປັນເຂດຫ້ວຍຂວາງ[໖]ຕໍ່ມາໃນປີ ຄ.ສ. 1978 ແຂວງດິນແດງແລະບາງສ່ວນຂອງແຂວງສາມເສນໃນຖືກໂອນໄປຂຶ້ນກັບເຂດຫ້ວຍຂວາງ ໃນຂະນະທີ່ພື້ນທີ່ບາງສ່ວນຂອງແຂວງຫ້ວຍຂວາງແລະແຂວງບາງກະປິກໍຖືກໂອນມາຮວມກັບແຂວງສາມເສນໃນແລະແຂວງມັກກະສັນ[໗]ໃນປີ ຄ.ສ. 1989 ພື້ນທີ່ 4 ແຂວງທາງທິດໃຕ້ຂອງເຂດໄດ້ແຍກອອກໄປຕັ້ງເປັນເຂດລາຊະເທວີ[໘]ການປັບປຸງເຂດການປົກຄອງຄັ້ງນີ້ສົ່ງຜົນໃຫ້ເຂດພະຍາໄທເຫຼືອແຂວງສາມເສນໃນຢູ່ພຽງແຂວງດຽວ ສ່ວນພະລາຊະວັງພະຍາໄທເຊິ່ງແມ່ນທີ່ມາຂອງຊື່ເຂດ ຮວມທັງຖະໜົນພະຍາໄທກໍບໍ້ໄດ້ຢູ່ໃນພື້ນທີ່ຂອງເຂດອີກຕໍ່ໄປ ແຕ່ໄປຢູ່ໃນເຂດລາຊະເທວີແທນ ແລະສຸດທ້າຍໃນປີ ຄ.ສ. 1994 ພື້ນທີ່ທາງທິດຕາເວັນອອກສຽງໃຕ້ຂອງເຂດກໍຖືກແບ່ງແຍກໄປຮວມກັບເຂດດິນແດງທີ່ເພິ່ງຕັ້ງຂຶ້ນໃໝ່[໙]

ການແບ່ງເຂດການປົກຄອງ[ແກ້ໄຂ]

ເຂດພະຍາໄທມີໜ່ວຍການປົກຄອງຍ່ອຍ 1 ແຂວງ (khwaeng) ຄື

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ພະຈິກ 2016)
ຈຳນວນບ້ານ
(ພະຈິກ 2016)
ຄວາມໜາແໜ້ນປະຊາກອນ
(ພະຈິກ 2016)
ສາມເສນໃນ Samsen Nai
9.595
72,093
41,514
7,513.60
ທັງໝົດ
9.595
72,093
41,514
7,513.60

ປະຊາກອນ[ແກ້ໄຂ]

ສະຖິຕິປະຊາກອນຕາມທະບຽນລາຊະດອນ
ເຂດພະຍາໄທ[໑໐]
ປີ (ຄ.ສ.) ປະຊາກອນ ການເພີ່ມແລະການລົດ
1992 196,977 ບໍ່ຊາບ
1993 192,005 -4,972
1994 171,447 -20,558
1995 108,728 -62,719
1996 102,133 -6,595
1997 93,296 -8,837
1998 92,852 -444
1999 91,616 -1,236
2000 91,091 -525
2001 90,780 -311
2002 90,492 -288
2003 90,557 +65
2004 78,294 -12,263
2005 77,232 -1,062
2006 77,343 +111
2007 77,202 -141
2008 76,477 -725
2009 75,493 -984
2010 74,693 -800
2011 73,553 -1,140
2012 73,084 -469
2013 72,495 -789
2014 72,203 -292

ສະຖານທີ່ສຳຄັນ[ແກ້ໄຂ]

ຕາມທີ່ປາກົດໃນຄຳຂວັນຂອງເຂດ ເຂດພະຍາໄທມີສະຖານທີ່ລາຊະການ ໂດຍສະເພາທີ່ຕັ້ງໜ່ວຍທາງທະຫານແລະຕຳລວດຢູ່ຫຼາຍແຫ່ງ ມີສ່ວນລາຊະການພົນລະເຮືອນລະດັບກະຊວງຢູ່ 2 ກະຊວງ ນອກຈາກນັ້ນຍັງມີໜ່ວຍງານທີ່ກ່ຽວຂ້ອງກັບການສື່ສານແລະໂທຄົມມະນາຄົມນຳ ກ່າວຄື ກົມປະຊາສັມພັນ ສະຖານີວິທະຍຸໂທລະພາບກອງທັບບົກຊ່ອງ 5 ພິພິດທະພັນໄປສະນີ ແລະສຳນັກງານຄະນະກຳມະການກິດຈະການກະຈາຍສຽງກິດຈະການໂທລະພາບແລະກິດຈະການໂທຄົມມະນາຄົມແຫ່ງຊາດ ມີລະບົບລົດໄຟຟ້າຕັດຜ່ານໃນພື້ນທີ່ເຂດແລະມີຍ່ານສະພານຄວາຍ ເຊິ່ງແຕ່ເດີມເຄີຍມີສະພາບເປັນທົ່ງນາແລະຕະຫຼາດນັດຊື້ຂາຍໂຄກະບື ແຕ່ຕໍ່ເມື່ອບ້ານເມືອງຂະຫຍາຍຕົວຂຶ້ນກໍໄດ້ກາຍສະພາບເປັນແຫຼ່ງຊຸມຊົນໜາແໜ້ນ ມີອາຄານຮ້ານຄ້າ ຫ້າງສັບພະສິນຄ້າ ອາທິ ສີສຸພະລາຊະອາເຂດ ບ່ອນຕັ້ງຫ້າງເມີລີ້ຄິງສະພານຄວາຍ (ເລີກກິດຈະການໄປແລ້ວ) ແລະຫ້າງບິ໊ກຊີ ເປັນຕົ້ນ ສະຖານທີ່ສຳຄັນໃນເຂດນີ້ ມີອາທິ

ໂຮງໝໍ[ແກ້ໄຂ]

ການຄົມມະນາຄົມ[ແກ້ໄຂ]

ຖະໜົນ ສາຍຫຼັກໃນພື້ນທີ່ເຂດພະຍາໄທ ໄດ້ແກ່

ສ່ວນທາງສາຍຮອງແລະທາງລັດ ໄດ້ແກ່

ລະບົບຂົນສົ່ງມວນຊົນ

ລົດໄຟ

  • ທາງລົດໄຟສາຍເໜືອກໍຜ່ານພື້ນທີ່ເຂດນີ້ ໂດຍຖືເປັນແນວເສ້ນແບ່ງເຂດລະຫວ່າງເຂດພະຍາໄທກັບເຂດດຸສິດນຳ ມີສະຖານີສາມເສນຕັ້ງຢູ່ໃນເຂດພະຍາໄທ ໂດຍມີພື້ນທີ່ບາງສ່ວນຂອງສະຖານີຢູ່ໃນເຂດດຸສິດ

ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]

ອ້າງອິງ[ແກ້ໄຂ]

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 10 มีนาคม 2560.
  2. "พระราชกฤษฎีกาตั้งอำเภอพญาไท พ.ศ. ๒๕๐๙". ราชกิจจานุเบกษา 83 (พิเศษ 39 ก): 1–3. 1 พฤษภาคม 2509. 
  3. สำนักวัฒนธรรม กีฬา และการท่องเที่ยว กรุงเทพมหานคร. "พิพิธภัณฑ์ท้องถิ่นกรุงเทพมหานคร เขตพญาไท: ประวัติของเขต." พิพิธภัณฑ์ท้องถิ่นกรุงเทพมหานคร. [ออนไลน์]. เข้าถึงได้จาก: http://203.155.220.217/localmuseum/website/web2/16/history/index.html [ม.ป.ป.]. สืบค้น 30 มีนาคม 2555.
  4. "ประกาศของคณะปฏิวัติ ฉบับที่ ๒๔". ราชกิจจานุเบกษา 88 (พิเศษ 144 ก): 816–824. 21 ธันวาคม 2514. 
  5. "ประกาศของคณะปฏิวัติ ฉบับที่ ๓๓๕". ราชกิจจานุเบกษา 89 (พิเศษ 190 ก): 187–201. 13 ธันวาคม 2515. 
  6. "พระราชกฤษฎีกาแบ่งกรุงเทพมหานครออกเป็นเขต พ.ศ. ๒๕๑๖". ราชกิจจานุเบกษา 90 (พิเศษ 107 ก): 4–7. 23 สิงหาคม 2516. 
  7. "พระราชกฤษฎีกาเปลี่ยนแปลงพื้นที่เขตพญาไท เขตห้วยขวาง และเขตบางกะปิ กรุงเทพมหานคร พ.ศ. ๒๕๒๑". ราชกิจจานุเบกษา 95 (48 ก): 180–184. 2 พฤษภาคม 2521. 
  8. "ประกาศกระทรวงมหาดไทย เรื่อง เปลี่ยนแปลงพื้นที่เขตพญาไท และตั้งเขตราชเทวี". ราชกิจจานุเบกษา 106 (พิเศษ 208 ง): 9. 24 พฤศจิกายน 2532. 
  9. "ประกาศกระทรวงมหาดไทย เรื่อง เปลี่ยนแปลงพื้นที่เขตพญาไท เขตราชเทวี เขตห้วยขวาง และตั้งเขตดินแดง กรุงเทพมหานคร". ราชกิจจานุเบกษา 110 (พิเศษ 184 ง): 3–6. 10 พฤศจิกายน 2536. 
  10. สำนักบริหารการทะเบียน. กรมการปกครอง. กระทรวงมหาดไทย. "จำนวนประชากรและบ้าน." [ออนไลน์]. เข้าถึงได้จาก: http://stat.dopa.go.th/xstat/popyear.html 2556. สืบค้น 3 เมษายน 2556.