ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ

ຈາກ ວິກິພີເດຍ
Wikidata-logo.svg ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ
ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ: imago
ເກີດ: ໒໐ ກັນຍາ 1853; ບາງກອກ
ເຖິງແກ່ກຳ: ໒໓ ຕຸລາ 1910; ບາງກອກ
ປະເທດ: ປະເທດໄທ

ຂໍ້​ມູນຢ່າງເປັນທາງການ

ຕຳແໜ່ງ: King of Thailand
ອາຊີບ: king

ສະມາຄົມ

ຄອບຄົວ

ພໍ່ແມ່: ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ; Debsirindra
ຄູ່ສົມລົດ: ສົມເດັດພະນາງເຈົ້າສຸນັນທາກຸມາຣີຣັດ ພະບໍຣົມລາຊະເທວີ, Chao Chom Manda Chum Krairoek, Savang Vadhana, ສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ, Sukhumala Marasri, Dara Rasmi
ເດັກ: Vudhijaya Chalermlabha, Dibyalangkarn, Chudharatana Rajakumari, Charoensri Chanamayu, Chandra Saradavara, Bismai Bimalasataya, Bhongprabai, Benbadhanabongse, Beatrice Bhadrayuvadi, Bandhavanna Varobhas, Bahurada Manimaya, Anusara Siriprasadh, Ajrabarni Rajkanya, Adorndibyanibha, Adisaya Suriyabha, Abbhantripaja, Kitiyakara Voralaksana, Chakrabongse Bhuvanadh, Purachatra Jayakara, Mahidol Adulyadej, Valaya Alongkorn, ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ, ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ, Yugala Dighambara, Paribatra Sukhumbhand, Chudadhuj Dharadilok, Vajirunhis, Isaravongs Vorarajakumara, Kannabhorn Bejaratana, Khajera Chirapradidha, Komala Saovamala, Lavad Voraong, Praves Vorasamai, Prabai Bannabilas, Nabhanka Nibandhabongs, Vimolnaka Nabisi, Prabha Bannabilaya, Voralaksanavadi, Vapi Busbakara, Yaovabha Bongsanid, Isariyabhorn, Hemvadi, Suvabaktra Vilayabanna, Oraprabandh Rambai, Srivilailaksana, Suchitra Bharani, ພະເຈົ້າບໍລົມວົງເທີ ພະອົງເຈົ້າອຸລຸພົງລັດຊະສົມໂພດ, Orabindu Benyabhak, Samaya Vudhirodom, Oraongka Ankayuba, Sasibongse Prabai, Malini Nobhadara, Nibha Nobhadol, Sirabhorn Sobhon, Tribejrutama Dhamrong, Yaovamalaya Narumala, Vichitra Chiraprabha, Chirapravati Voradej, Asdang Dejavudh, Suddha Dibyaratana, Siriraj Kakudhabhand
ນາມສະກຸນ: ລາຊະວົງຈັກກີ

ຄວາມຊງຈຳ

ລາງວັນ: Order of the Black Eagle, Order of St. Andrew, Order of St. Alexander Nevsky

Insignia heraldica

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ: insigne
ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ
ພະມະຫາກະສັດແຫ່ງສະຫຍາມ
Reign 1 ຕຸລາ ຄ.ສ.1868
Coronation 11 ພະຈິກ ຄ.ສ.1868
16 ພະຈິກ ຄ.ສ. 1873
ກ່ອນໜ້າ ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ
ປະສູດ 20 ກັນຍາ ຄ.ສ. 1853(1853-ແມ່ແບບ:Pad2digit-ແມ່ແບບ:Pad2digit)
ບາງກອກ ປະເທດສະຫຍາມ
ສິ້ນພະຊົນ 23 ຕຸລາ ຄ.ສ. 1910 (57 ປີ)
Spouse ສົມເດັດພະນາງເຈົ້າສຸນັນທາກຸມາຣີຣັດ
ສົມເດັດພະນາງເຈົ້າສະຫວ່າງວັດທະນາ
ພະນາງເຈົ້າສຸຂຸມານມາຣະສີ
House ລາຊະວົງຈັກກີ

ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ (ໄທ:พระบาทสมเด็จพระปรมินทรมหาจุฬาลงกรณ์ พระจุลจอมเกล้าเจ้าอยู่หัว) ແມ່ນພະມະຫາກະສັດສະຫຍາມ ລາຊະການທີ່ 5 ແຫ່ງລາຊະວົງຈັກກີ ສະເດັດພະລາຊະສົມພົບເມື່ອວັນອັງຄານ ເດືອນ 10 ແຮມ 3 ຄ່ຳ ປີສະຫຼູ 20 ກັນຍາ ຄ.ສ.1853 ແມ່ນພະລາຊະໂອລົດພະອົງທີ 9 ໃນພະບາດສົມເດັດພະຈອມເກົ້າຢູ່ຫົວ ແລະເປັນພະອົງທີ່ 1 ໃນສົມເດັດພະເທບສິຣິນທາບໍຣົມລາຊິນີ ຂຶ້ນຄອງລາດເມື່ອວັນພະຫັດ ເດືອນ 11 ຂຶ້ນ 15 ຄ່ຳ ປີມະໂຮງ (ຄ.ສ.1868) ຮວມສິຣິດຳລົງລາຊະສົມບັດ 42 ປີ 22 ວັນ ສະເດັດສະຫວັນຄົດເມື່ອວັນເສົາ ເດືອນ 11 ແຮມ 4 ຄ່ຳ ປີຈໍ (23 ຕຸລາ ຄ.ສ.1910) ດ້ວຍໂຮກພະວັກກະ (ໄຕ) ສິຣິຮວມພະຊົນມາຍຸ 58 ພັນສາ ພະອົງໄດ້ຮັບສົມຍານາມວ່າ "ປິຍະມະຫາລາດ"ແປວ່າ ມະຫາລາດຜູ້ເປັນທີ່ຮັກ ແລະວ່າ " ພະພຸດທະເຈົ້າຫຼວງ"

ພະລາຊະປະຫວັດ[ແກ້ໄຂ]

ທູນກະໝ່ອມຈຸລາລົງກອນ

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວສະເດັດພະລາຊະສົມພົບເມື່ອ 20 ກັນຍາ ຄ.ສ.1853 ແມ່ນພະລາຊະໂອລົດໃນພະບາດສົມເດັດພະຈອມເກົ້າຢູ່ຫົວ ທີ່ປະສູດແຕ່ ພະນາງເທີ ພະອົງເຈົ້າຮຳເພີຍພະມະລາພິຣົມ (ໃນລັດຊະການທີ່ 6 ໄດ້ມີການປ່ຽນແປງພະນາມເຈົ້ານາຍຝ່າຍໃນຕາມພະລາຊະປະເພນີນິຍົມເປັນ ສົມເດັດພະເທບສິຣິນທາບໍຣົມລາຊິນີ) ໄດ້ຮັບພະລາຊະທານນາມວ່າ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ບໍດິນທໍລະເທບມະຫາມຸງກຸດ ບຸລຸດຍະລັດຕະລາດລະວິວົງວະລຸດພົງບໍລິພັດສິຣິວັດທະນະລາຊະກຸມານ ເຊິ່ງຄຳວ່າ "ຈຸລາລົງກອນ" ແປວ່າ ພະກ້ຽວ ທີ່ມີຮູບເປັນສ່ວນຍອດຂອງພະມະຫາມຸງກຸດຫຼືຍອດຊະດາ

ພະອົງມີພະຂະນິດຖາແລະພະອະນຸຊາຮ່ວມພະມານດາ 3 ພະອົງ ໄດ້ແກ່ ສົມເດັດເຈົ້າຟ້າຈັນທອນມົນທົນ ,ສົມເດັດເຈົ້າຟ້າຈາຕຸລົນລັດສະໝີແລະສົມເດັດເຈົ້າຟ້າພານຸຮັງສີ

ການສຶກສາ[ແກ້ໄຂ]

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວຊົງໄດ້ຮັບການສຶກສາເບື້ອງຕົ້ນໃນສຳນັກພະເຈົ້າໄອຍິກາເທີ ກົມມະຫຼວງວໍລະເສດສຸດາ ຊົງໄດ້ການສຶກສາພາສາຂະເໝນຈາກຫຼວງລາຊາພິຣົມ ຊົງໄດ້ການສຶກສາການຍິງປືນໄຟຈາກພະຍາອະໄພເພີງສອນ ວັນທີ່ 20 ມີນາ ຄ.ສ. 1861 ສົມເດັດເຈົ້າຟ້າຈຸລາລົງກອນ ໄດ້ຮັບການສະຖາປະນາເປັນເຈົ້າຕ່າງກົມທີ່ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ກົມມະໝື່ນພິຄະເນດວໍລະສຸລະສັງກາດ[໑] ແລະເມື່ອ ຄ.ສ. 1866 ພະອົງຜະໜວດຕາມລາຊະປະເພນີ ນະ ວັດບໍວອນນິເວດວິຫານ ພາຍຫຼັງຈາກການຜະໜວດ ພະອົງໄດ້ຮັບການສະເຫຼີມພະນານາພິໄທຂຶ້ນເປັນ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ກົມມະຂຸນພິນິດປະຊານາດ ເມື່ອປີ ຄ.ສ. 1867 ໂດຍຊົງກຳກັບລາຊະການກົມມະຫາດເລັກ ກົມພະຄັງມະຫາສົມບັດ ແລະກົມທະຫານບົກວັງໜ້າ[໒]

ບໍລົມລາຊາພິເສກຄັ້ງທີ່ 1[ແກ້ໄຂ]

ວັນທີ່ 1 ຕຸລາ ຄ.ສ. 1868 ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດພາຍຫຼັງສະເດັດອອກທອດພະເນດສຸລິຍຸປະລາຄາ ໂດຍກ່ອນທີ່ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຈະສະຫວັນຄົດນັ້ນ ໄດ້ມີພະລາຊະຫັດຖະເລຂາໄວ້ວ່າ "ພະດຳລິຊົງເຫັນວ່າ ເຈົ້ານາຍເຊິ່ງຈະສືບພະລາຊະວົງຕໍ່ໄປພາຍໜ້າ ພະເຈົ້ານ້ອງຍາເທີກໍໄດ້ ພະເຈົ້າລູກຍາເທີກໍໄດ້ ໃຫ້ທ່ານຜູ້ຫຼັກຜູ້ໃຫຍ່ປຶກສາກັນຈົງພ້ອມ ສຸດແລ້ວແຕ່ຈະເຫັນດີພ້ອມກັນເຖິດ ທ່ານຜູ້ໃດມີປີຊາຄວນຄວນຈະຮັກສາແຜ່ນດິນໄດ້ກໍໃຫ້ເລືອກເບິ່ງຕາມສົມຄວນ" ດັງນັ້ນ ເມື່ອພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດຈຶງໄດ້ມີການປະຊຸມປຶກສາເລື່ອງການຖະຫວາຍສິລິລາຊະສົມບັດແດ່ພະເຈົ້າແຜ່ນດິນພະອົງໃໝ່ ເຊິ່ງໃນບ່ອນປະຊຸມນັ້ນປະກອບດ້ວຍພະບໍລົມວົງສານຸວົງ ຂ້າລາຊະການຊັ້ນຜູ້ໃຫຍ່ ແລະພະສົງ ໂດຍພະເຈົ້ານ້ອງຍາເທີ ກົມມະຫຼວງເທເວດວັດຊະລິນ ໄດ້ສະເໜີສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ກົມມະຂຸນພິນິດປະຊານາດພະລາຊະໂອລົດພະອົງໃຫຍ່ໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຂຶ້ນເປັນພະເຈົ້າແຜ່ນດິນເຊິ່ງບ່ອນປະຊຸມນັ້ນມີຄວາມເຫັນພ້ອງເປັນເອກະສັນ ດັງນັ້ນພະອົງຈຶງໄດ້ຮັບການທູນເຊີນໃຫ້ຂຶ້ນຄອງລາຊະສົມບັດຕໍ່ຈາກສົມເດັດພະລາຊະບິດາ[໓] ໂດຍໃນຂະນະນັ້ນມີພະຊົນມາຍຸພຽງ 15 ພັນສາ ດັງນັ້ນຈຶ່ງໄດ້ແຕ່ງຕັ້ງສົມເດັດເຈົ້າພະຍາມະຫາສີສຸລິຍະວົງ (ຊ່ວງ ບຸນນາກ) ເປັນຜູ້ສຳເລັດລາຊະການແທນພະອົງ ຈົນກວ່າພະອົງຈະມີພະຊົນມະພັນສາຄົບ 20 ພັນສາ ໂດຍຊົງປະກອບພະລາຊະພິທີບໍລົມລາຊາພິເສກຄັ້ງທຳອິດເມື່ອວັນທີ່ 11 ພະຈິກ ຄ.ສ. 1868 ໂດຍໄດ້ຮັບການສະເຫຼີມພະປໍຣະມາພິໄທວ່າ ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ ໂດຍມີພະນາມຕາມຈາຣຶກໃນພະສຸພັນນະບັດວ່າ

"ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ບະດິນເທບມະຫາມຸງກຸດ ບຸລຸດລັດຕະນະລາດລະວິວົງ ວະລຸດພົງບໍລິພັດ ວໍລະຂັດຍະລາຊະນິກໂຣດົມ ຈາຕຸລັນບໍລົມມະຫາຈັກກະພັດລັງກາດ ອຸພະໂຕສຸຊາດ ສັງສຸດເຄາະຫະນີ ຈັກກີບໍລົມມະນາດ ອະດິດວໍລະລາຊະວະຣັງກູນ ສຸພາທິການລັງສະລິດ ທັນຍະລັກວິຈິດໂສພາກສັບພາງມະຫາຊະໂນຕະມາງປະນົດບາດບົງກົດຍຸຄົນ ປະສິດສັບສຸພະຜົນອຸດົມ ບໍລົມສຸຂຸມມານ ທິບເທພາວະຕານໄພສານກຽດຕິຄຸນອະດຸນວິເສດສັບເທເວດສະລານຸລັກ ວິສິດຖະສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກລາຊະດິຫຼົກ ມະຫາປະລິວານນາຍົກອະນັນ ມະຫັນຕະວໍລະລິດເດດ ສັບວິເສດສິລິນທອນ ອະເນກຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍລົມລາຊະສົມບັດ ນົບປະດົນສະເຫວດສັດຕາດິສັດ ສິຣິລັດຕະໂນປັກມະຫາບໍລົມລາຊາພິເສກາພິລິດ ສັບທົດສະທິດວິຊິດໄຊ ສະກົນມະຫັດສະວະລິຍະມະຫາສະຫວາມິນມະເຫດວໍລະມະຫິນ ມະຫາລາຊາທິລາດວະໂຣດົມ ບໍລົມມະນາດຊາດອາຊາວະໄສ ພຸດທາທິໄຕລັດຕະນະສໍລະນາລັກ ອະດຸນຍະສັກອັກຄະນະເຣດສະຣາທິບະດີ ເມດຕາກະລຸນາສີຕົນຫະລະໄທ ອະໂນປະໄມບຸນການສະກົນໄພສານ ມະຫາລັດຊະດາທິບະດິນ ປໍຣະມິນທຳມິກກະຫາລາຊາທິລາດ ບໍລົມມະນາດບໍພິດ ພະຈຸລາລົງກອນເກົ້າເຈົ້າຢູ່ຫົວ"

ຜະໜວດແລະບໍລົມລາຊາພິເສກຄັ້ງທີ່ 2[ແກ້ໄຂ]

ບໍລົມລາຊາພິເສກຄັ້ງທີ່ສອງ

ເມື່ອພະອົງມີພະຊົນມາຍຸຄົບ 20 ພັນສາແລ້ວ ເມື່ອວັນທີ່ 15 ກັນຍາ ຄ.ສ. 1873 ຈຶງຜະໜວດເປັນພະພິກສຸ ນະ ວັດພະສີລັດຕະນະສາດສະດາລາມແລ້ວສະເດັດໄປປະທັບ ນະ ວັດບໍວອນນິເວດວິຫານເປັນເວລາ 15 ວັນ ຫຼັງຈາກຊົງລາສິກຂາແລ້ວໄດ້ມີການຈັດພະລາຊະພິທີບໍລົມລາຊາພິເສກຄັ້ງທີ 2 ຂຶ້ນ ເມື່ອວັນທີ່ 16 ພະຈິກ ຄ.ສ. 1873 ໂດຍໄດ້ຮັບການສະເຫຼີມພະປໍຣະມາພິໄທໃນຄັ້ງນີ້ວ່າ ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ ມີພະນາມຕາມຈາລຶກໃນພະສຸພັນນະບັດວ່າ[໔]

"ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ບະດິນເທບມະຫາມຸງກຸດ ບຸລຸດຍະລັດຕະນະລາດລະວິວົງ ວະລຸດພົງບໍລິພັດ ວໍລະຂັດຍະລາຊະນິກໂຣດົມ ຈາຕຸລັນບໍລົມມະຫາຈັກກະພັດລາຊະລັງກາດ ອຸພະໂຕສຸຊາດສັງສຸດເຄາະຫະນີ ຈັກກີບໍລົມມະນາດ ມະຫາມຸງກຸດລາຊະວະຣາງກູນ ສຸຈະລິດມູນສຸສາທິດ ອັກອຸກິດໄພບູນ ບຸລະພາດູນກິດສະດາພິນິຫານ ສຸພາທິການຣັງສະລິດ ທັນຍະລັກວິຈິດ ໂສພາກສັບພາງ ມະຫາຊະໂນມາງຄະປະນົດ ບາດບົງກົດຍຸຄົນ ປະສິດສັບສຸພະຜົນອຸດົມບໍລົມສຸຂຸມມານ ທິບເທພາວະຕານໄພສານກຽດຕິຄຸນອະດຸນຍະເດດ ສັບເທເວດລານຸລັກ ວິສິດຖະສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກມາດຕະຍາພິຣົມ ອຸດົມເດຊາທິການ ບໍລິບູນຄຸນນະສານສະຫຍາມາທິນະຄອນວະລຸດເມກລາຊະດິຫຼົກ ມະຫາປໍລິວານນາຍົກອະນັນມະຫັນຕະວໍລະລິດທິເດດ ສັບວິເສດສິລິນທອນ ອະເນກກະຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍລົມລາຊະສົມບັດ ນົບປະດົນສະເຫວດຕະສັດຕາດິສັດ ສິຣິລັດຕະໂນປະລັກມະຫາບໍລົມລາຊະພິເສກພິລິດ ສັບທົດສະທິດວິຊິດໄຊ ສະກົນມະຫັດສະວະລິຍະມະຫາສະຫວາມິນ ມະເຫສວນມະຫິນມະລາມາທິລາຊະວະໂຣດົມ ບໍລົມມະນາດຊາດອາຊາວະໄສ ພຸດທາທິໄຕລັດສໍລະນາລັກ ອະດຸນຍະສັກອັກນະເຣດສະລາທິບະດີ ເມດຕາກະລຸນາສີຕົນຫະລະໄທ ອະໂນປະໄມບຸນການ ສະກົນໄພສານມະຫາລັດຊະດາບະດິນ ປໍຣະມິນທຳມິກກະຫາລາຊາທິລາດ ບໍລົມມະນາດບໍພິດ ພະຈຸລະຈອມເກົ້າເຈົ້າຢູ່ຫົວ"

ສະຫວັນຄົດ[ແກ້ໄຂ]

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດດ້ວຍໂຮກພະວັກກະ (ໄຕ) ເມື່ອວັນທີ່ 23 ຕຸລາ ຄ.ສ. 1910 ເວລາ 02.45 ໂມງ ນະ ພະທີ່ນັງອຳພອນສະຖານ ພະລາຊະວັງດຸສິດ ຮວມພະຊົນມະພັນສາໄດ້ 57 ພັນສາ[໕] ທັງນີ້ ລັດຖະບານໄດ້ຈັດໃຫ້ວັນທີ່ 23 ຕຸລາຂອງທຸກປີ ເປັນວັນປິຍະມະຫາລາດ ແລະເປັນວັນຫຍຸດລາຊະການ

ພະລາຊະກໍລະນີຍະກິດ[ແກ້ໄຂ]

ຕົ້ນສະຕະວັດທີ່ 20 ຊົງຖືກຈັດໃຫ້ເປັນ 1 ໃນຜູ້ນຳຂອງ 16 ຊາດຜູ້ຈະຊີ້ນຳໂລກ (ໂປດສັງເກດວ່າພະອົງຊົງປະທັບພະທີ່ນັ່ງທີ່ມີໝາຍເລກ 6

ພະລາຊະກໍລະນີຍະກິດທີ່ສຳຄັນຂອງລັດຊະການທີ່ 5 ໄດ້ແກ່ ຊົງພະກະລຸນາໂປດເກົ້າ ໃຫ້ມີການເລີກທາດແລະໄພ່ໃນປະເທດໄທ ການປ້ອງກັນການເປັນອານານິຄົມຂອງຈັກກະວັດຝະລັ່ງແລະຈັກກະວັດອັງກິດ ໄດ້ມີການປະກາດອອກມາໃຫ້ມີການນັບຖືສາດສະໜາໂດຍອິສະຫຼະໃນປະເທດ ໂດຍບຸກຄົນສາສະໜາຄິດແລະສາສະໜາອິສະລາມສາມາດປະຕິບັດສາສະນະກິດໄດ້ຢ່າງອິສະຫຼະ ນອກຈາກນີ້ໄດ້ມີການນຳລະບົບຈາກທາງເອີລົບມາໃຊ້ປະເທດໄທ ໄດ້ແກ່ລະບົບການໃຊ້ທະນະບັດແລະຫຼຽນບາດ ໃຊ້ລະບົບເຂດການປົກຄອງໃໝ່ ເຊັ່ນ ມົນທົນເທສາພິບານ ຈັງຫວັດແລະອຳເພີ ແລະໄດ້ມີການສ້າງລົດໄຟ ສາຍທຳອິດຄື ນະຄອນຫຼວງບາງກອກ ຮອດ ເມືອງນະຄອນລາຊະສີມາ ລົງວັນທີ່ 1 ມີນາ ລ.ສ. 109 ເຊິ່ງກົງກັບ ພຸດທະສັກກະຫຼາດ 2433 ນອກຈາກນີ້ໄດ້ມີງານພະລາຊະນິພົນ ທີ່ສຳຄັນ ການກໍ່ຕັ້ງການປະປາ ການໄຟຟ້າ ໄປສະນີໂທລະເລກ ໂທລະສັບ ການສື່ສານ ການລົດໄຟ ສ່ວນການຄົມມະນາຄົມ ໃຫ້ມີການຂຸດຄອງຫຼາຍແຫ່ງ ເຊັ່ນ ຄອງປະເວດບຸລີລົມ ຄອງສຳໂຣງ ຄອງແສນແສບ ຄອງນະຄອນເນື່ອງເຂດ ຄອງຮັງສິດປະຍູນລະສັກ ຄອງເປມປະຊາກອນແລະຄອງທະວີວັດທະນາ ແລະຍັງຊົງໂປດເກົ້າ ໃຫ້ຂຸດຄອງສົ່ງນ້ຳປະປາ ຈາກຊຽງຣາກ ສູ່ສາມເສນ ອຳເພີດຸສິດ ຈັງຫວັດພະນະຄອນ ເຊິ່ງຄອງນີ້ສົ່ງນ້ຳຈາກແຫຼ່ງນ້ຳດິບຊຽງຣາກ ຜ່ານອຳເພີສາມໂຄກ ອຳເພີເມືອງປະທຸມທານີ ອຳເພີຄອງຫຼວງ ອຳເພີທັນຍະບຸລີແລະອຳເພີລຳລູກກາ ຈັງຫວັດປະທຸມທານີ,ອຳເພີປາກເກັດແລະອຳເພີເມືອງນົນທະບຸລີ ຈັງຫວັດນົນທະບຸລີ ແລະ ເຂດສາຍໄໝ ເຂດບາງເຂນ ເຂດດອນເມືອງ ເຂດຫຼັກສີ່ ເຂດຈະຕຸຈັກ ເຂດບາງຊື່ ເຂດດຸສິດ ເຂດພະຍາໄທ ແລະ ເຂດລາຊະເທວີ ບາງກອກ

ພະລາຊະກໍລະນີຍະກິດດ້ານສັງຄົມ ຊົງຍົກເລີກລະບົບໄພ່ ໂດຍໃຫ້ໄພ່ເສຍເງິນແທນການຖືກເກນ ນັບເປັນການເກີດລະບົບທະຫານອາຊີບໃນປະເທດໄທ ນອກຈາກນີ້ພະອົງຍັງຊົງດຳເນິນການເລີກທາດແບບຄ່ອຍເປັນຄ່ອຍໄປ ເລິ່ມຈາກອອກກົດໝາຍໃຫ້ລູກທາດອາຍຸຄົບ 20 ປີເປັນອິສະຫຼະຈົນກະທັ່ງອອກພະລາຊະບັນຍັດເລີກທາດ ລ.ສ. 124 (ພ.ສ. 2448) ເຊິ່ງປ່ອຍທາດທຸກຄົນໃຫ້ເປັນອິສະຫຼະແລະຫ້າມມີການຊື້ຂາຍທາດ[໖]

ການປະຕິຮູບການປົກຄອງ[ແກ້ໄຂ]

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວຊົງຕະໜັກເຖິງຄວາມຄຸກຄາມຈາກຈັກກະວັດນິຍົມຕາເວັນຕົກທີ່ມີຕໍ່ປະເທດໃນແຖບອາຊີ ໂດຍມັກອ້າງຄວາມຊອບທຳໃນການເຂົ້າຍຶດຄອງດິນແດນແຖບນີ້ວ່າເປັນການເຮັດໃຫ້ບ້ານເມືອງຈະເລີນກ້າວໜ້າອັນເປັນ "ພາລະຂອງຄົນຂາວ"[໗] ເຮັດໃຫ້ຕ້ອງຊົງປະຕິຮູບບ້ານເມືອງໃຫ້ທັນສະໄໝ ໂດຍພະລາຊະກໍລະນີຍະກິດຂຶ້ນຕັ້ງແຕ່ ຄ.ສ. 1873

ອ້າງອິງ[ແກ້ໄຂ]

1.กก.ชำระประวัติศาสตร์ เผยหลักฐาน ร.5 ทรงครองราชย์ 42 ปี จากหนังสือพิมพ์ไทยรัฐ ฉบับวันที่ 23 ตุลาคม พ.ศ. 2553

2.จิรวัฒน์ อุตตมะกุล, สมเด็จพระภรรยาเจ้าและสมเด็จเจ้าฟ้าในรัชกาลที่ 5, สำนักพิมพ์มติชน, 2546 ISBN 974-322-964-7

3.วุฒิชัย มูลศิลป์ และคณะ, พระมหากษัตริย์แห่งกรุงรัตนโกสินทร์, อัลฟ่า มิเล็นเนียม, ISBN 974-91048-5-4

4.แน่งน้อย ศักดิ์ศรี, หม่อมราชวงศ์, พระอภิเนาว์นิเวศน์ พระราชนิเวศน์ในพระบาทสมเด็จพระจอมเกล้าเจ้าอยู่หัว, สำนักพิมพ์มติชน, 2549 ISBN 974-323-641-4 5.ประมวลกฎหมายลักษณะอาญา ร.ศ. ๑๒๗

6.ราชกิจจานุเบกษา, ข่าวสวรรคต พระบาทสมเด็จพระจุลจอมเกล้าเจ้าอยู่หัว, เล่ม 27, ตอน 0ง, 30 ตุลาคม พ.ศ. 2453, หน้า 1782

  1. จิรวัฒน์ อุตตมะกุล, สมเด็จพระภรรยาเจ้าและสมเด็จเจ้าฟ้าในรัชกาลที่ 5, สำนักพิมพ์มติชน, 2546 ISBN 974-322-964-7
  2. วุฒิชัย มูลศิลป์ และคณะ, พระมหากษัตริย์แห่งกรุงรัตนโกสินทร์, อัลฟ่า มิเล็นเนียม, ISBN 974-91048-5-4
  3. แน่งน้อย ศักดิ์ศรี, หม่อมราชวงศ์, พระอภิเนาว์นิเวศน์ พระราชนิเวศน์ในพระบาทสมเด็จพระจอมเกล้าเจ้าอยู่หัว, สำนักพิมพ์มติชน, 2549 ISBN 974-323-641-4
  4. ประมวลกฎหมายลักษณะอาญา ร.ศ. ๑๒๗
  5. ราชกิจจานุเบกษา, ข่าวสวรรคต พระบาทสมเด็จพระจุลจอมเกล้าเจ้าอยู่หัว, เล่ม 27, ตอน 0ง, 30 ตุลาคม พ.ศ. 2453, หน้า 1782
  6. โกวิท วงศ์สุรวัฒน์. การเมืองการปกครองไทย: หลายมิติ. หน้า 43-44.
  7. โกวิท วงศ์สุรวัฒน์. การเมืองการปกครองไทย: หลายมิติ. หน้า 34.