ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ
ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ | |
---|---|
ພະມະຫາກະສັດແຫ່ງສະຫຍາມ | |
ສະເວີຍລາດ | 23 ຕຸລາ ຄ.ສ. 1910 |
ກ່ອນໜ້າ | ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ |
Successor | ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ |
ປະສູດ | 1 ມັງກອນ ຄ.ສ. 1880 ບາງກອກ ປະເທດສະຫຍາມ |
ສິ້ນພະຊົນ | 26 ພະຈິກ ຄ.ສ. 1925 (45 ປີ) ຈັງຫວັດພະນະຄອນ ປະເທດສະຫຍາມ |
ພະມະເຫສີ | ພະນາງເຈົ້າສຸວັດທະນາ ພະວໍລະລາຊະເທວີ ພະນາງເທີລັກສະໝີລາວັນ ສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາ ພະສຸຈະລິດສຸດາ (ເປື່ອງ ສຸຈະລິດກຸນ) |
House | ລາຊະວົງຈັກກີ |
ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ (ໄທ: พระบาทสมเด็จพระมงกฎเกล้าเจ้าอยู่หัว; 1 ມັງກອນ ຄ.ສ. 1880 - 26 ພະຈິກ ຄ.ສ. 1925) ແມ່ນພະມະຫາກະສັດໃນລາຊະວົງຈັກກີລຳດັບທີ່ 6 ແຫ່ງລາຊະອານາຈັກສະຫຍາມ ພະອົງເກີດເມື່ອວັນທີ່ 1 ມັງກອນ ຄ.ສ.1880 ຊົງເປັນພະລາຊະໂອລົດພະອົງທີ່ 29 ໃນ ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ປະສູດແຕ່ສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງພະອົງສະເດັດຂຶ້ນຄອງລາດເມື່ອວັນເສົາທີ່ 23 ຕຸລາ ຄ.ສ.1910 ແລະສະເດັດສະຫວັນຄົດເມື່ອວັນທີ່ 26 ພຶດສະຈິກາ ຄ.ສ. 1925 ຮວມພະຊົນມະພັນສາ 45 ພັນສາ ສະເດັດດຳລົງສິຣິລາຊະສົມບັດຮວມ 15 ປີ
ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ຊົງພະລາຊະອັດສະລິຍະພາບແລະຊົງບຳເພັນພະລາຊະກໍລະນີຍະກິດໃນຫຼາຍສາຂາ ທັງດ້ານການເມືອງການປົກຄອງ ການທະຫານ ການສຶກສາ ການສາທາລະນະສຸກ ການຕ່າງປະເທດ ແລະທີ່ສຳຄັນທີ່ສຸດຄືດ້ານວັນນະກຳແລະອັກສອນສາດ ໄດ້ຊົງພະລາຊະນິພົນບົດຮ້ອຍແກ້ວແລະຮ້ອຍກອງໄວ້ນັບພັນເລື່ອງ ກະທັ່ງຊົງໄດ້ຮັບການຖະຫວາຍພະລາຊະສົມຍານາມເມື່ອສະເດັດສະຫວັນຄົດແລ້ວວ່າ "ສົມເດັດພະມະຫາທີລະລາດເຈົ້າ" ພະອົງແມ່ນພະມະຫາກະສັດໃນພະລາຊະວົງຈັກກີພະອົງທຳອິດທີ່ບໍ່ມີວັດປະຈຳລາຊະການ ແຕ່ໄດ້ຊົງມີການການສະຖາປະນາໂຮງຮຽນມະຫາດເລັກຫຼວງຫຼືວະຊິລາວຸດວິທະຍາໄລໃນປັດຈຸບັນຂຶ້ນແທນ ດ້ວຍຊົງພະລາຊະດຳຣິວ່າພະອາລາມນັ້ນມີຫຼາຍແລ້ວ ແລະການສ້າງອາລາມໃນສະໄໝກ່ອນນັ້ນກໍເພື່ອບຳລຸງການສຶກສາຂອງເຍົາວະຊົນຂອງຊາດ ຈຶງຊົງພະລາຊະດຳຣິໃຫ້ສ້າງໂຮງຮຽນຂຶ້ນແທນ
ພະບໍລົມລາຊານຸສາວະຣີແຫ່ງທຳອິດຂອງພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວສ້າງແລ້ວເສັດເມື່ອ ຄ.ສ. 1942 ປະດິດສະຖານ ນະ ສວນລຸມພິນີ ເຊິ່ງແມ່ນບໍລິເວນທີດິນສ່ວນພະອົງທີ່ພະລາຊະທານໄວ້ເປັນສົມບັດຂອງປະຊາຊົນ ເພື່ອຈັດງານສະຫຍາມລັດພິພິດທະພັນສະແດງສິນຄ້າໄທແກ່ຊາວໂລກເປັນເທື່ອທຳອິດເພື່ອບຳລຸງເສດຖະກິດແລະພານິດຊະຍະກຳຂອງປະເທດ (ແຕ່ບໍ່ໄດ້ທັນຈັດກໍສະເດັດສະຫວັນຄົດເສຍກ່ອນ) ແລະຊົງຕັ້ງພະລາຊະຫະລຶໄທວ່າເມື່ອເສັດງານແລ້ວ ຈະພະລາຊະທານເປັນສວນສາທາລະນະພັກຜ່ອນຫຍ່ອນໃຈແຫ່ງທຳອິດໃນບາງກອກ ທັງນີ້ ໃນວັນຄ້າຍວັນສະຫວັນຄົດຂອງທຸກປີ ວັນທີ 25 ພະຈິກ ພະບາດສົມເດັດພະເຈົ້າຢູ່ຫົວຫຼືຜູ້ແທນພະອົງຈະສະເດັດພະລາຊະດຳເນິນໄປຊົງວາງພວງມາລາ ຖະຫວາຍບັງຄົມພະບໍລົມລາຊານຸສອນ ນະ ສວນລູມພິນີແຫ່ງນີ້ ໃນວັນນັ້ນມີໜ່ວຍລາຊະການ ໜ່ວຍງານເອກະຊົນ ນິສິດນັກສຶກສາ ພໍ່ຄ້າປະຊາຊົນຈຳນວນຫຼາຍໄປວາງພວງມາລາຖະຫວາຍລາຊະສັກກາລະແລະຍັງຊົງພະກະລຸນາໂປດເກົ້າ ໃຫ້ບຳເພັນພະລາຊະກຸສົນອຸທິດຖະຫວາຍ ນະ ວະຊິລາວຸດວິທະຍາໄລ
ໃນ ຄ.ສ. 1981 ອົງການການສຶກສາວິທະຍາສາດແລະວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ໄດ້ຍົກຍ່ອງພະກຽດຕິຄຸນຂອງພະບາດສົມເດັກພະມຸງກຸດເກົ້າເຈົ້າຢູ່ຫົວວ່າຊົງເປັນບຸກຄົນສຳຄັນຂອງໂລກ ຜູ້ມີຜົນງານດີເດັ່ນດ້ານວັດທະນະທຳ ໃນຖານະທີ່ຊົງເປັນນັກປາດ ນັກປະພັນ ກະວີ ແລະນັກແຕ່ງບົດລະຄອນໄວ້ເປັນຈຳນວນຫຼາຍ
ພະລາຊະປະຫວັດ
[ດັດແກ້]ພະລາຊະສົມພົບ
[ດັດແກ້]ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວແມ່ນພະລາຊະໂອລົດອົງທີ່ 29 ໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວແລະແມ່ນອົງທີ່ 2 ທີ່ປະສູດແຕ່ສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ ສະເດັດພະລາຊະສົມພົບເມື່ອວັນເສົາທີ 1 ມັງກອນ ຄ.ສ. 1880 ນະ ພະທີ່ນັ່ງໃນພະບໍລົມມະຫາລາຊະວັງຊັ້ນໃນ[1] ມີພະເຊດຖະພະຄິນີແລະພະອະນຸຊາຮ່ວມພະຊົນນະນີ 7 ພະອົງ ຄື
(ພ.ສ. 2421-2430)
- ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ
(ພ.ສ. 2423-2468)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຕີເພັດຊະລຸດທຳລົງ (ພ.ສ. 2424-2430)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈັກກະພົງພູວະນາດ ກົມມະຫຼວງພິດສະນຸໂລກປະຊານາດ (ພ.ສ. 2425-2463)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າສິລິລາດກະກຸກະພັນ (ພ.ສ. 2428-2430)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າອັດສະດາງເດຊາວຸດ ກົມມະຫຼວງນະຄອນລາຊະສີມາ (ພ.ສ. 2432-2467)
- ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈຸທາທຸດທາດິຫຼົກ ກົມມະຂຸນເພັດຊະບູນອິນທາໄຊ (ພ.ສ. 2435-2466)
- ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ (ພ.ສ. 2436-2484)
ພະນາມ
[ດັດແກ້]- ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າມະຫາວະຊິຣາວຸດ
สมเด็จพระเจ้าลูกยาเธอ เจ้าฟ้ามหาวชิราวุธ (1 ມັງກອນ ຄ.ສ. 1881 — 14 ມີນາ ຄ.ສ. 1889) - ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າມະຫາວະຊິຣາວຸດ ເອກອັກຄະມະຫາບຸຣຸດບໍຣົມນະຣາທິລາດ ຈຸລາລົງກອນນາດລາດວະໂຣຣົດ ມະຫາສົມມະຕິຂັດຕິຍະພິສຸດ ບໍຣົມມະກຸດສຸຣິຍະສັນຕະຕິວົງ ອະດິໄສພົງສະວະໂຣພະໂຕສຸຊາດ ຄຸນະສັງກາດວິມົນຣັດ ທຶຄະຊົນມະສະຫວັດ ຂັດຕິຍະລາຊະກຸມານ ກົມຂຸນເທບທະວາຣາວະດີ
สมเด็จพระเจ้าลูกยาเธอ เจ้าฟ้ามหาวชิราวุธ เอกอรรคมหาบุรุษบรมนราธิราช จุฬาลงกรณ์นารถราชวโรรส มหาสมมติขัตติยพิสุทธิ บรมมกุฏสุริยสันตติวงษ อดิสัยพงษวโรภโตสุชาติ คุณสังกาศวิมลรัตน ทฤฆชนมสวัสดิ ขัตติยราชกุมาร กรมขุนเทพทวาราวดี (14 ມີນາ ຄ.ສ. 1889 — 4 ມັງກອນ ຄ.ສ. 1894) - ສົມເດັດພະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣາວຸດ ສະຫຍາມມຸງກຸດລາຊະກຸມານ
สมเด็จพระบรมโอรสาธิราช เจ้าฟ้ามหาวชิราวุธ สยามมกุฎราชกุมาร (4 ມັງກອນ ຄ.ສ. 1894 — 23 ຕຸລາ ຄ.ສ. 1910) - ສົມເດັດພະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣາວຸດ ຜູ້ຊົງສຳເຣັດລາຊະການແຜ່ນດິນ
สมเด็จพระบรมโอรสาธิราช เจ้าฟ้ามหาวชิราวุธ ผู้ทรงสำเร็จราชการแผ่นดิน (23 ຕຸລາ ຄ.ສ. 1910 — 25 ຕຸລາ ຄ.ສ. 1910) - ສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາວຸດ
สมเด็จพระเจ้าอยู่หัวมหาวชิราวุธ (25 ຕຸລາ ຄ.ສ. 1910 — 11 ພະຈິກ ຄ.ສ. 1910) - ພະບາດສົມເດັດພະປໍຣະເມນທະຣະມະຫາວະຊິຣາວຸດ ເອກອັກຄະມະຫາບຸຣຸດບໍຣົມນະຣາທິລາດ ພິນິດປະຊານາດມະຫາສົມມະຕິວົງ ອະດິໄສພົງສະວິມົນຣັດ ວໍລະຂັດຕິຍະລາຊະນິກະໂຣດົມ ຈາຕຸຣັນຕະບໍຣົມມະຫາຈັກກະພັດດິລາຊະສັງກາດ ອຸພະໂຕສຸຊາດສັງສຸດທະເຄາະຫະນີ ຈັກກີບໍຣົມນາດ ຈຸລາລົງກອນລາດວະຣາງກູນ ບໍຣົມມະກຸດນະເຣນທະຣະສູນສັນຕະຕິວົງວິສິດ ສຸສາທິດບຸຮະພາທິການ ອະດຸນຍະກິດສະດາພິນິຫານອະດິເຣກບຸນຍະຣິດ ທັນຍະລັກວິຈິດໂສພາຄະຍະສັນພາງ ມະຫາຊະໂນດມາງຄະປະນົດບາດບົງກົດຍຸຄົນ ປະສິດທິສັບພະສຸພະຜົນອຸດົມບໍຣົມສຸຂຸມານ ທິບພະຍະເທພາວະຕານໄພສານກຽດຕິຄຸນອະດຸນຍະພິເສດ ສັບພະເທເວດສະຣານຸຣັກ ບຸຣິມສັກດິສົມຍາເທບພະວາຣາວະດີ ສີມະຫາບຸຣຸດສຸດສົມບັດ ເສນາງຄະນິກອນຣັດອັດສະວະໂກສົນ ປະພົນທະປີຊາມັດວະສະມາຈານ ບໍຣິບູນຄຸນະສານສະຫຍາມາທິນະຄະຣະວະຣຸຕະເມກະລາດດິລົກ ມະຫາປະຣິວານນາຍົກອະນັນ ມະຫັນຕະພະວໍຣະຣິດທິເດດ ສັບພະວິເສດສິຣິນທອນ ບໍຣົມຊະນະກາດິສອນສົມມຸດ ປະສິດທິວໍລະຍົດມະໂຫດົມບໍຣົມລາຊະສົມບັດ ນົບພະປະດົນສະເຫວດຕະຊັດຕາດິຊັດ ສິຣິຣັດຕະໂນປະລັກສະນະມະຫາບໍຣົມລາຊາພິເສກາພິສິດ ສັບພະທົດສະທິດວິຊິດໄຊ ສະກົນມະໄຫສະວະຣິຍະມະຫາສະຫວາມິນ ມະເຫສວນມະຫິນທະຣະມະຫາຣາມາທິລາຊະວະໂຣດົມ ບໍຣົມນາດຊາດອາຊາວະໄສ ພຸດທາທິໄຕຮັດຕະນະສໍຣະນາຣັກ ອະດຸນຍະສັກອັກຄະນະເຣດຣາມາທິບໍດີ ເມດຕາກະຣຸນາສີຕະລະຫະລຶໄທ ອະໂນປະໄມບຸນຍະການ ສະກົນໄພສານມະຫາຣັດສະດາທິບໍດິນ ປໍຣະເມນທະຣະທັນມິກະມະຫາລາຊາທິລາດ ບໍຣົມນາດຖະບໍພິດ ພະມຸງກຸດເກົ້າເຈົ້າຢູ່ຫົວ
พระบาทสมเด็จพระปรเมนทรมหาวชิราวุธ เอกอรรคมหาบุรุษบรมนราธิราช พินิตประชานารถมหาสมมตวงษ์ อดิศัยพงษวิมลรัตน์ วรขัตติยราชนิกโรดม จาตุรันตบรมมหาจักรพรรดิราชสังกาศ อุภโตสุชาตสังสุทธเคราะหณี จักรีบรมนาถ จุฬาลงกรณราชวรางกูร บรมมกุฏนเรนทรสูรสันตติวงษวิสิฐ สุสาธิตบุรพาธิการ อดุลยกฤษฎาภินิหารอดิเรกบุญฤทธิ ธัญลักษณวิจิตรโสภาคยสรรพางค์ มหาชโนตมางคประณตบาทบงกชยุคล ประสิทธิสรรพศุภผลอุดมบรมสุขุมาลย์ ทิพยเทพาวตารไพศาลเกียรติคุณอดุลยพิเศษ สรรพเทเวศรานุรักษ์ บุริมศักดิสมญาเทพวาราวดี ศรีมหาบุรุษสุตสมบัติ เสนางคนิกรรัตน์อัศวโกศล ประพนธปรีชามัทวสมาจาร บริบูรณ์คุณสารสยามาทินครวรุตเมกราชดิลก มหาปริวารนายกอนันต์ มหันตวรฤทธิเดช สรรพวิเศษศิรินธร บรมชนกาดิศรสมมต ประสิทธิวรยศมโหดมบรมราชสมบัติ นพปฎลเสวตฉัตราดิฉัตร ศิริรัตโนปลักษณมหาบรมราชาภิเศกาภิสิต สรรพทศทิศวิชิตไชย สกลมไหศวริยมหาสวามินทร์ มเหศวรมหินทรมหารามาธิราชวโรดม บรมนารถชาติอาชาวศรัย พุทธาทิไตรรัตนสรณารักษ์ อดุลยศักดิ์อรรคนเรศรามาธิบดี เมตตากรุณาสีตลหฤไทย อโนปไมยบุญการ สกลไพศาลมหารัษฎาธิบดินทร์ ปรเมนทรธรรมิกมหาราชาธิราช บรมนารถบพิตร พระมงกุฏเกล้าเจ้าอยู่หัว (11 ພະຈິກ ຄ.ສ. 1910 — 11 ພະຈິກ ຄ.ສ. 1916) - ພະບາດສົມເດັດພະຣາມາທິບໍດີສີສິນມະຫາວະຊິຣາວຸດ ເອກອັກຄະມະຫາບຸຣຸດບໍຣົມນະຣາທິລາດ ພິນິດປະຊານາດມະຫາສົມມະຕິວົງ ອະດິໄສພົງສະວິມົນຣັດ ວໍລະຂັດຕິຍະລາຊະນິກະໂຣດົມ ຈາຕຸຣັນຕະບໍຣົມມະຫາຈັກກະພັດດິລາຊະສັງກາດ ອຸພະໂຕສຸຊາດສັງສຸດທະເຄາະຫະນີ ຈັກກີບໍຣົມນາດ ຈຸລາລົງກອນລາດວະຣາງກູນ ບໍຣົມມະກຸດນະເຣນທະຣະສູນສັນຕະຕິວົງວິສິດ ສຸສາທິດບຸຮະພາທິການ ອະດຸນຍະກິດສະດາພິນິຫານອະດິເຣກບຸນຍະຣິດ ທັນຍະລັກວິຈິດໂສພາກຄະຍະສັນພາງ ມະຫາຊະໂນດມາງຄະປະນົດບາດບົງກົດຍຸຄົນ ປະສິດທິສັບພະສຸພະຜົນອຸດົມບໍຣົມສຸຂຸມານ ທິບພະຍະເທພາວະຕານໄພສານກຽດຕິຄຸນອະດຸນຍະພິເສດ ສັບພະເທເວດສະຣານຸຣັກ ບຸຣິມສັກດິສົມຍາເທບພະວາຣາວະດີ ສີມະຫາບຸຣຸດສຸດສົມບັດ ເສນາງຄະນິກອນຣັດອັດສະວະໂກສົນ ປະພົນທະປີຊາມັດວະສະມາຈານ ບໍຣິບູນຄຸນະສານສະຫຍາມາທິນະຄະຣະວະຣຸຕະເມກະລາດດິລົກ ມະຫາປະຣິວານນາຍົກອະນັນ ມະຫັນຕະພະວໍລະຣິດທິເດດ ສັບພະວິເສດສິຣິນທອນ ບໍຣົມຊະນະກາດິສອນສົມມຸດ ປະສິດທິວໍລະຍົດມະໂຫດົມບໍຣົມລາຊະສົມບັດ ນົບພະປະດົນສະເຫວດຕະຊັດຕາດິຊັດ ສິຣິຣັດຕະໂນປະລັກສະນະມະຫາບໍຣົມລາຊາພິເສກາພິສິດ ສັບພະທົດສະທິດວິຊິດໄຊ ສະກົນມະໄຫສະວະຣິຍະມະຫາສະຫວາມິນ ມະເຫສວນມະຫິນທະຣະມະຫາຣາມາທິລາຊະວະໂຣດົມ ບໍຣົມນາດຊາດອາຊາວະໄສ ພຸດທາທິໄຕຮັດຕະນະສໍຣະນາຣັກ ອະດຸນຍະສັກອັກຄະນະເຣດສະຣາທິບໍດີ ເມດຕາກະຣຸນາສີຕະລະຫະລຶໄທ ອະໂນປະໄມບຸນຍະການ ສະກົນໄພສານມະຫາຣັດສະດາທິບໍດິນ ປໍຣະເມນທະຣະທັນມິກະມະຫາລາຊາທິລາດ ບໍຣົມນາດຖະບໍພິດ ພະມຸງກຸດເກົ້າເຈົ້າຢູ່ຫົວ
พระบาทสมเด็จพระรามาธิบดีศรีสินทรมหาวชิราวุธ เอกอรรคมหาบุรุษบรมนราธิราช พินิตประชานารถมหาสมมตวงษ์ อดิศัยพงษวิมลรัตน์ วรขัตติยราชนิกโรดม จาตุรันตบรมมหาจักรพรรดิราชสังกาศ อุภโตสุชาตสังสุทธเคราะหณี จักรีบรมนาถ จุฬาลงกรณราชวรางกูร บรมมกุฏนเรนทรสูรสันตติวงษวิสิฐ สุสาธิตบุรพาธิการ อดุลยกฤษฎาภินิหารอดิเรกบุญฤทธิ ธัญลักษณวิจิตรโสภาคยสรรพางค์ มหาชโนตมางคประณตบาทบงกชยุคล ประสิทธิสรรพศุภผลอุดมบรมสุขุมาลย์ ทิพยเทพาวตารไพศาลเกียรติคุณอดุลยพิเศษ สรรพเทเวศรานุรักษ์ บุริมศักดิสมญาเทพวาราวดี ศรีมหาบุรุษสุตสมบัติ เสนางคนิกรรัตน์อัศวโกศล ประพนธปรีชามัทวสมาจาร บริบูรณ์คุณสารสยามาทินครวรุตเมกราชดิลก มหาปริวารนายกอนันต์ มหันตวรฤทธิเดช สรรพวิเศษศิรินธร บรมชนกาดิศรสมมต ประสิทธิวรยศมโหดมบรมราชสมบัติ นพปฎลเสวตฉัตราดิฉัตร ศิริรัตโนปลักษณมหาบรมราชาภิเศกาภิสิต สรรพทศทิศวิชิตไชย สกลมไหศวริยมหาสวามินทร์ มเหศวรมหินทรมหารามาธิราชวโรดม บรมนารถชาติอาชาวศรัย พุทธาทิไตรรัตนสรณารักษ์ อดุลยศักดิ์อรรคนเรศราธิบดี เมตตากรุณาสีตลหฤไทย อโนปไมยบุญการ สกลไพศาลมหารัษฎาธิบดินทร์ ปรเมนทรธรรมิกมหาราชาธิราช บรมนารถบพิตร พระมงกุฏเกล้าเจ้าอยู่หัว (11 ພະຈິກ ຄ.ສ. 1916 — 26 ພະຈິກ ຄ.ສ. 1925)
ອ້າງອິງ
[ດັດແກ້]- ↑ พระราชประวัติพระบาทสมเด็จพระศรีสินทรมหามงกุฎเกล้าเจ้ากรุงสยาม (บางตอน) และพระราชนิพนธ์อันเป็นสุดที่รัก เรื่อง พระนล คำหลวง, หน้า 17