ລາຊະວົງຈັກກີ
![]() | |
ພະລາຊະອິສະລິຍະຍົດ | ພະເຈົ້າກຸງສີອະຍຸດທະຍາ ພະເຈົ້າກຸງສະຫຍາມ ພະມະຫາກະສັດໄທ |
---|---|
ປົກຄອງ | ອານາຈັກຣັດຕະນະໂກສິນ ລາຊະອານາຈັກສະຫຍາມ ລາຊະອານາຈັກໄທ |
ເຊື້ອຊາດ | ໄທ ຈີນ ມອນ ແປກ |
ສາຂາ | 126 ລາຊະສະກຸນ |
ຈຳນວນພະມະຫາກະສັດ | 10 ພະອົງ |
ປະມຸກພະອົງທຳອິດ | ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ |
ປະມຸກພະອົງປັດຈຸບັນ | ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ |
ສະຖາປະນາ | 6 ເມສາ ຄ.ສ. 1782 |
ລາຊະວົງຈັກກີ (ໄທ: ราชวงศ์จักรี) ແມ່ນລາຊະວົງທີ່ປົກຄອງລາຊະອານາຈັກສະຫຍາມຕໍ່ຈາກສົມເດັດພະເຈົ້າກຸງທົນບຸລີຈົນຮອດປັດຈຸບັນໂດຍພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ (ພະນາມເດີມ ທອງດ້ວງ ຊົງສືບເຊື້ອສາຍມາຈາກຕະກູນຂຸນນາງໃນສະໄໝກຸງສີອະຍຸທະຍາ)ຊົງສະຖາປະນາລາຊະວົງໂດຍການປາບດາພິເສກ ເມື່ອ ຄ.ສ.1782 ຍຸກຂອງລາຊະວົງນີ້ ເອີ້ນວ່າ "ຍຸກລັດຕະນະໂກສິນ"
ທີ່ມາຂອງຊື່ແລະສັນຍາລັກປະຈຳລາຊະວົງ[ດັດແກ້]
ຊື່ຂອງລາຊະວົງຈັກກີມີທີ່ມາຈາກບັນດາສັກ "ເຈົ້າພະຍາຈັກກີສີອົງຄະລັກ" ຕຳແໜ່ງສະມຸຫະນາຍົກ ເຊິ່ງແມ່ນຕຳແໜ່ງທາງລາຊະການທີ່ພະອົງເຄີຍດຳລົງຕຳແໜ່ງມາກ່ອນໃນສະໄໝກຸງທົນບຸລີ ຄຳວ່າ "ຈັກກີ" ນີ້ພ້ອງສຽງກັບຄຳວ່າຈັກ ແລະຕີ ເຊິ່ງເປັນເທບອາວຸດຂອງພະວິສະນຸ ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ສ້າງພະແສງຈັກແລະພະແສງຕີໄວ້ 1 ສຳລັບ ແລະກຳໜົດໃຫ້ໃຊ້ເປັນສັນຍາລັກປະຈຳລາຊະວົງຈັກກີສືບມາຈົນຮອດປັດຈຸບັນ
ພະປະຖົມບໍລົມມະຫາຊະນົກແຫ່ງລາຊະວົງຈັກກີ[ດັດແກ້]
ສົມເດັດພະປະຖົມບໍລົມມະຫາຊະນົກ "ຈະກ່າວເຖິງເຈົ້ານາຍຈຳພວກເຊິ່ງເປັນປະຖົມເປັນຕົ້ນແຊ່ຕົ້ນສະກຸນເຈົ້າຟ້າແລະພະອົງເຈົ້າ ໝ່ອມເຈົ້າ ໝ່ອມລາຊະວົງແລະເຈົ້າລາຊິນິກຸນທີ່ເອິ້ນນາມວ່າ ຄຸນ ວ່າ ໝ່ອມ ມີບັນດາສັກເນື່ອງໃນພະບໍລົມລາຊະວົງນີ້ ເຊິ່ງບັດນີ້ເປັນຈຳພວກຕ່າງໆ ຢູ່ ຈະໃຫ້ຮູ້ແຈ້ງວ່າເນື່ອງມາແຕ່ທ່ານຜູ້ໃດ ພະອົງໃດເປັນເດີມແຕ່ທຳອິດຕັ້ງກຸງເທບມະຫານະຄອນ ອະມອນລັດຕະນະໂກສິນ ມະຫິນທາຍຸທະຍານີ້ມາ ພຶງຮູ້ໂດຍສັງເຂບວ່າ ບຸລຸດນາຣີມີບັນດາສັກ ເຊິ່ງເອິ້ນວ່າເປັນຈຳພວກເຈົ້າ ຄືເຈົ້າຟ້າແລະພະອົງເຈົ້າ ໝ່ອມເຈົ້າ ໝ່ອມລາຊະວົງທັງປວງນັ້ນ ລ້ວນປະຕິພັດພົວພັນສືບຕໍ່ລົງມາແຕ່ອົງສົມເດັດພະມະຫາໄປຍະກາທິບໍດີ ຄື ອົງສົມເດັດພະບໍລົມຊະນົກນາດ ພະເຈົ້າຫຼວງຂອງພະບາດສົມເດັດພະປໍຣະໂມລຸດຖະຊາມະຫາຈັກກີບໍລົມນາດ ເຊິ່ງປາກົດໃນພະນາມໃນບັດນີ້ວ່າ ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກ ເຊິ່ງເປັນປະຖົມບໍລົມອັກຄະລະມະຫາລາຊາທິລາດໃນພະບໍລົມມະຫາລາຊະວັງ
ຈຶງນັບໄດ້ວ່າ ສົມເດັດພະມະຫາໄປຍະກາທິບໍດີ ຫຼື ສົມເດັດພະປະຖົມບໍລົມມະຫາຊະນົກ ແມ່ນພະຊະນົກພະອົງທຳອິດແຫ່ງລາຊະວົງຈັກກີແລະເປັນເຈົ້ານາຍແຫ່ງລາຊະວົງຈັກກີພະອົງທຳອິດຢ່າງແທ້ຈິງ ໂດຍ ພະມະຫາສັງເດີມ ເຊິ່ງເປັນພະມະຫາສັງທີ່ໃຊ້ບັນຈຸພະບໍລົມອັດຖິຂອງສົມເດັດພະປະຖົມບໍລົມມະຫາຊະນົກ ເມື່ອຄັ້ງສະໄໝລັດຊະການທີ່ 1 ເຊິ່ງປັດຈຸບັນໃຊ້ຮົດນ້ຳໃນພະລາຊະພິທີມົງຄົນໃຫ້ແກ່ພະບໍລົມວົງສານຸວົງເທົ່ານັ້ນ
ພະບໍລົມວົງສານຸວົງ[ດັດແກ້]
- ເບິ່ງຕື່ມຢູ່ ພະບໍລົມວົງສານຸວົງ
ພະບໍລົມວົງສານຸວົງນຸວົງໄທໃນປັດຈຸບັນສືບເຊື້ອສາຍມາຈາກສົມເດັດພະມະຫິຕະລາທິເບດ ອະດຸນຍະເດດວິກົມ ພະບໍລົມລາຊະຊະນົກ ຕົ້ນລາຊະສະກຸນມະຫິດົນກັບສົມເດັດພະສີນະຄະຣິນບໍລົມລາຊະຊົນນະນີ (ສັງວານ ຕະລະພັດ) ໂດຍສົມເດັດພະບໍລົມລາຊະຊະນົກນັ້ນແມ່ນພະລາຊະໂອລົດໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວກັບສົມເດັດພະສີສະວະຣິນທິຣາບໍຣົມລາຊະເທວີ ພະພັນວັດສາໄອຍິກາເຈົ້າ (ສົມເດັດພະນາງເຈົ້າສະຫວ່າງວັດທະນາ ພະບໍຣົມລາຊະເທວີ) ຖືເປັນພະອະນຸຊາຕ່າງພະມານດາໃນພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວແລະພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
ຫຼັງການສະຫວັນຄົດຂອງພະບາດສົມເດັດພະປໍຣະເມນມະຫາອານັນທະມະຫິດົນ ພະອັດມະລາມາທິບໍດິນ ສົມເດັດພະເຈົ້ານ້ອງຍາເທີ ເຈົ້າຟ້າພູມິພົນອະດຸນຍະເດດຈຶງໄດ້ສະເດັດຂຶ້ນຄອງລາຊະສົມບັດສືບລາຊະສັນຕະຕິວົງໃນວັນດຽວກັນນັ້ນ ແລະພາຍຫຼັງໄດ້ອະພິເສກສົມລົດກັບໝ່ອມລາຊະວົງສິຣິກິດ ກິຕິຍາກອນ ພະທິດາໃນພະວໍລະວົງເທີ ພະອົງເຈົ້ານັກຂັດຕະມົງຄົນ ກົມມະໝື່ນຈັນທະບຸລີສຸລະນາດ (ໝ່ອມເຈົ້ານັກຂັດຕະມົງຄົນ ກິຕິຍາກອນ) ກັບໝ່ອມຫຼວງບົວ ກິຕິຍາກອນ (ສະໜິດວົງ)