Jump to content

ໄທສະຫຍາມ

ຈາກ ວິກິພີເດຍ
ໄທສະຫຍາມ
Khon Khon
ເທິງ: ໂຂນ ການສະແດງຂອງໄທສະຫຍາມ
ລຸ່ມ: ຊາວໄທຢູ່ໃນພິທິພະລາຊະທານເພິງສົບທີ່ວັດເຈດີວໍລະວິຫານ ຈັງຫວັດຊຽງໃໝ່
ປະຊາກອນທັງໝົດ
ປະມານ 70 ລ້ານຄົນທົ່ວໂລກ
ພູມິພາກທີມີປະຊາກອນຢ່າງສຳຄັນ
 Thailandປະມານ 64,200,000
 United States350,000
[1]
 China139,000
 Taiwan68,618[2] (2010)
 Malaysia65,000[3]
 Australia53,403[4] (2011)
 Germany52,849[5](2007)
 Singapore56,744[6]
 Sweden43,556[7](2019)
 Japan41,279[8] (2010)
 Myanmar41,000
 Vietnam40,290
 Cambodia39,556[9]
 United Kingdom35,010[10] (2010 est.)
 Hong Kong30,000[11]
 Saudi Arabia23,000[12]
 South Korea19,000
 New Zealand18,000
 Norway15,583[13] (2013)
 Russia15,291
 Indonesia13,010
 ປະເທດການາດາ10,500[14] (2006)
 Philippines10,000+[ຕ້ອງການອ້າງອີງ]
 ສະຫະລັດອາຣັບເອມີເຣດ10,000
 ປະເທດບາເຣນ9,670
 ປະເທດດານມາກ8 580[15] (2012)
  ປະເທດສະວິດ8,170
 ປະເທດກາຕາ7,800
 ປະເທດແຟງລັງ7,302[16] (2011)
ພາສາ
ພາສາໄທ
ສາສະໜາ
ພະພຸດທະສາສະໜາ ນິກາຍເຖຣະວາດ
ກຸ່ມຊາດພັນທີກ່ຽວຂ້ອງ
ລາວ, ໄທໃຫຍ່, ໄທລື້, ຈ້ວງ, ອາຫົມ
Khon Dance Frankfurt Germany 2006

ໄທສະຫຍາມ ຫຼື ໄທຍ໌ສະຫຍາມ (ໄທ: ไทสยาม หรือ ไทยสยาม)[17][18][19] ແມ່ນກຸ່ມຊາດພັນເຊິ່ງເວົ້າພາສາໄທກາງ ຫຼື ເຊື້ອຊາດໄທສະຫຍາມຜະສົມຢູ່ ສ່ວນໃຫຍ່ອາໄສຢູ່ໃນປະເທດໄທ ແລະອາໄສກະຈາຍຢູ່ປະເທດອື່ນທົ່ວໂລກ ໂດຍຄົນໄທຍສ່ວນໃຫຍ່ນັບຖືສາສະໜາພຸດ ຮອງລົງມາຄື ສາສະໜາອິສະລາມແລະ ສາສະໜາຄິດ ໃນຄວາມໝາຍທາງຊາດພັນ ໃຊ້ສະເພາະເຈາະຈົງເຖິງຄົນໄທພາກກາງຫຼືເດີມເອີ້ນວ່າ ຊາວສະຫຍາມ ແຕ່ໃນຄວາມໝາຍມຸມກວ້າງ ສາມາດໝາຍຄວາມຄອບຄຸມເຖິງກຸ່ມຊາດພັນໄທອື່ນໆ ທັງນອກແລະໃນລາຊະອານາຈັກ ເຊັ່ນ ໄທໂຄລາດ ໄທອີສານ ໄທໂຍເດຍ ຫຼື ໄທເກາະກົງ ເຊັ່ນກັນ

ປະຫວັດ

[ດັດແກ້]

ກຸ່ມຊາດພັນໄທ-ກະໄດໃນອະດີດເຊື່ອກັນວ່າຊົນຊາດໄທສະຫຍາມເປັນຊາດພັນບໍລິສຸດແລະເປັນຕົ້ນກຳເໜີດຂອງທຸກຊາດພັນໃນກຸ່ມຊາດພັນໄທ-ກະໄດ ທິດສະດີດັງກ່າວຖືກຍົກຂຶ້ນມາໃນສະໄໝຊາດນິຍົມຂອງຈອມພົນປ.ພິບູນສົງຄາມ ເຊິ່ງມີການສະເໜີວ່າ ຊາວໄທ[20] (ຮວມໃນໄທ-ກະໄດທັງໝົດ) ອົບພະຍົບມາຈາກເທືອກເຂົາອັນໄຕມາຕອນກາງຂອງປະເທດຈີນສ້າງອານາຈັກນ່ານເຈົ້າໃນບໍລິເວນຈີນຕອນໃຕ້ແລ້ວອົບພະຍົບລົງມາທາງຕອນໃຕ້ສ້າງເປັນອານາຈັກລ້ານນາແລະອານາຈັກສຸໂຂໄທແລະອານາຈັກອະຍຸທະຍາ ຕາມລຳດັບ ສ່ວນອີກທິດສະດີເຊື່ອວ່າອົບພະຍົບມາຈາກທາງໃຕ້ຈາກຊະວາ ສຸມາດຕາແລະຄາບສະໝຸດມະລາຍູ ແຕ່ນັກມານຸດວິທະຢາໃນປັດຈຸບັນເຊື່ອກັນວ່າ ກຸ່ມຊາດພັນໄທ-ກະໄດ ຢູ່ທີ່ບໍລິເວນຈີນຕອນໃຕ້ເລື່ອຍມາຈົນຮອດລັດສານ (ປະເທດພະມ້າ) ປະເທດໄທຕອນເທິງ ແລະແອ່ງທີ່ຣາບລຸ່ມພາກອີສານເລື່ອຍໄປຍັງປະເທດລາວ ຫຼັງຈາກນັ້ນຈຶງມີການອົບພະຍົບຕື່ມ ເຊັ່ນກຸ່ມຊາວອາຫົມ ທີ່ອົບພະຍົບຂ້າມຊ່ອງປາດໄກ່ໄປຍັງອັດສັມແລະຊາວໄທແດງທີ່ອົບພະຍົບໄປຕັ້ງຖິ່ນຖານບໍລິເວນອານາຈັກສິບສອງຈຸໄທ

ກ່ອນໜ້ານີ້ທີ່ປະເທດໄທຍັງເປັນສະຫຍາມຢູ່ໄດ້ມີຜູ້ຄົນຈາກຫຼາກຫຼາຍເຊື້ອຊາດມາອາໄສຢູ່ຮວມກັນເປັນເວລາດົນແລ້ວ ເຊັ່ນ ຊາວເປີເຊຍໃນແຖບອະຍຸທະຍາ ຊາວມັກກະຊາໃນເຂດມັກກະສັນ ຊາວຈີນ ຝະລັ່ງ ລາວ ມອນ ຯລຯ ຈຶງເຮັດໃຫ້ແທບຈະບໍ່ມີໄທແທ້ຫຼົງເຫຼືອຢູ່ ເນື່ອງຈາກການປະສົມກົມກືນກັນຈາກຜູ້ຄົນຕ່າງເຊື້ອຊາດຄົນສ່ວນໃຫຍ່ຈຶງເປັນໄທສະຫຍາມຫຼາຍກວ່າທີ່ຈະເປັນໄທແທ້

ກໍລະນີນີ້ ສຸຈິດ ວົງເທດ ນັກວິຊາການດ້ານປະຫວັດສາດໃຫ້ຄວາມເຫັນວ່າ ບຸກຄົນທີ່ເປັນໄທສະຫຍາມໃນທຸກວັນນີ້ ບໍ່ແມ່ນສາຍເລືອດບໍລິສຸດ ຫາກແຕ່ເປັນເຜົ່າພັນທີ່ມີການຜະສົມກັບກຸ່ມຊົນພື້ນເມືອງແລະຕ່າງຖິ່ນໂດຍສຸຈິດໃຫ້ຄວາມເຫັນວ່າ ຫາກຈະສຶກສາເລື່ອງປະຫວັດສາດຊາດພັນຕ້ອງເລາະເສ້ນເຂດແດນອອກຈາກແຜນທີ່ເສຍກ່ອນ ເພາະໃນອະດີດຜູ້ຄົນມີການຕິດຕໍ່ສັນຈອນເຖິງກັນໂດຍຕະຫຼອດແລະເກີດພັດທະນາການທາງສັງຄົມສືບເຊື້ອສາຍມາຈົນຮອດປັດຈຸບັນ ດັງນັ້ນ ໄທສະຫຍາມຈຶງບໍ່ແມ່ນຊາດພັນທີ່ບໍລິສຸດ ທີ່ອົບພະຍົບລົງມາຈາກເທືອກເຂົາອັນໄຕຫຼືຍູນນານ ຫຼືໝູ່ເກາະທະເລໃຕ້ ຢ່າງທີ່ນັກວິຊາການສາຍຊາດນິຍົມ ຫຼືຕຳລາຮຽນສັງຄົມສຶກສາກ່າວໄວ້

ຄົນເຊື້ອຊາດ-ສັນຊາດໄທໃນຕ່າງແດນ

[ດັດແກ້]

ເບິ່ງຕື່ມ

[ດັດແກ້]

ອ້າງອິງ

[ດັດແກ້]

1. ยรรยง จิระนคร (เจีย แยนจอง). คนไทไม่ใช่คนไทย แต่เป็นเครือชาติภาษา. กรุงเทพมหานคร : สำนักพิมพ์มติน, 2548.

  1. ↑ "Archive copy" (PDF). ຂ້ໍມູນເກົ່າຈາກຕົ້ນສະບັບ (PDF) ເມື່ອ 2006-09-24. ສືບຄົ້ນເມື່ອ 2016-11-17.{{cite web}}: CS1 maint: archived copy as title (ລິ້ງ)
  2. ↑ http://www.immigration.gov.tw/np.asp?ctNode=29698&mp=1
  3. ↑ http://web7.bernama.com/bernama/v3/news.php?id=299800[dead link]
  4. ↑ . Australian Bureau of Statistics. 2011. Last accessed 9 October 2011.
  5. ↑ http://www.destatis.de/jetspeed/portal/cms/Sites/destatis/Internet/EN/Content/Statistics/Bevoelkerung/AuslaendischeBevoelkerung/Tabellen/Content100/AlterAufenthaltsdauer,property=file.xls
  6. ↑ http://www.moj.go.jp/PRESS/080601-1.pdf
  7. ↑ http://www.statistikdatabasen.scb.se/pxweb/sv/ssd/START__BE__BE0101__BE0101E/FodelselandArK/table/tableViewLayout1/
  8. ↑ "Archive copy". ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 2011-07-04. ສືບຄົ້ນເມື່ອ 2016-11-17.{{cite web}}: CS1 maint: archived copy as title (ລິ້ງ)
  9. ↑ "Archive copy". ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 2006-07-02. ສືບຄົ້ນເມື່ອ 2016-11-17.{{cite web}}: CS1 maint: archived copy as title (ລິ້ງ)
  10. ↑ "Table 1.3: Estimated population resident in the United Kingdom, by foreign country of birth, January 2010 to December 2010". Office for National Statistics. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 27 ພຶດສະພາ 2012. ສືບຄົ້ນເມື່ອ 4 ກັນຍາ 2010.{{cite web}}: CS1 maint: date auto-translated (ລິ້ງ)
  11. ↑ "Archive copy" (PDF). ຂ້ໍມູນເກົ່າຈາກຕົ້ນສະບັບ (PDF) ເມື່ອ 2006-01-03. ສືບຄົ້ນເມື່ອ 2016-11-17.{{cite web}}: CS1 maint: archived copy as title (ລິ້ງ)
  12. ↑ "Archive copy". ສືບຄົ້ນເມື່ອ 2016-11-17.{{cite web}}: CS1 maint: deprecated archival service (ລິ້ງ)
  13. ↑ "Innvandrarbefolkninga og personar med annan innvandringsbakgrunn, etter innvandringskategori, kjønn og landbakgrunn. 1. januar 2001". Statistics Norway.
  14. ↑ "Archive copy". ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 2020-12-11. ສືບຄົ້ນເມື່ອ 2016-11-17.{{cite web}}: CS1 maint: archived copy as title (ລິ້ງ)
  15. ↑ "Seneste opdateringer, Betingelser". statistikbanken.dk. ສືບຄົ້ນເມື່ອ 2026-03-31.
  16. ↑ Syntymävaltio iän ja sukupuolen mukaan maakunnittain 1990 - 2011, Tilastokeskus
  17. ↑ Cheesman, P. (1988). Lao textiles: ancient symbols-living art. Bangkok, Thailand: White Lotus Co., Thailand.
  18. ↑ Fox, M. (1997). A history of Laos. Cambridge, U.K.: Cambridge University Press.
  19. ↑ Fox, M. (2008). Historical Dictionary of Laos (3rd ed.). Lanham: Scarecrow Press.
  20. ↑ "ประกาศสำนักนายกรัฐมนตรี ว่าด้วยรัฐนิยม ใช้ชื่อประเทศ, ประชาชน และสัญชาติ" (PDF). ราชกิจจานุเบกษา. 56 (0 ง): 810. 24 ມິຖຸນາ 1939. ຂ້ໍມູນເກົ່າຈາກຕົ້ນສະບັບ (PDF) ເມື່ອ 2012-06-09. ສືບຄົ້ນເມື່ອ 11 ກໍລະກົດ 2019.{{cite journal}}: CS1 maint: date auto-translated (ລິ້ງ)