ປະເທດສິງກະໂປ
ບົດຄວາມນີ້ຍັງຕ້ອງການເພີ່ມແຫຼ່ງອ້າງອີງເພື່ອພິສູດຄວາມຖືກຕ້ອງ. ທ່ານສາມາດພັດທະນາບົດຄວາມນີ້ໄດ້ໂດຍເພີ່ມຕື່ມແຫຼ່ງອ້າງອີງຕາມສົມຄວນ. ເນື້ອຫາເຊິ່ງຂາດແຫຼ່ງອ້າງອີງອາດຖືກລຶບອອກ |
ສາທາລະນະລັດສິງກະໂປ Republic of Singapore (ອັງກິດ)
| |
|---|---|
ຄຳຂວັນ: ມາຈູລາຫ໌ ຊີງາປູຣາ (ມາເລ) ("ສິງກະໂປຈົ່ງເດີນໜ້າກ້າວໄປ") | |
| ພາສາລັດຖະການ | |
| ພາສາປະຈຳຊາດ | ມາເລ |
| ກຸ່ມຊົນເຜົ່າ (2020)[1] | |
| ສາສະໜາ (2020)[1] | |
| ເດມະນິມ | ຊາວສິງກະໂປ |
| ການປົກຄອງ | ລັດດ່ຽວ ລະບັບພັກເດັ່ນ ລະບົບລັດຖະສະພາ ສາທາລະນະລັດລັດຖະທຳມະນູນ |
| ຮາລິມາຫ໌ ຢາໂຄບ | |
| ລີ ຊຽນລຸງ | |
| ເປັນເອກະລາດ ຈາກສະຫະລາຊະອານາຈັກ ແລະ ມາເລເຊຍ | |
| 3 ມິຖຸນາ 1959 | |
| 16 ກັນຍາ 1963 | |
| 9 ສິງຫາ 1965 | |
| 8 ສິງຫາ 1967 | |
| ພື້ນທີ່ | |
• ລວມ | 728.6 ຕາລາງກິໂລແມັດ (281.3 ຕາລາງໄມລ໌)[2] (ອັນດັບທີ 176) |
| ປະຊາກອນ | |
• 2021 ປະມານ | |
| 7,804 ຕໍ່ຕາລາງກິໂລແມັດ (20,212.3 ຕໍ່ຕາລາງໄມລ໌) (ອັນດັບທີ 2) | |
| GDP (ອຳນາດຊື້) | 2021 (ປະມານ) |
• ລວມ | |
• ຕໍ່ຫົວ | |
| GDP (ລາຄາຕະຫຼາດ) | 2021 (ປະມານ) |
• ລວມ | |
• ຕໍ່ຫົວ | |
| ຈີນີ (2017) | ປານກາງ |
| HDI (2019) | ສູງຫຼາຍ · ອັນດັບທີ 11 |
| ສະກຸນເງິນ | ໂດລາສິງກະໂປ (S$) (SGD) |
| ເຂດເວລາ | UTC+8 (ເວລາມາດຕະຖານສິງກະໂປ) |
| ຮູບແບບວັນທີ | ວວ/ດດ/ປປປປ |
| ໄຟບ້ານ | 230 ໂວລຕ໌–50 ເຮີຣ໌ຊ |
| ຂັບລົດດ້ານ | ຊ້າຍ |
| ລະຫັດໂທລະສັບ | +65 |
| ລະຫັດ ISO 3166 | SG |
| ລະຫັດອິນເຕີເນັດ | .sg |
ສິງກະໂປ ມີຊື່ຢ່າງເປັນທາງການວ່າ ສາທາລະນະລັດສິງກະໂປ ເປັນນະຄອນລັດສະໄໝໃໝ່ ແລະ ເປັນປະເທດທີ່ເປັນເກາະຂະໜາດນ້ອຍທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ຕັ້ງຢູ່ທາງທິດໃຕ້ຂອງແຫຼມມາລາຢູ ແລະ ຢູ່ເໜືອເສັ້ນສູນສູດ 1 ອົງສາ ຫຼື ປະມານ 137 ກິໂລແມັດ ດິນແດນຂອງປະເທດປະກອບດ້ວຍເກາະຫຼັກຮູບສີ່ຫຼ່ຽມໂຣມບິກ ເຊິ່ງມັກເອີ້ນວ່າເກາະສິງກະໂປໃນພາສາອັງກິດ ແລະ ເກາະອູຈົງ (Pulau Ujong) ໃນພາສາມາເລ ແລະ ເກາະທີ່ນ້ອຍກວ່າຫຼາຍອີກກວ່າ 60 ເກາະ ປະເທດສິງກະໂປແຍກຈາກແຫຼມມາລາຢູໂດຍຊ່ອງແຄບຈູຮໍທາງທິດເໜືອ ແລະ ຈາກໝູ່ເກາະຣຽວຂອງປະເທດອິນໂດເນເຊຍໂດຍຊ່ອງແຄບສິງກະໂປທາງທິດໃຕ້ ປະເທດມີລັກສະນະແບບຕົວເມືອງຢ່າງສູງ ແລະ ຍັງຄົງເຫຼືອພືດພັນດັ້ງເດີມໜ້ອຍໜຶ່ງ ດິນແດນຂອງປະເທດຂະຫຍາຍຢ່າງຕໍ່ເນື່ອງໂດຍການປ່ຽນແປງທີ່ດິນ
ໝູ່ເກາະມີການຕັ້ງຖິ່ນຖານໃນຄຣິດສັດຕະວັດທີ 2 ແລະ ຕໍ່ມາເປັນຈັກກະພັດທ້ອງຖິ່ນຕ່າງໆ ສິງກະໂປສະໄໝໃໝ່ກໍ່ຕັ້ງໃນປີ 1819 ໂດຍ ເຊີສະແຕມຟຣອດ ຣັຟເຟິລ (Stamford Raffles) ເປັນສະຖານີການຄ້າຂອງບໍລິສັດອິນເດຍຕາເວັນອອກໂດຍການອະນຸຍາດຈາກລັດເຄິສູຕານານ ໂຈຮໍ ອັງກິດໄດ້ອະທິປະໄຕເໜືອເກາະໃນປີ 1824 ແລະ ສິງກະໂປກາຍເປັນໜຶ່ງໃນນິຄົມຊ່ອງແຄບອັງກິດໃນປີ 1826 ຫຼັງຖືກຍີ່ປຸ່ນຍຶດຄອງລະຫວ່າງສົງຄາມໂລກຄັ້ງທີສອງ ສິງກະໂປໄດ້ຮັບເອກະລາດຈາກສະຫະລາຊະອານາຈັກໃນປີ 1963 ແລະ ເຂົ້າຮ່ວມກັບອະດີດດິນແດນຂອງອັງກິດອື່ນເພື່ອຕັ້ງປະເທດມາເລເຊຍ ແຕ່ຖືກຂັບອີກສອງປີຕໍ່ມາຜ່ານພະລາຊະບັນຍັດໂດຍເອກະພາບ ນັບແຕ່ນັ້ນ ປະເທດສິງກະໂປພັດທະນາຢ່າງວ່ອງໄວ ຈົນໄດ້ຮັບຮອງວ່າເປັນໜຶ່ງໃນສີ່ເສືອແຫ່ງອາຊີ[ຕ້ອງການອ້າງອີງ]
ປະເທດສິງກະໂປເປັນສູນກາງການຄ້າສຳຄັນຂອງໂລກແຫ່ງໜຶ່ງ ໂດຍເປັນສູນກາງການເງິນໃຫຍ່ທີ່ສຸດເປັນອັນດັບທີສີ່ ແລະ ເປັນໜຶ່ງໃນຫ້າທ່າທີ່ວຸ່ນວາຍທີ່ສຸດ ເສດຖະກິດເຊິ່ງເປັນໂລກາພິວັດ ແລະ ມີຄວາມຫຼາກຫຼາຍອາໄສການຄ້າເປັນຫຼັກ ໂດຍສະເພາະຢ່າງຍິ່ງການຜະລິດ ເຊິ່ງຄິດເປັນປະມານ 30% ຂອງຈີດີພີຂອງສິງກະໂປໃນປີ 2013 ໃນແງ່ຂອງຄວາມສະເໝີພາບຂອງອຳນາດຊື້ ປະເທດສິງກະໂປມີລາຍໄດ້ຕໍ່ຫົວສູງສຸດເປັນອັນດັບທີສາມຂອງໂລກແຕ່ມີຄວາມອະຄະຕິຂອງລາຍໄດ້ຮຸນແຮງທີ່ສຸດໃນໝູ່ປະເທດພັດທະນາແລ້ວ ປະເທດສິງກະໂປໄດ້ຮັບການຈັດອັນດັບສູງໃນແງ່ຂອງການສຶກສາ ສາທາລະນະສຸກ ແລະ ຄວາມສາມາດການແຂ່ງຂັນທາງເສດຖະກິດ ເມື່ອປາຍເດຶອນມິຖຸນາ ປີ 2014 ມີປະຊາກອນອາໄສຢູ່ໃນປະເທດສິງກະໂປເກືອບ 5.5 ລ້ານຄົນ ເຊິ່ງກວ່າ 2 ລ້ານຄົນມີສັນຊາດຕ່າງຊາດ ເຖິງແມ່ນວ່າສິງກະໂປຈະມີຄວາມຫຼາກຫຼາຍ ແຕ່ເຊື້ອຊາດອາຊີມີຫຼາຍທີ່ສຸດ 75% ຂອງປະຊາກອນເປັນຊາວຈີນ ໂດຍມີຊົນກຸ່ມນ້ອຍທີ່ສຳຄັນ ເຊັ່ນ: ຊາວມາເລ, ຊາວອິນເດຍ, ຊາວເອີຣົບ ມີພາສາລາຊະການສີ່ພາສາ ຄື: ພາສາອັງກິດ, ພາສາມາເລ, ພາສາຈີນກາງ ແລະ ພາສາທະມິນ ແລະ ປະເທດສະໜັບສະໜູນຫຼາກຫຼາຍທາງວັດທະນະທໍານິຍົມຜ່ານນະໂຍບາຍທາງຕ່າງໆ ອີກດ້ວຍ[ຕ້ອງການອ້າງອີງ]
ປະເທດສິງກະໂປເປັນສາທາລະນະລັດລະບົບລັດຖະສະພາ ລັດດ່ຽວ ແລະ ໃຊ້ລະບົບຫຼາຍພັກການເມືອງ ໂດຍມີການປົກຄອງສະພາດ່ຽວລະບົບເວດມິນສະເຕີ ພັກປະຊາຊົນຊະນະການເລືອກຕັ້ງທຸກຄັ້ງນັບແຕ່ເລີ່ມການປົກຄອງຕົນເອງໃນປີ 1959 ພາວະຄອບງຳຂອງພັກປະຊາຊົນ ປະກອບກັບລະດັບເສລີພາບສື່ຕ່ຳ ແລະ ການສະກັດກັ້ນສິດເສລີພາບພົນລະເມືອງ ແລະ ສິດທິການເມືອງນຳໃຫ້ປະເທດສິງກະໂປຖືກຈັດເປັນປະຊາທິປະໄຕບໍ່ສົມບູນ (flawed democracy) ປະເທດສິງກະໂປເປັນໜຶ່ງໃນຫ້າສະມາຊິກຜູ້ກໍ່ຕັ້ງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຍັງເປັນທີ່ຕັ້ງຂອງເລຂາທິການການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (ເອເປກ) ແລະ ສະມາຊິກການປະຊຸມສຸດຍອດອາຊີຕາເວັນອອກ ຂະບວນການທີ່ບໍ່ສອດຄ່ອງ ແລະ ເຄືອຈັກກະພົບແຫ່ງປະຊາຊາດ ການພັດທະນາຢ່າງວ່ອງໄວຂອງປະເທດສິງກະໂປນຳໃຫ້ມັນມີອິດທິພົນທີ່ສຳຄັນໃນກິດຈະການໂລກ ນຳໃຫ້ນັກວິເຄາະບາງສ່ວນລະບຸວ່າເປັນອຳນາດປານກາງ (middle power)[ຕ້ອງການອ້າງອີງ]
ອ້າງອີງ
[ດັດແກ້]- ↑ 1.0 1.1 "Census 2020" (PDF). Singapore Department of Statistics. ຄົ້ນຫາເມື່ອ 16 June 2021.
- ↑ "Environment". Base. ຄົ້ນຫາເມື່ອ 19 July 2021.
- ↑ "Population and Population Structure". Singstat. Department of Statistics Singapore. ຄົ້ນຫາເມື່ອ 5 August 2018.
- ↑ 4.0 4.1 4.2 4.3 "World Economic Outlook Database, October 2019". IMF.org. International Monetary Fund. ຄົ້ນຫາເມື່ອ 21 June 2020.
- ↑ "DISTRIBUTION OF FAMILY INCOME – GINI INDEX". Central Intelligence Agency. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2018-11-30. ຄົ້ນຫາເມື່ອ 25 January 2019.
- ↑ Human Development Report 2020 The Next Frontier: Human Development and the Anthropocene (PDF). United Nations Development Programme. 15 December 2020. pp. 343–346. ISBN 978-92-1-126442-5. ຄົ້ນຫາເມື່ອ 16 December 2020.
Cite error: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found