ລາຍຊື່ປະເທດຮຽງຕາມຈຳນວນປະຊາກອນ

ຈາກ ວິກິພີເດຍ

ປະຊາກອນ ໝາຍເຖິງ ກຸ່ມຄົນ ທີ່ອາໄສຢູ່ໃນພື້ນທີ່ດຽວກັນ ໃນໄລຍະເວລາດຽວກັນ. ວິຊາພູມສາດ ສຶກສາໂຄງສ້າງປະຊາກອນທັງໃນແງ່ຂອງຂະໜາດ, ອາຍຸ ແລະ ເພດ.ລວມເຖິງພາວະການຕາຍ ພຶດຕິກຳການສືບພັນ ແລະ ການເພີ່ມຂື້ນຂອງປະຊາກອນ. ປະຊາກອນຕ້ອງຖືສັນຊາດໃນລັດທີ່ຕົນຢູ່ ແຕກຕ່າງຈາກບຸກຄົນທີ່ຢູ່ພາຍໃຕ້ອຳນາດລັດ ເຊັ່ນ: ຄົນທີ່ມາທ່ອງທ່ຽວໃນປະເທດລາວ ແລະ ຕ້ອງມີສິດທິພິເສດກວ່າປະຊາກອນທີ່ມາຈາກລັດອື່ນ ຫາກຢູ່ໃນດິນແດນຂອງລັດນັ້ນ ຕາມສາຍເລືອດ ຫຼື ຕາມສິດທິຈະໄດ້ຮັບຕາມລັດຖະທຳມະນູນ. ຄວາມໜາແໜ້ນປະຊາກອນ ແມ່ນ ຈຳນວນຄົນ ຫຼື ສິ່ງທີ່ມີຊີວິດຕໍ່ໜ່ວຍພື້ນຖື ພື້ນທີ່ໃດມີຄວາມໜາແໜ້ນຕໍ່ປະຊາກອນສູງ ສະແດງວ່າມີຈຳນວນປະຊາກອນຫຼາຍ.