Jump to content

ປະເທດສິງກະໂປ

ຈາກ ວິກິພີເດຍ
ສາທາລະນະລັດສິງກະໂປ

Republic of Singapore (ອັງກິດ)


Republik Singapura (ມາເລ)
新加坡共和国 (ຈີນກາງ)


சிங்கப்பூர் குடியரசு (ທະມິລ)
ທຸງຊາດສິງກະໂປ
ທຸງຊາດ
ເຄື່ອງໝາຍຊາດຂອງສິງກະໂປ
ເຄື່ອງໝາຍຊາດ
ຄຳຂວັນ: ມາຈູລາຫ໌ ຊີງາປູຣາ (ມາເລ)
("ສິງກະໂປຈົ່ງເດີນໜ້າກ້າວໄປ")
ເພງຊາດ: ມາຈູລາຫ໌ ຊີງາປູຣາ
("ສິງກະໂປຈົ່ງເດີນໜ້າກ້າວໄປ")
ທີ່ຕັ້ງຂອງສິງກະໂປ
ພາສາລັດຖະການ
ພາສາປະຈຳຊາດມາເລ
ກຸ່ມຊົນເຜົ່າ
(2020)[1]
ສາສະໜາ
(2020)[1]
ເດມະນິມຊາວສິງກະໂປ
ການປົກຄອງລັດດ່ຽວ ລະບັບພັກເດັ່ນ ລະບົບລັດຖະສະພາ ສາທາລະນະລັດລັດຖະທຳມະນູນ
ຮາລິມາຫ໌ ຢາໂຄບ
ລີ ຊຽນລຸງ
ເປັນເອກະລາດ 
3 ມິຖຸນາ 1959
16 ກັນຍາ 1963
9 ສິງຫາ 1965
8 ສິງຫາ 1967
ພື້ນທີ່
• ລວມ
728.6 ຕາລາງກິໂລແມັດ (281.3 ຕາລາງໄມ)[2] (ອັນດັບທີ 176)
ປະຊາກອນ
• 2021 ປະມານ
ຫຼຸດລົງ 5,453,600[lower-alpha 1] (ອັບດັບທີ 115)
7,804 ຕໍ່ຕາລາງກິໂລແມັດ (20,212.3 ຕໍ່ຕາລາງໄມ) (ອັນດັບທີ 2)
GDP (ອຳນາດຊື້)2021 (ປະມານ)
• ລວມ
Increase 600.063 ຕື້ໂດລາສະຫະລັດ[4] (ອັນດັບທີ 38)
Increase 102,742 ໂດລາສະຫະລັດ[4] (ອັນດັບທີ 2)
GDP (ລາຄາຕະຫຼາດ)2021 (ປະມານ)
• ລວມ
Increase 374.394 ຕື້ໂດລາສະຫະລັດ[4] (ອັນດັບທີ 38)
Increase 64,103 ໂດລາສະຫະລັດ[4] (ອັນດັບທີ 8)
ຈີນີ (2017)Steady 45.9[5]
ປານກາງ
HDI (2019)Increase 0.938[6]
ສູງຫຼາຍ · ອັນດັບທີ 11
ສະກຸນເງິນໂດລາສິງກະໂປ (S$) (SGD)
ເຂດເວລາUTC+8 (ເວລາມາດຕະຖານສິງກະໂປ)
ຮູບແບບວັນທີວວ/ດດ/ປປປປ
ໄຟບ້ານ230 ໂວລຕ໌–50 ເຮີຣ໌ຊ
ຂັບລົດດ້ານຊ້າຍ
ລະຫັດໂທລະສັບ+65
ລະຫັດ ISO 3166SG
ລະຫັດອິນເຕີເນັດ.sg

ສິງກະໂປ ມີຊື່ຢ່າງເປັນທາງການວ່າ ສາທາລະນະລັດສິງກະໂປ ເປັນນະ​ຄອນລັດສະໄໝໃໝ່ ແລະ ເປັນປະເທດທີ່ເປັນເກາະຂະໜາດນ້ອຍທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ຕັ້ງຢູ່ທາງທິດໃຕ້ຂອງແຫຼມມາລາຢູ ແລະ ຢູ່ເໜືອເສັ້ນສູນສູດ 1 ອົງສາ ຫຼື ປະມານ 137 ກິໂລແມັດ ດິນແດນຂອງປະເທດປະກອບດ້ວຍເກາະຫຼັກຮູບສີ່ຫຼ່ຽມໂຣມບິກ ເຊິ່ງມັກເອີ້ນວ່າເກາະສິງກະໂປໃນພາສາອັງກິດ ແລະ ເກາະອູຈົງ (Pulau Ujong) ໃນພາສາມາເລ ແລະ ເກາະທີ່ນ້ອຍກວ່າຫຼາຍອີກກວ່າ 60 ເກາະ ປະເທດສິງກະໂປແຍກຈາກແຫຼມມາລາຢູໂດຍຊ່ອງແຄບຈູຮໍທາງທິດເໜືອ ແລະ ຈາກໝູ່ເກາະຣຽວຂອງປະເທດອິນໂດເນເຊຍໂດຍຊ່ອງແຄບສິງກະໂປທາງທິດໃຕ້ ປະເທດມີລັກສະນະແບບຕົວເມືອງຢ່າງສູງ ແລະ ຍັງຄົງເຫຼືອພືດພັນດັ້ງເດີມໜ້ອຍໜຶ່ງ ດິນແດນຂອງປະເທດຂະຫຍາຍຢ່າງຕໍ່ເນື່ອງໂດຍການ​ປ່ຽນ​ແປງ​ທີ່​ດິນ​

ໝູ່ເກາະມີການຕັ້ງຖິ່ນຖານໃນຄຣິດສັດຕະວັດທີ 2 ແລະ ຕໍ່ມາເປັນຈັກກະພັດທ້ອງຖິ່ນຕ່າງໆ ສິງກະໂປສະໄໝໃໝ່ກໍ່ຕັ້ງໃນປີ 1819 ໂດຍ ເຊີສະແຕມຟຣອດ ຣັຟເຟິລ (Stamford Raffles) ເປັນສະຖານີການຄ້າຂອງບໍລິສັດອິນເດຍຕາເວັນອອກໂດຍການອະນຸຍາດຈາກລັດເຄິສູຕານານ ໂຈຮໍ ອັງກິດໄດ້ອະທິປະໄຕເໜືອເກາະໃນປີ 1824 ແລະ ສິງກະໂປກາຍເປັນໜຶ່ງໃນນິຄົມຊ່ອງແຄບອັງກິດໃນປີ 1826 ຫຼັງຖືກຍີ່ປຸ່ນຍຶດຄອງລະຫວ່າງສົງຄາມໂລກຄັ້ງທີສອງ ສິງກະໂປໄດ້ຮັບເອກະລາດຈາກສະຫະລາຊະອານາຈັກໃນປີ 1963 ແລະ ເຂົ້າຮ່ວມກັບອະດີດດິນແດນຂອງອັງກິດອື່ນເພື່ອຕັ້ງປະເທດມາເລເຊຍ ແຕ່ຖືກຂັບອີກສອງປີຕໍ່ມາຜ່ານພະລາຊະບັນຍັດໂດຍເອກະພາບ ນັບແຕ່ນັ້ນ ປະເທດສິງກະໂປພັດທະນາຢ່າງວ່ອງໄວ ຈົນໄດ້ຮັບຮອງວ່າເປັນໜຶ່ງໃນສີ່ເສືອແຫ່ງອາຊີ[ຕ້ອງການອ້າງອີງ]

ປະເທດສິງກະໂປເປັນສູນກາງການຄ້າສຳຄັນຂອງໂລກແຫ່ງໜຶ່ງ ໂດຍເປັນສູນກາງການເງິນໃຫຍ່ທີ່ສຸດເປັນອັນດັບທີສີ່ ແລະ ເປັນໜຶ່ງໃນຫ້າທ່າທີ່ວຸ່ນວາຍທີ່ສຸດ ເສດຖະກິດເຊິ່ງເປັນໂລກາພິວັດ ແລະ ມີຄວາມຫຼາກຫຼາຍອາໄສການຄ້າເປັນຫຼັກ ໂດຍສະເພາະຢ່າງຍິ່ງການຜະລິດ ເຊິ່ງຄິດເປັນປະມານ 30% ຂອງຈີດີພີຂອງສິງກະໂປໃນປີ 2013 ໃນແງ່ຂອງຄວາມສະເໝີພາບຂອງອຳນາດຊື້ ປະເທດສິງກະໂປມີລາຍໄດ້ຕໍ່ຫົວສູງສຸດເປັນອັນດັບທີສາມຂອງໂລກແຕ່ມີຄວາມອະຄະຕິຂອງລາຍໄດ້ຮຸນແຮງທີ່ສຸດໃນໝູ່ປະເທດພັດທະນາແລ້ວ ປະເທດສິງກະໂປໄດ້ຮັບການຈັດອັນດັບສູງໃນແງ່ຂອງການສຶກສາ ສາທາລະນະສຸກ ແລະ ຄວາມສາມາດການແຂ່ງຂັນທາງເສດຖະກິດ ເມື່ອປາຍເດຶອນມິຖຸນາ ປີ 2014 ມີປະຊາກອນອາໄສຢູ່ໃນປະເທດສິງກະໂປເກືອບ 5.5 ລ້ານຄົນ ເຊິ່ງກວ່າ 2 ລ້ານຄົນມີສັນຊາດຕ່າງຊາດ ເຖິງແມ່ນວ່າສິງກະໂປຈະມີຄວາມຫຼາກຫຼາຍ ແຕ່ເຊື້ອຊາດອາຊີມີຫຼາຍທີ່ສຸດ 75% ຂອງປະຊາກອນເປັນຊາວຈີນ ໂດຍມີຊົນກຸ່ມນ້ອຍທີ່ສຳຄັນ ເຊັ່ນ: ຊາວມາເລ, ຊາວອິນເດຍ, ຊາວເອີຣົບ ມີພາສາລາຊະການສີ່ພາສາ ຄື: ພາສາອັງກິດ, ພາສາມາເລ, ພາສາຈີນກາງ ແລະ ພາສາທະມິນ ແລະ ປະເທດສະໜັບສະໜູນຫຼາກຫຼາຍທາງວັດທະນະທໍານິຍົມຜ່ານນະໂຍບາຍທາງຕ່າງໆ ອີກດ້ວຍ[ຕ້ອງການອ້າງອີງ]

ປະເທດສິງກະໂປເປັນສາທາລະນະລັດລະບົບລັດຖະສະພາ ລັດດ່ຽວ ແລະ ໃຊ້ລະບົບຫຼາຍພັກການເມືອງ ໂດຍມີການປົກຄອງສະພາດ່ຽວລະບົບເວດມິນສະເຕີ ພັກ​ປະ​ຊາ​ຊົນຊະນະການເລືອກຕັ້ງທຸກຄັ້ງນັບແຕ່ເລີ່ມການປົກຄອງຕົນເອງໃນປີ 1959 ພາວະຄອບງຳຂອງພັກປະຊາຊົນ ປະກອບກັບລະດັບເສລີພາບສື່ຕ່ຳ ແລະ ການ​ສະ​ກັດ​ກັ້ນ​ສິດ​ເສລີ​ພາບ​ພົນລະເມືອງ ແລະ ສິດທິການເມືອງນຳໃຫ້ປະເທດສິງກະໂປຖືກຈັດເປັນປະຊາທິປະໄຕບໍ່ສົມບູນ (flawed democracy) ປະເທດສິງກະໂປເປັນໜຶ່ງໃນຫ້າສະມາຊິກຜູ້ກໍ່ຕັ້ງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຍັງເປັນທີ່ຕັ້ງຂອງເລຂາທິການການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (ເອເປກ) ແລະ ສະມາຊິກການປະຊຸມສຸດຍອດອາຊີຕາເວັນອອກ ຂະບວນການທີ່ບໍ່ສອດຄ່ອງ ແລະ ເຄືອຈັກກະພົບແຫ່ງປະຊາຊາດ ການພັດທະນາຢ່າງວ່ອງໄວຂອງປະເທດສິງກະໂປນຳໃຫ້ມັນມີອິດທິພົນທີ່​ສຳຄັນ​ໃນ​ກິດຈະການ​ໂລກ ນຳໃຫ້ນັກວິເຄາະບາງສ່ວນລະບຸວ່າເປັນອຳນາດປານກາງ (middle power)[ຕ້ອງການອ້າງອີງ]

ອ້າງອີງ

[ດັດແກ້]
  1. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. 1 2 3 4 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  1. ↑ ໃນຈຳນວນນີ້ມີພົນລະເມືອງ 3,498,200 ຄົນ[3]
ຂໍ້ຜິດພາດ: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found.