Jump to content

ພາສາອັງກິດ

ຈາກ ວິກິພີເດຍ
ພາສາອັງກິດ
English
ອອກສຽງ[ˈɪŋɡlɪʃ][1]
ພາກພື້ນ(ເບິ່ງໃນບົດຄວາມ)
ຈຳນວນຜູ້ເວົ້າ360 ລ້ານຄົນ  (2010)[2]
L2: 380 ລ້ານຄົນ[3]
ຕະກຸນພາສາ
ຮູບແບບກ່ອນໜ້າ
ລະບົບການຂຽນອັກສອນລາແຕັງ (ອັກສອນອັງກິດ)
ສະຖານະພາບທາງການ
ພາສາທາງການ54 ປະເທດ
27 ອົງການບໍ່ແມ່ນລັດ
ແລະບ່ອນອື່ນອີກຫຼາຍຫຼວງ
ລະຫັດພາສາ
ISO 639-1en
ISO 639-2eng
ISO 639-3eng
Linguasphere52-ABA

ພາສາອັງກິດ (English, ຄຳເຄົ້າ: ພາສາອັງກລິສ[4]) ແມ່ນພາສາເຢຍລະມັນຕາເວັນຕົກພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດອັງກິດ ຈົນປະຈຸບັນນີ້ ມີການເວົ້າກັນທົ່ວໂລກ. ແມ່ນພາສາທາງການ ຢູ່ສະຫະລາຊະອານາຈັກ,ປະເທດອະເມລິກາ ແລະ ຫຼາຍປະເທດໃນໂລກ. ນອກຈາກນີ້​ ຍັງເປັນ ພາສາທຸລະກິດ, ພາສາສື່ສານ ແລະ ພາສາຕ່າງປະເທດທີ່ໜຶ່ງທີ່ໃຊ້ກັນແຜ່ຫຼາຍທີ່ສຸດໃນໂລກພາສາໜຶ່ງ.

ແຜນທີ່ ຂອງ ປະເທດ, ລັດ ທີ່ໃຊ້ພາສາອັງກິດເປັນພາສາລັດຖະການ ຫຼື ພາສາບໍ່ເປັນທາງການຢ່າງແຜ່ຫຼາຍທີ່ສຸດ.

ພາສາອັງກິດແມ່ນພາສາແມ່ທີ່ມີຈຳນວນຜູ້ເວົ້າຫຼາຍທີ່ສຸດເປັນອັນດັບທີ່ 3 ຂອງໂລກ ຮອງລົງມາຈາກພາສາຈີນກາງແລະພາສາແອສະປາໂຍນ.

ຄວາມເປັນມາ

[ດັດແກ້]

ພາສາອັງກິດມາຈາກບັນດາອານາຈັກອັງກະໂລ-ຊັກຊັງແຫ່ງເມືອງອັງກິດ ແລະແຫ່ງເມືອງເອກົດຕອນຕະເວັນອອກສຽງໃຕ້ໃນປະຈຸບັນ ຢ່າງໃດກໍ່ດີ ແຕ່ກ່ອນນັ້ນແມ່ນບ່ອນທີ່ຢູ່ພາຍໃຕ້ການປົກຄອງຂອງອານາຈັກນອກແຕມບະລີ.

ພາສາອັງກິດແມ່ນພາສາທີ່ມີການໃຊ້ແຜ່ຫຼາຍທົ່ວແຫຼ່ງຫຼ້າຍ້ອນມາຈາກອິທິພົນໃຫຍ່ຂອງອານາຈັກອັງກິດແຕ່ສະຕະວັດທີ 17 ຫາສະຕະວັດທີ 20 ຊ່ວງກາງ ແລະກໍ່ຂອງອິທິພົນຂອງອາເມລິກາຕັ້ງແຕ່ສະຕະວັດທີ 20 ຊ່ວງກາງ.

ອ້າງອີງ

[ດັດແກ້]
  1. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. Nationalencyklopedin "Världens 100 största språk 2010" The World's 100 Largest Languages in 2010
  3. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). (page 10)
  4. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ວິກິພີເດຍ
ວິກິພີເດຍ