ອາຊີຕາເວັນອອກສຽງໃຕ້

ຈາກ ວິກິພີເດຍ

ອາຊີຕາເວັນອອກສຽງໃຕ້, ອຸສາຄະເນ ຫຼື ອາຊີອາຄະເນ ຫຼື ເອເຊຍຕາເວັນອອກສຽງໃຕ້ ແມ່ນອະນຸພາກພື້ນຂອງທະວີບອາຊີ. ປະກອບດ້ວຍປະເທດເຊິ່ງທິດເໜືອຕິດຈີນ ທິດຕາເວັນຕົກຕິດອິນເດຍ ທິດຕາເວັນອອກຕິດປາປົວນິວກິນີ ແລະທິດໃຕ້ຕິດອົດສະຕາລີ. ພາກພື້ນດັ່ງກ່າວຕັ້ງຢູ່ເທິງຮອຍຕໍ່ຂອງແຜ່ນທະວີບຫຼາຍແຜ່ນເຊິ່ງຍັງມີການໄຫວສະເທືອນຮຸນແຮງແລະການປະທຸຂອງພູໄຟຢູ່ເລື້ອຍໆ. ອາຊີຕາເວັນອອກສຽງໃຕ້ແບ່ງໄດ້ພາກພູມສາດໄດ້ສອງພາກ ໄດ້ແກ່ ອາຊີຕາເວັນອອກສຽງໃຕ້ແຜ່ນດິນໃຫຍ່ ຫຼືອິນດູຈີນ ປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ໄທ ຫວຽດນາມ ແລະມາເລເຊຍຕາເວັນຕົກ ແລະອາຊີຕາເວັນອອກສຽງໃຕ້ສະໝຸດ ປະກອບດ້ວຍ ບູໄນ ມາເລເຊຍຕາເວັນອອກ ຕີມໍຕາເວັນອອກ ອິນໂດເນເຊຍ ຟີລິບປິນ ແລະສິງກະໂປ.

ວັດທະນະທຳ[ແກ້ໄຂ]

ວັດທະນະທຳໃນອາຊີຕາເວັນອອກສຽງໃຕ້ມີຄວາມຫຼາກຫຼາຍຢ່າງຫຼວງຫຼາຍ. ເທິງແຜ່ນດິນໃຫຍ່ຈະມີການປະສົມປະສານກັນລະຫວ່າງວັດທະນະທຳອິນເດຍແລະຈີນ. ສ່ວນອິນໂດນີເຊຍ, ຟີລິບປິນ, ມາເລເຊຍ ແລະສິງຄະໂປ ແມ່ນປະກອບດ້ວຍວັດທະນະທຳອາຫຼັບ, ປອກຕູຍການ, ແອສະປາຍາ, ຈີນ, ອິນເດຍ ແລະວັດທະນະທຳພື້ນເມືອງມະລາຢູ. ສ່ວນບູໄນຈະຄ່ອນຂ້າງແຕກຕ່າງຈາກປະເທດອື່ນ ຍ້ອນໄດ້ຮັບອິດທິພົນຫຼວງຫຼາຍຈາກວັດທະນະທຳອາຫຼັບ.

ໃນພາກພື້ນນີ້ ມີການເຮັດນາເຂົ້າມາແລ້ວນັບພັນປີ ເຊັ່ນ ນາເຂົ້າບານົວຢູ່ເກາະລູຊອນ ໂດຍນາເຂົ້າຕ້ອງໃຊ້ຄວາມມຸມານະໃນການເບິ່ງແຍງຮັກສາຫຼາຍ ແລະສາມາດເຂົ້າກັບສະພາບພູມິອາກາດແບບມໍລະສຸມໄດ້ເປັນຢ່າງດີ.

ເຮືອນຍົກເທິງເສົາສູງສາມາດຊອກຫາໄດ້ທົ່ວໄປໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຕັ້ງແຕ່ລາວແລະໄທ, ເກາະບໍນຽວ, ເກາະລູຊອນໃນຟີລິປປິນ, ໄປເຖິງປາປົວຊີນູແວນກີເນ ໂດຍມີເຕັກນິກໃນການກໍ່ສ້າງບໍ່ຄືກັນ ໂດຍສະເພາະແມ່ນໃນອິນໂດນີເຊຍ ລວມໄປເຖິງດ້ານອາວຸດຍຸທະໂທປະກອນ ເຊັ່ນ ກິດ ແລະເຄື່ອງດົນຕີ ເຊັ່ນ ລະນາດ.