Jump to content

ປະເທດກຳປູເຈຍ

ຈາກ ວິກິພີເດຍ
ລາຊະອານາຈັກ ກຳປູເຈຍ

ព្រះរាជាណាចក្រកម្ពុជា (ຂະແມ)
ທຸງຊາດກຳປູເຈຍ
ທຸງຊາດ
ເຄື່ອງໝາຍຊາດຂອງກຳປູເຈຍ
ເຄື່ອງໝາຍຊາດ
ຄຳຂວັນ
ជាតិ សាសនា ព្រះមហាក្សត្រ
"ຊາດ ສາສະໜາ ພະມະຫາກະສັດ"
ເພງຊາດបទនគររាជ
ນະຄອນລາດ
ທີ່ຕັ້ງຂອງ ປະເທດກຳປູເຈຍ  (ຂຽວ)

ໃນອາຊຽນ  (ເທົາເຂັ້ມ)  —  [ຄຳອະທິບາຍສັນຍະລັກ]

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ພະນົມເປັນ
11°33′N 104°55′E / 11.550°N 104.917°E / 11.550; 104.917ພິກັດພູມສາດ: 11°33′N 104°55′E / 11.550°N 104.917°E / 11.550; 104.917
ພາສາລັດຖະການຂະແມ[1]
ພາສາລັດຖະການທີ່ຍອມຮັບພາສາພື້ນເມືອງກວ່າ 19 ພາສາ[2]
ອັກສອນລັດຖະການອັກສອນຂະແມ
ກຸ່ມຊົນເຜົ່າ
(2019)
ສາສະໜາ
(2019)
ເດມະນິມ
ການປົກຄອງລັດດ່ຽວ ລະບົບພັກເດັ່ນ ລະບົບລັດຖະສະພາ ລາຊາທິປະໄຕໂດຍເລືອກຕັ້ງ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ
ສົມເດັດພະເຈົ້າມະຫາຊີວິດ ໂນໂຣດົມ ສີຫາໂມນີ
ທ່ານຮູນ ມາເນດ Hun Manet (2023-)
ສົມເດັດວິບູນເສນາ ພັກດີ ໄຊສູມ
ສົມເດັດພະມະຫາພະຍາຈັກກະຣີ ເຮງ ຊຳລິນ
ສະພານິຕິບັນຍັດສະພາຜູ້ແທນລາຊະດອນ
ພຶຖະສະພາ
ລັດຖະສະພາ
ກໍ່ຕັ້ງ
ຄ.ສ. 50/68–ຄ.ສ. 550/627
ຄ.ສ. 550–802
ຄ.ສ. 802–1431
ຄ.ສ. 1431–1863
11 ສິງຫາ ຄ.ສ. 1863
9 ພະຈິກ ຄ.ສ. 1953
14 ທັນວາ ຄ.ສ. 1955
23 ຕຸລາ ຄ.ສ. 1991
24 ກັນຍາ ຄ.ສ. 1993
30 ເມສາ ຄ.ສ. 1999
ພື້ນທີ່
• ລວມ
181,035 ຕາລາງກິໂລແມັດ (69,898 ຕາລາງໄມລ໌) (ອັນດັບທີ 88)
2.5
ປະຊາກອນ
• ສຳມະໂນປະຊາກອນ 2019
Increase15,552,211[4] (ອັນດັບທີ 73)
87 ຕໍ່ຕາລາງກິໂລແມັດ (225.3 ຕໍ່ຕາລາງໄມລ໌) (ອັນດັບທີ 96)
GDP (ອຳນາດຊື້)2019 (ປະມານ)
• ລວມ
76.635 ຕື້ໂດລາສະຫະລັດ[5]
4,645 ໂດລາສະຫະລັດ[5]
GDP (ລາຄາຕະຫຼາດ)2019 (ປະມານ)
• ລວມ
26.628 ຕື້ໂດລາສະຫະລັດ[5]
1,614 ໂດລາສະຫະລັດ[5]
ຈີນີ (2013)36.0[6]
ປານກາງ
HDI (2019)Increase 0.594[7]
ປານກາງ · ອັນດັບ 144
ສະກຸນເງິນຣຽວ (៛) (KHR)
ເຂດເວລາUTC+7 (ເວລາອິນດູຈີນ)
ຮູບແບບວັນທີວວ/ດດ/ປປປປ
ຂັບລົດດ້ານຂວາ
ລະຫັດໂທລະສັບ+855
ລະຫັດອິນເຕີເນັດ.kh

ກຳປູເຈຍ (ຂະແມ: កម្ពុជា) ຊື່ຢ່າງເປັນທາງການແມ່ນ ລາຊະອານາຈັກ ກຳປູເຈຍ (ຂະແມ: ព្រះរាជាណាចក្រកម្ពុជា) ເປັນປະເທດທີ່ຕັ້ງຢູ່ໃນພາກໃຕ້ຂອງແຫຼມອິນດູຈີນໃນອາຊີຕາເວັນອອກສຽງໃຕ້ ມີພື້ນທີ່ 181,035 ຕາລາງກິໂລແມັດມີຊາຍແດນທິດຕາເວັນຕົກຕິດຕໍ່ກັບປະເທດໄທ ທິດເໜືອຕິດກັບປະເທດໄທ ແລະ ປະເທດລາວ ທິດຕາເວັນອອກ ແລະ ທິດໃຕ້ຕິດກັບຫວຽດນາມ ແລະ ທິດຕາເວັນຕົກສຽງໃຕ້ຕິດກັບອ່າວໄທ ດ້ວຍປະຊາກອນຫຼາຍກວ່າ 15 ລ້ານຄົນ ກຳປູເຈຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດອັນດັບທີ 66 ຂອງໂລກ ສາສະໜາພຸດນິກາຍເຖຣະວາດເປັນສາສະໜາປະຈຳຊາດ ເຊິ່ງປະຊາກອນກຳປູເຈຍນັບຖືຫຼາຍກວ່າ 97%[8] ຊົນເຜົ່າກຸ່ມນ້ອຍໃນປະເທດນີ້ມີຊາວຫວຽດນາມ ຊາວຈີນ ຊາວຈາມ ແລະ ຊາວຫຼາຍກວ່າ 30 ເຜົ່າ[9] ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ ແມ່ນ ພະນົມເປັນ ເຊິ່ງເປັນສູນກາງທາງການເມືອງ, ເສດຖະກິດ ແລະ ວັດທະນະທຳ

ລາຊະອານາຈັກກຳປູເຈຍປົກຄອງແບບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ໂດຍມີສົມເດັດພະເຈົ້າມະຫາຊີວິດ ໂນໂຣດົມ ສີຫາໂມນີ ມາຈາກການເລືອກຕັ້ງໂດຍລາຊະສະພາເພື່ອລາຊະບັນລັງ ເປັນປະມຸກແຫ່ງລັດ ປະມຸກລັດຖະບານ ແມ່ນ ສົມເດັດພະອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ຜູ້ເຊິ່ງປັດຈຸບັນເປັນຜູ້ນຳທີ່ດຳລົງຕຳແໜ່ງດົນທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ໂດຍໄດ້ປົກຄອງກຳປູເຈຍເປັນໄລຍະເວລາຫຼາຍກວ່າ 25 ປີ

ໃນປີ ພ.ສ. 1345 ພຣະເຈົ້າໄຊວໍຣະມັນທີ 2 ໄດ້​ຂຶ້ນ​ຄອງ​ບັນ​ລັງ​ຕົນ​ເປັນ​ກະ​ສັດ​ ອັນເປັນຈຸດເລີ່ມຕົ້ນຂອງອານາຈັກຂະແມ ອຳນາດ ແລະ ຄວາມຮັ່ງມີມະຫາສານຂອງອານາຈັກຂະແມທີ່ມີມະຫາກະສັດຄອງລາຊະສົມບັດສືບຕໍ່ກັນມານັ້ນໄດ້ມີອິດທິພົນໃນອາຊີຕາເວັນອອກສຽງໃຕ້ເປັນເວລາຫຼາຍກວ່າ 600 ປີ ກຳປູເຈຍຖືກປົກຄອງເປັນເມືອງຂຶ້ນຂອງປະເທດເພື່ອນບ້ານ ຈົນເມື່ອຝຣັ່ງຍຶດເປັນອານານິຄົມໃນກາງຄຣິດສັກກະລາດທີ 19 ກຳປູເຈຍໄດ້ຮັບເອກະລາດໃນປີ ພ.ສ. 2496 ສົງຄາມຫວຽດນາມໄດ້ຂະຫຍາຍເຂົ້າສູ່ໃນກຳປູເຈຍ ເຮັດໃຫ້ຂະເໝນແດງຂຶ້ນສູ່ອຳນາດ ເຊິ່ງຍຶດເມືອງຫຼວງພະນົມເປນໄດ້ໃນປີ ພ.ສ. 2518 ກ່ອນທີ່ຈະເພີ່ມຂຶ້ນຫຼາຍປີຕໍ່ມາພາຍຫຼັງໃນເຂດອິດທິພົນສັງຄົມນິຍົມເປັນສາທາລະນະລັດປະຊາຊົນກຳປູເຈຍຈົນຮອດເມື່ອປີ ພ.ສ. 2536 ພາຍຫຼັງສົນທິສັນຍາສັນຕິພາບປາຣີ ພ.ສ. 2534 ເຊິ່ງເປັນກາງຍຸຕິສົງຄາມກັບຫວຽດນາມຢ່າງເປັນທາງການ ກຳປູເຈຍຖືກຄວບຄຸມໂດຍສະຫະປະຊາຊາດໃນຊ່ວງເວລາສັ້ນໆ (ຄ.ສ. 1992-1993) ຫຼັງຈາກຫຼາຍປີແຫ່ງການໂດດດ່ຽວ ຊາດເຊິ່ງເສຍຫາຍຈາກສົງຄາມກໍໄດ້ລວມເຂົ້າດ້ວຍກັນອີກຄັ້ງພາຍໃຕ້ລະບອບລາຊາທິປະໄຕໃນປີດຽວກັນ

ໃນການບູລະນະປະເທດຫຼັງສົງຄາມກາງເມືອງດົດຫຼາຍທົດສະວັດ ກຳປູເຈຍມີຄວາມຄືບໜ້າຢ່າງວ່ອງໄວໃນດ້ານເສດຖະກິດ ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດ ປະເທດກຳປູເຈຍໄດ້ມີໜຶ່ງໃນບັນທຶກເສດຖະກິດທີ່ດີທີ່ສຸດໃນອາຊີ ໂດຍອັດຕາການເຕີບໂຕທາງເສດຖະກິດສະເລ່ຍ 6.0% ເປັນເວລາດົນນານ 10 ປີ ຂະແໜງສິ່ງທໍ ກະສິກຳ ກໍ່ສ້າງ ເສື້ອຜ້າ ແລະ ການທ່ອງທ່ຽວທີ່ເຂັ້ມແຂງໄດ້ນຳໄປສູ່ການລົງທຶນຈາກຕ່າງຊາດ ແລະ ການຄ້າລະຫວ່າງປະເທດ[10] ໃນປີ 2005 ມີການພົບແຫຼ່ງນ້ຳມັນ ແລະ ແກ​ັ​ສ​ທໍາ​ມະ​ຊາດ ໃຕ້​ເຂດ​ນ່ານ​ນ້ຳ​ຂອງ​ກຳປູ​ເຈຍ ການຂຸດເຈາະການຄ້າເລີ່ມຕົ້ນໃນປີ 2013 ລາຍໄດ້ຈາກນ້ຳມັນສາມາດມີຜົນຕໍ່ເສດຖະສິດກຳປູເຈຍຢ່າງຫຼວງຫຼາຍ[11]

ກຳປູເຈຍເປັນສະມາຊິກຂອງອົງການສະຫະປະຊາຊາດຕັ້ງແຕ່ປີ 1955 ລວມເຖິງຄວາມຮ່ວມມືຮຸ້ນສ່ວນທາງເສດຖະກິດລະດັບພາກພື້ນ ການປະຊຸມສຸດຍອດອາຊີຕາເວັນອອກ ອົງການການຄ້າໂລກ ຂະບວນການທີ່ບໍ່ສອດຄ່ອງ ແລະ ອົງການລະຫວ່າງປະເທດຂອງກຸ່ມປະເທດທີ່ໃຊ້ພາສາຝຣັ່ງ ຕາມລາຍງານຂອງອົງການລະຫວ່າງປະເທດຫຼາຍແຫ່ງ ບັນຫາຫຼັກຂອງປະເທດແມ່ນຄວາມຍາກຈົນ[12] ການສໍ້​ລາດ​ບັງ​ຫຼວງ[13] ການຂາດເສລີພາບທາງການເມືອງ ອັດຕາການພັດທະນາມະນຸດຕ່ຳ ແລພ ຄວາມອົດຢາກສູງ

ນະຄອນ ແລະ ແຂວງ

[ດັດແກ້]

ປະເທດກຳປູເຈຍ ແບ່ງເຂດປົກຄອງອອກເປັນ 20 ແຂວງ (ພາສາອັງກິດ: provinces; ພາສາຂະເໝນ: ខេត្ត(ເຂດ)) ແລະ 4 ນະຄອນ (ພາສາອັງກິດ: municipalities; ພາສາຂະເໝນ: ក្រុង(ກຣົງ))

ຊື່ ເມືອງເອກ ເນື້ອທີ່ (km²) ປະຊາກອນ
(ປີ 1998)
1. ແຂວງບັນຕຽຍມຽນແຈັຍ (Banteay Meanchey) ເມືອງສີໂສພົນ 6,679 577,772
2. ແຂວງບັດຕຳບອງ (Battambang) ເມືອງບັດຕຳບອງ 11,702 793,129
3. ແຂວງກຳປົງຈາມ (Kampong Cham) ເມືອງກຳປົງຈມ 9,799 1,608,914
4. ແຂວງກຳປົງຊນັງ (Kampong Chhnang) ເມືອງກຳປົງຊນັງ 5,421 417,693
5. ແຂວງກຳປົງເສປີ (Kampong Speu) ເມືອງກຳປົງເສປີ 7,017 598,882
6. ແຂວງກຳປົງທົມ (Kampong Thom) ເມືອງກຳປົງທົມ 13,814 569,060
7. ແຂວງກຳປົດ (Kampot) ເມືອງກຳປົດ 4,873 528,405
8. ແຂວງກັນດາລ (Kandal) ເມືອງທ່າເຂມາ 3,568 1,075,125
9. ແຂວງເກາະກົງ (Koh Kong) ເມືອງເກາະກົງ 11,160 132,106
10. ນະຄອນເເກັບ (Kep) - 336 28,660
11. ແຂວງກຣະເຈ (Kratié) ເມືອງກຣະເຈ 11,094 263,175
12. ແຂວງມົງດຸລຄີຣີ (Mondulkiri) ເມືອງສະແໜມໂນຣົມ 14,228 32,407
13. ແຂວງໂອດດາຣ໌ມຽນແຈັຍ (Oddar Meancheay) ເມືອງສຳໂຣງ 6,158 68,279
14. ນະຄອນໄພລິນ (Pailin) - 803 22,906
15. ນະຄອນພະນົມເປັນ (Phnom Penh) - 376 2,009,264
16. ນະຄອນສີຫານຸກວິລ (Sihanoukville, Kampong Som) - 868 235,190
17. ແຂວງເປຣັຍວິເຮຍ (Preah Vihear) ເມືອງພະນົມຕະເບັງມຽນແຈັຍ 13,788 119,261
18. ແຂວງໂພທິສັດ (Pursat) ເມືອງໂພທິສັດ 12,692 360,445
19. ແຂວງເປຣວຽງ (Prey Veng) ເມືອງເປຣຢວຽງ 4,883 946,042
20. ແຂວງຣັດຕະນະຄີຣີ (Ratanakiri) ເມືອງບ້ານລຸງ 10,782 94,243
21. ແຂວງສຽມຣຽບ (Siem Reap) ເມືອງສຽມຣຽບ 10,299 696,164
22. ແຂວງສະຕຶງເເຕຣງ (Stung Treng) ເມືອງສະຕຶງເເຕຣງ 11,092 81,074
23. ແຂວງສວາຍຣຽງ (Svay Rieng) ເມືອງສວາຍຣຽງ 2,966 478,252
24. ແຂວງຕາແກ້ວ (Takéo) ເມືອງຕາແກ້ວ 3,563 790,168

ອ້າງອີງ

[ດັດແກ້]
  1. "Constitution of the Kingdom of Cambodia". Office of the Council of Ministers. អង្គភាពព័ត៌មាន និងប្រតិកម្មរហ័ស. Retrieved 26 September 2020.
  2. "Ethnic minorities and indigenous people". Open Development Cambodia. 15 July 2016. Retrieved 1 June 2020.
  3. "Cambodia Socio-Economic Survey 2019-20" (PDF). Ministry of Planning. National Institute of Statistics. December 2020. Retrieved 16 May 2021.
  4. 4.0 4.1 "General Population Census of the Kingdom of Cambodia 2019 – Final Results" (PDF). National Institute of Statistics. Ministry of Planning. 26 January 2021. Retrieved 26 January 2021.
  5. 5.0 5.1 5.2 5.3 "Cambodia". International Monetary Fund.
  6. "Income Gini coefficient". hdr.undp.org. World Bank. Archived from the original on 2010-06-10. Retrieved 29 January 2020.
  7. Human Development Report 2020 The Next Frontier: Human Development and the Anthropocene (PDF). United Nations Development Programme. 15 December 2020. pp. 343–346. ISBN 978-92-1-126442-5. Retrieved 16 December 2020.
  8. Cite error: Invalid <ref> tag; no text was provided for refs named CIACB
  9. "Cambodia to celebrate day for indigenous people near Angkor Wat". News.xinhuanet.com. Archived from the original on 25 August 2013. Retrieved 15 March 2013.
  10. Cambodia to outgrow LDC status by 2020 | Business | The Phnom Penh Post – Cambodia's Newspaper of Record Archived 2011-05-21 at the Wayback Machine. The Phnom Penh Post (May 18, 2011). Retrieved on June 20, 2011.
  11. Ek Madra. "Oil Revenue Not Likely Until 2013: Ministry", January 19, 2007. ຮຽກຂໍ້ມູນວັນທີ December 19, 2011
  12. "Consumerism booms as Cambodia embraces once-forbidden capitalism", Reuters, 2014-09-28 (in en)
  13. "2013 Corruption Perceptions Index -- Results". archive.ph. 2013-12-03. Archived from the original on 2013-12-03. Retrieved 2022-04-15.{{cite web}}: CS1 maint: bot: original URL status unknown (link)