ປະເທດຟີລິບປິນ

ຈາກ ວິກິພີເດຍ

ຟີລິບປິນ (ອັງກິດ: Philippines) ຫຼື ປິລິບປິນັດ (ຟິລິປີໂນ້: Pilipinas) ມີຊື່ທາງການວ່າ ສາທາລະນະລັດຟີລິບປິນ (ອັງກິດ: Republic of the Philippines; ຟິລິປີໂນ້: Republika ng Pilipinas) ແມ່ນປະເທດທີ່ປະກອບດ້ວຍດອນຈຳນວນ 7,107 ດອນ ຕັ້ງຢູ່ໃນມະຫາສະໝຸດປາຊີຟິກ ຫ່າງຈາກອາຊີແຜ່ນດິນໃຫຍ່ທາງຕາເວັນອອກສຽງໃຕ້ ປະມານ 100 ກມ. ແລະມີລັກສະນະພິເສດແມ່ນເປັນປະເທດພຽງໜຶ່ງດຽວທີ່ມີພົມແດນທາງທະເລທີ່ຕິດຕໍ່ລະຫວ່າງກັນຍາວຫຼາຍທີ່ສຸດໃນໂລກ. ນູເອວາເອສະປາຍາ (ຄ.ສ. 1521-1898) ແລະສະຫະລັດອາເມລິກາ (ຄ.ສ. 1898-1946) ໄດ້ຄອງຟີລິບປິນເປັນອານານິຄົມເປັນເວລາ 4 ສະຕະວັດ ແລະເປັນສອງອິດທິພົນໃຫຍ່ທີ່ສຸດຕໍ່ວັດທະນະທຳຂອງຟີລິບປິນ.

ຟີລິບປິນແມ່ນໜຶ່ງໃນສອງຊາດໃນອາຊີ ທີ່ປະຊາກອນສ່ວນໃຫຍ່ນັບຖືສາສະໜາຄິດ (ອີກຊາດໜຶ່ງແມ່ນຕີມໍຕາເວັນອອກ) ແລະແມ່ນໜຶ່ງໃນຊາດທີ່ໄດ້ຮັບອິດທິພົນຈາກຕາເວັນຕົກຫຼາຍທີ່ສຸດ. ແມ່ນການປະສົມປະສານກັນລະຫວ່າງຕາເວັນຕົກກັບຕາເວັນອອກ ທີ່ເປັນເອກະລັກສະເພາະ. ອາໂນນ ໂຈເຊບ ທອຍບີ້ (Arnold Joseph Toynbee) ນັກປະຫວັດສາດຊາວອັງກິດ ໄດ້ກ່າວໄວ້ໃນຜົນງານຂອງເພິ່ນວ່າ ປິລິປິນັດແມ່ນປະເທດລາຕິນອາເມລິກາເຊິ່ງຖືກພັດພາໄປຍັງຕາເວັນອອກ ໂດຍຄື່ນທະເລຍັກ.