Jump to content

ວິກິພີເດຍ:ການອ້າງອີງແຫຼ່ງທີ່ມາ

ຈາກ ວິກິພີເດຍ

ການອ້າງອີງ ໝາຍເຖິງ ການບອກແຫຼ່ງທີ່ມາຂອງຂໍ້ຄວາມທີ່ໃຊ້ອ້າງອີງ ໂຕຢ່າງເຊັ່ນ:

ເມື່ອໃດຄວນອ້າງອີງ: ນະໂຍບາຍແຫ່ງການອ້າງອີງ ແມ່ນ ການພິສູດຢັ້ງຢືນໄດ້ຂອງຂໍ້ມູນ ເຊິ່ງຂໍ້ຄວາມໃດ ໆ ທີ່ແມ່ນຂໍ້ຂັດແຍ້ງຫຼືຄາດວ່າຈະເປັນຂໍ້ຂັດແຍ້ງຈະຕ້ອງມີການອ້າງອີງແຊກໃນເນື້ອຫາ (inline citation) ເຊັ່ນດຽວກັບການອ້າງຄຳເວົ້າຈາກບຸກຄົນອື່ນ ນະໂຍບາຍນີ້ມີຜົນບັງຄັບໃຊ້ກັບຂໍ້ຄວາມໃດ ໆ ໃນເມນສະເປດ — ບົດຄວາມ ລາຍຊື່ ຄຳອະທິບາຍ ພາບ ແລະເນື້ອຫາແຕ່ລະສ່ວນຂອງບົດຄວາມ — ໂດບບໍ່ມີຂໍ້ຍົກເວ້ນ ໃນກໍລະນີທີ່ເກີດຄວາມຂັດແຍ້ງຫວ່າງໜ້ານີ້ກັບນະໂຍບາຍການອ້າງອີງ ໃຫ້ຖືວ່ານະໂຍບາຍດັ່ງກ່າວມາກ່ອນສະເໝີ ແລະໜ້ານີ້ຄວນຈະໄດ້ຮັບການປັບປຸງໃຫ້ເຂົ້າກັນກັບນະໂຍບາຍດັ່ງກ່າວນຳ ການອ້າງອີງຍັງມີຜົນສຳລັບພາບນຳຄືກັນ ກ່າວຄື ຄັນອັບໂຫຼດພາບ ຜູ້ອັບໂຫຼດຈະຕ້ອງລະບຸແຫຼ່ງທີ່ມາຂອງພາບແລະລະບຸບ່ອນພາບລິຂະສິດຂອງພາບ

ຂຽນອ້າງອີງແນວໃດ: ແຕ່ລະບົດຄວາມຄວນຈະໃຊ້ຮູບແບບການອ້າງອີງແບບດຽວກັນທັງໝົດ ຄັນບົດຄວາມນັ້ນມີການອ້າງອີງແລ້ວ ກໍຄວຣຍຶດຮູບແບບນັ້ນໃນການອ້າງອີງຫຼືປ່ຽນຮູູບແບບການອ້າງອີງໃຫ້ເປັນຮູບແບບໃໝ່ທັງໝົດ ອັນຄວນຈະໄດ້ຮັບການເຫັນຊອບຈາກຜູ້ຮ່ວມພັດທະນາກ່ອນ ໃນການອ້າງອີງໃຫ້ຖືກວິທີ ສິ່ງສຳຄັນແມ່ນທ່ານຈະຕ້ອງມີຂໍ້ມູນພຽງພໍທີ່ຈະລະບຸແຫຼ່ງຂໍ້ມູລ ສຳລັບຂໍ້ຜິດພາດອື່ນ ໆ ຈະມີຜູ້ເຂົ້າມາຈັດການໃນພາຍຫຼັງໄດ້

ວິທີລະບຸວ່າບັນຫາອ້າງອີງ

[ດັດແກ້]
ຄຳສັ່ງທີ່ພິມ ໂອກາດທີ່ໃຊ້ ຜົນລັບ
  • {{ຕ້ອງການອ້າງອີງ}}
  • {{ຂາດອ້າງອີງ}}
  • {{unreferenced}}
ໃສ່ໄວ້ເທິງສຸດຂອງບົດຄວາມ ຫຼືໃສ່ພາຍໃນຫົວຂໍ້ທີ່ຕ້ອງການອ້າງອີງໂດຍສະເພາະ
  • {{ຕື່ມອ້າງອີງ}}
ໃສ່ໄວ້ເທິງສຸດຂອງບົດຄວາມ ທີ່ມີແຫຼ່ງອ້າງອີງຢ່າງນ້ອຍນຶ່ງແຫຼ່ງ ແຕ່ຍັງບໍ່ພຽງພໍ
  • {{ຕ້ອງການອ້າງອີງສະເພາະພາກ}}
  • {{ຕ້ອງການອ້າງອີງກົງນີ້}}
  • {{ອ້າງອີງ}}
  • {{citation needed}}
  • {{fact}}
ໃສ່ທ້າຍວະລີຫຼືປະໂຫຍກທີ່ຕ້ອງການແຫຼ່ງອ້າງອີງ ໃນຈຸດທີ່ເປັນຂໍ້ກັງຂາ [ຕ້ອງການອ້າງອີງ]
  • {{ຕ້ອງການອ້າງອີງເຕັມ}}
ໃສ່ຕໍ່ຈາກແຫຼ່ງອ້າງອີງ ເພື່ອລະບຸວ່າແຫຼ່ງອ້າງອີງນັ້ນຍັງຂາດຂໍ້ມູນທີ່ຄວນລະບຸ [ຕ້ອງການອ້າງອີງເຕັມ]
  • {{ໃຜກ່າວ}}
  • {{ຜູ້ໃດກ່າວ}}
ໃສ່ທ້າຍວະລີຫຼືປະໂຫຍກທີ່ຕ້ອງການແຫຼ່ງອ້າງອີງ ແລະເປັນຖ້ອຍຄຳຄຸມເຄືອ [ຜູ້ໃດກ່າວ?]

ຢ່າງໃດກໍດີ ຄັນຂໍ້ມູນນັ້ນເຄືອບແຄງແລະເປັນໂທດ ໃຫ້ລຶບອອກທັນທີໂດຍບໍ່ຕ້ອງຕິດປ້າຍ ທ່ານອາດນຳໄປໄວ້ໃນໜ້າສົນທະນາແທນ

ເບິ່ງຕື່ມ

[ດັດແກ້]