ປະເທດມາເລເຊຍ
ມາເລເຊຍ Malaysia (ມາເລ) | |
|---|---|
ທີ່ຕັ້ງຂອງ ປະເທດມາເລເຊຍ (ຂຽວເຂັ້ມ) | |
| ເມືອງຫຼວງ | |
| ເມືອງໃຫຍ່ທີ່ສຸດ | ກົວລາລຳເປີ |
ພາສາລາຊະການ ແລະ ພາສາປະຈຳຊາດ | ພາສາມາເລ |
| ພາສາທີ່ໄດ້ຮັບການຍອມຮັບ | ອັງກິດ |
| ກຸ່ມຊົນເຜົ່າ |
|
| ສາສະໜາ (2020)[4] | |
| ເດມະນິມ | ຊາວມາເລເຊຍ |
| ການປົກຄອງ | ສະຫະພັນ ລະບົບລັດຖະສະພາ ລາຊາທິປະໄຕໂດຍເລືອກຕັ້ງ |
• ຢັງດິເປີຕວນອາກົງ (ກະສັດ) | ສົມເດັດພຣະລາຊາທິບໍດີ ອັບດູລລາ ຊາຫ໌ |
| ອັນວາ ອິບຣາຮິມ | |
| ສະພານິຕິບັນຍັດ | ລັດຖະສະພາ |
• ສະພາສູງ | ເດວັນ ເນີກາຣາ (ວຸດທິສະພາ) |
• ສະພາລຸ່ມ | ເດວັນ ຣັກຢາດ (ສະພາຜູ້ແທນລາຊະດອນ) |
| ເອກະລາດ | |
| 31 ສິງຫາ 1957[6] | |
| 22 ກໍລະກົດ 1963 | |
| 31 ສິງຫາ 1963[7] | |
| 16 ກັນຍາ 1963 | |
| ພື້ນທີ່ | |
• ລວມ | 330,803 ຕາລາງກິໂລແມັດ (127,724 ຕາລາງໄມ) (ອັນດັບທີ 67) |
| 0.3 | |
| ປະຊາກອນ | |
• 2024 ປະມານ | 34,564,810[8] (ອັນດັບທີ 43) |
• ສຳມະໂນປະຊາກອນ 2020 | 32,447,385[9] |
| 98 ຕໍ່ຕາລາງກິໂລແມັດ (253.8 ຕໍ່ຕາລາງໄມ) (ອັນດັບທີ 116) | |
| GDP (ອຳນາດຊື້) | 2022 (ປະມານ) |
• ລວມ | |
• ຕໍ່ຫົວ | |
| GDP (ລາຄາຕະຫຼາດ) | 2022 (ປະມານ) |
• ລວມ | |
• ຕໍ່ຫົວ | |
| ຈີນີ (2015) | ປານກາງ |
| HDI (2021) | ສູງຫຼາຍ · ອັນດັບທີ 62 |
| ສະກຸນເງິນ | ຣິງກິດ (RM) (MYR) |
| ເຂດເວລາ | UTC+8 (ເວລາມາດຕະຖານມາເລເຊຍ) |
| ຮູບແບບວັນທີ | ວວ-ດດ-ປປປປ |
| ໄຟບ້ານ | 240 ໂວລຕ໌, 50 ເຮີຣ໌ຊ |
| ຂັບລົດດ້ານ | ຊ້າຍ |
| ລະຫັດໂທລະສັບ | +60 |
| ລະຫັດອິນເຕີເນັດ | .my |
ມາເລເຊຍ (ມາເລ: Malaysia) ເປັນປະເທດຕັ້ງຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ປະກອບດ້ວຍລັດ 13 ລັດ ແລະ ດິນແດນສະຫະພັນ 3 ດິນແດນ ແລະ ມີເນື້ອທີ່ລວມ 330,803 ຕາລາງກິໂລແມັດ (127,720 ຕາລາງໄມລ໌) ໂດຍມີທະເລຈີນໃຕ້ແບ່ງພື້ນທີ່ອອກເປັນ 2 ສ່ວນເຊິ່ງມີຂະໜາດໃກ້ຄຽງກັນ ເຊັ່ນ ມາເລເຊຍຕາເວັນຕົກ ແລະ ມາເລເຊຍຕາເວັນອອກ ມາເລເຊຍຕາເວັນຕົກມີຊາຍແດນທາງບົກ ແລະ ທາງທະເລຮ່ວມກັບໄທ ແລະ ມີຊາຍແດນທາງທະເລຮ່ວມກັບສິງກະໂປ, ຫວຽດນາມ ແລະ ອິນໂດເນເຊຍ ມາເລເຊຍຕາເວັນອອກມີຊາຍແດນທາງບົກ ແລະ ທາງທະເລຮ່ວມກັບບຣູໄນ ແລະ ອິນໂດເນເຊຍ ແລະ ມີຊາຍແດນທາງທະເລຮ່ວມກັບຟີລິບປິນ ແລະ ຫວຽດນາມ ເມືອງຫຼວງຂອງປະເທດແມ່ນກົວລາລຳເປີ ໃນຂະນະທີ່ປູຕາຈາຢາເປັນທີ່ຕັ້ງຂອງລັດຖະບານກາງ ໂດຍປະຊາກອນຈຳນວນຫຼາຍກວ່າ 34 ລ້ານຄົນ ມາເລເຊຍຈຶ່ງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດເປັນອັນດັບທີ 42 ຂອງໂລກ ຕັນຈຸງ ປິໄຢ (Tanjung Piai) ຈຸດໃຕ້ທີ່ສຸດຂອງແຜ່ນດິນໃຫຍ່ທະວີບເອີຣາຊີຢູ່ໃນມາເລເຊຍ ມາເລເຊຍເປັນປະເທດໃນເຂດຮ້ອນ ແລະ ເປັນໜຶ່ງໃນ 17 ປະເທດຂອງໂລກທີ່ມີຄວາມຫຼາກຫຼາຍທາງຊີວະພາບຢ່າງຍິ່ງ (megadiverse country) ໂດຍມີຊະນິດພັນສະເພາະທ້ອງຖິ່ນເປັນຈຳນວນຫຼາຍ
ມາເລເຊຍມີຕົ້ນກຳເນີດມາຈາກອານາຈັກມາລາຢູຫຼາຍອານາຈັກທີ່ປາກົດໃນແຜນທີ່ ຕັ້ງແຕ່ພຸດທະສັກກະລາດທີ 24 ເປັນຕົ້ນມາ ອານາຈັກເຫຼົ່ານັ້ນກໍຄ່ອຍໆຂຶ້ນກົງຕໍ່ຈັກກະພັດບຣິເຕນ ໂດຍອານານິຄົມກຸ່ມທຳອິດຂອງບຣິເຕນມີຊື່ເອີ້ນລວມກັນວ່ານິຄົມຊ່ອງແຄບ ສ່ວນອານາຈັກມາລາຢູທີ່ເຫຼືອກາຍເປັນລັດໃນອາລັກຂາຂອງບຣິເຕນໃນເວລາຕໍ່ມາ ດິນແດນທັງໝົດໃນມາເລເຊຍຕາເວັນຕົກລວມຕົວກັນເປັນຄັ້ງທຳອິດໃນຖານະສະຫະພາບມາລາຢາໃນປີ 1946 ມາລາຢາຖືກປັບໂຄງສ້າງເປັນສະຫະພັນທະລັດມາລາຢາໃນປີ 1948 ແລະ ໄດ້ຮັບເອກະລາດເມຶ່ອວັນທີ 31 ສິງຫາ 1957 ມາລາຢາລວມກັບບໍນຽວເໜືອ, ຊາຣາວັກ ແລະ ສິງກະໂປເປັນມາເລເຊຍເມື່ອວັນທີ 16 ກັນຍາ 1963 ແຕ່ບໍ່ເຖິງສອງປີຖັດມາ ແມ່ນໃນປີ 1965 ສິງກະໂປກໍຖືກຂັບອອກຈາກສະຫະພັນ[13]
ມາເລເຊຍເປັນປະເທດທີ່ມີຫຼາຍຊົນເຜົ່າ ແລະ ຫຼາກຫຼາຍວັດທະນະທຳເຊິ່ງມີບົດບາດຢ່າງຫຼາຍໃນດ້ານການເມືອງ ປະມານເຄິ່ງໜຶ່ງຂອງປະຊາກອນທັງໝົດເຊື້ອສາຍມາລາຢູ ໂດຍມີຊົນກຸ່ມນ້ອຍກຸ່ມຄຳຄັນແມ່ນ: ຊາວມາເລເຊຍເຊື້ອສາຍຈີນ, ຊາວມາເລເຊຍເຊື້ອສາຍອິນເດຍ ແລະ ຊົນພື້ນເມືອງດັ້ງເດີມກຸ່ມຕ່າງໆ ລັດຖະທຳມະນູນປະກາດໃຫ້ສາສະໜາອິດສະລາມເປັນສາສະໜາປະຈຳຊາດ ແຕ່ກໍຍັງໃຫ້ເສລີພາບໃນການນັບຖືສາສະໜາສໍາລັບຄົນທີ່ບໍ່ແມ່ນຊາວມຸດສະລິມ ລະບົບລັດຖະບານມີຮູບແບບຄ້າຍຄືກັນກັບລະບົບລັດຖະສະພາເວດມິນສະເຕີ ລະບົບກົດໝາຍມີພື້ນຖານຢູ່ໃນລະບົບຄອມມອນລໍວ໌ ປະມຸກແຫ່ງລັດເປັນພະມະຫາກະສັດ ຫຼື ທີ່ຮຽກກັນວ່າຢັງດິເປີຕວນອາກົງ ຊົງໄດ້ຮັບເລືອກຈາກບັນດາເຈົ້າຜູ້ຄອງລັດໃນມາເລເຊຍຕາເວັນຕົກ 9 ລັດ ໂດຍຊົງດຳລົງຕໍາແໜ່ງແຕ່ລະໄລຍະ 5 ປີ ສ່ວນຫົວໜ້າລັດຖະບານແມ່ນນາຍົກລັດຖະມົນຕີ
ນັບຕັ້ງແຕ່ໄດ້ຮັບເອກະລາດ ມາເລເຊຍເປັນປະເທດທີ່ມີປະຫວັດທາງເສດຖະກິດທີ່ດີທີ່ສຸດປະເທດໜຶ່ງໃນອາຊີ ໂດຍມີຄ່າລວມຍອດຜະລິດຕະພັນພາຍໃນເຕີບໂຕຂຶ້ນສະເລ່ຍຮ້ອຍລະ 6.5 ຕໍ່ປີເປັນເວລາເກືອບ 50 ປີ[14] ລະບົບເສດຖະກິດແຕ່ເດີມໄດ້ຮັບການຂັບເຄື່ອນດ້ວຍຊັບພະຍາກອນທຳມະຊາດທີ່ມີຢູ່ ແຕ່ກໍກຳລັງຂະຫຍາຍຕົວໃນພາກວິທະຍາສາດ ການທ່ອງທ່ຽວ ການຄ້າ ແລະ ການທ່ອງທ່ຽວເຊີງສຸຂະພາບ ທຸກມື້ນີ້ ມາເລເຊຍເປັນປະເທດອຸດສາຫະກຳໃໝ່ທີ່ໃຊ້ລະບົບເສດຖະກິດແບບຕະຫຼາດເສລີ ເຊິ່ງມີຂະໜາດໃຫຍ່ທີ່ສຸດເປັນອັນດັບທີ 3 ໃນອາຊີຕາເວັນອອກສຽງໃຕ້ (ຮອງຈາກອິນໂດເນເຊຍ ແລະ ໄທ) ເປັນສາມາຊິກຈັດຕັ້ງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ການປະຊຸມສຸດຍອດອາຊີຕາເວັນອອກ ແລະ ອົງການການຮ່ວມມືອິດສະລາມ ແລະ ເປັນສະມາຊິກຂອງການຮ່ວມມືທາງດ້ານເສດຖະກິດແຫ່ງອາຊີ-ປາຊີຟິກ ເຄືອຈັກກະພົບແຫ່ງຊາດ ແລະ ຂະບວນການທີ່ບໍ່ສອດຄ່ອງ
ອ້າງອີງ
[ດັດແກ້]- ↑ "Malaysian Flag and Coat of Arms". Malaysian Government. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 22 ຕຸລາ 2013. ສືບຄົ້ນເມື່ອ 9 ກັນຍາ 2013.
{{cite web}}: CS1 maint: date auto-translated (ລິ້ງ) - ↑ "Current Population Estimates Malaysia 2016–2017". Department of Statistics, Malaysia. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 21 ກໍລະກົດ 2017. ສືບຄົ້ນເມື່ອ 14 ກໍລະກົດ 2017.
{{cite web}}: CS1 maint: date auto-translated (ລິ້ງ) - ↑ Department of Statistics Malaysia 2020.
- ↑ "Population Distribution and Basic Demographic Characteristic Report 2010 (Updated: 05/08/2011)". Department of Statistics, Malaysia. 29 ກໍລະກົດ 2011. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 20 ສິງຫາ 2017. ສືບຄົ້ນເມື່ອ 11 ມິຖຸນາ 2018.
{{cite web}}: CS1 maint: date auto-translated (ລິ້ງ) - ↑ "The States, Religion and Law of the Federation" (PDF). Constitution of Malaysia. Judicial Appointments Commission. ຂ້ໍມູນເກົ່າຈາກຕົ້ນສະບັບ (PDF) ເມື່ອ 14 ມິຖຸນາ 2017. ສືບຄົ້ນເມື່ອ 29 ຕຸລາ 2017.
Islam is the religion of the Federation; but other religions may be practised in peace and harmony in any part of the Federation.
{{cite web}}: CS1 maint: date auto-translated (ລິ້ງ) - ↑ Mackay, Derek (2005). Eastern Customs: The Customs Service in British Malaya and the Opium Trade. The Radcliffe Press. ນ. 240–. ISBN 978-1-85043-844-1.
- ↑ "31 Ogos 1963, Hari kemerdekaan Sabah yang rasmi". AWANI. 14 ພຶດສະພາ 2021. ສືບຄົ້ນເມື່ອ 1 ກັນຍາ 2021.
{{cite web}}: CS1 maint: date auto-translated (ລິ້ງ) - ↑ {{{2}}} entry at The World Factbook
- ↑ "Population and Housing Census of Malaysia 2020". Department of Statistics, Malaysia. ນ. 48. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 28 ກຸມພາ 2022. ສືບຄົ້ນເມື່ອ 23 ມີນາ 2022.
{{cite web}}: CS1 maint: date auto-translated (ລິ້ງ) - 1 2 3 4 "World Economic Outlook Database, April 2022". IMF.org. International Monetary Fund. ເມສາ 2022. ສືບຄົ້ນເມື່ອ ເມສາ 19, 2022.
{{cite web}}: CS1 maint: date auto-translated (ລິ້ງ) - ↑ "Gini Index". World Bank. ສືບຄົ້ນເມື່ອ 20 ທັນວາ 2018.
{{cite web}}: CS1 maint: date auto-translated (ລິ້ງ) - ↑ "Human Development Report 2021/2022" (PDF) (ພາສາອັງກິດ). United Nations Development Programme. 8 ກັນຍາ 2022. ສືບຄົ້ນເມື່ອ 8 ກັນຍາ 2022.
{{cite web}}: CS1 maint: date auto-translated (ລິ້ງ) - ↑ Baten, Jörg (2016). A History of the Global Economy. From 1500 to the Present. Cambridge University Press. ນ. 290. ISBN 9781107507180.
- ↑ "Malaysia". United States State Department. 14 ກໍລະກົດ 2010. ສືບຄົ້ນເມື່ອ 14 ກັນຍາ 2010.
{{cite web}}: CS1 maint: date auto-translated (ລິ້ງ)
- ບົດຄວາມທີ່ມີ short description
- ໜ້າທີ່ມີ short description ກົງກັບວິກິດາຕ້າ
- CS1 maint: date auto-translated
- Harv and Sfn no-target errors
- CS1 ແຫຼ່ງທີ່ມາພາສາອັງກິດ (en)
- Articles containing Malay (macrolanguage)-language text
- Pages using infobox country or infobox former country with the symbol caption or type parameters
- ປະເທດໃນອາຊີ