ປະເທດຫວຽດນາມ
ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ Cộng hòa xã hội chủ nghĩa Việt Nam
| |
---|---|
ຄຳຂວັນ: Độc lập - Tự do - Hạnh phúc "ເອກະລາດ - ອິດສະຫຼະພາບ - ຄວາມຜາສຸກ" | |
![]() | |
ເມືອງຫຼວງ | ຮ່າໂນ້ຍ |
ເມືອງໃຫຍ່ທີ່ສຸດ | ເມືອງໂຮ່ຈິມິນ |
ພາສາລັດຖະການ | ພາສາຫວຽດນາມ |
ການປົກຄອງ | ສາທາລະນະລັດສັງຄົມນິຍົມ |
ທ່ານ ໂຕ ເລິມ | |
ທ່ານ ເລືອງ ເກື່ອງ | |
ທ່ານ ຟາມ ມິນ ຈີ | |
ເອກະລາດ | |
ພື້ນທີ່ | |
• ລວມ | 331,344.82 ຕາລາງກິໂລແມັດ (127,932.95 ຕາລາງໄມລ໌) (66) |
6.38 | |
ປະຊາກອນ | |
• 2023 ປະມານ | 100,300,000 (15) |
• ສຳມະໂນປະຊາກອນ 2019 | 96,208,984 |
298 ຕໍ່ຕາລາງກິໂລແມັດ (771.8 ຕໍ່ຕາລາງໄມລ໌) (49) | |
GDP (ອຳນາດຊື້) | 2024 (ປະມານ) |
• ລວມ | $ 1559 ພັນລ້ານໂດລາສະຫະລັດ (26) |
• ຕໍ່ຫົວ | $15,470 ໂດລາສະຫະລັດ (106) |
GDP (ລາຄາຕະຫຼາດ) | 2024 (ປະມານ) |
• ລວມ | 465.814 ຕື້ໂດລາ (33) |
• ຕໍ່ຫົວ | 4,623 ໂດລາ (119) |
ຈີນີ (2020) | 36.8 ປານກາງ |
HDI (2023) | 0.766[1] ສູງ · 93 |
ສະກຸນເງິນ | ດົງ |
ເຂດເວລາ | UTC+7 |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | 84 |
ລະຫັດອິນເຕີເນັດ | .vn |
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຫລື ປະເທດຫວຽດນາມ (ຫວຽດນາມ: Cộng hòa xã hội chủ nghĩa Việt Nam ກົ່ງ ຫວ່າ ສາ ໂຫ່ຍ ຈູ໋ ຫງຽ ຫວຽດ ນາມ) ແມ່ນປະເທດໃນອາຊີຕາເວັນອອກສຽງໃຕ້ ຢູ່ຕາເວັນອອກສຸດຂອງແຫຼມອິນດູຈີນ ທາງທິດຕາເວັນຕົກ ມີພົມແດນຕິດປະເທດຈີນ ລາວ ແລະກໍາປູເຈຍ ແລະທາງທິດຕາເວັນອອກແລະໃຕ້ ມີພົມແດນຕິດອ່າວຕົງຈິງ ທະເລຈີນໃຕ້ ແລະອ່າວໄທ. ມີປະຊາກອນປະມານ 100.3 ລ້ານຄົນໃນ ຄ.ສ. 2023 ເຊິ່ງມີປະຊາກອນຫຼາຍທີ່ສຸດເປັນອັນດັບ 16 ຂອງໂລກແລະຫຼາຍປັນອັນດັບ 10 ຂອງອາຊີ. ນະຄອນຫຼວງມີຊື່ວ່າຮ່າໂນ້ຍ ເຊິ່ງແຕ່ງຕັ້ງໃຫ້ເປັນນະຄອນຫຼວງ ຕັ້ງແຕ່ຫວຽດນາມເໜືອແລະໃຕ້ໂຮມກັນໃນ ຄ.ສ. 1976. ເມືອງໃຫຍ່ສຸດໃນປະເທດແມ່ນເມືອງໂຮ່ຈິມິນ.
ທາງເໜືອຂອງປະເທດເຄີຍເປັນສ່ວນນຶ່ງຂອງຈັກກະວັດຈີນກວ່າພັນປີ ຕັ້ງແຕ່ 111 ປີກ່ອນຄະລິດສະສັກກະຫຼາດເຖິງ ຄ.ສ. 938. ລັດຕົ້ນເດີມຂອງຫວຽດນາມກໍ່ຕັ້ງຂຶ້ນເມື່ອປະມານປີ 938 ຫຼັງຫວຽດນາມຜາບແພ້ຈີນໃນສົງຄາມທາງເຮືອຢູ່ແມ່ນ້ຳບັ່ກດັງ. ຈາກນັ້ນ ຫວຽດນາມແລະຈັກກະພັດຫວຽດນາມກໍຈະເລີນຮຸ່ງເຮືອງແລະເລີ່ມແຜ່ຜາຍອິດທິພົນເຂົ້າໄປໃນອາຊີອາຄະເນ, ແຕ່ພໍເຖິງໄລຍະກາງສະຕະວັດທີ 19 ຫວຽດນາມກໍຕົກເປັນອິນດູຈີນຂອງຝະລັ່ງ.
ຫຼັງການຍຶດຄອງຂອງຍີ່ປຸ່ນໃນ ຄ.ສ. 1940 ຫວຽດນາມສູ້ຮົບກັບຝະລັ່ງໃນສົງຄາມອິນດູຈີນຄັ້ງທີນຶ່ງ ເມື່ອວັນທີ 2 ກັນຍາ ໂຮ່ຈິມິນປ່າວຮ້ອງການແຕ່ງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ. ໃນປີ ຄ.ສ. 1954 ຫວຽດນາມຜາບແພ້ຝະລັ່ງຢ່າງເດັດຂາດໃນການຮົບຢູ່ດຽນບຽນຟູ ແລະເຮັດໃຫ້ຫວຽດນາມແຍກເປັນສອງປະເທດ ແມ່ນ ຫວຽດນາມເໜືອ (ສາທາລະນະລັດປະຊາທິປະໄຕຫວຽດນາມ) ແລະ ຫວຽດນາມໃຕ້ (ສາທາລະນະລັດຫວຽດນາມ). ຕໍ່ມາຄວາມຂັດແຍ້ງລະຫວ່າງ 2 ປະເທດຕື່ມຄວາມຮຸນແຮງຈົນກາຍເປັນສົງຄາມຫວຽດນາມຕັ້ງແຕ່ ຄ.ສ. 1955-1975.
ພາຍລຸນມາ ຫວຽດນາມໂຮມປະເທດແລະຢູ່ພາຍໃຕ້ລັດຖະບານກອມມູນິດ ເຊິ່ງປະເທດຍັງມີຄວາມຍາກຈົນແລະໂດດດ່ຽວທາງການເມືອງ. ຢ່າງໃດກໍດີ ໃນ ຄ.ສ. 1986 ພັກຄອມມິວນິດຫວຽດນາມເລີ່ມສ້ອມແປງເສດຖະກິດແລະການເມືອງ ເຮັດໃຫ້ຫວຽດນາມເລີ່ມເຂົ້າຮ່ວມກັບເສດຖະກິດໂລກ. ໃນ ຄ.ສ. 2000 ໄດ້ສ້າງຄວາມພົວພັນທາງການທູດກັບທຸກປະເທດ ແລະຕັ້ງແຕ່ ຄ.ສ. 2000 ອັດຕາການເຕີບໂຕທາງເສດຖະກິດຂອງຫວຽດນາມ ກໍຖືວ່າແມ່ນປະເທດທີ່ມີອັດຕາການເຕີບໂຕສູງສຸດໃນໂລກ ແມ່ນ ການສ້ອມແປງເສດຖະກິດໄດ້ປະສົບຄວາມສຳເລັດ ຈຶ່ງເຮັດໃຫ້ສາມາດເຂົ້າຮ່ວມກັບອົງການການຄ້າໂລກໄດ້ໃນ ຄ.ສ. 2007 ແລະນອກຈາກນີ້ ຍັງໄດ້ເປັນສະມາຊິກຂອງຄວາມຮ່ວມມືທາງເສດຖະກິດອາຊີ-ປາຊີຟິກແລະອົງການລະຫວ່າງປະເທດຂອງກຸ່ມປະເທດທີ່ໃຊ້ພາສາຝະລັ່ງອີກນຳ.
ແຫຼ່ງຂໍ້ມູນອື່ນ
[ດັດແກ້]- ↑ "Human Development Report 2025" (PDF) (in ອັງກິດ). United Nations Development Programme. 6 May 2025. Archived (PDF) from the original on 6 May 2025. Retrieved 6 May 2025.