ເພງຊາດຫວຽດນາມ

ຈາກ ວິກິພີເດຍ
ມາຊທະຫານຫວຽດນາມ

Tiến Quân Ca

ເນື້ອຮ້ອງ ຫງວຽນ ວັນ ກາວ (1944)
ທຳນອງ ຫງວຽນ ວັນ ກາວ (1944)
ຮັບໄປໃຊ້ 1954 (ໂດຍຫວຽດນາມເໜືອ)

1975 (ໂດຍຫວຽດນາມ)

ເພງຊາດຫວຽດນາມ (ຄຳເຄົ້າ: ເພຼງຊາຕວຽຕນາມ; ຫວຽດນາມ: Tiến Quân Ca ຄຳແປ : ເພງເດີນທະຫານ, ມາຊທະຫານຫວຽດນາມ) ແມ່ນເພງຊາດຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ງໂດຍ ຫງວຽນ ວັນ ກາວ (Nguyễn Văn Cao; ຄ.ສ. 1923-1995) ໃນ ຄ.ສ.1944 ແລະໃຊ້ແມ່ນເພງຂອງສາທາລະນະລັດປະຊາທິປະໄຕຫວຽດນາມໃນຄ.ສ. 1945 ແລະນຳມາໃຊ້ແມ່ນເພງຊາດຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ຫຼັງຈາກການລວມປະເທດໃນປີຄ.ສ.1976 ໂດຍມີສອງເນື້ອເພງ ແຕ່ສ່ວນໃຫຍ່ຈະຮ້ອງພຽງແຕ່ບົດອິດ

ເນື້ອເພງ[ດັດແກ້]

ພາສາຫວຽດນາມ ຄຳແປ
ບົດທີ່ 1
Đoàn quân Việt Nam đi

Chung lòng cứu quốc

Bước chân dồn vang trên đường gập ghềnh xa

Cờ in máu chiến thắng mang hồn nước,

Súng ngoài xa chen khúc quân hành ca.

Đường vinh quang xây xác quân thù,

Thắng gian lao cùng nhau lập chiến khu.

Vì nhân dân chiến đấu không ngừng,

Tiến mau ra sa trường,

Tiến lên, cùng tiến lên.

Nước non Việt Nam ta vững bền.

ທະຫານຫວຽດນາມທັ້ງຫຼາຍ ຮຸກໄປຂ້າງໜ້າ !
ດ້ວຍໃຈເດັດດຽວໃນການປົກປ້ອງປະເທດ
ສຽງເທົ້າທີ່ໄວດັງກ້ອງທົ່ວທ້ອງຖະໜົນອັນຍາວໄກແລະທຸລະກັນດານ
ຈິດວິນຍານຂອງຊາດສະຖິດໃນທຸງແດງອາບເລືອດແຫ່ງໄຊຊະນະ
ສຽງປືນທີ່ກະໜ່ຳຍາວນານສອດປະສານໄປກັບສຽງເພງເດິນກອງທັບ
ຫົນທາງສູ່ຄວາມຮຸ່ງເຮືອງຂອງເຮົາທອດທັບບົນຊາກສົບຂອງເຫຼົ່າສັດຕູ
ມາຝ່າຟັນຄວາມທຸກຍາກຍາວປະການ ແລ້ວຮ່ວມສ້າງທີ່ໝັ້ນຕ້ານສັດຕູ
ຈົ່ງສູ້ເພື່ອຈຸດມຸ່ງໝາຍຂອງຜອງຊົນຢ່າງບໍ່ລົດລະ
ຟ້າວເຂົ້າສູ່ສະໜາມລົບກັນ​ເລີຍ !
ຮຸກໄປຂ້າງໜ້າ ! ທຸກຄົນຮຸກໄປຂ້າງໜ້າ !
ຫວຽດນາມຂອງເຮົາຢູ່ຍືນຍາວນິລັນດອນ

ບົດທີ່ 2
Đoàn quân Việt Nam đi

Sao vàng phấp phới

Dắt giống nòi quê hương qua nơi lầm than

Cùng chung sức phấn đấu xây đời mới,

Đứng đều lên gông xích ta đập tan.

Từ bao lâu ta nuốt căm hờn,

Quyết hy sinh đời ta tươi thắm hơn.

Vì nhân dân chiến đấu không ngừng,

Tiến mau ra sa trường,

Tiến lên, cùng tiến lên.

Nước non Việt Nam ta vững bền.

ທະຫານຫວຽດນາມທັ້ງຫຼາຍ ຮຸກໄປຂ້າງໜ້າ !
ທຸງດາວທອງໂບກສະບັດພິ້ວ
ນຳປະຊາຊົນພົ້ນຄວາມທຸກຍາກລຳບາກ
ມາຮ່ວມພະຍາຍາມຕໍ່ສູ້ເພື່ອສ້າງຊີວິດໃໝ່
ຈົ່ງລຸກຂຶ້ນສູ້ແລະເຮັດລາຍໂສ້ຕວນທິ້ງ
ເພາະເຮົາສະກັດກັ້ນຝືນທົນຕໍ່ຄວາມແຄ້ນຊັງມານານພໍແລ້ວ
ຈົ່ງກຽມພ້ອມຕໍ່ການເສຍສະຫຼະທຸກສິ່ງ ເພື່ອຊີວິດອັນຮຸ່ງເຮືອງໃນພາຍໜ້າ
ຈົ່ງສູ້ເພື່ອຈຸດມຸ່ງໝາຍຂອງຜອງຊົນຢ່າງບໍ່ລົດລະ
ຟ້າວເຂົ້າສູ່ສະໜາມລົບກັນ​ເລີຍ !
ຮຸກໄປຂ້າງໜ້າ ! ທຸກຄົນຮຸກໄປຂ້າງໜ້າ !
ຫວຽດນາມຂອງເຮົາຢູ່ຍືນຍາວນິລັນດອນ