Jump to content

ປະເທດຕີມໍແລັດສະເຕ

ຈາກ ວິກິພີເດຍ
ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ

República Democrática de
Timor-Leste
(ປອກຕຸຍການ)

Repúblika Demokrátika
Timór-Leste
(ເຕຕຸນ)

ທຸງຊາດຕີມໍແລັດສະເຕ
ທຸງຊາດ
ກາແຜ່ນດິນຂອງຕີມໍແລັດສະເຕ
ກາແຜ່ນດິນ
ຄຳຂວັນ"ເອກະພາບ, ການກະທຳ, ຄວາມກ້າວໜ້າ"
(ປອກຕຸຍການ: Unidade, Acção, Progresso;
ເຕຕຸນ: Unidade, Asaun, Progresu)
ທີ່ຕັ້ງຂອງຕີມໍແລັດສະເຕ
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ດີລີ
8°33′S 125°34′E / 8.55°S 125.56°E / -8.55; 125.56ພິກັດພູມສາດ: 8°33′S 125°34′E / 8.55°S 125.56°E / -8.55; 125.56
ພາສາລັດຖະການ
ພາສາປະຈຳຊາດ
ພາສາປະຕິບັດການ
ສາສະໜາ
(ສຳມະໂນ ປີ 2015)[1]
ການປົກຄອງລັດດ່ຽວ ສາທາລະນະລັດລະບົບເຄິ່ງປະທານາທິບໍດີ[2]
ຈູເຊ ຣາມັຊ-ຮໍດາ
ຕາອູຣ ມາຕັນ ຣູອັກ
ສະພານິຕິບັນຍັດລັດຖະສະພາ
ເອກະລາດ 
ຄຣິດສະຕະວັດທີ 16
• ປະກາດເອກະລາດ
28 ພະຈິກ 1975
17 ກໍລະກົດ 1976
25 ຕຸລາ 1999
• ຟື້ນຟູເອກະລາດ
20 ພຶດສະພາ 2002
ພື້ນທີ່
• ລວມ
15,007[3] ຕາລາງກິໂລແມັດ (5,794 ຕາລາງໄມລ໌) (ອັນດັບທີ 154)
ໜ້ອຍຫຼາຍ
ປະຊາກອນ
• 2021 ປະມານ
1,340,513 (ອັນດັບທີ 153)
• ສຳມະໂນປະຊາກອນ 2015
1,183,643[4]
78 ຕໍ່ຕາລາງກິໂລແມັດ (202.0 ຕໍ່ຕາລາງໄມລ໌)
GDP (ອຳນາດຊື້)2020 (ປະມານ)
• ລວມ
5.315 ຕື້ໂດລາສະຫະລັດ
4,031 ໂດລາສະຫະລັດ[5]
GDP (ລາຄາຕະຫຼາດ)2020 (ປະມານ)
• ລວມ
1.920 ຕື້ໂດລາສະຫະລັດ
1,456 ໂດລາສະຫະລັດ[5]
ຈີນີ (2014)Steady 28.7[6]
ຕ່ຳ
HDI (2019)Decrease 0.606[7]
ປານກາງ · ອັນດັບທີ 141
ສະກຸນເງິນໂດລາສະຫະລັດb (USD)
ເຂດເວລາUTC+9 (TLT)
ຂັບລົດດ້ານຊ້າຍມື
ລະຫັດໂທລະສັບ+670
ລະຫັດ ISO 3166TL
ລະຫັດອິນເຕີເນັດ.tlc
ເວັບໄຊ
timor-leste.gov.tl
  1. "ພາສາປະຈຳຊາດ" ອີກ 15 ພາສາໄດ້ຮັບການຮັບຮອງໃນລັດຖະທຳມະນູນ
  2. ນອກຈາກນີ້ຍັງໃຊ້ຫຼຽນເຊັງຕາວູ
  3. .tp ຍົກເລີກການໃຊ້ແລ້ວ

ຕີມໍແລັດສະເຕ (ປອກຕຸຍການ: Timor-Leste, ອອກສຽງ: [tiˈmoɾ ˈlɛʃtɨ]) ຫຼື ຕີມໍຕາເວັນອອກ (ເຕຕຸນ: Timór Lorosa'e)[8] ມີຊື່ຢ່າງເປັນທາງການແມ່ນ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ (ປອກຕຸຍການ: República Democrática de Timor-Leste;[9] ເຕຕຸນ: Repúblika Demokrátika Timór-Leste)[8][10] ເປັນປະເທດທີ່ຕັ້ງຢູ່ໃນເກາະໃນພາກພື້ນອາຊີຕາເວັນອອກສຽງໃຕ້[11] ປະກອບດ້ວຍເກາະຕີມໍດ້ານຕາເວັນອອກ ເກາະອາເຕົາຣູ (Atauro) ແລະ ເກາະຈາກູ (Jaco) ທີ່ຢູ່ໃກ້ຄຽງ ແລະ ເທສະບານໂອເອກູຊີ (Oecusse) ເຊິ່ງຕັ້ງຢູ່ໃນຝັ່ງຕາເວັນຕົກຂອງເກາະຕີມໍ ຕີມໍຕາເວັນອອກຖືກລ້ອມຮອບໂດຍພື້ນທີ່ຂອງປະເທດອິນໂດເນເຊຍ.

ຕີມໍຕາເວັນອອກໄດ້ຕົກເປັນອານານິຄົມຂອງປອກຕຸຍການໃນສະຕະວັດທີ 16 ເຊີ່ງເປັນທີ່ຮູ້ຈັກໃນຊື່ ປອກຕຸຍການ ຕີມໍຈົນເຖິງວັນທີ 28 ພະຈິກ 1975 ເມື່ອແນວຮ່ວມປະຕິວັດເພື່ອຕີມໍຕາເວັນອອກ (Fretilin) ໄດ້ປະກາດເອກະລາດຈາກປອກຕຸຍການ ຫຼັງຈາກນັ້ນເກົ້າວັນໄດ້ຖືກກອງທັບອິນໂດເນເຊຍເຂົ້າຮຸກຮານ ແລະຍຶດຄອງ ແລະໄດ້ປະກາດໃຫ້ເປັນແຂວງທີ 27 ຂອງອິນໂດເນເຊຍໃນປີຕໍ່ມາ ການຍຶດຄອງຕີມໍຕາເວັນອອກຂອງອິນໂດເນເຊຍມີລັກສະນະຂອງຄວາມຂັດແຍ້ງທີ່ຮຸນແຮງ ແລະ ດົນນານຫຼາຍທົດສະວັດລະຫວ່າງກຸ່ມແບ່ງແຍກດິນແດນ (ໂດຍສະເພາະ Fretilin) ແລະ ກອງທັບອິນໂດເນເຊຍ.

ໃນປີ 1999 ຫຼັງຈາກສະຫະປະຊາຊາດ ຫຼື UN ໄດ້ຕັດສິນໃຈເຂົ້າໄປດູແລຄວາມຂັດແຍ້ງທີ່ເກີດຂຶ້ນ ເຮັດໃຫ້ອິນໂດເນເຊຍໄດ້ຍົກເລີກການຄວບຄຸມດິນແດນດັ່ງກ່າວ ຕີມໍແລັດສະເຕຈຶ່ງໄດ້ກາຍເປັນລັດອິດສະຫຼະແຫ່ງໃໝ່ແຫ່ງທຳອິດຂອງສະຕະວັດທີ 21 ເມື່ອວັນທີ 20 ພຶດສະພາ 2002 ແລະ ໄດ້ເຂົ້າຮ່ວມກັບອົງການສະຫະປະຊາຊາດ[12] ແລະຊມຊົນປະເທດພາສາປອກຕຸຍການ[13] ໃນປີ 2011 ຕີມໍຕາເວັນອອກມີຄວາມຕັ້ງໃຈທີ່ຈະເປັນສະມາຊິກປະເທດທີ 11 ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ)[14] ເປັນໜຶ່ງໃນສອງປະເທດທີ່ນັບຖືສາສະໜາຄິດໃນອາຊີຕາເວັນອອກສຽງໃຕ້ ອີກໜຶ່ງປະເທດຄື ຟີລິບປິນ ແລະ ເປັນປະເທດດຽວໃນທະວີບອາຊີທີ່ມາພື້ນທີ່ທັງໝົດທີ່ຢູ່ໃນຊີກໂລກໃຕ້.

ທີ່ມາຂອງຊື່

[ດັດແກ້]

"ຕີມໍ" ມາຈາກ "ຕິມູຣ໌" ມີຄວາມໝາຍວ່າ "ຕາເວັນອອກ" ໃນ ມາເລ ເຊີ່ງໄດ້ຮັບການບັນທຶກເປັນ "ຕີມໍ" ໃນ ປອກຕຸຍການ ຈຶ່ງສົ່ງຜົນໃຫ້ຄວາມໝາຍ "ຕາເວັນອອກ ຕາເວັນອອກ"; ພາສາປອຍຕຸການ ຕີມໍ-ເລສເຕ (Leste ໝາຍເຖິງ "ຕາເວັນອອກ"); ໃນ ພາສາເຕຕຸມ Timór Lorosa'e (Lorosa'e ໝາຍເຖິງ "ຕາເວັນອອກ" (ຕົວອັກສອນ "ພະອາທິດຂຶ້ນ")) ໃນພາສາອິນໂດເນເຊຍ ເອີ້ນວ່າ Timor Timur ດັງນັ້ນຈຶ່ງໃຊ້ຊື່ປອກຕຸຍການສຳລັບເກາະດ້ວຍຄຳວ່າ "ຕາເວັນອອກ" ເນື່ອງຈາກຄຳຄຸນນະສັບໃນພາສາອິນໂດເນເຊຍໃສ່ຫຼັງຄຳນາມ

ປະຫວັດຄວາມເປັນມາ

[ດັດແກ້]

ຍຸກກ່ອນປະຫວັດສາດ

[ດັດແກ້]

ວັດທະນະທຳທີ່ຍັງຄົງຢູ່ທີ່ເມືອງເຢຣິມາໄລ ທາງຕາເວັນອອກສຸດຂອງຕີມໍຕາເວັນອອກມີອາຍຸເກົ່າແກ່ເຖິງ 42,000 ປີມາແລ້ວ ເຮັດໃຫ້ສະຖານທີ່ແຫ່ງນີ້ເປັນສະຖານທີ່ທີ່ເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງມະນຸດສະໄໝໃໝ່ທີ່ມີກິດຈະກຳການເດີນເຮືອໃນອາຊີຕາເວັນອອກສຽງໃຕ້[15] ເຊື່ອກັນວ່າໄດ້ມີການອັບພະຍົບຢ່າງໜ້ອຍສາມຄັ້ງໃຫຍ່ໆ ໃນຕີມໍຕາເວັນອອກ ນັກມະນຸດສາດຄົນທຳອິດໄດ້ອະທິບາຍວ່າ ຊາວເວັດໂດ-ອອສຕຣາລອຍດ໌ເປັນກຸ່ມທຳອິດທີ່ໄດ້ເຂົ້າມາສູ່ຕີມໍຕາເວັນອອກປະມານ 3,000 ປີ ກ່ອນຄຣິດຕະການ ການອົບພະຍົບຄັ້ງທີສອງຂອງຊາວເມລານີເຊຍເຮັດໃຫ້ຊາວເວັດໂດ-ອອສຕຣາລອຍດ໌ກ່ອນໜ້ານີ້ໄດ້ຖອຍໄປຢູ່ດ້ານໃນຂອງພູ ແລະ ຄັ້ງຫຼ້າສຸດຊາວໂປໂຕມາເລກໍໄດ້ອົບພະຍົບມາຈາກຈີນຕອນໃຕ້ ແລະ ອິນໂດຈີນຕອນເໜືອ[16] ພໍ່ຄ້າຊາວຮົກກ້ຽນ (Hakka traders) ກໍ່ແມ່ນຢູ່ໃນກຸ່ມສຸດທ້າຍນີ້[17]

ນິທານພື້ນເມືອງຂອງ Timorese ບອກເຖິງບັນພະບຸລຸດຜູ້ທີ່ຂີ່ເຮືອໄປທາງທິດຕາເວັນອອກຂອງປະເທດຕີມໍມາຮອດດິນແດນທາງທິດໃຕ້ ບາງເລື່ອງໄດ້ເລົ່າເຖິງບັນພະບຸລຸດຂອງ Timorese ເດີນທາງຈາກແຫຼມມາເລ ຫຼື ເຂດເນີນສູງ Minangkabau ຂອງເກາະສຸມາຕຣາ. ຊາວ Austronesians ອົບພະຍົບໄປປະເທດ ຕີມໍ ແລະ ຄິດວ່າມີສ່ວນກ່ຽວຂ້ອງກັບການພັດທະນາກະສິກຳຢູ່ເທິງເກາະ.

ຍຸກສະໄໝຄລາດສິກ

[ດັດແກ້]

ກ່ອນອານານິຄົມເອີຣົບ ຕີມໍໄດ້ຖືກລວມເຂົ້າໃນເຄືອຂ່າຍການຄ້າອິນໂດເນເຊຍ, ມາເລເຊຍ, ຈີນ ແລະ ອິນເດຍ ໃນສະຕະວັດທີ 14 ແມ່ນປະເທດສົ່ງອອກບັນດາແຊນຊາຍທີ່ມີກິ່ນຫອມ ຂ້າທາດ ນໍ້າເຜິ້ງ ແລະ ຂີ້ເຜິ້ງ ນັບແຕ່ທົດສະວັດທີ 1500 ປະຊາຊົນຕີມໍມີສາຍພົວພັນທາງທະຫານກັບຊາວ Luções ທາງພາກເໜືອຟີລິບປິນໃນປະຈຸບັນ ຄວາມອຸດົມສົມບູນຂອງໄມ້ເກດສະໜາເທິງໃນຕິມໍໄດ້ດຶງດູດນັກສຳຫຼວດຊາວເອີຣົບເຂົ້າມາໃນເກາະໃນຕົ້ນສະຕະວັດທີ 16 ໃນເວລານັ້ນນັກສຳຫຼວດຊາວເອີຣົບລາຍງານວ່າເກາະແຫ່ງນີ້ມີຊົນເຜົ່າຈຳນວນຫຼວງຫຼາຍທີ່ສຳຄັນ.

ອານານິຄົມປອກຕຸຍການ

[ດັດແກ້]

ປອກຕຸຍການສ້າງຕັ້ງສະຖານທີ່ຕັ້ງຢູ່ຕີມໍ ແລະ ມາລູກູ ການຍຶດຄອງເອີຣົບມີຜົນໃນສ່ວນໜ້ອຍຂອງປະເທດຕີມໍຕາເວັນອອກໄດ້ເລີ່ມຕົ້ນໃນປີ 1769 ເມື່ອເມືອງດີລີໄດ້ຖືກສ້າງຕັ້ງຂຶ້ນ ແລະ ຢູ່ໃນອານານິຄົມຂອງປະເທດປອກຕຸຍການ ຊາຍແດນທີ່ແນ່ນອນລະຫວ່າງເກາະເຄິ່ງໜຶ່ງຂອງພາກຕາເວັນຕົກຂອງອານານິຄົມໂຮນລັງ ແລະ ຕາເວັນອອກທີ່ມີອານານິຄົມປອກຕຸຍການໄດ້ຖືກຈັດສິນໂດຍສານຖາວອນຂອງສານໂລກຊີ້ຂາດປີ 1914 ແລະ ຍັງຄົງແມ່ນເຂດແດນລະຫວ່າງປະເທດອິນໂດເນເຊຍ ແລະ ຕີມໍຕາເວັນອອກຕາມລຳດັບ ສຳລັບຊາວປອກຕຸຍການ ຕີມໍຕາເວັນອອກຍັງຄົງບໍ່ໄດ້ຮັບຄວາມສົນໃຈຈົນຮອດທ້າຍສະຕະວັດທີ 19 ດ້ວຍການລົງທຶນທີ່ໜ້ອຍທີ່ສຸດໃນພື້ນຖານໂຄງສ້າງ ສຸຂະພາບ ແລະ ການສຶກສາ.

ອ້າງອີງ

[ດັດແກ້]
  1. "Nationality, Citizenship, and Religion". Government of Timor-Leste. 25 October 2015. Archived from the original on 14 July 2019. Retrieved 29 January 2020.
  2. Shoesmith, Dennis (March–April 2003). "Timor-Leste: Divided Leadership in a Semi-Presidential System". Asian Survey. 43 (2): 231–252. doi:10.1525/as.2003.43.2.231. ISSN 0004-4687. OCLC 905451085. Archived from the original on ເມສາ 14, 2021. Retrieved ຕຸລາ 8, 2023. The semi-presidential system in the new state of Timor-Leste has institutionalized a political struggle between the president, Xanana Gusmão, and the prime minister, Mari Alkatiri. This has polarized political alliances and threatens the viability of the new state. This paper explains the ideological divisions and the history of rivalry between these two key political actors. The adoption of Marxism by Fretilin in 1977 led to Gusmão's repudiation of the party in the 1980s and his decision to remove Falintil, the guerrilla movement, from Fretilin control. The power struggle between the two leaders is then examined in the transition to independence. This includes an account of the politicization of the defense and police forces and attempts by Minister of Internal Administration Rogério Lobato to use disaffected Falintil veterans as a counterforce to the Gusmão loyalists in the army. The December 4, 2002, Dili riots are explained in the context of this political struggle.
  3. "East Timor Geography". www.easttimorgovernment.com.
  4. "Population by Age & Sex". Government of Timor-Leste. 25 October 2015. Archived from the original on 25 January 2020. Retrieved 29 January 2020.
  5. 5.0 5.1 "Report for Selected Countries and Subjects". www.imf.org. Retrieved 4 May 2019.
  6. "Gini Index coefficient". CIA World Factbook. Retrieved 16 July 2021.
  7. Human Development Report 2020 The Next Frontier: Human Development and the Anthropocene (PDF). United Nations Development Programme. 15 December 2020. pp. 343–346. ISBN 978-92-1-126442-5. Retrieved 16 December 2020.
  8. 8.0 8.1 "tetun.org". tetun.org.
  9. "Constituição da República Democrática de Timor" (PDF). Government of Timor-Leste. Retrieved 2 September 2016.
  10. "Konstituisaun Repúblika Demokrátika Timór-Leste" (PDF). Government of Timor-Leste. Retrieved 2 September 2016.
  11. CIA (29 November 2012). "East and Southeast Asia:Timor-Leste". The World Factbook. Washington, DC:Central Intelligence Agency. Retrieved 16 December 2012.
  12. UNANIMOUS ASSEMBLY DECISION MAKES TIMOR-LESTE 191ST UNITED NATIONS MEMBER STATE : [1]. ສືບຄົ້ນ 3 ມີນາ 2021.
  13. Community of Portuguese Language Countries : [2]. ສືບຄົ້ນ 3 ມີນາ 2021.
  14. TIMOR-LESTE’S ASEAN MEMBERSHIP PROSPECTS IN A TIME OF GEOPOLITICAL AMBIGUITY : [3]. ສືບຄົ້ນ 3 ມີນາ 2021.
  15. Maritime Southeast Asia : [4]. ສືບຄົ້ນ 3 ມີນາ 2021.
  16. Population Settlements in East Timor and Indonesia : [5]. ສືບຄົ້ນ 3 ມີນາ 2021.
  17. ABOUT TIMOR-LESTE : [6]. ສືບຄົ້ນ 3 ມີນາ 2021.