ພາສາອັງກິດ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ English language)
ພາສາອັງກິດ  
ສຽງອ່ານ: [ˈɪŋɡlɪʃ][1]
ເວົ້າໃນ: (ເບິ່ງໃນບົດຄວາມ)
ຈຳນວນຜູ້ເວົ້າ: 360 ລ້ານຄົນ
ຕະກູນພາສາ: ອິນດູ-ເອີລົບ
 ພາສາເຢຍລະມັນ
  ພາສາເຢຍລະມັນຕາເວັນຕົກ
   ພາສາອັງກິດ-ຟະລິດ
    ພາສາອັງກິດ
     ພາສາອັງກິດ 
ລະບົບການຂຽນ: ອັກສອນລາແຕັງ (ອັກສອນອັງກິດ
ສະຖານະທາງການ
ພາສາທາງການໃນ: 54 ປະເທດ
27 ອົງການບໍ່ແມ່ນລັດ
ແລະບ່ອນອື່ນອີກຫຼາຍຫຼວງ
ຜູ້ວາງລະບຽບ: ບໍ່ມີ
ລະຫັດພາສາ
ISO 639-1: en
ISO 639-2: eng
ISO 639-3: eng 
Anglospeak (subnational version).svg
ສາລານຸກົມພາສາ ສ່ວນນຶ່ງຂອງສາລານຸກົມພາສາ

ພາສາອັງກິດ (English, ຄຳເຄົ້າ: ພາສາອັງກລິສ[2]) ແມ່ນພາສາເຢຍລະມັນຕາເວັນຕົກພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດອັງກິດ ຈົນປະຈຸບັນນີ້ ມີການເວົ້າກັນທົ່ວໂລກ. ແມ່ນພາສາທາງການ ຢູ່ສະຫະລາຊະອານາຈັກ,ປະເທດອະເມລິກາ ແລະ ຫຼາຍປະເທດໃນໂລກ. ນອກຈາກນີ້​ ຍັງເປັນ ພາສາທຸລະກິດ, ພາສາສື່ສານ ແລະ ພາສາຕ່າງປະເທດທີ່ໜຶ່ງທີ່ໃຊ້ກັນແຜ່ຫຼາຍທີ່ສຸດໃນໂລກພາສາໜຶ່ງ.

ແຜນທີ່ ຂອງ ປະເທດ, ລັດ ທີ່ໃຊ້ພາສາອັງກິດເປັນພາສາລັດຖະການ ຫຼື ພາສາບໍ່ເປັນທາງການຢ່າງແຜ່ຫຼາຍທີ່ສຸດ.

ພາສາອັງກິດແມ່ນພາສາແມ່ທີ່ມີຈຳນວນຜູ້ເວົ້າຫຼາຍທີ່ສຸດເປັນອັນດັບທີ່ 3 ຂອງໂລກ ຮອງລົງມາຈາກພາສາຈີນກາງແລະພາສາແອສະປາໂຍນ.

ຄວາມເປັນມາ[ດັດແກ້]

ພາສາອັງກິດມາຈາກບັນດາອານາຈັກອັງກະໂລ-ຊັກຊັງແຫ່ງເມືອງອັງກິດ ແລະແຫ່ງເມືອງເອກົດຕອນຕະເວັນອອກສຽງໃຕ້ໃນປະຈຸບັນ ຢ່າງໃດກໍ່ດີ ແຕ່ກ່ອນນັ້ນແມ່ນບ່ອນທີ່ຢູ່ພາຍໃຕ້ການປົກຄອງຂອງອານາຈັກນອກແຕມບະລີ.

ພາສາອັງກິດແມ່ນພາສາທີ່ມີການໃຊ້ແຜ່ຫຼາຍທົ່ວແຫຼ່ງຫຼ້າຍ້ອນມາຈາກອິທິພົນໃຫຍ່ຂອງອານາຈັກອັງກິດແຕ່ສະຕະວັດທີ 17 ຫາສະຕະວັດທີ 20 ຊ່ວງກາງ ແລະກໍ່ຂອງອິທິພົນຂອງອາເມລິກາຕັ້ງແຕ່ສະຕະວັດທີ 20 ຊ່ວງກາງ.

ອ້າງອີງ[ດັດແກ້]

  1. "English Adjective". Oxfordadvancedlearnersdictionary.com. Retrieved 2013-04-20.
  2. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.