ພາສາອັງກິດເກົ່າ

ຈາກ ວິກິພີເດຍ
ພາສາອັງກິດເກົ່າ
Ænglisc, Anglisc, Englisc
ເວົ້າໃນ: ອັງກິດ ແລະສະກັອດແລນຕອນໃຕ້
ການສູນຫາຍ: ພັດທະນາກາຍເປັນ Middle English ໃນຊ່ວງ ຄິດສະຕະວັດທີ່ 12
ຕະກູນພາສາ: ອິນດູ-ເອີລົບ
 Germanic
  West Germanic
   Anglo-Frisian
    Anglic
     ພາສາອັງກິດເກົ່າ
ລະຫັດພາສາ
ISO 639-1: ບໍ່ມີ
ISO 639-2: ang
ISO 639-3: ang
ສາລານຸກົມພາສາ ສ່ວນນຶ່ງຂອງສາລານຸກົມພາສາ

ພາສາອັງກິດເກົ່າ (Ænglisc, Anglisc, Englisc; ອັງກິດ: Old English ຫຍໍ້ວ່າ OE ຫຼື ພາສາແອງໂກລ-ແຊັກຊັນ (ອັງກິດ: Anglo-Saxon) ແມ່ນພາສາອັງກິດຍຸກທຳອິດທີ່ເວົ້າກັນໃນບໍລິເວນທີ່ປັດຈຸບັນຄືແຄວ້ນອິງແລນ ອັງກິດແລະສະກັອດແລນຕອນໃຕ້ໃນລະຫວ່າງກາງຄິດສະຕະວັດທີ່ 5 ເຖິງກາງຄິດສະຕະວັດທີ່ 12 ນັບເປັນພາສາເຈີແມນິກຕາເວັນຕົກ ດ້ວຍເຫດນີ້ຈຶງຄວາມຄ້າຍຄຶງກັບພາສາຟິຊຽນເກົ່າ (Old Frisian) ແລະ ພາສາແຊັກຊັນເກົ່າ (Old Saxon) ນອກຈາກນີ້ຍັງຄວາມສັມພັນກັບພາສານອສເກົ່າ(Old Norse) ແລະເຊື່ອມໂຍງໄປເຖິງພາສາອຽກລັງປັດຈຸບັນ (modern Icelandic) ນຳ

ພາສາອັງກິດເກົ່ານັ້ນມີການປ່ຽນແປງຢູ່ຕະຫຼອດເວລາແລະມີການໃຊ້ງານຢູ່ຕະຫຼອດໄລຍະເວລາປະມານ 700 ປີ ນັບຕັ້ງແຕ່ຊົນແອງໂກລ-ແຊັກຊອນອົບພະຍົບມາຍັງເກາະບິແຕນ ສ້າງອິງແລນຂຶ້ນໃນຄິດສະຕະວັດທີ່ 5 ຈົນໄລຍະເວລາຫຼັງພວກນໍມັນບຸກຮຸກເຂົ້າໄປເມື່ອ ຄ.ສ. 1066 ຫຼັງຈາກພາສາອັງກິດກໍເຄື່ອນເຂົ້າສູ່ການປ່ຽນແປງຄັ້ງໃຫຍ່ທີ່ສຳຄັນ ໃນຍຸກແຮກໆ ນີ້ ພາສາອັງກິດເກົ່າໄດ້ຜະສົມກົມກືນເຂົ້າກັບພາສາອື່ນໆ ທີ່ມີການຕິດຕໍ່ນຳ ເຊັ່ນ ພາສາເຄລຕິກ (Celtic) ແລະພາສາຖິ່ນສອງພາສາຂອງພາສານອສເກົ່າ ຈາກການບຸກຮຸກຂອງພວກໄວກິງ ເຊິ່ງເຂົ້າມາຄອບຄອງແລະປົກຄອງອານາເຂດເດນລໍ ໃນອິງແລນຕອນເໜືອແລະຕາເວັນອອກ

ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]