ວິກິພີເດຍ
ໂລໂກ້ຂອງວິກິພີເດຍ, ໜ່ວຍໂລກທີ່ປະກອບຂຶ້ນໂດຍຕົວຕໍ່ທີ່ມີຕົວອັກສອນຈາກພາສາຕ່າງໆ | |
| ປະເພດ | ສາລານຸກົມອອນລາຍນ໌ |
|---|---|
| ພາສາທີ່ໃຊ້ໄດ້ | 348 ພາສາ |
| ສຳນັກງານໃຫຍ່ | ຊານ ຟານຊິດສະໂກ, ຄາລິຟໍເນຍ, ສະຫະລັດ |
| ປະເທດຕົ້ນທາງ | ສະຫະລັດ |
| ເຈົ້າຂອງ | ມູນນິທິວິກິມີເດຍ (ຕັ້ງແຕ່2003) |
| ສ້າງໂດຍ | |
| ຢູອາແອລ | wikipedia |
| ການຄ້າ | ບໍ່ມີ |
| ລົງທະບຽນ | ບໍ່ຈຳເປັນ[lower-alpha 1] |
| ຜູ້ໃຊ້ | >Expression error: Unexpected < operator. ຜູ້ດັດແກ້ທີ່ຍັງມີການເຄື່ອນໄຫວ[lower-alpha 2] >Expression error: Unexpected < operator. ຜູ້ໃຊ້ທີ່ລົງທະບຽນ |
| ເປີດຕົວ | 15 ມັງກອນ 2001 |
| ສະຖານະປັດຈຸບັນ | ເປີດໃຫ້ບໍລິການ |
| ລິຂະສິດເນື້ອຫາ | CC Attribution / Share-Alike 4.0 ຂໍ້ຄວາມສ່ວນຫຼາຍມີການອະນຸຍາດສິດສອງພາຍໃຕ້ GFDL; ສື່ຕ່າງໆພາຍໃນເວັບແມ່ນມີລີຂະສິດຂອງມັນເອງຕ່າງຫາກ. |
| ຂຽນດ້ວຍ | LAMP ແພລັດຟອມ[2] |
| ໝາຍເລກ OCLC | 52075003 |
ວິກິພີເດຍ (ເຄົ້າ: ວິກິພີເດັຽ; ອັງກິດ: Wikipedia /ˌwɪkɪˈpiːdiə/ (
ຟັງສຽງ) WIK-ih-PEE-dee-ə ຫຼື /ˌwɪki-/ (
ຟັງສຽງ) WIK-ee-PEE-dee-ə) ແມ່ນສາລານຸກົມອອນລາຍນ໌ເນື້ອຫາເສລີທີ່ຂຽນ ແລະ ດູແລໂດຍກຸ່ມຊຸນຊົນອາສາສະໝັກທີ່ຮູ້ຈັກກັນໃນນາມ ຊາວວິກິພີເດຍ ຫຼື ວິກິພີດຽນ ຜ່ານຄວາມຮ່ວມມືແບບເປີດ ແລະ ມີເດຍວິກິ ຊອບແວວິກິ. ວິກິພີເດຍເປັນແຫຼ່ງງານອ້າງອີງທີ່ໃຫຍ່ທີ່ສຸດ ແລະ ມີຜູ້ເຂົ້າອ່ານຫຼາຍທີ່ສຸດໃນປະຫວັດສາດ[3][4] ແລະ ໄດ້ຮັບການຈັດອັບດັບເປັນເວັບໄຊຕ໌ທີ່ມີຜູ້ເຂົ້າເບິ່ງຫຼາຍທີ່ສຸດໃນອັບດັບສິບແຮກຢ່າງຕໍ່ເນື່ອງ; ອີງຕາມຂໍ້ມູນເມື່ອເດືອນສິງຫາປີ2024, ເຊມຣັຊໄດ້ຈັດໃຫ້ວິກິພີເດຍຢູ່ໃນອັບດັບທີ4[5] ແລະ ຊິມິລາຣ໌ເວັບໃນອັບດັບທີ7.[6] ວິກິພີເດຍນັ້ນຖືກສ້າງຕັ້ງໂດຍ ຈິມມີ ເວລສ໌ ແລະ ແລຣີ ແຊນເຈີຣ໌ ໃນວັນທີ15 ເດືອນມັງກອນປີ2001, ແລະ ໄດ້ຮັບການຈັດຕັ້ງຂຶ້ນເປັນໂຄງການຕັ້ງແຕ່ປີ2003ໂດຍ ມູນນິທິວິກິມີເດຍ ເຊິ່ງເປັນອົງກອນບໍ່ສະແຫວງຫາຜົນກຳໄລສັນຊາດອາເມຣິກາທີ່ໄດ້ທືນສ່ວນຫຼາຍຈາກການບໍລິຈາກຈາກຜູ້ອ່ານ.[7]
ໃນຊ່ວງທຳອິດ, ວິກິພີເດຍມີພຽງແຕ່ພາສາອັງກິດເທົ່ານັ້ນ, ແຕ່ມາຮອດຕອນນີ້ ວິກິພີເດຍໄດ້ມີການແປໄປເປັນຫຼາຍພາສາ ເຊິ່ງໃນປັດຈຸບັນມີຫຼາຍກວ່າ300ພາສາ. ໂດຍວິກິພີເດຍພາສາອັງກິດເປັນສະບັບທີ່ມີບົດຄວາມຫຼາຍທີ່ສຸດດ້ວຍບົດຄວາມຫຼາຍກວ່າ 6.9ລ້ານບົດ, ແລະ ຫາກລວມກັນທຸກພາສາກໍຈະມີຫຼາຍເຖິງ 64ລ້ານບົດຄວາມ, ແລະ ມີການເຂົ້າເບິ່ງຈາກອຸປະກອນຕ່າງໆຫຼາຍກວ່າ 1.5ຕື້ເຄື່ອງ ແລະ ມີການດັດແກ້13ລ້ານກວ່າເທື່ອຕໍ່ເດືອນໜຶ່ງ(ໂດຍປົກກະຕິ ມີການດັດແກ້ປະມານ5ເທື່ອຕໍ່ວິ) ຕະຫຼອດຮອດເດືອນເມສາປີ2024ທີ່ຜ່ານມາ.[W 1] ໃນເດືອນພະຈິກປີ2024, ປະລິມານການເຂົ້າເບິ່ງຂອງວິກິພີເດຍ 25%ແມ່ນມາຈາກສະຫະລັດ, ຮອງລົງມາແມ່ນຍີ່ປຸ່ນທີ່6.2%, ສະຫະລາຊະອານາຈັກທີ່5.6%, ຣັສເຊຍທີ່5%, ເຢຍຣະມັນທີ່4.8%, ແລະ ປະເທດອື່ນໆອີກຄິດເປັນ53.3%.[8]
ວິກິພີເດຍ ໄດ້ຮັບຄຳຍ້ອງຍໍສຳລັບການທີ່ມັນໄດ້ກາຍເປັນອົງປະກອບໃນການຊ່ວຍເຜີຍແຜ່ຄວາມຮູ້ ແລະ ການຍົກລະດັບຂອງເນື້ອຫາສາລະເສລີ, ໂຄງສ້າງ ແລະ ວັດທະນະທຳທີ່ມີຄວາມເປັນເອກະລັກຂອງຕົນເອງ. ໂດຍບັນດາຜູ້ອາສາສະໝັກດັດແກ້ໄດ້ມີການປະກອບສ່ວນເຂົ້າໃນການຂຽນບົດຄວາມຢ່າງຫຼວງຫຼາຍໃນຫົວຂໍ່ດ້ານຕ່າງໆ, ແຕ່ຕົວເວັບນັ້ນກໍຖືກວິພາກວິຈານຢ່າງຫຼວງຫຼາຍເຖິງຄວາມລຳອຽງ ແລະ ການມີອະຄະຕິເຊັ່ນ: ອະຄະຕິທາງເພດຕໍ່ຜູ້ຍິງ ແລະ ຄວາມລຳອຽງຕໍ່ປະເທດໂລກໃຕ້ ຫຼື ປະເທດດ້ອຍພັດທະນາ ຫຼື ກໍຄືການຂຽນບົດຄວາມໂດຍຜ່ານພຽງແຕ່ມຸມມອງຂອງຊາວຕາເວັນຕົກເທົ່ານັ້ນ[9][10] ລວມໄປເຖິງຄວາມໜ້າເຊື່ອຖືຂອງຂໍ້ມູນໂດຍສະເພາະໃນຊຸມປີ2000, ເຊິ່ງໄດ້ຮັບການປັບປຸງພັດທະນາມາເລື້ອຍໆ ແລະ ເລີ່ມໄດ້ຮັບການຍົກຍ້ອງໃນຊ່ວງປາຍປີ2010ເປັນຕົ້ນມາ[11][12][13] ເຊິ່ງໄດ້ກາຍເປັນເວັບໄຊທ໌ໄວ້ກວດສອບຄວາມຖືກຕ້ອງຂອງຂໍ້ເທັດຈິງຕ່າງໆທີ່ສຳຄັນ.[14][15] ບົດຄວາມກ່ຽວກັບເລື່ອງລາວສົດໃໝ່ ຫຼື ຂ່າວດ່ວນຕ່າງໆມັກໄດ້ຮັບການເຂົ້າເບິ່ງໃນຖານະຂອງແຫຼ່ງຂໍ້ມູນທີ່ມີການອັບເດດຢູ່ເນື່ອງໆກ່ຽວກັບເລື່ອງ ຫຼື ເຫດການນັ້ນໆ.[16][17] ວິກິພີເດຍຍັງຖືກກີດກັນ ຫຼື ເຊັນເຊີຣ໌ເນື້ອຫາບາງສ່ວນ ຫຼື ແບນໂຕເວັບໂດຍລັດຖະບານບາງປະເທດນຳດ້ວຍ.[18][19]
ສ່ວນທີ່ເຫຼືອກຳລັງລໍຖ້າການເພີ່ມຂໍ້ມູນເຕີມ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
ໝາຍເຫດ
[ດັດແກ້]- ↑ ຈຳເປັນສຳລັບການກະທຳບາງຢ່າງເຊັ່ນ: ການແກ້ໄຂໜ້າທີ່ໄດ້ຮັບປ້ອງກັນ, ການລ້າງໜ້າໃນວິກິພີເດຍພາສາອັງກິດ ແລະ ການອັບໂຫຼດໄຟລ໌.
- ↑ ຜູ້ໃຊ້ຈະຕ້ອງດັດແກ້ຢ່າງໜ້ອຍໜຶ່ງເທື່ອຕໍ່ເດືອນ ຈຶ່ງຈະຖືນັບວ່າກຳລັງໃຊ້ງານຢູ່
ແຫຼ່ງອ້າງອີງ
[ດັດແກ້]- ↑ ຂໍ້ຜິດພາດ: Invalid
<ref>tag; no text was provided for refs named "autogenerated1". - ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

ຂໍ້ມູນປະຖົມພູມ ແລະ ແຫຼ່ງທີ່ມາທີ່ເຊື່ອມໂຍງກັບວິກິພີເດຍ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).