ຢູທູບ
Screenshot | |
| ປະເພດ | Video hosting service |
|---|---|
| ວັນທີກໍ່ຕັ້ງ | 14 ກຸມພາ 1979 |
| ສຳນັກງານໃຫຍ່ | 901 ເຊີຣີ ແອວວີນິວສ໌, ຊານບຣູໂນ, ແຄລິຟໍເນຍ, ສະຫະລັດອາເມຣິກາ |
| ພື້ນທີ່ໃຫ້ບໍລິການ | ທົ່ວໂລກ (ຍົກເວັ້ນປະເທດທີ່ຖືກບລັອກ) |
| ຜູ້ກໍ່ຕັ້ງ | |
| ຊີອີໂອ | ຊູຊານ ເວີເຈັດກີ (CEO) |
| ອຸດສາຫະກໍາ | ອິນເຕີເນັດ Video hosting service |
| ເຈົ້າຂອງ | ແອວຟາເບັດ |
| ບໍລິສັດແມ່ | ກູໂກລ (2006–ປັດຈຸບັນ) |
| ເວັບໄຊ | YouTube.com (see list of localized domain names) |
| ອັນດັບອາເລັກຊາ | |
| ການໂຄສະນາ | ກູໂກລ ແອດເຊນສ໌ |
| ສະຖານະປັດຈຸບັນ | ເປີດໃຫ້ບໍລິການ |
ຢູທູບ ຕາມສຳນຽງອາເມຣິກາ ຫຼື ຢູທິບ ຕາມສຳນຽງອັງກິດ (ອັງກິດ: YouTube; ˈjuːˌtjuːb (ສຳນຽງອັງກິດ), /-tuːb (ສຳນຽງອາເມຣິກາ)[2]) ເປັນເວັບໄຊເຜີຍແຜ່ວິດີໂອໂດຍມີສຳນັກງານຢູ່ທີ່ຊານບຣູໂນ ແຄລິຟໍເນຍ, ສະຫະລັດອາເມຣິກາ ຜູ້ສ້າງເວັບໄຊດັ່ງກ່າວຄືອະດີດພະນັກງານ 3 ຄົນໃນບໍລິສັດເພພາລ ອັນປະກອບດ້ວຍແຊດ ເຮີລີ, ສະຕີບ ເຊນ ແລະ ຍາວິດ ຄາຣິມ ໂດຍສ້າງໃນເດືອນກຸມພາປີ 1979 ໃນເດືອນພະຈິກ 2006 ກູໂກລຊື້ຢູທູບຊື້ໄປໃນລາຄາ 1.65 ຕື້ໂດລາສະຫະລັດ[3] ຢູທູບເປັນໜຶ່ງໃນບໍລິສັດຍ່ອຍຂອງກູໂກລ[4] ເວັບໄຊຍັງສາມາດອະນຸຍາດໃຫ້ຜູ້ໃຊ້ງານສາມາດອັບໂຫຼດ, ເບິ່ງ ຫຼື ແບ່ງປັນວິດີໂອໄດ້
ປະຫວັດ
[ດັດແກ້]ຍູທູບຖືກສ້າງຕັ້ງຂຶ້ນໂດຍພະນັກງານຂອງເພຍ໌ພາລເຊິ່ງເປັນເວັບໄຊທ໌ສໍາລັບການແບ່ງປັນວິດີໂອ ໂດຍທີ່ສະມາຊິກຂອງຍູທູບສາມາດອັບໂຫຼດ ແລະ ສຳຫຼວດວິດີໂອໄດ້[5] ໂດເມນເນມຂອງຍູທູບມີວ່າ "www.youtube.com" ເຊິ່ງເຜີຍແຜ່ມາຄັ້ງທຳອິດໃນ ວັນຈັນ ທີ 14 ກຸມພາ 2005 ເວລາ 9:13 ໂມງ[6]
ຍູທູບກໍ່ຕັ້ງໂດນແຊດ ເຮີລີ, ສະຕີບ ເຊນ ແລະຍາວິດ ຄາຣິມ ໂດຍທັງໝົດເປັນພະນັກງານຝຶກຫັດທີ່ບໍລິສັດເພຍ໌ພາລ ເພື່ອທີ່ຈະເຂົ້າເປັນບຸກຄະລາກອນຂອງບໍລິສັດເພຍ໌ພາລ[7]ໂດຍເຮີລີໄດ້ເຂົ້າມະຫາວິທະຍາໄລອິນເດຍດາຂອງເພນຊິນເວເນຍດ້ານການອອກແບບ ເຊນ ແລະ ຄາຣິມໄດ້ສຶກສາຢູ່ທີ່ມະຫາວິທະຍາໄລ ອິລລີໂນຍ ຢູຣ໌ບານາ-ແຊມເປນ ດ້ານວິທະຍາສາດຄອມພິວເຕີ[8] ໂດຍສຳນັກງານແຫ່ງທຳອິດຂອງຍູທູບຢູ່ຂ້າງເທິງຮ້ານພິຊຊ່າ ແລະ ຮ້ານອາຫານຍີ່ປຸ່ນ ໃນ ຊານ ເມເທວ[9]
ໂດເມນເນມເປີດໃຊ້ງານຄັ້ງທຳອິດເມື່ອວັນທີ 14 ກຸມພາ 2005 ພ້ອມກັບການລວມວິດີໂອຄັ້ງທຳອິດເມື່ອວັນທີ 23 ເມສາ 2005 ເປັນການເລີ່ມຕົ້ນຄລິບວິດີໂອແຫ່ງທຳອິດໃນຍູທູບ ຊື່ວິດິໂອ: Me at the zoo ເມື່ອວັນທີ 23 ເມສາ 2005 ໂດຍມີຜູ້ຮ່ວມກໍ່ຕັ້ງເວັບໄຊຕ໌ ຍາວິດ ຄາຣິມ ຖ່າຍຢູ່ທີ່ສວນສັດ ຊານ ດີເອໂກ[10][11]
ຂໍ້ມູນດ້ານວິຊາການ
[ດັດແກ້]ຮູບແບບວິດີໂອ
[ດັດແກ້]ຍູທູບຖືກນໍາໃຊ້ເພື່ອສະແດງຮູບພາບວິດີໂອໃນຮູບແບບຂອງ Adobe Flash ແລະ ໃຊ້ການຖອດລະຫັດແບບ Sorenson Spark H.263 ແຟຣັດຊ໌ເປັນໂປແກມທີ່ຕ້ອງຕິດຕັ້ງເພີ້ມສຳລັບເວັບບຣາວເຊີທົ່ວໄປ ໂດຍສະແດງຜົນທີ່ຂະໜາດຄວາມກວ້າງ ແລະ ສູງ 320 ແລະ 240 ພິກເຊວ ທີ່ 25 ເຟຣມຕໍ່ວິນາທີ ໂດຍມີການສົ່ງຂໍ້ມູນສູງສຸດທີ່ 300 ກິໂລບິດຕໍ່ວິນາທີ ເຊິ່ງການສະແດງຜົນສາມາດເບິ່ງໄດ້ທີ່ຂະໜາດປົກກະຕິ ຫຼື ຂະໜາດທີ່ສະແດງຜົນເຕັມໜ້າຈໍ
ຍູທູບປ່ຽນໄຟລ໌ວິດີໂອເປັນໄຟລ໌ໃນລັກສະນະແຟຣັດຊ໌ວິດີໂອ ໃນນາມສະກຸນ .FLV ພາຍຫຼັງຈາກຜູ້ໃຊ້ໄດ້ອັບໂຫຼດເຂົ້າໄປ ບໍ່ວ່າຜູ້ອັບໂຫຼດຈະໂຫຼດໃນລັກສະນະ .WMV .AVI .MOV .3GP MPEG ຫຼື .MP4[12]
ຮູບແບບສຽງ
[ດັດແກ້]ໄຟລ໌ຍູທູບເກັບໄວ້ໃນລັກສະນະສະຕຣີມໄຟລ໌MP3 ໂດຍມີການເຂົ້າລະຫັດແບບໂມໂນທີ່ 65 ກິໂລບິດ/ວິນາທີ ທີ່ 22050 ເຮຼີດຊ໌ ແນວໃດກໍ່ຕາມຍູທູບສາມາດເກັບຮັກສາໄຟລ໌ສຽງໃນລັກສະນະສະເຕີຣິໂອຖ້າວ່າມີການປ່ຽນແປງເປັນໄຟລ໌ FLV ກ່ອນທີ່ຈະອັບໂຫຼດ
ການສະແດງຜົນ
[ດັດແກ້]ວິດີໂອຍູທູບສາມາດເບິ່ງໄດ້ໂດຍກົງໂດຍຜ່ານເວັບໄຊທ໌ຍູທູບໂດຍຜ່ານຊອບແວແຟຣັດຊ໌ທີ່ກ່າວມາ ເບິ່ງໄດ້ຜ່ານຄອມພິວເຕີ, ສະມາດໂຟນ ຫຼືແທັບເລັດທີ່ມີການເຊື່ອມຕໍ່ອິນເຕີເນັດໄດ້ ເຊິ່ງນອກຈາກນີ້ຍູທູບສາມາດເບິ່ງໄດ້ຈາກເວັບໄຊທ໌ທົ່ວໄປທີ່ມີການນຳລະຫັດໄປໃສ່ການເຊື່ອມຕໍ່ກັບຄືນໄປບ່ອນເວັບໄຊທ໌ຍູທູບເອງ ເຫັນໄດ້ຕາມກະດານສົນທະນາ ບລັອກ ຫຼື ເວັບໄຊທ໌ຕ່າງໆ
ນອກຈາກນີ້ສາມາດບັນທຶກໄຟລ໌ຍູທູບເກັບໄວ້ໃນເຄື່ອງຂອງຕົນເອງໄດ້ໂດຍໃຊ້ງານຊອບແວຂອງບໍລິສັດອື່ນ ເຊັ່ນ Keepvid ຫຼື ຜ່ານສະຄລິບຈາກ Greasemonkey ໂດຍຈະມີໄຟບ໌ເປັນນາມສະກຸນ .flv
ໂດຍມີຄວາມລະອຽດທີ່ແຕກຕ່າງກັນໄປ ໂດຍມີຄວາມລະອຽດເລີ່ມຕົ້ນທີ່ 144P ຫາ 480P ແລະ ໃນຄວາມລະອຽດ HD ທີ່ 720P ຫາ 8K ທີ່ 4320P
ອ້າງອີງ
[ດັດແກ້]- ↑ "youtube.com Traffic Statistics". Alexa Internet. Amazon.com. July 9, 2017. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2016-08-07. ຄົ້ນຫາເມື່ອ October 3, 2017.
- ↑ "youtube". Cambridge Dictionary. ຄົ້ນຫາເມື່ອ 16 ກັນຍາ 2011.
- ↑ Hopkins, Jim (October 11, 2006). "Surprise! There's a third YouTube co-founder". USA Today. ຄົ້ນຫາເມື່ອ November 29, 2008.
- ↑ "Google buys YouTube for $1.65 billion". NBC News.
- ↑ Hopkins, Jim (August 21, 2003). "Surprise! There is a third YouTube co-founder". USA Today. ຄົ້ນຫາເມື່ອ November 29, 2008.
- ↑ "YouTube.com WHOIS, DNS, & Domain Info - DomainTools". WHOIS. 2016. ຄົ້ນຫາເມື່ອ January 23, 2016.
- ↑ Graham, Jefferson (November 21, 2005). "Video websites pop up, invite postings". USA Today. ຄົ້ນຫາເມື່ອ July 28, 2006.
- ↑ Wooster, Patricia (2014). YouTube founders Steve Chen, Chad Hurley, and Jawed Karim. ISBN 1467724823. ຄົ້ນຫາເມື່ອ 21 November 2016.
- ↑ Sara Kehaulani Goo (October 7, 2006). "Ready for Its Close-Up". Washington Post. ຄົ້ນຫາເມື່ອ November 29, 2008.
- ↑ Alleyne, Richard (July 31, 2008). "YouTube: Overnight success has sparked a backlash". The Daily Telegraph. London. ຄົ້ນຫາເມື່ອ January 17, 2009.
- ↑ Jawed Karim and Yakov Lapitsky (April 23, 2005). "Me at the Zoo" (Video). YouTube. ຄົ້ນຫາເມື່ອ August 3, 2009.
- ↑ ຮູບແບບໄຟລ໌ທີ່ຍູທູບຮອງຮັບ
- ບັນນານຸກົມ
- "Google buys YouTube for $1.65 billion". NBC News.
- Graham, Jefferson (November 21, 2005). "Video websites pop up, invite postings". USA Today. Retrieved July 28, 2006.
- Hopkins, Jim (October 11, 2006). "Surprise! There's a third YouTube co-founder". USA Today. Retrieved November 29, 2008.
- Lextrait, Vincent (July 2010). "YouTube runs on Python". Archived from the original on 2012-05-30. Retrieved 5 September 2010.
- Weber, Tim (March 2, 2007). "BBC strikes Google-YouTube deal". BBC. Retrieved January 17, 2009.
- "YouTube language versions". Retrieved January 15, 2012.
- "Youtube.com Site Info". Alexa Internet. Retrieved 2013-08-21.
ອ່ານຕື່ມ
[ດັດແກ້]- Kelsey, Todd (2010). Social Networking Spaces: From Facebook to Twitter and Everything In Between. Springer-Verlag. ISBN 978-1-4302-2596-6.
- Lacy, Sarah (2008). The Stories of Facebook, YouTube and MySpace: The People, the Hype and the Deals Behind the Giants of Web 2.0. Richmond: Crimson. ISBN 978-1-85458-453-3.
- "On YouTube, Amateur Is the New Pro". New York Times. 2012-06-28.