ອຳສະເຕີດຳ

ຈາກ ວິກິພີເດຍ

ອຳສະເຕີດຳ (ໂຮນລັງ: Amsterdam, ˌɑmstərˈdɑm) ແມ່ນນະຄອນຫຼວງຂອງປະເທດໂຮນລັງ. ຕັ້ງຢູ່ແຄມຝັ່ງແມ່ນ້ຳອຳສະເຕິນ (Amstel). ເລີ່ມກໍ່ຕັ້ງປະມານຄະລິດຕະສະຕະວັດທີ 12. ປັດຈຸບັນແມ່ນເມືອງໃຫຍ່ທີ່ສຸດຂອງປະເທດ. ມີປະຊາກອນໃນເຂດໂຕເມືອງປະມານ 742,000 ຄົນ ແຕ່ຄັນນັບລວມປະຊາກອນໃນເຂດເມືອງໂດຍຮອບທັງໝົດ ຈະມີປະມານ 1.5 ລ້ານຄົນ (ຂໍ້ມູນປີ ຄ.ສ. 2005).

ອຳສະເຕີດຳແມ່ນເມືອງສູນກາງທາງປະຫວັດສາດທີ່ສຳຄັນແຫ່ງນຶ່ງຂອງທະວີບເອີລົບ ໂດຍສະເພາະຊ່ວງຄະລິດຕະສະຕະວັດທີ 17 ເຊິ່ງແມ່ນຊ່ວງຍຸຄຄຳຂອງເນເດີລັນ.

ເຖິງແມ່ນອຳສະເຕີດຳຈະແມ່ນນະຄອນຫຼວງ ແຕ່ສູນກາງຂອງໜ່ວຍວຽກງານລັດຖະບານແມ່ນຢູ່ແດັນຮາກ.

[ດັດແກ້]