ທະວີບເອີລົບ
ເອີລົບ (ຫຼື ສະກົດ ເອີຣົບ; ຝະລັ່ງ: Europe) ແມ່ນທະວີບໃນທິດຕາເວັນຕົກ. ມີຖານະເປັນທະວີບທັງໃນທາງປະຫວັດສາດແລະວັດທະນະທຳ. ໃນທາງພູມິສາດ ແມ່ນອະນຸທະວີບທີ່ຢູ່ທາງດ້ານຕາເວັນຕົກຂອງມະຫາທະວີບເອີລາຊີ. ມີພົມແດນທາງເໜືອຕິດກັບມະຫາສະໝຸດອາກຕິກ ທາງຕາເວັນຕົກຕິດກັບມະຫາສະໝຸດອັດລັງຕິກ ທາງໃຕ້ຕິດກັບທະເລເມດີແຕກລາເນແລະທະເລດຳ ດ້ານຕາເວັນອອກຕິດກັບເທືອກເຂົາອູລັນແລະທະເລກາສະປຽນ[໑].
ເອີລົບມີພື້ນທີ່ 10,180,000 ຕລ.ກມ. ນ້ອຍທີ່ສຸດເປັນອັນດັບສອງຮອງຈາກທະວີບອົດສະຕະລາລີ ແຕ່ມີຈຳນວນປະຊາກອນຫຼາຍທີ່ສຸດເປັນອັນດັບ 3 ຮອງຈາກອາຊີແລະອາຟະລິກ. ປີ ຄ.ສ. 2003 ເອີລົບມີປະຊາກອນປະມານ 799,566,000 ຄົນ ຫຼືປະມານ 1 ໃນ 8 ຂອງປະຊາກອນໂລກ.
ລາຍຊື່ປະເທດ[ແກ້ໄຂ]
- ໂອຕິດ (Austria, Autriche) ໂອຕຣິດ
- ແບນຊິກ (Belgium, Belgique)
- ຊີບ (Cyprus, Chypre)
- ດານມາກ (Denmark, Danemark)
- ແຟງລັງ (Finland, Finlande)
- ຝະລັ່ງ (France); ຝຣັ່ງ (Frầṅ)
- ເຢຍລະມັນ (Germany, Allemagne)
- ແກັດ (Greece, Grèce) ແກຣັດ
- ອີສະລັງ (Iceland, Islande)
- ອຽກລັງ (Ireland, Irlande)
- ອິຕາລີ (Italy, Italie)
- ລູກຊຳບວກ(Luxembourg)
- ໂຮນລັງ (Netherlands, Les Pays-bas/Hollande)
- ນອກແວດ (Norway, Norvège)
- ປອກຕຸຍການ (Portugal)
- ແອສະປາຍ (Spain, Espagne)
- ຊູແອດ (Sweden, Suède)
- ສະວິດ (Switzerland, Suisse)
- ສະຫະລາຊະອານາຈັກ (the United Kingdom, Le Royaume-Uni) (ເອກົດ (Scotland, Écosse) ອັງກິດ (England, Angleterre) ອຽກລັງເໜືອ ການ (Wales, Galles) )
- ມັນ (Molta, Molte)
- ອານບານີ (Albania, Ānbānī)
- ອາກເມນີ (Ākmēnī);
- ບີເອໂລລູດ(Belarus, Bēlālut)
- ບູນກາລີ (Bulgaria, Bulgarie)
- ແຊັກ (Czech Repuclic, Répulique Tchèque)
- ແອສະໂຕນີ (Estonia, Etsatōniẏa)
- ເຊອັອກຊີ (Georgia, Sē'óksiya)
- ຮົງກີ (Hungary, Hongrie) ຮົງກຣີ
- ແລດໂຕນີ(Latvia, Lettonie)
- ລິດຕົວນີ (Lithuania, Lituanie)
- ໂມນດາວີ (Moldova, Môndāviya)
- ໂປໂລຍ (Poland, Pologne)
- ລູມານີ(Romania, Roumanie) ຣູມານີ
- ລັດເຊຍ (Russia, Russie) ຣັດເຊຍ
- ແຊກບີ (Serbia, Sǣkbī)
- ສະໂລວາກີ (Slovakia, Slovakie)
- ປະເທດອູແກນ (Ukraine, Ūkalǣn)
ເມືອງສຳຄັນ[ແກ້ໄຂ]
ເອີລົບມີຫຼາຍເມືອງທີ່ແມ່ນສູນກາງທາງການເງິນຂອງໂລກ. ຈຶ່ງແມ່ນທະວີບທີ່ມີການຂົນສົ່ງທີ່ສະດວກຫຼາຍ ໂດຍສ່ວນຫຼາຍແມ່ນລະບົບຮາງ ເຊັ່ນ ລົດໄຟຟ້າ ລົດໄຟໃຕ້ດິນ ແລະລົດໄຟຄວາມໄວສູງ ເຊິ່ງຖືເປັນຫົວໃຈຫຼັກຂອງການຂົນສົ່ງລະຫວ່າງເມືອງແລະປະເທດ.
ເສດຖະກິດ[ແກ້ໄຂ]
ເອີລົບມີຄວາມກ້າວໜ້າທາງເສດຖະກິດຫຼາຍ ໂດຍມີການລວມກຸ່ມເປັນປະຊາຄົມເສດຖະກິດຂະໜາດໃຫຍ່ທີ່ສຸດໃນໂລກ ເອີ້ນວ່າ ກຸ່ມສະຫະພາບເອີລົບ ເຊິ່ງມີບົດບາດຫຼາຍຕໍ່ເສດຖະກິດໂລກ. ນອກຈາກນີ້ ສະມາຊິກຈີ 8 ຈຳນວນ 8 ປະເທດ ມີສະມາຊິກໃນເອີລົບຫຼາຍເຖິງ 5 ປະເທດ ແມ່ນ ລັດເຊຍ ດອຍລັນ ຝະລັ່ງ ອິຕາເລຍ ແລະສະຫະລາຊະອານາຈັກ.
ອ້າງອີງ[ແກ້ໄຂ]
- ↑ National Geographic Atlas of the World (7th ed.). Washington, DC: National Geographic. 1999. ISBN 0-7922-7528-4. "Europe" (pp. 68-9); "Asia" (pp. 90-1): "A commonly accepted division between Asia and Europe ... is formed by the Ural Mountains, Ural River, Caspian Sea, Caucasus Mountains, and the Black Sea with its outlets, the Bosporus and Dardanelles."
- ບັນນານຸກົມ
ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]
- ສະພາເອີລົບ
- ສະຫະພາບເອີລົບ
- The Columbia Gazetteer of the World Online Columbia University Press
- "ແນະນຳເອີລົບ" from Lonely Planet Travel Guides and Information
ທະວີບ |
|
|---|---|
| ອາຊີ – ອາຟະລິກ – ອາເມລິກາ – ອາເມລິກາເໜືອ – ອາເມລິກາໃຕ້ – ໂອເຊອານີ – ອົດສະຕະຣາລີ – ອັງຕາກຕິກ – ເອີລົບ |
ປະເທດໃນທະວີບເອີລົບ |
||
|---|---|---|
| ກະແລັດ • ໂກໂຊໂວ • ກະໂລອາຊີ • ສະວິດ • ສະຫະລາຊະອານາຈັກ • ສະໂລວາກີ • ສະໂລເວນີ • ສາທາລະນະລັດແຊັກ • ຊີບ1 • ຊູແອດ • ເຊອັອກຊີ1 • ແຊກບີ • ແຊັງມາແລງ • ດານມາກ • ຕວກກີ2 • ນອກແວດ • ນະຄອນລັດວາຕິກັງ3 • ບີເອໂລລຸດ • ບູນກາລີ • ແບນຊິກ • ບົດສະນີແຮກເຊໂກວີນ • ປອກຕຸຍການ • ໂປໂລຍ • ຝະລັ່ງ • ແຟງລັງ • ມາເຊດວນ • ໂມນດາວີ • ໂມນາໂກ3 • ມົງເຕເນໂກ • ມານ • ເຢຍລະມັນ •
ລິກເຕນສະຕາຍ • ລີຕົວນີ • ລູກຊຳບວກ3 • ລູມານີ • ແລດໂຕນີ • ລັດເຊຍ2 • ອາກເມນີ1 • ອານບານີ • ອາແຊກບາຍຊັງ1 • ອິຕາລີ • ອີສະລັງ • ອູກະແລນ • ແອສະປາຍ • ແອສະໂຕນີ • ໂອຕະລີດ • ອຽກລັງ • ອັງດອກ • ໂຮນລັງ • ຮົງກະລີ | ||
| 1. ທາງພູມິສາດຢູ່ໃນທະວີບອາຊີ ແຕ່ມັກຖືກຈັດຢູ່ໃນທະວີບເອີລົບ ເນື່ອງຈາກມີວັດທະນະທຳທີ່ຄ້າຍຄືກັນ; 2. ມີພື້ນທີ່ທັງໃນທະວີບເອີລົບແລະໃນທະວີບອາຊີ; 3. ມີລັກສະນະເປັນນະຄອນລັດ | ||