Jump to content

ມູນນິທິວິກິມີເດຍ

ຈາກ ວິກິພີເດຍ

ພິກັດພູມສາດ: 37°47′21″N 122°24′12″W / 37.7891838°N 122.4033522°W / 37.7891838; -122.4033522

ມູນນິທິວິກິມີເດຍ
ປະເພດ501 (c) (3), ອົງກອນທີ່ບໍ່ສະແຫວງຫາຜົນກໍາໄລ
ສຳນັກງານໃຫຍ່ຊານຟຣານຊິສໂກ ລັດແຄລິຟຣໍເນຍ ສະຫະລັດອາເມຣິກາ
ລອສ ແອນເຈີລີສ ລັດແຄລິຟຣໍເນຍ ສະຫະລັດອາເມຣິກາ (ຕົວແທນລົງທະບຽນ)
ພື້ນທີ່ໃຫ້ບໍລິການທົ່ວໂລກ
ຜູ້ກໍ່ຕັ້ງຈິມມີ ເວລສ໌
ບຸກຄົນສຳຄັນຄຣິສໂຕເຟີ ເຮນເນີ
(ປະທານຄະນະກຳມະການ)[1]
ແຄດເທີຣີນ ມາເຮີ
(ກຳມະການບໍລິຫານ)
ລາຍໄດ້
ພະນັກງານບຸກຄະລາກອນ/ຜູ້ຮັບເໝົາ ~280 ຄົນ (ຂໍ້ມູນເມື່ອປີ 2015)[3]
ຢູອາແອລwikimediafoundation.org

ບໍລິສັດມູນນິທິວິກິມີເດຍ (ອັງກິດ: Wikimedia Foundation, Inc.; WMF) ຫຼື ວິກິມີເດຍ ເປັນອົງກອນທີ່ບໍ່ສະແຫວງຫາຜົນກໍາໄລ ແລະ ອົງການການກຸສົນຂອງສັນຊາດອາເມຣິກາ ມີສຳນັກງານໃຫຍ່ຢູ່ທີ່ເມືອງຊານຟຣານຊິສໂກ ລັດແຄລິຟຣໍເນຍ[4] ສ່ວນໃຫຍ່ເປັນທີ່ຮູ້ຈັກຈາກການເຂົ້າຮ່ວມໃນຂະບວນການວິກິມີເດຍ ແລະ ເປັນເຈົ້າຂອງຊື່ໂດເມນອິນເຕີເນັດຂອງໂຄງການສ່ວນໃຫຍ່ຂອງຂະບວນການເຊັ່ນ: ວິກິພີເດຍ ມູນນິທິນີ້ກໍ່ຕັ້ງຂຶ້ນເມື່ອປີ 2003 ໂດຍຈິມມີ ເວລສ໌ ເພື່ອໃຫ້ຫົນທາງໜຶ່ງໃນການຫາເງິນທຶນໃຫ້ວິກິພີເດຍ ແລະ ໂຄງການອ້າຍນ້ອງໂດຍວິທີການທີ່ບໍ່ສະແຫວງຫາຜົນກຳໄລ[5][6]

ໃນປີ 2015 ມູນນິທິມີພະນັກງານຫຼາຍກວ່າ 280 ຄົນ ແລະ ມີລາຍໄດ້ປະຈຳປີຫຼາຍກວ່າ 75 ລ້ານໂດລາສະຫະລັດ[7] ຄຣິສໂຕເຟີ ເຮນເນີ (Christophe Henner) ໄດ້ເປັນປະທານຄະນະກຳມະການບໍລິສັດ[8] ສ່ວນແຄດເທີຣີນ ມາເຮີ (Katherine Maher) ໄດ້ເປັນກຳມະການບໍລິຫານໄດ້ຕັ້ງແຕ່ເດືອນມີນາ ປີ 2016

ອ້າງອີງ

[ດັດແກ້]
  1. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). Archived 2016-01-29 at the Wayback Machine