ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້
| |||||
ຄຳຂວັນ: "One Vision, One Identity, One Community" (ນຶ່ງວິໄສທັດ ນຶ່ງເອກະລັກ ນຶ່ງປະຊາຄົມ) | |||||
ເພງຊາດ: ດິອາຊຽນເວ | |||||
![]() | |||||
ນະຄອນຫຼວງ | ບໍ່ມີ ສຳນັກງານໃຫຍ່: ![]() 6°16′S 106°48′E / 6.267°S 106.800°E | ||||
ເມືອງໃຫຍ່ສຸດ | |||||
ພາສາລັດຖະການ | |||||
ລັດຖະບານ | ອົງການລະຫວ່າງປະເທດລະດັບພູມິພາກ | ||||
- ເລຂາທິການ | ![]() | ||||
- ປະທານການປະຊຸມ | ![]() | ||||
ກໍ່ຕັ້ງ | |||||
- ປະຕິນຍາບາງກອກ | 8 ສິງຫາ ຄ.ສ. 1967 | ||||
- ກົດບັດອາຊຽນ | 16 ທັນວາ ຄ.ສ. 2008 | ||||
ພື້ນທີ່ - ທັງໝົດ - ພື້ນນ້ຳ(%) |
4,479,210.5 ກມ.² (ອັນດັບທີ ) 2,778,124.7 ໄມລ໌² | ||||
ປະຊາກອນ - 2553ປະມານ - ປະຊາກອນ |
601 ລ້ານ (ອັນດັບທີ ) 135/ກມ.² (ອັນດັບທີ ) 216/ໄມລ໌² | ||||
GDP (PPP) -ລວມ -ຕໍ່ປະຊາກອນ | 2554ຄ່າປະມານ 3.574 ລ້ານລ້ານໂດລາສະຫະລັດ[໒] (ອັນດັບທີ ) 5,930 ໂດລາສະຫະລັດ (ອັນດັບທີ ) | ||||
HDI (2554) | ![]() | ||||
ເຂດເວລາ | utc_offset = UTC+9 - UTC+6:30 (UTC) | ||||
ລະຫັດອິນເຕີເນັດ | |||||
ລະຫັດໂທລະສັບ | + |
ສະມາຄົມປະຊາຊາດແຫ່ງອາຊຽນຕາເວັນອອກສຽງໃຕ້ (ຄຳເຄົ້າ: ສະມາຄົມປະຊາຊົນແຫ່ງອາຊຽນຕາເວັນອອກສຽງໃຕ້[໓], ອັງກິດ: Association of South East Asian Nations, ຝະລັ່ງ: Association des nations de l'Asie du Sud-Est) ຫຼື ອາຊຽນ (ASEAN) ເປັນອົງການຄວາມຮ່ວມມືທາງດ້ານເສດຖະກິດ ໃນຂົງເຂດອາຊຽນຕາເວັນອອກສຽງໃຕ້ ສະມາຊິກປະຈຸບັນ 10 ປະເທດ ມີສຳນັກງານເລຂາທິການອາຊຽນຕັ້ງຢູ່ເມືອງຈາກາຕາ ປະເທດອິນໂດເນເຊຍ ມີເລຂາທິການອາຊຽນເປັນຜູ້ບໍລິຫານ ເຊິ່ງແມ່ນທ່ານ ສຸຣິນ ພິດສຸວັນ ຈາກປະເທດໄທ ເປັນເລຂາທິການຄົນປັດຈຸບັນ.
ປະຫວັດ[ແກ້ໄຂ]
ມີຈຸດເລີ່ມຕົ້ນໃນເດືອນມັງກອນ ປິ ຄ.ສ 1961 ໂດຍປະເທດໄທ ມາເລເຊຍ ແລະ ຟິລິບປີນ ໄດ້ຮ່ວມກັນຈັດຕັ້ງສະມາຄົມອາສາ ຫຼື Association of South East Asia ຂື້ນເພື່ອຮ່ວມມືກັນທາງດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ ແຕ່ດຳເນີນການໄດ້ພຽງ 2 ກໍ່ຕ້ອງຢຸດຊະງັກລົງ ເນື່ອງຈາກການຜັນແປທາງດ້ານການເມືອງລະຫວ່າງ ອິນໂດເນເຊຍ ກັບ ມາເລເຊຍ.
ໃນໄລຍະຕໍ່ມາ ໄດ້ມີການຟື້ນຟູສາຍພົວພັນລະຫວ່າງປະເທດຂື້ນ ຈຶ່ງໄດ້ຊອກຫາແນວທາງຈັດຕັ້ງ ອົງການຮ່ວມມືທາງດ້ານເສດຖະກິດ ຂື້ນໃນຂົງເຂດ "ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້" ແລະ ພັນເອກ(ພິເສດ) ດຣ.ຖະນັດ ຄໍມັນ ອາດີດລັດຖະມົນຕີກະຊວງການຕ່າງປະເທດສະໄໝລັດຖະບານ ຈອມພົນຖະໜອມ ກິດຕິຂະຈອນ ໂດຍໄດ້ມີການລົງນາມ "ປະລິນຍາບາງກອກ" ທີ່ວັງສະຣານລົມ ໃນຄັ້ງວັນທີ 8 ສິງຫາ ຄ.ສ. 1967 ຈາກ ຄຳປະກາດອາຊຽນ (ASEAN Declaration) ເຊິ່ງລົງນາມໂດຍ ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດສະມາຊິກຜູ້ກໍ່ຕັ້ງ 5 ປະເທດ ໄດ້ແກ່ ໄທ, ອິນໂດເນເຊຍ, ຟິລິບປິນ, ມາເລເຊຍ ແລະ ສິງກະໂປ [໔]
ຕໍ່ມາໃນປີ ຄ.ສ. 1984 ປະເທດບູໄນ ໄດ້ເຂົ້າຮ່ວມສະມາຊິກເປັນປະເທດທີ່ຫົກ ແລະ ມີ ກຳປູເຈຍ, ມຽນມາ, ລາວ, ແລະ ຫວຽດນາມ ເຂົ້າເປັນສະມາຊິກ.
ວັດຖຸປະສົງ[ແກ້ໄຂ]
ຈາກສົນທິສັນຍາໄມຕີແລະຄວາມຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ໄດ້ມີການສະຫຼຸບແນວທາງຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ໄວ້ຈຳນວນຫົກຂໍ້ ດັ່ງນີ້[໕]
- ໃຫ້ຄວາມເຄົາລົບແກ່ເອກະລາດ ອຳນາດອະທິປະໄຕ ຄວາມເທົ່າທຽມ ບູລະນະພາບແຫ່ງດິນແດນແລະເອກະລັກ ຂອງຊາດສະມາຊິກທັງໝົດ.
- ລັດສະມາຊິກແຕ່ລະລັດມີສິດທິທີ່ຈະປອດຈາກການແຊກແຊງຈາກພາຍນອກ ການຮຸກຮານດິນແດນແລະການບັງຄັບຂູ່ເຂັນ.
- ຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບກິຈະການພາຍໃນຂອງລັດສະມາຊິກອື່ນ ໆ.
- ຍອມຮັບໃນຄວາມແຕກຕ່າງລະຫວ່າງກັນ ຫຼືແກ້ບັນຫາລະຫວ່າງກັນຢ່າງສັນຕິ.
- ປະນາມຫຼືບໍ່ຍອມຮັບການຄຸກຄາມຫຼືການໃຊ້ກຳລັງ.
- ໃຫ້ຄວາມຮ່ວມມືລະຫວ່າງກັນຢ່າງມີປະສິດທິພາບ.
ສັນຍາລັກ[ແກ້ໄຂ]
ສັນຍາລັກ ອາຊຽນ ຄື ຕົ້ນເຂົ້າ ສີເຫຼືອງ 10 ຕົ້ນມັດລວມກັນໄວ້ ໝາຍເຖິງປະເທດສະມາຊິກຮ່ວມກັນເພື່ອມິຕະພາບ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນ ສີຟ້າ ໝາຍເຖິງ ສັນຕິພາບ ແລະ ຄວາມໝັ້ນຄົງ, ສີແດງ ໝາຍເຖິງ ຄວາມກ້າຫານ ແລະ ຄວາມກ້າວໜ້າ, ສີຂາວ ໝາຍເຖິງ ຄວາມບໍລິສຸດ, ແລະ ສີເຫຼືອງ ໝາຍເຖິງ ຄວາມຈະເລີນຮຸ່ງເຮືອງ.
ປະເທດສະມາຊິກ[ແກ້ໄຂ]
ໂດຍມີ ປະເທດປາປົວຊີນູແວນກີເນ ເປັນປະເທດຜູ້ສັງເກດການ ສ່ວນ ປະເທດຕີມໍຕາເວັນອອກ ນັ້ນ ໄດ້ຮັບເຊີນໃຫ້ເຂົ້າຮ່ວມໃນກອງປະຊຸມອາຊຽນໃນຫຼາຍໂອກາດ ແຕ່ຍັງບໍ່ທັນໄດ້ເປັນປະເທດຜູ້ສັງເກດການເທື່ອ.
ເບິ່ງຕື່ມ[ແກ້ໄຂ]
ອ້າງອິງ[ແກ້ໄຂ]
- ↑ Aseansec.org, ASEAN-10: Meeting the Challenges, by Termsak Chalermpalanupap, Aseansec.org, ASEAN Secretariat official website. Retrieved 27 June 2008.
- ↑ "IMF DataMapper". Imf.org. 4 December 1999. Archived from the original on 23 July 2011. ສືບຄົ້ນເມື່ອ 8 August 2011.
- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
- ↑ "ສູລິນ ພິດສຸວັນ" ກັບບົດບາດປະທານອາຊຽນຄົນໃໝ່
- ↑ ASEAN at About.com:Geography (ພາສາອັງກິດ)
ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]
- ASEAN Secretariat - ເວັບທາງການ
- ASEAN News Network
- ASEAN Blog
- ອົງກອນ
- ASEAN Secretariat, retrieved 13 March 2007.
- ASEAN Regional Forum, retrieved 13 March 2007.
- BBC Country Profile/Asean, retrieved 13 March 2007.
- ການປະຊຸມສຸດຍອດ
- 14th ASEAN Summit
- 13th ASEAN Summit official site. Retrieved 16 September 2007.
- 12th ASEAN Summit, retrieved 13 March 2007.
- 11th ASEAN Summit (official site) 12–14 December 2005 in Kuala Lumpur, Malaysia. Retrieved 13 March 2007.
- ອົງກອນອາຊຽນ
- ASEAN's official directory of ASEAN organisations
- ASEAN Architect
- ASEAN Law Association
- ASEAN Ports Association
- US-ASEAN Business Council
- ASEAN-China Free Trade Area
ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ | ||
---|---|---|
ປະເທດສະມາຊິກ | ກຳປູເຈຍ · ສິງກະໂປ · ໄທ · ບຣູໄນ · ຟີລິບປິນ · ມາເລເຊຍ · ມຽນມາ · ລາວ · ຫວຽດນາມ · ອິນໂດເນເຊຍ | ![]() |
ປະເທດສັງເກດການ | ຕີມໍ-ເລສເຕ · ປາປົວນິວກິນີ | |
ການບໍລິຫານ | ກົດບັດ · ເຂດການຄ້າເສລີ · Customs union · ປະຊາຄົມເສດຖະກິດ | |
ສັນຍະລັກ | ເພງ · ທຸງ · ຄຳຂວັນ · ກາສັນຍະລັກ · ພາສາອາຊຽນ | |
ການປະຊຸມ | ການປະຊຸມສຸດຍອດ · ອາຊຽນ +3 · AMU · ASEAN Regional Forum · ASEM · ການປະຊຸມສຸດຍອດອາຊີຕາເວັນອອກ · CEPEA · ຂໍ້ລິເລີ່ມຊຽງໃໝ່ | |
ອື່ນໆ | ເວລາມາຕະຖານ · ປະຕິນຍາບາງກອກ · Organizations · ຊີເກມ · ເລຂາທິການ · ສົນທິສັນຍາໄມຕີແລະຄວາມຮ່ວມມື · ຕະຫຼາດຫຼັກຊັບອາຊຽນ |