ສະຫະພາບເອີຣົບ

ຈາກ ວິກິພີເດຍ
ສະຫະພາບເອີຣົບ

ທຸງຊາດສະຫະພາບເອີຣົຍ
ທຸງສະຫະພາບເອີຣົບ
ຄຳຂວັນIn varietate concordia   (ລາແຕງ)
"United in diversity"
ເຕົ້າໂຮມກັນລະຫວ່າງຄວາມຫຼາກຫຼາຍ
ເມືອງຫຼວງແບນຊິກ ບຣຸກແຊນ (ໂດຍພຶດຕິໄນ)
ເມືອງໃຫຍ່ທີ່ສຸດຝຣັ່ງ ປາຣີ
ພາສາທາງການ
ເດມະນິມເອີຣົບ
ລັດສະມາຊິກ
ການປົກຄອງສະຫະພາບເສດຖະກິດ ແລະ ການເມືອງ
ອົວຊູລາ ຟັອນ ແດ ໄລເອີນ
ຊາລສ໌ ມິແຊລ
ສະພານິຕິບັນຍັດ
ການກໍ່ຕັ້ງ
25 ມີນາ 1957
7 ກຸມພາ 1992
1 ທັນວາ 2009
1 ກໍລະກົດ 2556
31 ມັງກອນ 2020
ພື້ນທີ່
• ລວມ
4,233,262 ຕາລາງກິໂລແມັດ (1,634,472 ຕາລາງໄມລ໌) (7)
3.08
ປະຊາກອນ
• 2019 ປະມານ
446,834,579[1]
106 ຕໍ່ຕາລາງກິໂລແມັດ (274.5 ຕໍ່ຕາລາງໄມລ໌)
GDP (ອຳນາດຊື້)ປີ 2020 (ປະມານ)
• ລວມ
20.2 ພັນຕື້ໂດລາ[2] (2)
45,315 ໂດລາ
GDP (ລາຄາຕະຫຼາດ)ປີ 2020 (ປະມານ)
• ລວມ
16.0 ພັນຕື້ໂດລາ[2]
35,883 ໂດລາ[3]
ຈີນີ (2018)positive decrease 30.7[4]
ປານກາງ
HDI (2019)Increase 0.911[5]
ສູງຫຼາຍ · ອັນດັບທີ 14
ສະກຸນເງິນ
ເຂດເວລາUTC+0 ຫາ +2
• ລະດູຮ້ອນ (ເວລາອອມແສງ)
UTC+1 ຫາ +3
ລະຫັດໂທລະສັບ+3 ແລະ +4
ລະຫັດອິນເຕີເນັດ.eu
ເວັບໄຊ
europa.eu

ສະຫະພາບເອີຣົບ (ອັງກິດ: European Union: EU) ເປັນສະຫະພາບທາງເສດຖະກິດ ແລະ ການເມືອງ ປະກອບດ້ວຍລັດສະມາຊິກ 27 ປະເທດເຊິ່ງສ່ວນໃຫຍ່ຕັ້ງຢູ່ໃນທະວີບເອີຣົບ ມີພື້ນທີ່ 4,233,255 ຕາລາງກິໂລແມັດ ມີປະຊາກອນທີ່ປະເມີນກວ່າ 447 ລ້ານຄົນ. ສະຫະພາບເອີຣົບພັດທະນາຕະຫຼາດດ່ຽວພາຍໃນຜ່ານລະບົບກົດໝາຍເຮັດໃຫ້ເປັນມາດຕະຖານເຊິ່ງໃຊ້ບັງຄັບໃນລັດສະມາຊິກທຸກປະເທດ ນະໂຍບາຍສະຫະພາບເອີຣົບສຸມໃສ່ການປະກັນການເຄື່ອນຍ້າຍບຸກຄົນ, ສິນຄ້າ, ບໍລິການ ແລະ ທຶນຢ່າງເສລີໃນຕະຫຼາດດ່ຽວ ກາກົດໝາຍດ້ານຍຸຕິທຳ ແລະ ກິດຈະການໃນປະເທດ ແລະ ຮັກສານະໂຍບາຍຮ່ວມກັນດ້ານການຄ້າ[6] ກະສິກຳ[7] ການຫາປາ ແລະ ການພັດທະນາພາກພື້ນ[8] ການຄວບຄຸມໜັງສືຜ່ານແດນຖືກເລີກພາຍໃນພື້ນທີ່ເຊັງເກັນ ມີການຕັ້ງສະຫະພາບການເງິນໃນປີ 1999 ແລະ ມີຜົນບັງຄັບເຕັມທີໃນປີ 2002 ປະກອບດ້ວຍລັດສະມາຊິກສະຫະພາບເອີຣົບ 19 ປະເທດເຊິ່ງໃຊ້ສະກຸນເງິນເອີໂຣ.

ສະຫະພາບເອີຣົບດຳເນີນການຜ່ານລະບົບປະສົມລະຫວ່າງສະຫະພາບເໜືອຊາດ ແລະ ຄວາມຮ່ວມມືລະຫວ່າງລັດຖະບານ[9][10][11] ອົງກອນຕັດສິນໃນຫຼັກເຈັດອົງກອນ ຮຽກ ສະຖາບັນຂອງສະຫະພາບເອີຣົບ ໄດ້ເຊັ່ນ: ທີ່ປະຊຸມເອີຣົບ, ຄະນະມົນຕີແຫ່ງສະຫະພາບເອີຣົບ, ສະພາ​ເອີຣົບ, ຄະນະກຳມະທິການເອີຣົບ, ສານຍຸຕິທໍາແຫ່ງສະຫະພາບເອີຣົບ, ທະນາຄານກາງເອີຣົບ ແລະ ສານ​ຜູ້​ກວດ​ສອບ​ບັນຊີເອີ​ຣົບ.

ສະຫະພາບເອີຣົບກຳເນີດຂຶ້ນຈາກປະຊາຄົມຖ່ານຫີນ ແລະ ເຫຼັກກ້າແຫ່ງເອີຣົບ (ECSC) ແລະ ປະຊາຄົມເສດຖະກິດເອີຣົບ (EEC) ກໍ່ຕັ້ງຂຶ້ນເມື່ອປີ 1951 ແລະ 1958 ຕາມລຳດັບໂດຍປະເທດອິນເນີ ຊິກ ປະຊາຄົມ ແລະ ອົງການສືບເນື່ອງມີຂະໜາດເຕີບໂຕຂຶ້ນໂດຍການເຂົ້າຮ່ວມຂອງສະມາຊິກໃໝ່ ແລະ ມີອຳນາດຫຼາຍຂຶ້ນໂດຍການເພີ່ມຂອບເຂດນະໂຍບາຍໃນການຈັດການ ສົນທິສັນຍາທຣິດຊ໌ສະຖາປະນາສະຫະພາບເອີຣົບໃນປີ 1993 ແລະ ນຳສະເໜີຄວາມເປັນພົນລະເມືອງເອີຣົບ[12] ການແກ້ໄຂຫຼັກຖານລັດຖະທຳມະນູນຫຼ້າສຸດຂອງສະຫະພາບເອີຣົບຫຼ້າສຸດ ສົນທິສັນຍາລິສບອນ ມີຜົນໃຊ້ບັງຄັບໃນປີ 2009

ສະຫະພາບເອີຣົບມີປະຊາກອນຄິດເປັນ 7.3% ຂອງປະຊາກອນໂລກ[13] ໃນປີ 2016 ສະຫະພາບເອີຣົບຜະລິດຜະລິດຕະພັນລວມພາຍໃນ 16.477 ພັນຕື້ໂດລາສະຫະລັດ ຄິດເປັນ 22.2% ຂອງຈີດີພີລາຄາຕະຫຼາດໂລກ ແລະ 16.9% ເມື່ອວັດໃນແງ່ຄວາມເທົ່າທຽມກັນຂອງອຳນາດຊື້[14] ນອກຈາກນີ້ ປະເທດສະຫະພາບເອີຣົບ 26 ຈາກ 28 ປະເທດມີດັດຊະນີການພັດທະນາມະນຸດສູງຫຼາຍ ຕາມຂໍ້ມູນຂອງໂຄງການພັດທະນາແຫ່ງສະຫະປະຊາຊາດ ໃນປີ 2012 ສະຫະພາບເອີຣົບ ໄດ້ຮັບລາງວັນໂນເບວສາຂາສັນຕິພາບ[15] ສະຫະພາບເອີຣົບພັດທະນາບົດບາດດ້ານຄວາມສຳພັນພາຍນອກ ແລະ ການປ້ອງ​ກັນຜ່າຍນະໂຍບາຍຕ່າງປະເທດ ແລະ ຄວາມໝັ້ນຄົງຮ່ວມ ສະຫະພາບເອີຣົບ ຄົງຄະນະ​ຜູ້​ແທນ​ການ​ທູດ​ຖາວອນທົ່ວໂລກ ແລະ ມີຜູ້ແທນໃນສະຫະປະຊາຊາດ ອົງການການຄ້າໂລກ ກຸ່ມ 7 ແລະ ກຸ່ມ 20 ເນື່ອງຈາກມີອິດທິພົນທົ່ວໂລກ ຈຶ່ງມີການອະທິບາຍສະຫະພາບເອີຣົບເປັນມະຫາອຳນາດປັດຈຸບັນ ຫຼື ມະຫາອຳນາດໃນອະນາຄົດ

ໝາຍເຫດ

ອ້າງອີງ

  1. "Eurostat [[:ແມ່ແບບ:Ndash]] Population on 1 January 2019". European Commission. Retrieved 18 July 2019. {{cite web}}: URL–wikilink conflict (help)
  2. 2.0 2.1 "IMF World Economic Outlook Database, October 2019". International Monetary Fund. Retrieved 22 December 2016.
  3. Cite error: Invalid <ref> tag; no text was provided for refs named imf
  4. "Gini coefficient of equivalised disposable income - EU-SILC survey". ec.europa.eu/eurostat. Eurostat. Retrieved 29 December 2020.
  5. "Inequalities in Human Development in the 21st Century" (PDF). Human Development Report. p. 5.
  6. "Common commercial policy". Europa Glossary. Europa web portal. Archived from the original on 2009-01-16. Retrieved 6 September 2008.
  7. "Agriculture and Fisheries Council". The Council of the European Union. Archived from the original on 2007-08-13. Retrieved 6 September 2008.
  8. "Overview of the European Union activities: Regional Policy". Europa web portal. Retrieved 6 September 2008.
  9. "European Union". Encyclopædia Britannica. Retrieved 1 July 2009. international organisation comprising 27 European countries and governing common economic, social, and security policies....
  10. "European Union". The World Factbook. Central Intelligence Agency. Archived from the original on 2020-06-15. Retrieved 11 October 2009.
  11. Anneli Albi (2005). "Implications of the European constitution". EU enlargement and the constitutions of Central and Eastern Europe. Cambridge, UK: Cambridge University Press, 2008. p. 204. ISBN 90-6704-285-4. Retrieved 25 July 2011. In practical terms, the EU is perhaps still best characterised as a 'supranational organisation sui generis': this term has proved relatively uncontroversial in respect of national constitutional sensitivities, being at the same time capable of embracing new facets of integration
  12. Cite error: Invalid <ref> tag; no text was provided for refs named EU1993
  13. "European Union reaches 500 Million through Combination of Accessions, Migration and Natural Growth". Vienna Institute of Demography.
  14. Cite error: Invalid <ref> tag; no text was provided for refs named 2011-IMG-GDP
  15. [1]

ແຫຼ່ງຂໍ້ມູນອື່ນ

Commons
Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ສະຫະພາບເອີຣົບ