ປະເທດເກຣັກ
ສາທາລະນະລັດ ເກຣັກ | |
---|---|
ທີ່ຕັ້ງຂອງ ປະເທດເກຣັກ (ສີຂຽວເຂັ້ມ) – ໃນເອີຣົບ (ສີຂຽວອ່ອນ & ສີເທົາເຂັ້ມ) | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ເອເທນ 37°58′N 23°43′E / 37.967°N 23.717°E |
ພາສາລັດຖະການ ແລະ ພາສາປະຈຳຊາດ | ເກຣັກ |
ສາສະໜາ (2017) |
|
ເດມະນິມ | ຊາວເກຣັກ |
ການປົກຄອງ | ສາທາລະນະລັດລວມລັດຖະສະພາ |
ກາເຕຣີນາ ຊາເກລາໂຣປູລູ | |
Kyriakos Mitsotakis | |
Konstantinos Tasoulas | |
ສະພານິຕິບັນຍັດ | ລັດຖະສະພາເກຣັກ |
ປະຕິວັດການສະຖາປະນາ | |
• ປະເທດເອກະລາດ ຈາກ ຈັກກະວັດໂອໂຕມັນ | 25 ມີນາ ຄ.ສ 1821 (ວັນທີຂອງສົງຄາມປະກາດອິດສະຫຼະພາບເກຣັກແບບດັ້ງເດີມ) 15 ມັງກອນ ຄ.ສ 1822 (ວັນທີປະກາດຢ່າງເປັນທາງການ) |
3 ກຸມພາ ຄ.ສ 1830 | |
11 ມິຖຸນາ ຄ.ສ 1975 | |
ພື້ນທີ່ | |
• ລວມ | 131,957 ຕາລາງກິໂລແມັດ (50,949 ຕາລາງໄມລ໌)[4] (ອັນດັບທີ 95) |
1.51 (ໃນປີ ຄ.ສ 2015)[5] | |
ປະຊາກອນ | |
• 2020 ປະມານ | ![]() |
• ສຳມະໂນປະຊາກອນ 2011 | 10,816,286[7] |
82[8] ຕໍ່ຕາລາງກິໂລແມັດ (212.4 ຕໍ່ຕາລາງໄມລ໌) (ອັນດັບທີ 98) | |
GDP (ອຳນາດຊື້) | 2021 (ປະມານ) |
• ລວມ | ![]() |
• ຕໍ່ຫົວ | ![]() |
GDP (ລາຄາຕະຫຼາດ) | 2021 (ປະມານ) |
• ລວມ | ![]() |
• ຕໍ່ຫົວ | ![]() |
ຈີນີ (2020) | ![]() ປານກາງ |
HDI (2019) | ![]() ສູງຫຼາຍ · ອັນດັບທີ 32 |
ສະກຸນເງິນ | ເອີໂຣ (€) (EUR) |
ເຂດເວລາ | UTC+02:00 (EET) |
• ລະດູຮ້ອນ (ເວລາອອມແສງ) | UTC+03:00 (EEST) |
ຮູບແບບວັນທີ | ວວ-ດດ-ປປປປ (AD) |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | +30 |
ລະຫັດອິນເຕີເນັດ | |
|
ເກຣັກ (ອັງກິດ: Greece; ເກຣັກ: Ελλάδα, ອອກສຽງ [e̞ˈlaða]) ຫຼື ເອີ້ນຢ່າງເປັນທາງການວ່າ ສາທາລະນະລັດ ເກຣັກ (ອັງກິດ: Hellenic Republic; ເກຣັກ: Ελληνική Δημοκρατία [e̞ˌliniˈci ðimo̞kraˈtiˌa]) ເປັນປະເທດທີ່ຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງທະວີບເອີຣົບ ພາກໃຕ້ສຸດຂອງແຫຼມບານຄານ ມີຊາຍແດນທາງພາກເໜືອຕິດກັບປະເທດບູນກາລີ, ມາເຊໂດນີ ແລະ ອານບານີ ມີຊາຍແດນທາງຕາເວັນອອກຕິດກັບປະເທດຕວັກກີ ຢູ່ຕິດທະເລອີຈຽນທາງຕາເວັນອອກຕິດທະເລໄອໂອນຽນ ແລະ ທະເລເມດີແຕຣາເນທາງດ້ານຕາເວັນຕົກ ແລະ ໃຕ້ ມີປະຊາກອນປະມານ 10.7 ລ້ານຄົນ.[12] ມີເມືອງຫຼວງແມ່ນ ເອເທນ ເຊິ່ງຍັງເປັນເມືອງທີ່ໃຫຍ່ທີ່ສຸດໃນປະເທດ ໂດຍມີ ເທສະໂລນີກີ ແລະ ເພທຣຸດເປັນນະຄອນໃຫຍ່ຮອງລົງມາ.
ຊາວເກຣັກເອີ້ນປະເທດຕົນເອງວ່າ Hellas ເຊິ່ງພາສາເກຣັກໃນປັດຈຸບັນອອກສຽງວ່າ Ellas ໂດຍໃນການເວົ້າທົ່ວໄປຈະໃຊ້ຄຳວ່າ Ellada ແລະ ມັກຈະເອີ້ນຕົນເອງວ່າ Hellenes. ຄຳໃນພາສາອັງກິດແມ່ນ "Greece" ມາຈາກຊື່ລາຕິນວ່າ Graecia ໝາຍເຖິງພື້ນທີ່ທາງເໜືອຂອງເກຣັກໃນປັດຈຸບັນ ເຊິ່ງມີກຸ່ມຄົນທີ່ເອີ້ນວ່າ Graikos ອາໄສຢູ່.
ປະເທດເກຣັກໄດ້ຮັບການຍອມຮັບວ່າເປັນຕົ້ນກຳເນີດຂອງອາລະຍະທຳຕາເວັນຕົກ ແລະ ຍັງເປັນເປັນຕົ້ນກຳເນີດຂອງປະຊາທິປະໄຕ, ປັດຊະຍາ, ວັນນະຄະດີບູຮານ, ປະຫວັດສາດ, ວິທະຍາສາດການເມືອງ, ທິດສະດີທາງວິທະຍາສາດ ແລະ ຄະນິດສາດ, ໂຮງລະຄອນ ແລະ ການແຂ່ງຂັນໂອລິມປິກ ນັບຕັ້ງແຕ່ສະຕະວັດທີ 8 ກ່ອນຄຣິດສັກກະລາດ ຊາວເກຣັກຢູ່ຮ່ວມກັນເປັນນະຄອນລັດອິດສະຫຼະຫຼາຍແຫ່ງເອີ້ນວ່າ poleis ເຊິ່ງຍາວຕິດທະເລເມດີແຕຣາເນ ແລະ ທະເລດຳ, ຟີລິບໂປດທີ 2 ແຫ່ງມາເຊໂຊນີ ໄດ້ລວມດິນແດນສ່ວນໃຫຍ່ໃນປັດຈຸບັນເຂົ້າດ້ວຍກັນໃນສະຕະວັດທີ 4 ອາເລັກຊານເດີ ມະຫາລາດ ໂອລົດຂອງພະອົງສ້າງຊື່ດ້ວຍການເອົາຊະນະໂລກບູຮານໃນໄລຍະເວລາອັນສັ້ນ ຕັ້ງແຕ່ທະເລເມດີແຕຣາເນໄປຈົນເຖິງອິນເດຍ ກ່ອນຈະເຂົ້າສູ່ສະໄໝເຮເລນິກສະກີ ເຊິ່ງວັດທະນະທຳເກຣັກບູຮານຂະຫຍາຍອິດທິພົນໄປທົ່ວ ກ່ອນທີ່ດິນແດນທັງໝົດຈະຖືກລວມເຂົ້າກັບສາທາລະນະລັດໂຣມັນ ໃນສະຕະວັດທີ 2 ກ່ອນຄຣິດສັກກະລາດໂດຍກາຍເປັນສ່ວນໜຶ່ງຂອງຄວາມຍິ່ງໃຫຍ່ໃນຍຸກຈັກກະວັດໂຣມັນ ແລະ ຈັກກະວັດບີຊັງຕານ ເຊິ່ງໄດ້ຮັບອິດທິພົນຈາກເກຣັກທັງໃນດ້ານວັດທະນະທຳ ແລະ ພາສາ[13][14] ຄຣິດຕະຈັກອໍໂທດອກເຊິ່ງໃນຄຣິດສະຕະວັດທີ 1 ຊ່ວງສ້າງເອກະລັກຂອງຍຸກເກຣັກສະໄໝໃໝ່ ແລະ ຖ່າຍທອດວັດທະນະທຳເກຣັກສູ່ອໍໂທດອກຕາເວັນອອກ ແລະ ຫຼັງຈາກຕົກຢູ່ພາຍໃຕ້ການປົກຄອງໂດຍຈັກກະວັດໂອໂຕມັນ ໃນຊ່ວງກາງສະຕະວັດທີ 15 ເກຣັກໄດ້ກາຍສະພາບເປັນລັດປະເທດຊາດສະໄໝໃໝ່ໃນປີ ຄ.ສ 1830 ຫຼັງສິ້ນສຸດສົງຄາມປະກາດອິດສະຫຼະພາບ[15].
ໃນຊ່ວງສະຕະວັດທຳອິດຂອງການກໍ່ຕັ້ງລາຊະອານາຈັກເກຣັກ ຜູ້ປົກຄອງອານາຈັກສະແຫວງຫາການຂະຫຍາຍດິນແດນເຊິ່ງປະສົບຜົນສຳເລັດໃນຊ່ວງສະຕະວັດທີ 20 ໃນລະຫວ່າງສົງຄາມບອນຄານ ກ່ອນທີ່ຈະສິ້ນສຸດດ້ວຍຄວາມປະລາໄຊຢ່າງເສຍຫາຍໃນສົງຄາມສົງຄາມເກຣັກ-ຕວັກກີ ປີ ຄ.ສ 1919–1922 ເຊິ່ງສົງຜົນຕໍ່ຄວາມເສື່ອມໂຊມຂອງອານາຈັກອີກຫຼາຍປີ ສາທາລະນະລັດ ເກຣັກ ທີສອງກໍ່ຕັ້ງຂຶ້ນໃນເວລາອັນສັ້ນ ເຊິ່ງຕ້ອງປະເຊີນກັບຄວາມຂັດແຍ້ງທາງການເມືອງລວມເຖິງການຕັ້ງຖິ່ນຖານໂດຍຜູ້ລີ້ໄພຊາວຕວັກກີ ລະບອບຜະເດັດການກະສັດມີຈຸດເລີ່ມຕົ້ນໃນປີ ຄ.ສ 1936 ແລະ ຄອບງຳປະເທດເຊິ່ງຕາມມາດ້ວຍການຍຶດຄອງເກຣັກຂອງຝ່າຍອັກສະໃນລະຫວ່າງສົງຄາມໂລກຄັ້ງທີສອງ, ສົງຄາມການເມືອງເກຣັກ ແລະ ນຳໄປສູ່ການຍຶດອຳນາດໂດຍຄະນະຜູ້ຍຶດອຳນາດການປົກຄອງໃນປີ ຄ.ສ 1967. ແນວໃດກໍ່ຕາມ ເກຣັກມີອັດຕາການເຕີບໂຕເສດຖະກິດສູງເປັນປະຫວັດຕິການໃນຊ່ວງລະຫວ່າງທົດສະວັດທີ 1950–70 ແລະ ກາຍສະພາບເປັນປະເທດພັດທະນາແລ້ວ ລະບອບປະຊາທິປະໄຕໄດ້ຮັບການຟື້ນຟູໃນປີ ຄ.ສ 1974 ການລົ້ມລ້າງລະບອບກະສັດໃນຊ່ວງເວລາດັ່ງກ່າວນຳໄປສູ່ການກໍ່ຕັ້ງສາທາລະນະລັດ ເກຣັກ ທີສາມເຊິ່ງກິນເວລາມາເຖິງປັດຈຸບັນ.
ປະເທດເກຣັກ ປົກຄອງແບບສາທາລະນະລັດລະບົບລັດຖະສະພາ ຖືເປັນປະເທດພັດທະນາ ແລະ ເປັນປະເທດອຳນາດປານກາງ ໂດຍມີລາຍຮັບສູງ ແລະ ແລະ ຄຸນນະພາບຊີວິດທີ່ດີຂອງປະຊາກອນ[16] ໂດຍຢູ່ໃນອັນດັບທີ 32 ໃນດັດຊະນີການພັດທະນາມະນຸດ ເສດຖະກິດຂອງປະເທດມີຂະໜາດໃຫຍ່ທີ່ສຸດໃນກຸ່ມປະເທດແຫຼມບານຄານ ເຊິ່ງເປັນແຫຼ່ງລົງທຶນລະດັບພາກພື້ນທີ່ສຳຄັນ ເກຣັກເປັນສະມາຊິກຜູ້ກໍ່ຕັ້ງສະຫະປະຊາຊາດ, ເປັນສະມາຊິກລຳດັບທີ 10 ຂອງສະຫະພາບເອີຣົບ ແລະ ເປັນສ່ວນໜຶ່ງຂອງເອີໂຣໂຊນຕັ້ງແຕ່ປີ ຄ.ສ 2001 ລວມທັງເປັນສະມາຊິກຂອງອົງການລະຫວ່າງປະເທດອື່ນໆ ອີກຫຼາກຫຼາຍເຊັ່ນ: ສະພາເອີຣົບ, ນາໂຕ, ອົງການເພື່ອຮ່ວມມື ແລະ ການພັດທະນາທາງເສດຖະກິດ, ອົງການການຄ້າໂລກ ແລະ ອົງການວ່າດ້ວຍຄວາມໝັ້ນຄົງ ແລະ ຄວາມຮ່ວມມືໃນເອີຣົບ. ເກຣັກມີເອກະລັກໃນດ້ານມໍລະດົກທາງປະຫວັດສາດ ແລະ ວັດທະນະທຳທີ່ມີຊື່ສຽງໄປທົ່ວໂລກ ມີມໍລະດົກໂລກທີ່ຮັບຮອງໂດຍອຸຍແນສໂກຈຳນວນ 19 ແຫ່ງ.[17] ລວມທັງຂຶ້ນຊື່ໃນດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການເດີນເຮືອ[18].
ອ້າງອີງ
- ↑ [1] Archived 2017-10-02 at the Wayback Machine The Constitution of Greece: Section II Relations of Church and State: Article 3, Hellenic Resources network Archived 2017-08-01 at the Wayback Machine.
- ↑ Enyedi, Zsolt; Madeley, John T.S. (2 August 2004). Church and State in Contemporary Europe. Routledge. p. 228. ISBN 9781135761417.
Both as a state church and as a national church, the Orthodox Church of Greece has a lot in common with Protestant state churches, and even with Catholicism in some countries.
- ↑ "Religious Belief and National Belonging in Central and Eastern Europe". Pew Research Center. 10 May 2017. ຄົ້ນຫາເມື່ອ 9 September 2017.
- ↑ "Country Comparison: Area". The World Factbook. Central Intelligence Agency. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2020-11-13. ຄົ້ນຫາເມື່ອ 7 January 2013.
- ↑ "Surface water and surface water change". Organisation for Economic Co-operation and Development (OECD). ຄົ້ນຫາເມື່ອ 11 October 2020.
- ↑ "Statistics - ELSTAT". www.statistics.gr. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2021-08-05. ຄົ້ນຫາເມື່ອ 30 April 2021.
- ↑ Απογραφή Πληθυσμού – Κατοικιών 2011. ΜΟΝΙΜΟΣ Πληθυσμός [Results of Population-Housing Census 2011 concerning the permanent population of the country] (ພາສາກຣີກ). 20 March 2014. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 2017-11-24. ຄົ້ນຫາເມື່ອ 25 October 2016.
- ↑ "Announcement of the results of the 2011 Population Census for the Resident Population" (PDF). Hellenic Statistical Authority. 28 December 2012. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ (PDF)ເມື່ອ 13 November 2013. ຄົ້ນຫາເມື່ອ 24 August 2013.
- ↑ 9.0 9.1 9.2 9.3 "World Economic Outlook Database: October 2021". Washington, D.C.: International Monetary Fund. 12 October 2021. ຄົ້ນຫາເມື່ອ 12 October 2021.
- ↑ "Income inequality, 2020". Piraeus: Hellenic Statistical Authority. 23 September 2021. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2021-10-29. ຄົ້ນຫາເມື່ອ 23 September 2021.
- ↑ Human Development Report 2020 The Next Frontier: Human Development and the Anthropocene (PDF). United Nations Development Programme. 15 December 2020. pp. 343–346. ISBN 978-92-1-126442-5. ຄົ້ນຫາເມື່ອ 16 December 2020.
- ↑ "Greece Population 2022 (Demographics, Maps, Graphs)". worldpopulationreview.com.
- ↑ Editors, History com. "Ancient Greece". HISTORY (ພາສາອັງກິດ).
{{cite web}}
:|last=
has generic name (help) - ↑ "Greek History". ancient-greece.org.
- ↑ "War of Greek Independence | History, Facts, & Combatants | Britannica". www.britannica.com (ພາສາອັງກິດ).
- ↑ "Greece Economy: Population, Facts, GDP, Unemployment, Trade, Corruption". www.heritage.org (ພາສາອັງກິດ). ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2024-01-18. ຄົ້ນຫາເມື່ອ 2024-01-20.
- ↑ Centre, UNESCO World Heritage. "Greece - UNESCO World Heritage Convention". UNESCO World Heritage Centre (ພາສາອັງກິດ).
- ↑ "ancient Greek civilization | History, Map, Culture, Politics, Religion, Achievements, & Facts | Britannica". www.britannica.com (ພາສາອັງກິດ).
- ບັນນານຸກົມ
- "Minorities in Greece – Historical Issues and New Perspectives". History and Culture of South Eastern Europe. An Annual Journal. München (Slavica) 2003.
- The Constitution of Greece (PDF). Paparrigopoulos, Xenophon; Vassilouni, Stavroula (translators). Athens: Hellenic Parliament. 2008. ISBN 978-960-560-073-0. ຄົ້ນຫາເມື່ອ 21 March 2011.
{{cite book}}
: CS1 maint: others (link) - Clogg, Richard (1992), A Concise History of Greece (1st ສະບັບ), Cambridge University Press, pp. 10–37, ISBN 0-521-37228-3, 257 pp.
- Clogg, Richard (2002) [1992], A Concise History of Greece (2nd ສະບັບ), Cambridge: Cambridge University Press, ISBN 978-0-521-00479-4.
- Dagtoglou, PD (1991). "Protection of Individual Rights". Constitutional Law – Individual Rights (ພາສາGreek). Vol. I. Athens-Komotini: Ant. N. Sakkoulas.
{{cite book}}
: CS1 maint: unrecognized language (link) - Fine, John Van Antwerp (1991), The Early Medieval Balkans: A Critical Survey from the Sixth to the Late Twelfth Century, University of Michigan Press, ISBN 978-0-472-08149-3, 376 pp.
- Kalaitzidis, Akis (2010), Europe's Greece: A Giant in the Making, Palgrave Macmillan, 219 pp.; $85. The impact of European Union membership on Greek politics, economics, and society.
- Mavrias, Kostas G (2002). Constitutional Law (ພາສາGreek). Athens: Ant. N. Sakkoulas. ISBN 978-960-15-0663-0.
{{cite book}}
: CS1 maint: unrecognized language (link) - Pappas, Takis (2003). "The Transformation of the Greek Party System Since 1951". West European Politics. 26 (2): 90–114. doi:10.1080/01402380512331341121. ຄົ້ນຫາເມື່ອ 8 June 2008.
- Story, Louise; Thomas, Landon Jr; Schwartz, Nelson D (14 February 2010), Wall St. Helped to Mask Debt Fueling Europe’s Crisis, The New York Times.
- Trudgill, P (2000), "Greece and European Turkey: From Religious to Linguistic Identity", ໃນ Barbour, S; Carmichael, C (ບ.ກ.), Language and Nationalism in Europe, Oxford: Oxford University Press.
- Venizelos, Evangelos (2002). "The Contribution of the Revision of 2001". The "Acquis" of the Constitutional Revision (ພາສາGreek). Athens: Ant. N. Sakkoulas. ISBN 978-960-15-0617-3.
{{cite book}}
: CS1 maint: unrecognized language (link)
ແຫຼ່ງຂໍ້ມູນອື່ນ
- ລາຍຊື່ສະຖານທູດເກຣັກທົ່ວໂລກ Archived 2005-11-20 at the Wayback Machine (ອັງກິດ)
Greece ຈາກ Wikivoyage
- ປະເທດເກຣັກ ຢູ່ Open Directory Project
ປະເທດໃນທະວີບເອີຣົບ |
||
---|---|---|
ເກຣັກ • ໂຄໂຊໂວ • ກຣົວຊີ • ສະວິດ • ສະຫະລາຊະອານາຈັກ • ສະໂລວາກີ • ສະໂລເວນີ • ສາທາລະນະລັດເຊັກ • ໄຊປຣັດ1 • ຊູແອດ • ຊອກຊີ1 • ແຊັກບີ • ຊັງມາລີໂນ • ດານມາກ • ຕວັກກີ2 • ນອກແວ • ນະຄອນລັດວາຕິກັງ3 • ເບລາຣຸດຊີ • ບູນກາລີ • ແບນຊິກ • ບົດສະນີ ແລະ ແຮກເຊໂກວິນາ • ປອກຕຸຍການ • ໂປໂລຍ • ຝຣັ່ງ • ແຟງລັງ • ມາເຊໂດນີເໜືອ • ໂມນດາວີ • ໂມນາໂກ3 • ມົງເຕເນໂກຣ • ມານຕາ • ເຢຍລະມັນ •
ເລັກເຕນສະເຕນ • ລີຕົວນີ • ລຸກຊຳບວກ3 • ຣູມານີ • ລັດເວຍ • ລັດເຊຍ2 • ອາກເມນີ1 • ອານບານີ • ອາແຊກໄບຊານ1 • ອິຕາລີ • ອິດສະລັງ • ອູແກຣນ • ແອັດສະປາຍ • ແອັດສະໂຕນີ • ໂອຕຣິດ • ອຽກລັງ • ອັງໂດລາ • ໂຮນລັງ • ຮົງກາລີ | ![]() | |
1. ທາງພູມສາດຢູ່ໃນທະວີບອາຊີ ແຕ່ມັກຖືກຈັດຢູ່ໃນທະວີບເອີຣົບ ເນື່ອງຈາກມີວັດທະນະທຳທີ່ຄ້າຍຄືກັນ; 2. ມີພື້ນທີ່ທັງໃນທະວີບເອີຣົບ ແລະ ໃນທະວີບອາຊີ; 3. ມີລັກສະນະເປັນນະຄອນລັດ |
Cite error: <ref>
tags exist for a group named "lower-alpha", but no corresponding <references group="lower-alpha"/>
tag was found
- Pages using duplicate arguments in template calls
- Webarchive template wayback links
- CS1 uses ກຣີກ-language script (el)
- CS1 ກຣີກ-language sources (el)
- CS1 errors: generic name
- CS1 ອັງກິດ-language sources (en)
- Articles containing Greek-language text
- CS1 maint: others
- CS1 maint: unrecognized language
- ປະເທດເກຣັກ
- ປະເທດ
- ປະເທດໃນທະວີບເອີຣົບ
- Pages with reference errors