ປະເທດຊອກຊີ
ສາທາລະນະລັດຊອກຊີ საქართველო
| |
---|---|
![]() | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ທະບີລິຊີ |
ພາສາລັດຖະການ | ພາສາຊອກຊີ ອັບຮາຊຽນ [1] |
ການປົກຄອງ | ລັດດ່ຽວ ລະບົບລັດຖະສະພາ ສາທາລະນະລັດລັດຖະທຳມະນູນ |
ຊາໂລມ ຊູລາບິດວິລີ | |
ອາຊິວ ຕາລັກວັດເຊ່ | |
ອິລາຄຼີ ກາລີບັດວິລີ | |
ສະຖາປະນາຂຶ້ນ | |
• ໂຄນຊິດ ແລະສາທະລະນະລັດໄອບີເຣຍ | 1300 ກ່ອນປະຫວັດສາດ - ຄ.ສ. 580 |
ຄ.ສ. 786 - 1008 | |
9 ເມສາ 1991 | |
ປະຊາກອນ | |
• ຄ.ສ. 2020 ປະມານ | 3,718,858 (ບໍ່ລວມອັບຮາເຊຍ ແລະ ເຊົ້າອອສຊີເຊຍ) (129) |
• ສຳມະໂນປະຊາກອນ ຄ.ສ. 2014 | 3,714,804 |
GDP (ອຳນາດຊື້) | ຄ.ສ. 2019 (ປະມານ) |
• ລວມ | 46.05 ຕື້ໂດລາສະຫະລັດ (112) |
• ຕໍ່ຫົວ | 12,409 ໂດລາສະຫະລັດ (101) |
ຈີນີ (2018) | 36.4 ປານກາງ |
HDI (2020) | 0.812 ສູງຫຼາຍ · 61 |
ສະກຸນເງິນ | ລາຣີ (₾) (GEL) |
ເຂດເວລາ | UTC+4 (Georgia Time GET) |
ລະຫັດໂທລະສັບ | 995 |
ລະຫັດອິນເຕີເນັດ | .ge .გე |
ປະເທດຊອກຊີ ຈໍເຈັຽ (ຊອກຊີ: საქართველო, romanized: sakartvelo; IPA: [sɑkʰɑrtʰvɛlɔ]) ເປັນປະເທດໃນພາກພື້ນຄໍເຄຊັດກົງຈຸດຕັດລະຫວ່າງເອີຣົບຕາເວັນອອກ ແລະ ອາຊີຕາເວັນຕົກ ມີຂົງເຂດຕິດກັບທະເລດຳທາງທິດຕາເວັນຕົກສຽງເໜືອ ທິດຕາເວັນອອກຕິດກັບລັດເຊຍ ທິດໃຕ້ຕິດກັບຕວັກກີ ແລະ ອາກເມນີ ແລະ ທິດຕາເວັນອອກຕິດກັບອາແຊກໄບຊານ ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດຄື ທະບິລິຊີ ຊອກຊີມີພື້ນທີ່ທັງໝົດ 69,700 ຕາລາງກິໂລແມັດ (26,911 ຕາລາງໄມລ໌) ມີປະຊາກອນປະມານ 3.718 ລ້ານຄົນ ຊອກຊີເປັນປະເທດສາທາລະນະລັດບບລັດຖະສະພາ ໄດ້ຮັບການເລືອກຕັ້ງຜ່ານລະບອບປະຊາທິປະໄຕແບບຕົວແທນ
ຊອກຊີເປັນປະເທດໜິ່ງທີ່ຜະລິດໄວນ໌ທີ່ເກົ່າແກ່ທີ່ສຸດຂອງໂລກ ປະເພນີທ້ອງຖິ່ນ ແລະ ເອກະລັກປະຈຳຊາດມີຄວາມກ່ຽວຂ້ອງກັບໄວນ໌ [2] ແລະໄດ້ຮັບການຂຶ້ນທະເບີຍນເປັນມໍລະດົກໂລກທາງວັດຖະນະທຳທີ່ຈັບຕ້ອງບໍ່ໄດ້ຈາກ UNESCO [3] ໃນຊ່ວງຍຸກຄລາດສິກອານາຈັກອິດສະຫຼະຫຼາຍແຫ່ງໄດ້ສ້າງຕັ້ງຂຶ້ນໃນຊອກຊີ ເຊັ່ນ: Colchis ແລະ Iberia ຊາວຊອກຊີຍອມຮັບສາດສະໜາຄຣິດຢ່າງເປັນທາງການໃນຕົ້ນສັດຕະວັດທີ 4 ຄິດຕະຈັກອໍໂທດອກຂອງຊອກຊີມີສ່ວນຮວມໃນການລວມກັນທາງຈິດວິນຍານ ແລະ ການເມືອງໃນຊ່ວງຍຸກທຳອິດໃນຍຸກກາງລາຊະອານາຈັກຊອກຊີໄດ້ກຳເນີດຂຶ້ນ ແລະ ມາເຖິງຍຸກທີ່ຮຸ່ງເຮືອງສະໄໝຂອງກະສັດເດວິດເຊິ່ງເປັນຜູ້ສ້າງ ແລະ ລາຊິນີທາມາຣ໌ໃນສັດຕະວັດທີ 12 ແລະ ຕົ້ນສັດຕະວັດທີ 13 ຫຼັງຈາກນັ້ນອຳນາດຂອງອານາຈັກຄ່ອຍ ໆ ຫຼຸດລົງ ແລະ ແຕກສະຫຼາຍໄປໃນທີ່ສຸດ ບັນດາແຄວ້ນເລັກແຄວ້ນນ້ອຍໄດ້ຕົກໄປຢູ່ໃຕ້ອຳນາດຂອງອານາຈັກມອງໂກ ອານາຈັກອອດໂຕມັນ ແລະອານາຈັກເປີເຊຍ ຕາມລຳດັບ ໃນປີ 1783 ອານາຈັກຊອກຊີໄດ້ເຂົ້າຮ່ວມເປັນພິນທະມິດກັບຈັກກະວັດລັດເຊຍ ແລະ ລວມດິນແດນຂອງຊອກຊີເຂົ້າດ້ວຍກັນໃນສັດຕະວັດທີ 19.
ຫຼັງຈາກການປະຕິວັດປີ 1917 ຊອກຊີໄດ້ກາຍເປັນປະເທດສາທາລະນະລັດເອກະລາດ ພາຍໃຕ້ການຄຸ້ມຄອງຂອງເຢຍລະມັນ ຫຼັງຈາກເຢຍລະມັນໄດ້ແພ້ສົງຄາມໂລກຄົ້ງທີ 1 ຊອກຊີຖືກບອນເຊວິກລັດເຊຍຮຸກຮານສົ່ງຜົນໃຫ້ປະເທດລວມຕົວເປັນສະຫະພາບໂຊວຽດໃນປີ 1922 ໃນຊ່ວງສົງຄາມໂລກຄັ້ງທີ 2 ຊາວຊອກຊີ 700,000 ຄົນຕໍ່ສູ້ກັບກອງທັບແດງກັບເຢຍລະມັນໃນທົດສະວັດ 1980 ການເອີ້ນຮ້ອງເອກະລາດໄດ້ຂະຫຍາຍໄປສູ່ການແຍກຕົວຂອງຊອກຊີອອກຈາກສະຫະພາບໂຊວຽດໃນເດືອນເມສາ ປີ 1991 ໃນຊ່ວງທົດສະວັດຕໍ່ມາພາຍຫຼັງແຍກຕົວອອກຈາກໂຊວຽດ ຊອກຊີໄດ້ເກີດວິກິດທາງເສດຖະກິດ ສົງຄາມກາງເມືອງ ແລະ ສົງຄາມແບ່ງແຍກດິນແດນຂອງອັບຮາເຊຍ ແລະ ເຊົ້າອອດຊີເຊຍ ແລະ ຫຼັງຈາກນັ້ນໄດ້ເກີດການປະຕິວັດກຸຫຼາບປາດສະຈາກເລືອດໃນປີ 2003 ຊອກຊີໄດ້ດຳເນີນນະໂຍບາຍທີ່ສະໜັບສະໜູນການເຊື່ອມສັມພັນກັບຕາເວັນຕົກເປັນຜົນໃຫ້ມີການປະຕິຮູບປະຊາທິປະໄຕ ແລະ ເສດຖະກິດທີ່ມີເປົ້າໝາຍມຸ່ງໄປລວມກຸ່ມກັບນາໂຕ້ ແລະ ເອີຣົບ ການວາງແນວທາງທີ່ມຸ່ງໄປຫາຕາເວັນຕົກເຮັດໃຫ້ຄວາມສຳພັນກັບລັດເຊຍຕົກຕ່ຳລົງຈົນເຮັດໃຫ້ເກີດສົງຄວາມໄລຍະສັ້ນຂຶ້ນເມື່ອບໍ່ກີ່ປີທີ່ຜ່ານມາ
ປະຫວັດຊື່ປະເທດ[ດັດແກ້]

ເມື່ອເວົ້າເຖີງຊື່ຄັ້ງທຳອິດທີ່ສະກົດວ່າ “ຈໍເຈຍ” ເປັນພາສາອິຕາລີ່ໃນຄຳວ່າ mappa mundi ຂອງ Pietro Vesconte ປີ ຄ.ສ. 1320 [4] ໃນຊ່ວງທຳອິດຂອງການປາກົດຕົວໃນໂລກລະຕິນບໍ່ໄດ້ຂຽນທັບສັບແບບດຽວກັນສະເໝີໄປ ແລະພະຍັນຊະນະຕົວທຳອິດສະກົດດ້ວຍ J ເປັນ "Jorgia". "ຈໍເຈຍ" ອາດຈະມາຈາກການກຳໜົດພາສາເປີເຊຍຂອງຊາວຊອກຊີ - gurğān ໃນສັດຕະວັດທີ່ 11 ແລະ 12 ດ້ວຍການດັດແປງຜ່ານ Syriac gurz-ān / gurz-iyān ແລະພາສາອາຫຼັບ ĵurĵan / ĵurzan ທິດສະດີຕາມຕຳນານໄດ້ຮັບຈາກການເດີນທາງຂອງ Jacques de Vitry ຜູ້ທີ່ອະທະບາຍທີ່ມາຂອງຊື່ຕາມຄວາມນິຍົມຂອງ St. George ໃນກລຸ່ມຊາວຊອກຊີ [5] ໃນຂະນະ Jean Chardin ທີ່ເປັນນັກເດີນທາງຄິດວ່າ "ຈໍເຈຍ" ມາຈາກພາສາເກຣັກ γεωργός ("tiller of the land "). ໃນຂະນະທີ່ສາດຕາຈານ Alexander Mikaberidze ໄດ້ເສີມຄຳອະທິບາຍຂອງຈໍເຈຍ/ຈໍຈຽນ ວ່າໃນສັດຕະວັດນີ້ຖືກປະຕິເສດຈາກກຸ່ມນັກວິຊາການທີ່ຊີ້ເປົ້າໄປທີ່ຄຳມາພາສາເປີເຊຍ gurğ/gurğān, ເປັນຮາກເຫງົ້າຂອງຄຳວ່າ gurğ/gurğān ທີ່ຖືກນຳໄປໃຊ້ໃນພາສາອື່ນ ໆ ອີກຫຼາຍພາສາລວມທັງພາສາສະລາບແລະພາສາເອີລົບຕາເວັນຕົກ ຄຳນີ້ອາດຖືກກຳໜົດຂຶ້ນໂດຍໃຊ້ຄຳເອີ້ນຂານຂອງອິຫຼ່ານບູຮານໃນບໍລິເວນໃກ້ກັບທະເລສາບແຄດປ້ຽນ ເຊີ່ງເອີ້ນກັນວ່າ ກໍແກນ
ຊື່ພື້ນເມືອງຄື Sakartvelo (საქართველო; "land of Kartvelians") ເຊີ່ງໄດ້ມາຈາກພຸມິພາກຊອກຊີຕອນກາງຂອງ Kartli ທີ່ໄດ້ບັນທຶກໄວ້ໃນສັດຕະວັດທີ່ 9 ແລະໃນການໃຊ້ງານເພີ່ມຕື່ມໝາຍເຖີງ ລາດຊະອານາຈັກຊອກຊີໃນຍຸກກາງທັງໝົດໃນສັດຕະວັດທີ່ 13 ການກຳໜັດຕົວເອງຂອງຊາວຊອກຊີໃຊ້ຄື Kartvelebi (ქართველებიคือ "Kartvelians")
ພົງສາວະດານຊອກຊີໃນຍຸກກາງໄດ້ບອກເຖີງບັນພະບຸລຸດໃນຕຳນານ Kartvelians, Kartlos ເຊີ່ງເປັນເຫຼນຂອງ Japheth ຢ່າງໃດກໍ່ຕາມນັກວິຊາການຍອມຮັບວ່າ Karts ເຊີ່ງເປັນຊົນເຜົ່າ proto-Georgian ທີ່ກາຍເປັນກຸ່ມທີ່ມີອຳນາດເໜືກວ່າໃນສະໄໝບູຮານ ຊື່ Sakartvelo (საქართველო) ປະກອບດ້ວຍສອງສ່ວນຄື kartvel-i (ქართველ-ი) ລະບຸຜູ້ທີ່ຢູ່ອາໄສໃນບໍລະເວນຕອນກາງຂອງຊອກຊີຕາເວັນອອກຂອງ Kartli ຫຼື Iberia ຕາມທີ່ຮູ້ຈັກິນໃນແຫຼ່ງທີ່ມາຂອງອານາຈັກໂລມັນຕາເວັນອອກບູຮານ [6] ຊາວເກຣັກ (Strabo, Herodotus, Plutarch, Homer ແລະອື່ນໆ ) ແລະຊາວໂລມັນ (Titus Livius, Tacitus ແລະອື່ນໆ) ເອີ້ນຊາວຊອກຊີທາງຕາເວັນຕົກວ່າ Colchians ແລະຊາວຊອກຊີຕາເວັນອອກວ່າ Iberia
ປັດຈຸບັນຊື່ຢ່າງເປັນທາງການຂອງປະເທດຄື ຊອກຊີ ຕາມທີ່ລະບຸໄວ້ໃນລັດຖະທຳມະນູນຂອງປະເທດຄຶ "ຊອກຊີ" ຕາມທີ່ລະບຸໄວ້ໃນລັດຖະທຳມະນູນຂອງຊອກຊີເຊີ່ງອ່ານວ່າ "ສາທາລະນະລັດຊອກຊີ"
ປະຫວັດສາດ[ດັດແກ້]

ປະເທດຊອກຊີ (ຊອກຊີ: საქართველო sakartvelo) ລວມເປັນອານາຈັກດຽວພາຍໃຕ້ລາດຊະວົງ Bagrationi ມີກະສັດ Bagrat ທີ່ 3 ໃນຊ່ວງສັດຕະວັດທີ່ 11 ເຊີ່ງເກີດຂຶ້ນຈາກບັນພະບຸລຸດບູຮານ Colchis ແລະ Iberia ລາດຊະອານາຈັກຊອກຊີຮຸ່ງເຮືອງໃນຊ່ວງສັດຕະວັດທີ່ 10 - 12 ພາຍໃຕ້ກະສັດ David IV ແລະ ພະລາຊິນີ Tamar ແລະອຳນາດໄດ້ຫຼຸດລົງຈາກການຮຸກຮານຂອງຊາວມອງໂກໃນປີ 1243 ຫຼັງຈາກການລວມຕົວກັນໄດ້ບໍ່ດົນພາຍໃຕ້ກະສັດ George V ໃນປີ ຄ.ສ. 1490 ຊອກຊີໄດ້ຖືກແບ່ງແຍກເປັນອານາຈັກນ້ອຍໆ ຫຼາຍອານາຈັກ ເຊີ່ງຕະຫຼອດຍຸກສະໄໝໃໝ່ພະຍາຍາມທີ່ຈະຮັກສາເອກະລາດຂອງຕົວເອງຕະຫຼອດມາຈາກກະຖືກປັກຄອງຈາກອານາຈັກອອດໂຕມັນແລະເປີເຊຍ (Safavid, Afsharid ແລະ Qajar) ຈົນກະທັ້ງຊອກຊີຖືກລວມກັບຈັກກະຫວັດລັດເຊຍໃນສັດຕະວັດທີ່ 19 ຫຼັງຈາກນັ້ນໄດ້ມີການສະເໜີເພື່ອຂໍແຍກຕົວເປັນອິດສະລະໃນຊື່ ສາທາລະນະລັດປະຊາທິປະໄຕຊອກຊີ ໃນປີ 1918 - 1921 ຊອກຊີໄດ້ຖືກລວມເປັນສ່ວນໜຶ່ງຂອງສະຫະພັນສາທາລະນະລັດສັງຄົມນິຍົມທຣານຄໍເຄຊ່ຽນ ໃນປີ 1922 - 1936 ຈາກນັ້ນໄດ້ສ້າງຕັ້ງເປັນ ສາທາລະນະລັດສັງຄົມນິຍົມຊອກຊີ ຈົນເຖີງສະຫະພາບໂຊວຽດລົ້ມສະລາຍ
ສາທາລະນະລັດຊອກຊີໄດ້ປະກາດອິດສະລະພາບໃນປີ 1991 ມີປະທານປະເທດຄົນທຳອິດຄື ທ່ານ Zviad Gamsakhurdia ເຊີ່ງໄດ້ມີການປຸກກະແສຊາດນິຍົມຂອງຊອກຊີແລະສາບານວ່າຢືນຢັດໝັ່ນຄົງອຳນາດເໜືອອັບຮາເຊຍ ແລະເຊົ້າ ອອດເຊເຊຍ ສ່ວນ Gamsakhurdia ໄດ້ຖືກປົດໃນການປະຕິວັດລັດຖະປະການໃນປີດຽວກັນ ແລະປະເທດໄດ້ຕົກຢູ່ໃນສົງຄາມກາງເມືອງຈົນເຖີງປີ 1995 ອັບຮາເຊຍ ແລະເຊົ້າ ອອດເຊເຊຍໄດ້ຮັບການສະໜັບສະໜຸນຈາກລັດເຊຍເຊີ່ງສົ່ງຜົນໃຫ້ໄດ້ຮັບເອກະລາດໂດຍພຶດຕິໄນ ການປະຕິວັດກຸຫຼາບປາດສະຈາກເລືອດບັງຄັບໃຫ້ Eduard Shevardnadze ລາອອກໃນປີ 2003 ລັດຖະບານໃໝ່ພາຍໃຕ້ Mikheil Saakashvili ໄດ້ມີນະໂບາຍປ້ອງກັຍການແຍກຕົວອອກເປັນສາມສາທາລະນະລັດໃນວິກິດ Adjara ປີ 2004 ແຕ່ຄວາມຂັດແຍ້ງຂອງອັບຮາເຊຍ ແລະເຊົ້າ ອອດເຊເຊຍ ໄດ້ເຮັດໃຫ້ເກີດສົງຄາມລັດເຊຍ - ຊອກຊີ ປີ 2008 ແລະຄວາມຕຶງຄຽດຍັງຄົງດຳເນີນມາເຖີງປັດຈຸບັນ
ຍຸກກ່ອນປະຫວັດສາດ[ດັດແກ້]
ອ້າງອີງ[ດັດແກ້]
- ↑ Constitution of Georgia : [1]. ສືບຄົ້ນ 12 ກຸມພາ 2021.
- ↑ Miquel Hudin & Daria Kholodolina (2017), Georgia: A guide to the cradle of wine, Vinologue, p. 300, ISBN 978-1941598054
- ↑ Ancient Georgian traditional Qvevri wine-making method : [2]
- ↑ Countries South of the Caucasus in Medieval Maps: Armenia, Georgia and Azerbaijan. pp. 188—189 : [3]
- ↑ "The Pilgrims' derivation of the name Georgia". Georgica, Autumn, 1937, nos. 4 & 5, 208–209 : [4]
- ↑ Constantine VII : [5]
ແຫຼ່ງຂໍ້ມູນອື່ນ[ດັດແກ້]
ປະເທດໃນທະວີບເອີລົບ |
||
---|---|---|
ກະແລັດ • ໂກໂຊໂວ • ກະໂລອາຊີ • ສະວິດ • ສະຫະລາຊະອານາຈັກ • ສະໂລວາກີ • ສະໂລເວນີ • ສາທາລະນະລັດແຊັກ • ຊີບ1 • ຊູແອດ • ຊອກຊີ1 • ແຊກບີ • ແຊັງມາແລງ • ດານມາກ • ຕວກກີ2 • ນອກແວດ • ນະຄອນລັດວາຕິກັງ3 • ບີເອໂລລຸດ • ບູນກາລີ • ແບນຊິກ • ບົດສະນີແຮກເຊໂກວີນ • ປອກຕຸຍການ • ໂປໂລຍ • ຝະລັ່ງ • ແຟງລັງ • ມາເຊດວນ • ໂມນດາວີ • ໂມນາໂກ3 • ມົງເຕເນໂກ • ມານ • ເຢຍລະມັນ •
ລິກເຕນສະຕາຍ • ລີຕົວນີ • ລູກຊຳບວກ3 • ລູມານີ • ແລດໂຕນີ • ລັດເຊຍ2 • ອາກເມນີ1 • ອານບານີ • ອາແຊກບາຍຊັງ1 • ອິຕາລີ • ອີສະລັງ • ອູກະແລນ • ແອສະປາຍ • ແອສະໂຕນີ • ໂອຕະລີດ • ອຽກລັງ • ອັງດອກ • ໂຮນລັງ • ຮົງກະລີ | ![]() | |
1. ທາງພູມິສາດຢູ່ໃນທະວີບອາຊີ ແຕ່ມັກຖືກຈັດຢູ່ໃນທະວີບເອີລົບ ເນື່ອງຈາກມີວັດທະນະທຳທີ່ຄ້າຍຄືກັນ; 2. ມີພື້ນທີ່ທັງໃນທະວີບເອີລົບແລະໃນທະວີບອາຊີ; 3. ມີລັກສະນະເປັນນະຄອນລັດ |