ປະເທດຣັສເຊຍ
ຣັສເຊຍ (ອັງກິດ: Russia; ຣັດເຊຍ: Росси́я, ອອກສຽງ [rɐˈsʲijə] ( ฟังเสียง)) ມີຊື່ເປັນທາງການວ່າ ສະຫະພັນທະລັດຣັສເຊຍ (ອັງກິດ: Russian Federation; ຣັດເຊຍ: Росси́йская Федера́ция, [rɐˈsʲijskəjə fʲɪdʲɪˈratsɨjə]) ເປັນປະເທດໃນເອີເຣເຊບເໜືອ ແລະເປັນປະເທດໃຫຍ່ທີ່ສຸດໃນໂລກ ກວ່າ 10,000,000 ຕາລາງກິໂລແມັດ ຄອບຄຸມພື້ນທີ່ທີ່ສາມາດອາໄສຂອງໂລກເຖິງໜຶ່ງໃນແປດ ຣັດເຊຍຍັງເປັນຊາດທີມີປະຊາກອນຫຼາຍທີສຸດອັນດັບ 9 ຂອງໂລກ ໂດຍມີປະຊາກອນ 143 ລ້ານຄົນ ຣັດເຊຍປົກຄອງດ້ວຍລະບອບສະຫະພັນສາທາລະນະລັດກື່ງປະທານນາທິບໍດີ ປະກອບດ້ວຍ 83 ເຂດການປົກຄອງง ໄລ່ຈາກຕາເວັນຕົກສ່ຽງເໜືອ້ຖິງຕາເວັນອອກສ່ຽງໃຕ້ ຣັດເຊຍມີພົມແດນຕິດກັບນອກແວ ແຟງລັງ ແອັສໂຕເນຍ ລັດເວຍ ລິຕົວເນຍ ແລະໂປໂລຍ (ທັງສອງຜ່ານມົນທົນຄາລິນິນກຣາດ) ເບລາຣຸສ ອູແກຣນ ຈໍຣ໌ເຈຍ ອາເຊີໄປຈານ ຄາຊັກສະຖານ ຈີນ ມົງໂກເລຍອລະເກົາຫລີເໜືອ ນອກຈາກນີ້ຍັງມີພົມແດນທາງທະເລຕິດກັບຍີປຸ່ນໂດຍທະເລໂອຄົດສກ໌ ແລະສະຫະລັດອາເມຣິກາໂດຍຊ່ອງແຄບແບຣິງ ອານາເຂດຂອງຣັດເຊຍກິນອາຊີເໜືອທັງໝົດແລະ 40% ຂອງເອີຣົບ ແຜ່ຂ້າມເກົ້າເຂດເວລາແລະມີສິ່ງແວດລ້ອມທໍລະນີສັນຖານຫຼາຍຫຼາຍ ຣັດເຊຍມີຊັບພະຍາກອນແຮ່ທາດ ແລະ ພະລັງງານສຳຮອງໃຫຍ່ທີສຸດໃນໂລດ ແລະເປັນຜູ້ຜະລິດກ໊າສທຳມະຊາດອັນດັບໜຶ່ງຂອງໂລກ ເຊັ່ນດຽວກັບເປັນຜູ້ຜະລິດນຳມັນອັນດັບໜຶ່ງຂອງໂລກ ຣັດເຊຍມີປ່າໄມ້ສຳຮອງໃຫຍ່ທີສຸດໃນໂລກແລະ ທະເລສາບໃນຣັດເຊຍບັນຈຸນ້ຳຈືດປະມານໜຶ່ງໃນສີ່ຂອງໂລກ
ລັດເຊຍ (Russia) ຕັ້ງອຍູ່ໃນສອງທະວີບ ແມ່ນເອີລົບຕະວັນຕົກ ແລະທະວີບອາຊີ.
ອ້າງອີງ[ແກ້ໄຂ]
- ↑ "The Russian federation: general characteristics". Federal State Statistics Service. Archived from the original on 28 July 2011. ສືບຄົ້ນເມື່ອ 5 April 2008.
- ↑ "ПРЕДВАРИТЕЛЬНАЯ ОЦЕНКА ЧИСЛЕННОСТИ НАСЕЛЕНИЯ на 1 января 2015 года и в среднем за 2014 год" (XLS). Gks.ru. ສືບຄົ້ນເມື່ອ 2015-04-08.
- ↑ "Report for Selected Countries and Subjects". IMF. 2015.
- ↑ "Report for Selected Countries and Subjects".
- ↑ "2014 Human Development Report Summary" (PDF). United Nations Development Programme. 2014. pp. 21–25. ສືບຄົ້ນເມື່ອ 27 July 2014.