ປະຊາທິປະໄຕແບບມີຜູ້ແທນ

ຈາກ ວິກິພີເດຍ

ປະຊາທິປະໄຕແບບມີຜູ້ແທນ (ອັງກິດ: representative democracy, ຝຣັ່ງ: démocratie représentative) ໂດຍທົ່ວໄປມັກເອີ້ນວ່າແມ່ນຮູບແບບນຶ່ງຂອງລະບອບປະຊາທິປະໄຕເຊິ່ງມີລັກສະນະກົງຂ້າມກັບປະຊາທິປະໄຕແບບທາງກົງ ຫຼືເປັນປະຊາທິປະໄຕແບບທາງອ້ອມ (ອັງກິດ: indirect democracy).

ປະຊາທິປະໄຕແບບມີຜູ້ແທນແມ່ນລະບອບການເມືອງເຊິ່ງໃຫ້ປະຊາຊົນເລືອກຜູ້ແທນຂອງຕົນເຂົ້າໄປບໍລິຫານແລະຕັດສິນໃຈແທນຕົນ. ແມ່ນລະບອບການປົກຄອງເຊິ່ງປະຊາຊົນມອບອຳນາດອະທິປະໄຕໃຫ້ຜູ້ແທນຜູ້ເຂົາເລືອກຕັ້ງເຂົ້າໄປຕາມກົດໝາຍວ່າດ້ວຍການເລືອກຕັ້ງຂອງລັດ ເປັນຜູ້ໃຊ້ອຳນາດດັ່ງກ່າວແທນ ໂດຍມີໄລຍະເວລາໃນການດຳລົງຕຳແໜ່ງອັນແນ່ນອນ.