ລາຊາທິປະໄຕ

ຈາກ ວິກິພີເດຍ

ລາຊາທິປະໄຕ (ອັງກິດ: monarchy, ຝະລັ່ງ: monarchie) ແມ່ນຮູບແບບການປົກຄອງບ່ອນຕຳແໜ່ງປະມຸກແຫ່ງລັດ ໂດຍປົກກະຕິແມ່ນຖືຢູ່ຈົນຮອດສິ້ນພະຊົນຫຼືສະຫຼະລາຊະສົມບັດ. ສ່ວນຫຼາຍມັກໄດ້ອຳນາດມາໂດຍການສືບລາຊະສົມບັດ ແລະໂດຍປົກກະຕິມັກໃຫ້ແກ່ພະບໍລົມມະວົງສານຸວົງແຫ່ງລາຊະວົງ ເຊິ່ງປົກຄອງຢູ່ກ່ອນຢ່າງເປັນທາງການ.

ພະມະຫາກະສັດມັກມີຖານັນດະລະສັກເປັນພະລາຊາຫຼືພະລາຊິນີ ຢ່າງໃດກໍດີ ຈັກກະພັດ/ຈັກກະພັດດິນີ, ກະລັງດຸກ/ກະລັງດຸຍເຊ, ເຈົ້າຊາຍ/ເຈົ້າຍິງ ແລະຄຳອື່ນ ຖືກໃຊ້ເພື່ອລະບຸຕຳແໜ່ງພະມະຫາກະສັດນຳ ແມ່ນຄຳວ່າ "monarch" ມາຈາກຄຳວ່າ "ຜູ້ປົກຄອງຜູ້ດຽວ" ແຕ່ໂດຍປະເພນີ ປະມຸກແຫ່ງລັດເຊິ່ງມີຕຳແໜ່ງປະທານປະເທດຫຼືຜູ້ນຳ (premier) ບໍ່ຖືກພິຈາລະນາວ່າເປັນພະມະຫາກະສັດຢ່າງເປັນທາງການ.

ປະເພດຂອງລາຊາທິປະໄຕ[ແກ້ໄຂ]

ລາຊາທິປະໄຕ ຄື ການທີ່ມີປະມຸກເປັນກະສັດ ແບ່ງອອກຕາມຂອບເຂດ ພະລາຊະອຳນາດແມ່ນ

  1. ສົມບູລະນະຍາສິດທິລາດ (Absolute monarchy) ກະສັດເປັນປະມຸກສູງສຸດຂອງລັດການບໍລິຫານ
  2. ປໍຣະມິດຕາຍາສິດທິລາດ (Limited monarchy) ກະສັດເປັນປະມຸກທີ່ມີອຳນາດຈຳກັດ ເຊັ່ນ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ (Constitutional monarchy) ເຊິ່ງພະລາຊະອຳນາດຈະຈຳກັດຢູ່ພາຍໃຕ້ລັດຖະທຳມະນູນ

ການລ່ມລະຫຼາຍຂອງລາຊາທິປະໄຕ[ແກ້ໄຂ]

ລາຊາທິປະໄຕອາດເຖິງຈຸດຈົບໄດ້ຫຼາຍວິທີດ້ວຍກັນ ເຊັ່ນ ອາດຈະມີການປະຕິວັດໂຄ່ນລົ້ມລາຊະວົງເກີດຂຶ້ນ ຫຼືຢ່າງໃນອິຕາລີຫຼືກີດ ປະຊາຊົນລົງປະຊາມະຕິຕັ້ງສາທາລະນະລັດເຮັດໃຫ້ລາຊາທິປະໄຕເຖິງຈຸດສິ້ນສຸດ ໃນບາງກໍລະນີ ເຊັ່ນ ໃນອັງກິດແລະສະເປນ ລາຊາທິປະໄຕຖືກໂຄ່ນລົ້ມລົງຫຼືໄດ້ຮັບການຟື້ນຟູຂຶ້ນໃໝ່ໃນພາຍຫຼັງ ຫຼັງຈາກທີ່ຈັກກະພັດນະໂປລຽນທີ່ 1 ຊາວຝະລັ່ງໄດ້ຟື້ນຟູລາຊະວົງບູບົງຂຶ້ນມາໃໝ່ຫຼັງຈາກຖືກສາທາລະນະລັດຂອງນະໂປລຽນຍົກເລີກໄປ

ເບິ່ງຕື່ມ[ແກ້ໄຂ]