ປະທານປະເທດ

ຈາກ ວິກິພີເດຍ

ປະທານປະເທສ ເປັນປະມຸຂຣັຖແຫ່ງສາທາຣນຣັຖປະຊາທິປະໄຕຍ໌ປະຊາຊົນລາວ ແມ່ນສພາແຫ່ງຊາຕເປັນຜູ້ເລືອກຕັ້ງໂດຍຮັບຄະແນນສຽງ ຢ່າງໜ້ອຍສອງສ່ວນສາມຂອງຈຳນວນ ສມາຊິກສພາແຫ່ງຊາຕທີ່ເຂົ້າຮ່ວມກອງປະຊູມ ປະທານປະເທສມີອາຍຸກາຣເທົ່າກັບອາຍຸກາຣຂອງສພາແຫ່ງຊາຕ

ປະທານປະເທສ ມີຮອງປະທານປະເທສຊື່ງແມ່ນສພາແຫ່ງຊາຕເປັນຜູ້ເລືອກຕັ້ງໂດຍໄດ້ຮັບຄະແນນສຽງຫຼາຍກວ່າ ເຄີ່ງໜື່ງຂອງຈຳນວນສມາຊິກສພາແຫ່ງຊາຕທີ່ເຂົ້າຮ່ວມກອງປະຊູມ ຮອງປະທານປະເທສປຕິບັຕຕາມໜ້າທີ່ກາຣມອບໝາຍຂອງປະທານປະເທສ ແລະ ຕາງໜ້າໃຫ້ປະທານປະເທສໃນເວລາປະທານປະເທສຕິດຂັດ