Jump to content

ສະພາແຫ່ງຊາດ

ຈາກ ວິກິພີເດຍ
ສະພາແຫ່ງຊາດ
ສະພາແຫ່ງຊາດຕຶກເກົ່າ
ປະເພດ
ປະເພດ
ລະບົບສະພາດ່ຽວ
ຜູ້ບໍລິຫານ
ປະທານສະພາແຫ່ງຊາດ
ໂຄງສ້າງ
ສະມາຊິກ164
ກຸ່ມການເມືອງ
ແນວລາວສ້າງຊາດ (164)
ໄລຍະວາລະ
5 ປີ
ທີ່ປະຊຸມ
ສະພາແຫ່ງຊາດ, ວຽງຈັນ, ປະເທດລາວ
ເວັບໄຊ
www.na.gov.la

ສະພາແຫ່ງຊາດ ເປັນ​ອົງການ​ອຳນາດ​ລັດ​ສູງ​ສຸດຂອງ ​ສປປ ລາວ. ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ ແລະ ເປັນອົງການນິຕິບັນຍັດ. ຕັ້ງຢູ່ນະຄອນຫລວງວຽງຈັນ

ປະເທດລາວເປັນ ລັດພັກດຽວ, ມີ ພັກປະຊາຊົນປະຕິວັດລາວ ເປັນພັກທີ່ຖືກຕ້ອງຕາມກົດໝາຍຂອງປະເທດ. [1] ການ​ກະທຳ​ຂອງ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍແມ່ນມາຈາກຄຳ​ຕັດສິນ​ຂອງ​ພັກ. [1] ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ສະ​ມາ​ຊິກ, ແນ​ໃສ່​ເພີ່ມ​ທະ​ວີ​ການ​ສ້າງ​ກົດ​ໝາຍ, ການ​ຄວບ​ຄຸມ, ແລະ​ຄວາມ​ສາ​ມາດ​ຕົວ​ແທນ.

ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ ດັ່ງນີ້:[2]

[ດັດແກ້]
  1. ພິຈາລະນາ, ຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ;
  2. ພິຈາລະນາ, ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງກົດໝາຍ ຕະຫຼອດອາຍຸການ ຂອງຕົນ;
  3. ພິຈາລະນາ, ຮັບຮອງເອົາ ການຍົກເລີກ, ລົບລ້າງ ການເຂົ້າຮ່ວມສົນທິສັນຍາ  ທີ່   ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີຂອງນາຍົກລັດຖະມົນຕີ;
  4. ພິຈາລະນາ, ຮັບຮອງເອົາ ທິດທາງວຽກງານ ຫ້າປີ ຂອງສະພາແຫ່ງຊາດ;
  5. ພິຈາລະນາ, ຮັບຮອງເອົາ ທິດທາງວຽກງານ ຫ້າປີ ຂອງ ອົງການໄອຍະການປະຊາຊົນ ສູງສຸດ, ສານປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ;
  6. ຍົກເລີກນິຕິກຳ ຂອງພາກສ່ວນຕ່າງໆ ທີ່ຂັດກັບ ລັດຖະທຳມະນູນ ແລະ ກົດໝາຍ, ຍົກເວັ້ນ ຄຳຕົກລົງກ່ຽວກັບການດຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
  7. ມອບສິດໃຫ້ຄະນະປະຈຳສະພາແຫ່ງຊາດ ຕົກລົງວຽກງານທີ່ຈຳເປັນ ແລະ ຮີບດ່ວນ ແລ້ວລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.

ອ້າງອີງ

[ດັດແກ້]
  1. 1.0 1.1 "https://books.google.com/books?id=9x0OEAAAQBAJ&pg=PA633". Freedom in the World 2020: The Annual Survey of Political Rights and Civil Liberties. {{cite book}}: External link in |chapter= (help)
  2. https://na.gov.la/%e0%ba%97%e0%ba%b5%e0%bb%88%e0%ba%95%e0%ba%b1%e0%bb%89%e0%ba%87-%e0%bb%81%e0%ba%a5%e0%ba%b0-%e0%ba%9e%e0%ba%b2%e0%ba%a5%e0%ba%b0%e0%ba%9a%e0%ba%bb%e0%ba%94%e0%ba%9a%e0%ba%b2%e0%ba%94%e0%ba%82%e0%ba%ad/