ພັກປະຊາຊົນປະຕິວັດລາວ
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
| ພັກປະຊາຊົນປະຕິວັດລາວ | |
|---|---|
| ເລຂາທິການໃຫຍ່ພັກ | ທອງລຸນ ສີສຸລິດ |
| ສ້າງຕັ້ງ | 22 ມີນາ 1955 |
| ສຳນັກງານໃຫຍ່ | ນະຄອນຫຼວງວຽງຈັນ |
| ໜັງສືພິມ | ໜັງສືພິມປະຊາຊົນ |
| ສະມາຄົມຊາວໜຸ່ມ | ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ |
| ຈຳນວນສະມາຊິກ (2021) | 348,686 |
| ແນວຄິດ | ລັດທິມາກ-ເລນິນ |
| ກຸ່ມລະດັບຊາດ | ລາວ |
| ສີພັກ | ສີແດງ |
ພັກປະຊາຊົນປະຕິວັດລາວ (ຝຣັ່ງ: Parti révolutionnaire populaire lao; ອັງກິດ: Lao People's Revolutionary Party ຫຼືເອີ້ນຫຍໍ້ວ່າ: LPRP) ແມ່ນພັກທີ່ປົກຄອງສປປ ລາວ. ເປັນພັກທີ່ຍຶດຖືລັດທິ ມາກ-ເລນິນ (ຫຼື ພັກກອມມູນິດ) ແລະ ໄດ້ປົກຄອງປະເທດຕັ້ງແຕ່ປີ 1975 ເປັນຕົ້ນມາ, ເມື່ອລະບອບກະສັດຖືກລົບລ້າງ ແລະ ໄດ້ສະຖາປະນາ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຂື້ນ.
ປະຫວັດ
[ດັດແກ້]ພັກປະຊາຊົນປະຕິວັດລາວ ຖືກຈັດຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍອະດີດສະມາຊິກຂອງພັກຄອມມິວນິດອິນໂດຈີນ. ພັກໄດ້ນໍາພາຕໍ່ຕ້ານລັດຖະບານລາຊະອານາຈັກລາວແລະສະໜັບສະຫນູນກໍາລັງຂອງຫວຽດນາມເຫນືອໃນສົງຄາມຫວຽດນາມ. ການຕໍ່ສູ້ໄດ້ສິ້ນສຸດລົງເມື່ອພັກປະຊາຊົນປະຕິວັດລາວຍຶດອຳນາດໃນປະເທດລາວໃນປີ 1975[1][2]
ໃນຊ່ວງປີທຳອິດຂອງການປົກຄອງ, ພັກໄດ້ເສີມການຄວບຄຸມຂອງພັກ-ລັດໃນສັງຄົມ ແລະ ພະຍາຍາມສ້າງເສັ້ນທາງເສດຖະກິດວາງແຜນຕາມແບບຂອງໂຊວຽດ. ໃນຊ່ວງປີ 1980-1990, ມີອິດທິພົນຈາກການປະກອບປະຕິຮູບຕະຫຼາດໃນຈີນ ແລະ ຫວຽດນາມ, ພັກປະຊາຊົນປະຕິວັດລາວໄດ້ເລີ່ມການປະຕິຮູບເສດຖະກິດໂດຍປ່ອຍໃຫ້ບໍລິສັດຂອງລັດເປັນເອກະຊົນ ແລະ ໃຫ້ຖືກຕ້ອງຕາມກົດໝາຍໃນການຄອບຄອງຊັບສິນສ່ວນບຸກຄົນ.[2] ການນຳພາຂອງພັກເຊື່ອວ່າປະເທດລາວຍັງດ້ອຍພັດທະນາເກີນໄປທີ່ຈະສ້າງສາສັງຄົມນິຍົມ. ດັ່ງນັ້ນ ພັກຈຶ່ງໄດ້ຮັບຮອງເອົາລັດທິທຶນນິຍົມເປັນເຄື່ອງມືໃນການເຮັດວຽກໄປສູ່ສັງຄົມນິຍົມ.