ຈູມມະລີ ໄຊຍະສອນ

ຈາກ ວິກິພີເດຍ
ຈູມມະລີ ໄຊຍະສອນ
ເກີດ6 ມີນາ ຄ.ສ. 1936(1936-03-06)
ບ້ານວັດເຫນືອ, ເມືອງໄຊເສດຖາ, ແຂວງອັດຕະປື
ຜູ້ມາກ່ອນຄຳໄຕ ສີພັນດອນ
ຜູ້ສືບທອດບຸນຍັງ ວໍລະຈິດ
ພັກການເມືອງ
ພັກປະຊາຊົນປະຕິວັດລາວ
ຄູ່ສົມລົດແກ້ວສາຍໃຈ ໄຊຍະສອນ

ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດ ແຫ່ງ ສປປ ລາວ

ຊີວະປະຫວັດ[ດັດແກ້]

ທ່ານ ຈູມມະລີ ໄຊຍະສອນ ເກີດເມື່ອວັນທີ 6 ມີນາ 1936 ໃນຄອບຄົວຊາວນາ ເຜົ່າລາວລຸ່ມ ທີ່ບ້ານວັດເຫນືອ, ເມືອງໄຊເສດຖາ, ແຂວງອັດຕະປື.

ທ່ານໄດ້ເຂົ້າການປະຕິວັດ ໃນປີ 1954 ດ້ວຍການເປັນທະຫານຂຶ້ນໄປເຕົ້າໂຮມຊຳເຫນືອ ແລະ ,ໄດ້ຮັບເຂົ້າເປັນສະມາຊິກພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວ)ໃນວັນທີ 7 ທັນວາ 1955. ທ່ານໄດ້ຜ່ານການຝຶກຝົນທົດສອບ ໃນແປວໄຟຂອງສົງຄາມປະຕິວັດປົດປ່ອຍຊາດ ດ້ວຍການເຂົ້າຮ່ວມໃນບັ້ນຮົບທີ່ສຳຄັນໆ ເລີ່ມຈາກການເຄື່ອນໄຫວສູ້ຮົບປ້ອງກັນເຂດເຕົ້າໂຮມ ໃນປີ 1955-1956 ຈົນເຖິງການບັນຊາກຳລັງປະກອບອາວຸດແຂວງຊຽງຂວາງ ປົດປ່ອຍ ສາລາພູຄູນ-ກາສີ-ໂພນໂຮງ-ວຽງຈັນ ໃນປີ 1975 ເພື່ອເປັນເງື່ອນໄຂໜຸນໜີບ ໃຫ້ແກ່ການຍຶດອຳນາດໃນທົ່ວປະເທດ ແລະ ສະຖາປະນາສປປ ລາວ ໃນວັນທີ 2 ທັນວາ 1975.

ທ່ານໄດ້ຖືກມອບໝາຍ ໃຫ້ຮັບຜິດຊອບໜ້າທີ່ສຳຄັນ ໂດຍເລີ່ມຈາກການເປັນຮອງຫົວໜ້າໝູ່ ໃນປີ 1959, ເປັນຫົວໜ້າໝວດແລ້ວກ້າວຂຶ້ນບັນຊາກອງພັນໂດຍກົງ; ຕໍ່ມາໄດ້ເປັນຫົວໜ້າເສນາເຂດ ແລະ ເປັນຮອງເລຂາຄະນະພັກເຂດ ໃນປີ 1972, ເປັນຫົວຫນ້າກົມສູ້ຮົບກົມໃຫຍ່ເສນາທິການ ແລະ ເປັນຮອງຫົວໜ້າກົມໃຫຍ່ເສນາທິການ ໃນປີ 1980, ເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນປີ 1982 ແລະ ໄດ້ຮັບການປະດັບຊັ້ນພົນໂທ ໃນປີ 1990 ແລະ ເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນປີ 1991.

ທ່ານ ຈູມມະລີ ໄຊຍະສອນ ໄດ້ເປັນພະນັກງານນຳພາໃນຫລາຍຕຳແໜ່ງ ທີ່ສຳຄັນໂດຍເລີ່ມຈາກ ການເປັນການເມືອງຫມວດ ໃນປີ 1960, ເປັນຜູ້ບັນຊາການ ແລະ ເປັນເລຂາຄະນະພັກກອງພັນ, ເປັນເລຂາຄະນະພັກ ເຂດຊຽງຂວາງ. ໄດ້ເປັນຄະນະພັກກົມໃຫຍ່ເສນາທິການ ແລະ ເປັນເລຂາຄະນະພັກກົມດັ່ງກ່າວໃນປີ 1980. ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ, ທ່ານໄດ້ຮັບເລືອກຕັ້ງ ເປັນກົມການເມືອງສູນກາງພັກ; ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໄດ້ຮັບເລືອກຕັ້ງ ເປັນກຳມະການສຳຮອງ ກົມການເມືອງສູນກາງພັກ ແລະ ໄດ້ເປັນກຳມະການກົມການເມືອງສູນກາງພັກ ຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ເປັນຕົ້ນມາ ຈົນເຖິງ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ; ນັບແຕ່ປີ 2001 ເປັນຕົ້ນມາ ທ່ານ ຈູມມະລີ ໄຊຍະສອນ ໄດ້ດຳລົງຕຳແໜ່ງ ເປັນຮອງປະທານປະເທດ ແຫ່ງ ສປປ ລາວ ທັງເປັນຮອງປະທານຄະນະປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນສູນກາງ; ແຕ່ປີ 2003 ເປັນຕົ້ນມາ, ທ່ານ ຈູມມະລີ ໄຊຍະສອນ ໄດ້ຖືກແຕ່ງຕັ້ງ ເປັນຜູ້ປະຈຳການກົມການເມືອງສູນກາງພັກ.

ທ່ານ ຈູມມະລີ ໄຊຍະສອນ ໄດ້ຮຽນການທະຫານຊັ້ນສູງຢູ່ອະດີດສະຫະພາບໂຊຫວຽດ ແລະ ທິດສະດີຊັ້ນສູງຢູ່ ສາທາລະນະລັດສັງຄົມນິຍົມຫວຽດນາມ. ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ VIII ໃນວັນທີ 21 ມີນາ 2006 ໄດ້ເປັນເອກະສັນເລືອກຕັ້ງ ທ່ານ ຈູມມະລີ ໄຊຍະສອນ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ກອງປະຊຸມຄັ້ງປະຖົມມະເລີກຂອງ ສະພາແຫ່ງຊາດ ຊຸດທີ VI ໃນວັນທີ 8 ມິຖຸນາ 2006 ໄດ້ເລືອກເອົາທ່ານ ຈູມມະລີ ໄຊຍະສອນ ເປັນປະທານປະເທດ ແຫ່ງ ສປປ ລາວ ຕາມການສະເໜີ ຂອງຄະນະປະຈຳສະພາແຫ່ງຊາດ ຊຸດທີ VI.

ກ່ອນໜ້າ ຈູມມະລີ ໄຊຍະສອນ ຖັດໄປ
ຄຳໄຕ ສີພັນດອນ
(ໃນຖານະ ປະທານ)
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄົນທີ 3
(ຄ.ສ. 2006 – 2016)
ບຸນຍັງ ວໍລະຈິດ
ຄຳໄຕ ສີພັນດອນ ປະທານປະເທດ ແຫ່ງ ສປປ ລາວ ຄົນທີ 5
(ຄ.ສ. 2006 – 2016)
ບຸນຍັງ ວໍລະຈິດ
ອຸດົມ ຂັດຕິຍະ ຮອງປະທານປະເທດ ແຫ່ງ ສປປ ລາວ ຄົນທີ 3
(ຄ.ສ. 2001 – 2006)
ບຸນຍັງ ວໍລະຈິດ
ຄຳໄຕ ສີພັນດອນ ລັດຖະມົນຕີກະຊວງປ້ອງກັນປະເທດ
(ຄ.ສ. 1991 – 2001)
ດວງໃຈ ພິຈິດ