ຄຳໄຕ ສີພັນດອນ
Appearance
ປະທານສູນກາງພັກປະຊາຊົນປະຕິວັດລາວ ຜູ້ທີ 2 | |
---|---|
ດຳລົງຕຳແໜ່ງ ວັນທີ 24 ພະຈິກ ປີ 1992 – ວັນທີ 21 ມີນາ ປີ 2006 | |
ກ່ອນໜ້າ | ໄກສອນ ພົມວິຫານ |
ຖັດໄປ | ຈູມມະລີ ໄຊຍະສອນ |
ປະທານປະເທດແຫ່ງ ສ.ປ.ປ.ລາວ ຜູ້ທີ 4 | |
ດຳລົງຕຳແໜ່ງ ວັນທີ 24 ກຸມພາ ປີ 1998 – ວັນທີ 8 ມິຖຸນາ ປີ 2006 | |
ນາຍົກລັດຖະມົນຕີ | ສີສະຫວາດ ແກ້ວບຸນພັນ ບູນຍັງ ວໍລະຈິດ |
Vice President | ອຸດົມ ຂັດຕິຍະ ຈູມມະລີ ໄຊຍະສອນ |
ກ່ອນໜ້າ | ໜູຮັກ ພູນສະຫວັນ |
ຖັດໄປ | ຈູມມະລີ ໄຊຍະສອນ |
ນາຍົກລັດຖະມົນຕີແຫ່ງ ສ.ປ.ປ.ລາວ ຜູ້ທີ 12 | |
ດຳລົງຕຳແໜ່ງ ວັນທີ 15 ສິງຫາ ປີ 1991 – ວັນທີ 24 ກຸມພາ ປີ 1998 | |
ປະທານປະເທດ | ໄກສອນ ພົມວິຫານ ໜູຮັກ ພູນສະຫວັນ |
ກ່ອນໜ້າ | ໄກສອນ ພົມວິຫານ |
ຖັດໄປ | ສີສະຫວາດ ແກ້ວບຸນພັນ |
ຂໍ້ມູນສ່ວນບຸກຄົນ | |
ເກີດ | 8 ກຸມພາ ຄ.ສ. 1924 ບ້ານຫົວໂຂງ, ເມືອງໂຂງ, ແຂວງຈຳປາສັກ |
ເສຍຊີວິດ | 02 ເມສາ ຄ.ສ. 2025 (101 ປີ) ນະຄອນຫຼວງວຽງຈັນ ປະເທດລາວ |
ພັກການເມືອງ | ພັກປະຊາຊົນປະຕິວັດລາວ |
ພົນເອກ ຄຳໄຕ ສີພັນດອນ (8 ກຸມພາ 1924-02 ເມສາ 2025) ເກີດທີ່ບ້ານຫົວໂຂງ, ເມືອງໂຂງ, ແຂວງຈຳປາສັກ. ເປັນອະດີດປະທານປະເທດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີ ລູກ 5 ຄົນ ເປັນພໍ່ຂອງ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ
ປະຫວັດທາງການເມືອງສຳຄັນ
- ຄ.ສ 1947 ເຂົ້າຮ່ວມການປະຕິວັດ
- ຄ.ສ 1952 ເປັນສະມາຊິກຂະບວນການລາວອິດສະຫຼະ (Lao Freedom Front)
- ຄ.ສ 1952-1954 ເປັນປະທານ Committee of the Central Region
- ຄ.ສ 1954 ເຂົ້າເປັນສະມາຊິກພັກກອມມູນິດອິນໂດຈີນ
- ຄ.ສ 1955-1957 ເປັນຫົວໜ້າຂະບວນການປະເທດລາວ
- ຄ.ສ 1956 ເປັນສະມາຊິກ Central Party Committee ແລະ ໄດ້ຮັບການຄັດເລືອກຈາກພັກປະຊາຊົນປະຕິວັດລາວໃຫ້ເປັນສະມາຊິກ
- ຄ.ສ 1956 ເປັນສະມາຊິກພັກປະຊາຊົນປະຕິວັດລາວ
- ຄ.ສ 1957 ເປັນສະມາຊິກກົມການເມືອງສູນກາງພັກ (the Central Party Committee)
- ຄ.ສ 1957-1959 ເປັນຫົວໜ້າສຳນັກງານສູນກາງພັກປະຊາຊົນປະຕິວັດລາວ
- ຄ.ສ 1960 ເປັນຫົວໜ້າກອງກຳລັງທະຫານຂອງຂະບວນການປະເທດລາວ
- ຄ.ສ 1972, 1982, 1986 ແລະ 1992 ໄດ້ຮັບເລືອກຈາກພັກປະຊາຊົນປະຕິວັດລາວ ໃຫ້ເປັນສະມາຊິກກົມການເມືອງສູນກາງພັກ
- ຄ.ສ 1975-1991 ດຳລົງຕຳແໜ່ງ ເປັນຮອງນາຍົກລັດຖະມົນຕີ ສປປລາວ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການກອງທັບປະຊາຊົນລາວ
- ວັນທີ 15 ສິງຫາ ຄ.ສ 1991 ດຳລົງຕຳແໜ່ງນາຍົກລັດຖະມົນຕີ ສປປລາວ ໂດຍຄວາມເຫັນດີຂອງສະພາແຫ່ງຊາດ
- ວັນທີ 24 ພະຈິກ 1992 ດຳລົງຕຳແໜ່ງປະທານພັກປະຊາຊົນປະຕິວັດລາວ
- ວັນທີ 24 ກຸມພາ 1998-2005 ດຳລົງຕຳແໜ່ງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ມໍລະນະກຳ
ທ່ານ ຄຳໄຕ ສີພັນດອນ ໄດ້ເສຍຊີວິດໃນເວລາ 10:30 ໂມງ ຂອງວັນທີ 2 ເມສາ 2025, ລວມອາຍຸໄດ້ 101 ປີ.[1] ການນໍາພັກ, ລັດຖະບານນຳໂດຍສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ພ້ອມດ້ວຍການນຳຂັ້ນສູງ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງສະຫາຍພົນເອກ ຄຳໄຕ ສີພັນດອນ.
ໃນຕອນບ່າຍຂອງວັນທີ 3 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ[2]
ຂໍ້ມູນອ້າງອິງ
ກ່ອນໜ້າ | ຄຳໄຕ ສີພັນດອນ | ຖັດໄປ | ||
---|---|---|---|---|
ໄກສອນ ພົມວິຫານ | ![]() |
ປະທານພັກປະຊາຊົນປະຕິວັດລາວ ຄົນທີ 2 (ຄ.ສ. 1992 – 2006) |
![]() |
ຈູມມະລີ ໄຊຍະສອນ (ໃນຖານະ ເລຂາທິການໃຫຍ່) |
ໜູຮັກ ພູມສະຫວັນ | ![]() |
ປະທານປະເທດ ແຫ່ງ ສປປ ລາວ ຄົນທີ 4 (ຄ.ສ. 1998 – 2006) |
![]() |
ຈູມມະລີ ໄຊຍະສອນ |
ໄກສອນ ພົມວິຫານ | ![]() |
ນາຍົກລັດຖະມົນຕີລາວ ຄົນທີ 2 (ຄ.ສ. 1991 – 1998) |
![]() |
ສີສະຫວາດ ແກ້ວບຸນພັນ |
ບໍ່ມີ | ![]() |
ລັດຖະມົນຕີກະຊວງປ້ອງກັນປະເທດ ຄົນທີ 1 (ຄ.ສ. 1975 – 1991) |
![]() |
ຈູມມະລີ ໄຊຍະສອນ |
ເມກາວາຕີ ຊູກາຣ໌ໂນປູຕຣີ | ![]() |
ປະທານອາຊຽນ (ຄ.ສ. 2004) |
![]() |
ອັບດຸລລະຮ໌ ອະຮ໌ມັດ ບາດາວີ |