ໜູຮັກ ພູມສະຫວັນ
Nouhak Phoumsavanh | |
|---|---|
ໜູຮັກ ພູມສະຫວັນ | |
| ປະທານປະເທດຄົນທີສາມ | |
| ດຳລົງຕຳແໜ່ງ 25 November 1992 – 24 February 1998 | |
| ນາຍົກລັດຖະມົນຕີ | ຄຳໄຕ ສີພັນດອນ |
| Vice President | ສີສະຫວາດ ແກ້ວບຸນພັນ |
| ກ່ອນໜ້າ | ໄກສອນ ພົມວິຫານ |
| ຖັດໄປ | ຄຳໄຕ ສີພັນດອນ |
| ປະທານສະພາແຫ່ງຊາດ | |
| ສະໄໝທີ 2 | |
| ດຳລົງຕຳແໜ່ງ 1 ມິຖຸນາ 1989 – 25 ພະຈິກ 1992 | |
| ກ່ອນໜ້າ | Sisomphon Lovansay (ທຳໜ້າທີ່ແທນ) |
| ຖັດໄປ | Samane Vignaket |
| ຮອງນາຍົກແຫ່ງ ສປປລາວ | |
| ສະໄໝທີ 1 | |
| ດຳລົງຕຳແໜ່ງ 2 ທວ 1975 – January 1982 | |
| ນາຍົກລັດຖະມົນຕີ | ໄກສອນ ພົມວິຫານ |
| ລັດຖະມົນຕີກະຊວງການເງິນ | |
| ສະໄໝທີ 1 | |
| ດຳລົງຕຳແໜ່ງ 2 December 1975 – 1983 | |
| ນາຍົກລັດຖະມົນຕີ | Kaysone Phomvihane |
| ກ່ອນໜ້າ | Post established |
| ຖັດໄປ | Yao Phonvantha |
| Head of the LPRP Central Committee Organisation Commission | |
| 1st term | |
| ດຳລົງຕຳແໜ່ງ 1964 – 1972 | |
| General Secretary | Kaysone Phomvihane |
| ກ່ອນໜ້າ | Sisomphone Lovansay |
| ຖັດໄປ | Sisomphone Lovansay |
| ຂໍ້ມູນສ່ວນບຸກຄົນ | |
| ເກີດ | 9 ເມສາ ຄ.ສ. 1910 Mukdahan, Siam |
| ເສຍຊີວິດ | 9 ກັນຍາ ຄ.ສ. 2008 (98 ປີ) Vientiane, Laos |
| ພັກການເມືອງ | [ພັກປະຊາຊົນປະຕິວັດລາວ]] |
ສະຫາຍ ໜູຮັກ ພູມສະຫວັນ (9 ເມສາ 1914 - 09 ກັນຍາ 2008) ອະດີດປະທານປະເທດຄົນທີສາມຂອງ ສ ປປ ລາວ
ເກີດທີ່ ບ້ານພະລຸກາ ແຂວງມຸກດາຫານ ປະເທດໄທ ເປັນບຸດຂອງທ້າວ ທອງພັກ ແລະ ນາງ ບັນທູນ ໄດ້ສ້າງຄອບຄົວກັບ ນາງ ຈັນທົມ ໃນປີ 1933 ແລະ ມີລູກຮ່ວມກັນ 4 ຄົນ ຕໍ່ມາສະຫາຍໄດ້ ສ້າງຄອບຄົວກັບນາງ ບຸນມາ ໃນປີ 1944. ການເຄື່ອນໄຫວປະຕິວັດຂອງສະຫາຍ ໜູຮັກ ພູມສະຫວັນ ໃນແຕ່ລະໄລຍະດັ່ງນີ້:
- ປີ 1945 ສະຫາຍເປັນໜຶ່ງໃນບັນດາຜູ້ກໍ່ຕັ້ງ ຂະບວນການປະຕິວັດຂອງປະເທດເຮົາ.
- ປີ 1949 ໄດ້ຮັບການແຕ່ງຕັ້ງເປັນປະທານຄະນະກຳມະການລາວຕໍ່ຕ້ານ ປະຈຳພາກຕາເວັນອອກ ທັງຮັບຜິດຊອບກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ເພື່ອຈັດຕັ້ງລັດຖະບານລາວຕໍ່ຕ້ານ.
- ປີ 1950 ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການ ກະຊວງການເງິນຂອງລັດຖະບານລາວຕໍ່ຕ້ານ.
- ປີ 1954 ໄດ້ຮັບການແຕ່ງຕັ້ງເຂົ້າໃນຄະນະເຈລະຈາ ຂອງຝ່າຍແນວລາວຮັກຊາດທີ່ວຽງຈັນ.
- ປີ 1955 ກອງປະຊຸມໃຫຍ່ ຄັ້ງທີ I ເຊິ່ງເປັນກອງປະຊຸມໃຫຍ່ ສ້າງຕັ້ງພັກປະຊາຊົນລາວ (ໃນປັດຈຸບັນແມ່ນພັກປະຊາຊົນປະຕິວັດລາວ) ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການສູນກາງພັກ.
- ປີ 1958 ເປັນສະມາຊິກສະພາຜູ້ແທນລາຊະດອນ ໃນສະໄໝລວມລາວ ຄັ້ງທີ I ທັງເປັນເລຂາພັກ ພາກສ່ວນສູນກາງຢູ່ວຽງຈັນ.
- ປີ 1959 ສະຫາຍຖືກລັດຖະບານລາຊະອານາຈັກຈັບກຸມຄຸມຂັງ ພ້ອມດ້ວຍສະເດັດເຈົ້າສຸພານຸວົງ ແລະ ຜູ້ນຳຈຳນວນໜຶ່ງຂອງແນວລາວຮັກຊາດ.
- ປີ 1960-1962 ເປັນກຳມະການໃນຄະນະເຈລະຈາ ເພື່ອຈັດຕັ້ງລັດຖະບານປະສົມ ຄັ້ງທີ 2 ທັງເປັນເລຂາພັກ ພາກສ່ວນສູນກາງ ຢູ່ຄັງໄຂ (ແຂວງຊຽງຂວາງ) ເປັນຜູ້ຊີ້ນຳພາກສ່ວນເຂົ້າຮ່ວມ ໃນລັດຖະບານປະສົມ.
- ປີ 1966 ເປັນຜູ້ປະຈຳການຂອງຄະນະປະຈຳສູນກາງພັກ ຮັບຜິດຊອບວຽກງານຈັດຕັ້ງ ແລະວຽກງານເສດຖະກິດການເງິນ.
- ເດືອນ ກຸມພາ ປີ 1972 ໄດ້ຮັບການແຕ່ງຕັ້ງເປັນຜູ້ຮັບຜິດຊອບຊີ້ນຳວຽກງານເສດຖະກິດ.
- ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເລືອກຕັ້ງສະຫາຍເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງການເງິນຂອງລັດຖະບານ ແຫ່ງ ສປປ ລາວ.
- ເດືອນ ເມສາ ປີ 1982 ແລະ ເດືອນ 11 ປີ 1986 ສະຫາຍໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີຜູ້ທີ 1 ທັງເປັນຜູ້ປະຈຳການສະພາລັດຖະມົນຕີ ຊີ້ນຳກຸ່ມເສດຖະກິດ.
- ປີ 1989 ໄດ້ຮັບການເລືອກຕັ້ງເປັນຜູ້ແທນສະພາປະຊາຊົນສູງສຸດ ແລະ ໄດ້ຮັບການເລືອກຕັ້ງເປັນປະທານສະພາປະຊາຊົນສູງສຸດ ຊຸດທີ 2 ທັງເປັນປະທານຄະນະກຳມະການຮ່າງລັດຖະທຳມະນູນ.
- ວັນທີ 25/11/1992 ສະຫາຍໄດ້ຮັບການເລືອກຕັ້ງ ໂດຍກອງປະຊຸມສະໄໝວິສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໃຫ້ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງວັນທີ 24 ກຸມພາ 1998.
ສະຫາຍ ໜູຮັກ ພູມສະຫວັນ ໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ໃນກອງປະຊຸມໃຫຍ່ ຄັ້ງທີ I, ຄັ້ງທີ II, ຄັ້ງທີ III ,ຄັ້ງທີ IV ແລະ ຄັ້ງທີ V ຂອງພັກ ໃນປີ 1955, ປີ 1972, ປີ 1982, ປີ 1986 ແລະ ປີ 1991 ສະຫາຍໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 2 ເຖິງກອງປະຊຸມໃຫຍ່ຄັ້ງທີ 5
ສະຫາຍໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາ ຂອງຄະນະບໍລິຫານງານສູນກາງພັກ ໃນກອງປະຊຸມໃຫຍ່ຄັ້ງທີ VI ແລະ ຄັ້ງທີ VII ຂອງພັກ ໃນປີ 1996 ແລະ ປີ 2001.