ສີສະຫວາດ ແກ້ວບຸນພັນ

ຈາກ ວິກິພີເດຍ
ສີສະຫວາດ ແກ້ວບຸນພັນ ຮູບ:Ssv2020.jpg
ນາຍົກລັດຖະມົນຕີ ຄົນທີ 3
In office
ແມ່ແບບ:En dash range
Preceded byຄຳໄຕ ສີພັນດອນ
Succeeded byທ່ານ ບຸນຍັງ ວໍລະຈິດ
Personal details
Born01 ພຶດສະພາ ຄ.ສ. 1928(1928-05-01)
ບ້ານຫ້ວຍກະລືນ ເມືອງຊຳເໜືອ ແຂວງຫົວພັນ
Died12 ພຶດສະພາ ຄ.ສ. 2020 (92 ປີ)
ນະຄອນຫຼວງວຽງຈັນ
Political partyພັກປະຊາຊົນປະຕິວັດລາວ

ເປັນອະດີດນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງແຕ່ປີ 1998-2001. ພ້ອງທັງເປັນປະທານສູນກາງແນວລາວສ້າງຊາດ ຕັ້ງແຕ່ປີ 2001-2011.

ຊີວິດໃນໄວເດັກ ແລະ ກ່ອນເຂົ້າຮ່ວມປະຕິວັດ[ດັດແກ້]

ທ່ານ ສີສະຫວາດ ແກ້ວບຸນພັນ ຫຼື ຊື່ເດີມແມ່ນ ອຳຄາ ເກີດເມື່ອວັນທີ 01 ພຶດສະພາ ປີ 1928 ທີ່ບ້ານ ຫ້ວຍກະລືມ, ຕາແສງເມືອງປົວ, ເມືອງຊຳເໜືອ, ແຂວງຫົວພັນ. ເພິ່ນມີີອ້າຍເອື່ອຍນ້ອງຮ່ວມກັນ 3 ຄົນ. ໃນຕອນເພິ່ນເປັນເດັກ, ເພິ່ນກະຄືເດັກທົ່ວໄປຂອງບ້ານນອກ. ເກີດໃນຄອຍຄົວທີ່ທຸກຍາກທີ່ເປັນຊາວນາ. ຕອນເພິ່ນໄດ້ 14 ປີ, ແມ່ຂອງເພິ່ນກໍໄດ້ຈາກໄປ, ສ່ວນພໍ່ກໍເປັນກຸລີຮັບຈ້າງໃຫ້ຝຣັ່ງ. ບໍ່ດົນປານໃດກໍເສຍຊີວິດຍ້ອນພະຍາດລະບາດ.

ທ່ານຈຶ່ງໄດ້ເຂົ້າບວດເປັນຈົວຢູ່ວັດເມືອງປົວເປັນເວລາ 3 ເດືອນ. ເພິ່ນໄດ້ມີໂອກາດຮຽນຮູ້ທາງພຸດທະສາດສະໜາຈົນຈື່ບົດສວດທຳມະສາດສະໜາ. ຫຼັງຈາກສິກອອກແລ້ວ, ເພິ່ນຈຶ່ງມີນາມວ່າ: ຊຽງອາຄຳ.

ຫົນທາງສູ່ການປະຕິວັດ[ດັດແກ້]

ໃນປີີ 1945 ທ່ານ ຊຽງອາຄຳ ມີອາຍຸໄດ້ 17 ປີ, ທ່ານໄດ້ເຂົົ້າເກນເປັນທະຫານ. ວຽກທຳອິດຂອງເພຶ່ນແມ່ນອ້າຍລ້ຽງປະຈຳກອງຮ້ອຍ. ທຸກການເຄື່ອນໄວຂອງກຳລັງແມ່ນເພິ່ນຕ້ອງໄດ້ຕິດຕາມພ້ອມ. ຕໍ່ມາໄດ້ກາຍເປັນຄົນໃກ້ຊິດຫົວໜ້າ. ນະຕອນນັ້ນກອງຮ້ອຍທີີ່ສັງກັດຢູ່ ເຄື່ອນໄຫວຢູ່ຂອບເຂດບ້ານ ນາຮາມ, ຕາແສງເມືອງພູນ, ເມືອງໂສຍ. ຈຶ່ງເຮັດໃຫ້ເພິ່ນໄດ້ຮັບການສຶກສາຮ່ຳຮຽນຈາກອາສາສະໝັກຫວຽດນາມ. ພ້ອມທາງໄດ້ຮຽນຮູ້ສີລະປະການຕໍ່ສູ້ຈົນໄດ້ອັນດັບຕົ້ນໆກໍວ່າໄດ້.

  • ປີີ 1947 ໄດ້ຮັບໃບຍ້ອງຍໍຈາກກອງພັນໃຫຍ່ 52.
  • ປີ 1948 ໄດ້ຮັບນາມມະຍົດວ່າ: "ຊຽງອຳຄາ ຜູ້ກ້າຫານ"

ຫຼັງຈາກນັ້ນເພິ່ນໄດ້ຖືກຄັດເລືອກໃຫ້ໄປພົບທ່ານ ໄກສອນ ພົມວິຫານ ພ້ອມກັບທ່ານຄຳພັນ, ທ່ານແຢ້ວ ແລະ ທ່ານ ມາ ໄຂຄຳພິທູນເຊິ່ງເປັນຜູ້ນຳພາໄປຫາທ່ານໃນຄັ້ງນີ້ ທີີ່ເມືອງແຖ້ງກູ, ປະເທດຫວຽດນາມ ໂດຍໃຊ້ເວລາໃນການເດີນທາງໄປຮອດປະມານ 10 ວັນ. ເພື່ອທີ່ຈະຮຽນຮູ້ທິດສະດີການເມືອງລັດທິມາກ-ເລນິນມານຳໃຊ້ໃນການປະຕິວ້ດຊາດລາວ.

ໃນຊ່ວງເວລາ 3 ເດືອນທີ່ເພີ່ນໄດ້ຢູ່ກັບທ່ານ, ທ່ານໄດ້ປ່ຽນຊື່ເພິ່ນຈາກ "ຊຽງອາຄຳ"ເປັນ"ສີສະຫວາດ" ຍ້ອນທ່ານເຫັນວ່າ ເພິ່ນຄົນທີ່ສະຫຼາດຫຼັກແຫຼມວ່ອງໄວ. ສ່ວນທ່ານແຢ້ວ ກໍປ່ຽນເປັນຊື່ຄຳມູນ.

ໃນວັນທີ 20 ມັງກອນ ປີ 1949 ທ່ານ ໄກສອນ ພົມວິຫານ ໄດ້ສ້າງຕັ້ງກອງຮ້ອຍລາດຊະວົງຂຶ້ນ (ກອງທັບປະຊາຊົນປະຕິວັດລາວ) ເຊິ່ງ ທ່ານ ສີສະຫວາດ ເປັນຫົວໜ້າກອງຮ້ອຍ. ຫຼັງຈາກສ້າງຕັ້ງກອງຮ້ອຍລາດຊະວົງຂຶ້ນແລ້ວ ກໍໄດ້ນຳພາກອງຮ້ອຍໄປຮ່ຳຮຽນຢູ່ຫວຽດນາມເພື່ອເຝິກແອບວິຊາທາງການທະຫານ ແລະ ການເມືອງ.

  • ໃນວັນທີ 13-15 ສິງຫາ ປີ 1950 ເຂົ້າຮ່ວມກອງປະຊຸມແນວລາວຕໍ່ຕ້ານທົ່ວປະເທດ.
  • ຕົ້ນປີີ 1954 ໄປຮຽນການເມືອງຢູ່ ໂຮງຮຽນ ຫວຽດປັກຖ່າຍ ຫງຽນ ຢູ່ ຫວຽດນາມ. ຫຼັງຈາກນັ້ນກໍສືບຕໍ່ໄປຮຽນການເມືອງຢູ່ ຮ່າໂນ້ຍ.
  • ວັນທີ 22 ມີນາ ປີ 1955 ທ່ານໄດ້ເຂົ້າຮ່ວມກອງປະຊຸມສ້າງຕັ້ງພັກປະຊາຊົນປະຕິວັດລາວ
  • ປີ 1959 ເຂົ້າຮ່ວມກອງປະຊຸມເປີີດກວ້າງຂອງຄະນະພັກການທະຫານຂັ້ນສູນກາງ, ວາງແນວທາງຕ້ານຈັກກະພັດອາເມລິກາ.
  • ປີ 1960-1972 ເປັນຄະນະທະຫານສູນກາງ.
  • ປີ 1964 ເຂົ້າຮ່ວມກອງປະຊຸມແນວລາວຮັກຊາດ (ແນວລາວສ້າງຊາດ)
  • ປີີ 1969 ເຂົ້າຮ່ວມກອງປະຊຸມນັກຮົບແຂ່ງຂັນທົ່ວປະເທດ. ຫຼັງຈາກນັນ, ກໍເດີນທາງໄປຢ້ຽມຢາມ ສ.ປ.ຈີນ.
  • ວັນທີ 3 ກຸມພາ ປີ 1972 ເຂົ້າຮ່ວມກອງປະຊຸມໃຫຍາພັກຄັ້ງທີ 2. ໃນກອງປະຊຸມຄັ້ງນີ້ ໄດ້ປ່ຽນຊື່ "ພັກປະຊາຊົນລາວ"ເປັນ"ພັກປະຊາຊົນປະຕິວັດລາວ.
  • ປີີ 1972-1976 ເປັນຄະນະພັກຮາກຖານການທະຫານສູນກາງ.
  • ປີ 1979 ເຂົ້າຮ່ວມກອງປະຊຸມນັກຮົບແຂ່ງຂັນທົ່ວປະເທດ.
  • ປີ 1976-1987 ເປັນຄະນະພັກການທະຫານສູນກາງ.
  • ວັນທີ 29 ພະຈິກ ປີ 1980 ໄດ້ຮັບຍົດພົນເອກ ເປັນຄົນທີ 2 ຂອງປະເທດລາວ.
  • ປີ 1982 ເຂົ້າຮ່ວມກອງປະຊຸມຄະນະພັກການທະຫານສູນກາງ.

ພາຍຫຼັງການປະຕິວັດ[ດັດແກ້]

ການຈາກໄປ[ດັດແກ້]

ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ຈາກໄປຢ່າງສະຫງົບ ດ້ວຍໂຣກຊະລາ ໃນວັນທີ 12 ພຶດສະພາ ປີ 2020 ລວມອາຍຸໄດ້ 92 ປີ.

ແຫຼ່ງອ້າງອີງ[ດັດແກ້]

1. https://muan.sanook.com/68815/