ຮ່າໂນ້ຍ

ຈາກ ວິກິພີເດຍ
Jump to navigation Jump to search

ຮ່າໂນ້ຍ (ອັງກິດ: Hanoi; ຫວຽດນາມ: Hà Nội ຫ້າໂໜ້ຍ) ແມ່ນນະຄອນຫຼວງຂອງຫວຽດນາມ. ມີປະຊາກອນ 6,472,200 ຄົນ (ຄ.ສ. 2009). ອະດີດແມ່ນນະຄອນຫຼວງຂອງຫວຽດນາມເໜືອລະຫວ່າງ ຄ.ສ. 1954 ຫາ ຄ.ສ. 1976 ແລະກ່ອນໜ້ານັ້ນ ແມ່ນນະຄອນຫຼວງຂອງພື້ນທີ່ຫວຽດນາມໃນປັດຈຸບັນເປັນຄັ້ງຄາວຕັ້ງແຕ່ຄະລິດສະສະຕະວັດທີ 11 ຈົນຮອດ ຄ.ສ. 1802. ຮ່າໂນ້ຍຕັ້ງຢູ່ເທິງຝັ່ງຂວາຂອງແມ່ນ້ຳແດງ ແມ່ນ ຕັ້ງຢູ່ 21°2' ຫຼື 105°51' ຕາເວັນອອກ (21.0333, 105.85) [໑]. ອຸດສາຫະກຳໃນເມືອງແມ່ນເຄື່ອງຈັກ ໄມ້ອັດ ສິ່ງຕ່ຳ ສານເຄມີ ແລະວຽກຫັດຖະກຳ.

ເມື່ອວັນທີ 29 ພຶດສະພາ ຄ.ສ. 2008 ໄດ້ມີການຂະຫຍາຍເຂດຮ່າໂນ້ຍໄປອີກ ໂດຍຄອບຄຸມບໍລິເວນຫຼາຍກວ່າເກົ່າເຖິງ 3 ເທົ່າ ເພື່ອຮອງຮັບການເຕີບໂຕຂອງເມືອງ ແລະເມື່ອຕຸລາ ຄ.ສ. 2010 ຄົບວາລະ 1000 ປີຂອງການແຕ່ງຕັ້ງເມືອງ.

ປະຫວັດ[ແກ້ໄຂ]

ຮ່າໂນ້ຍ ໝາຍເຖິງຕອນຕົ້ນຂອງແມ່ນ້ຳ. ຕັ້ງຢູ່ເທິງລຸ່ມແມ່ນ້ຳແດງ. ປະຖົມມະກະສັດລາຊະວົງລີ້ສະຖາປະນາເປັນນະຄອນຫຼວງໃນ ຄ.ສ. 1010 ໂດຍໃຊ້ຊື່ວ່າ ທັງລອງ (Thăng Long) ອັນແປວ່າ ມັງກອນຂຶ້ນຟ້າ ເທົ້າເຖິງ ຄ.ສ. 1702 ກະສັດລາຊະວົງຫງຽນໄດ້ຍ້າຍນະຄອນຫຼວງໄປຢູ່ເມືອງເວ້ເມື່ອຕົກເປັນສ່ວນນຶ່ງຂອງອິນດູຈີນຝະລັ່ງ. ຮ່າໂນ້ຍແມ່ນນະຄອນຫຼວງຢ່າງເປັນທາງການອີກໃນ ຄ.ສ. 1887. ຫຼັງໄດ້ຮັບເອກະລາດໃນ ຄ.ສ. 1946 ຫວຽດນາມແຍກເປັນສອງປະເທດ ໂດຍຮ່າໂນ້ຍແມ່ນນະຄອນຫຼວງຂອງຫວຽດນາມເໜືອ. ເມື່ອລວມປະເທດໃນ ຄ.ສ. 1976 ຈຶ່ງແມ່ນນະຄອນຫຼວງນຶ່ງດຽວຂອງຫວຽດນາມຈົນເຖິງປັດຈຸບັນ.


ອ້າງອີງ[ແກ້ໄຂ]